_cover - 2025-07-01T152944.822
ອີຣ່ານຍອດເສຍຊີວິດເພີ່ມຂຶ້ນ ໃນສົງຄາມ 12 ວັນກັບອິສຣາເອນເປັນ 935 ຄົນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 1 July, 2025
ໝວດ: ຂ່າວ

ສຳນັກຂ່າວ IRNA ຂອງລັດຖະບານອີຣ່ານ ລາຍງານເມື່ອມື້ວານນີ້ 30 ມິຖຸນາ 2025 ວ່າ ອີຣ່ານໄດ້ປັບເພີ່ມຍອດຜູ້ເສຍຊີວິດຢ່າງເປັນທາງການໃນອີຣ່ານ ໃນ “ສົງຄາມ 12 ວັນ”

 

ກັບອິສຣາເອນເມື່ອເດືອນມິຖຸນາເພີ່ມອີກກວ່າ 300 ຄົນ ເປັນ 935 ຄົນ ຈາກເດີມ 627 ຄົນທີ່ອີຣ່ານເຄີຍລາຍງານໃນເບື້ອງຕົ້ນເມື່ອອາທິດກ່ອນ ໃນຈຳນວນຜູ້ເສຍຊີວິດດັ່ງກ່າວ ເປັນເດັກ 38 ຄົນ ຜູ້ຍິງ 132 ຄົນ ແຕ່ IRNA ບໍ່ໄດ້ແຍກຜູ້ເສຍຊີວິດທີ່ເປັນທະຫານແລະພົນລະເຮືອນອອກຈາກກັນ

 

ຢ່າງໃດກໍຕາມ ເຖິງວ່າແຕ່ຕົວເລກຜູ້ເສຍຊີວິດທີ່ປັບເພີ່ມໃໝ່ນີ້ ກໍຍັງໜ້ອຍກວ່າທີ່ລາຍງານໂດຍກຸ່ມສິດທິມະນຸດຊື່ “Human Rights Activists” ມີຖານຢູ່ໃນສະຫະລັດ

 

ທີ່ໄດ້ລາຍງານເມື່ອທ້າຍອາທິດທີ່ຜ່ານມາ ຈາກຕົວເລກທີ່ທາງກຸ່ມສິດທິມະນຸດລວບລວມເອງຈາກເຄືອຂ່າຍການແພດ ແລະ ອາສາສະໝັກວ່າ ຍອດຜູ້ເສຍຊີວິດໃນອີຣ່ານຈາກສົງຄາມ 12 ວັນ ຢູ່ທີ່ 1,190 ຄົນ

 

ແລະ ແຍກຜູ້ເສຍຊີວິດທີ່ເປັນທະຫານ ແລະ ພົນລະເຮືອນວ່າ ເສຍຊີວິດໃນຈຳນວນເທົ່າໆກັນ ໂດຍທະຫານອີຣ່ານເສຍຊີວິດ 435 ຄົນພົນລະເຮືອນອີຣ່ານເສຍຊີວິດ 436 ຄົນ ສ່ວນອີກ 319 ຄົນຍັງລະບຸບໍ່ໄດ້

 

ຢ່າງໃດກໍຕາມ ກຸ່ມນີ້ມີປະຫວັດມັກລາຍງານຕົວເລກຜູ້ເສຍຊີວິດໃນອີຣ່ານ ສູງກວ່າຕົວເລກທາງການ

 

ສຳລັບສົງຄາມ 12 ວັນເກີດຂຶ້ນລະຫວ່າງວັນທີ່ 13-24 ມິຖຸນາທີ່ຜ່ານມາ ອິສຣາເອນເປັນຝ່າຍໂຈມຕີໂຮງງານນິວເຄລຍອີຣ່ານ ລະບົບປ້ອງກັນໄພປ້ອງກັນຊາດ ແລະ ສັງຫານທະຫານລະດັບສູງ ລວມໄປເຖິງນັກວິທະຍາສາດນິວເຄລຍ ອ້າງເຫດຜົນວ່າອີຣ່ານໃກ້ຜະລິດລະເບີດນິວເຄລຍໄດ້ສຳເລັດ

 

ໃນການໂຕ້ກັບ ອີຣ່ານຍິງຂີປະນາວຸດຖິ້ມຕົວຫຼາຍກວ່າ 550 ລູກຖົ່ມອິສຣາເອນ ແຕ່ສ່ວນໃຫຍ່ຖືກລະບົບປ້ອງກັນໄພທາງອາກາດຂອງອິສຣາເອນຍິງສະກັດໄວ້ໄດ້ ແຕ່ຍັງຄົງມີບາງສ່ວນທີ່ສາມາດເຈາະທະລຸລະບົບປ້ອງກັນຂອງອິສຣາເອນໄປໄດ້ ເຮັດໃຫ້ມີຜູ້ເສຍຊີວິດ 28 ຄົນໃນອິສຣາເອນ ແລະ ສ້າງຄວາມເສຍຫາຍແກ່ສະຖານທີ່ທາງທະຫານຂອງອິສຣາເອນຫຼາຍແຫ່ງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 11 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.83
685.96
european-union
EUR
24,220
24,704
china
CNY
2,949
3,008
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (23)
ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025
site cover1 - 2025-09-11T095812.728
ເບິ່ງສະເປັກແລະຟີເຈີ iPhone 17 Series ທຸກລຸ້ນ ຄົບຈົບໃນທີ່ດຽວ
pele - 2025-09-11T095635.506
ຊຽງຂວາງ ຫວັງສູ້ຊົນບໍ່ໃຫ້ຫຼຸດ 9 ຫຼຽນຄຳໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane (22)
ເບິ່ງດວງການງານ-ເງິນ ແລະ ຄວາມຮັກຄົບຈົບປະຈຳວັນທີ 11 ກັນຍາ 2025 ໄດ້ແລ້ວ
pele - 2025-09-11T092539.365
ໄດ້ປັບຂຶ້ນລາຄານ້ຳມັນກາຊວນ ແຕ່ແອັດຊັງປັບລົງ ເລີ່ມປະຕິບັດແລ້ວແຕ່ເວລາ 06:00 ໂມງຂອງມື້ນີ້
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
jane (18)
ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນ ສ.ປ ຈີນ
jane (17)
ເຄັດລັບກຳຈັດເຊື້ອຣາ ຮ່ອງຢາເເນວໃນຫ້ອງນ້ຳ ໃຊ້ພຽງແຕ່ 2 ສ່ວນປະສົມງ່າຍໆ ດີກວ່າໃຊ່ສານຟອກຂາວ
ຢ່າລື່ມກົດຕິດຕາມ