ການຕັດສິນໃຈຂອງປະທານາທິບໍດີໂດນາລ ທຣຳ ໃນການຕັດເງິນທຶນສ່ວນໃຫຍ່ທີ່ສະຫະລັດມອບໃຫ້ກັບຄວາມຊ່ວຍເຫຼືອດ້ານມະນຸດສະທຳຈາກຕ່າງປະເທດ ອາດເຮັດໃຫ້ມີຜູ້ເສຍຊີວິດເພີ່ມຂຶ້ນຫຼາຍກວ່າ 14 ລ້ານຄົນພາຍໃນປີ 2030
ຜົນການສຶກສາພົບວ່າ 1 ໃນ 3 ຂອງຜູ້ທີ່ມີຄວາມສ່ຽງຕໍ່ການເສຍຊີວິດກ່ອນໄວອັນຄວນເປັນເດັກ
ມາໂກ ຣູບີໂອ ລັດຖະມົນຕີຕ່າງປະເທດສະຫະລັດ ກ່າວເມື່ອເດືອນມີນາວ່າ ລັດຖະບານຂອງປະທານາທິບໍດີທຣຳໄດ້ຍົກເລີກໂຄງການກວ່າ 80% ຂອງສຳນັກງານເພື່ອການພັດທະນາລະຫວ່າງປະເທດຂອງສະຫະລັດ ຫຼື USAID
ດາວິເດ ຣາເຊລລາ ຜູ້ຮ່ວມຂຽນລາຍງານຂອງເດີ ແລນເຊັດ ກ່າວໃນຖະແຫຼງການວ່າ “ສຳລັບປະເທດທີ່ມີລາຍໄດ້ໜ້ອອຍ ແລະ ປານກາງຫຼາຍປະເທດ ຜົນກະທົບທີ່ເກີດຂຶ້ນຈະທຽບໄດ້ກັບການລະບາດໃຫຍ່ທົ່ວໂລກ ຫຼື ຄວາມຂັດແຍ້ງທາງອາວຸດຄັ້ງໃຫຍ່” ການຕັດເງິນທຶນທົ່ວໂລກມີຄວາສ່ຽງທີ່ຈະມີຜູ້ເສຍຊີວິດ 14 ລ້ານຄົນໃນຫ້າປີ
ດາວິດ ຣາເຊລລາ ນັກວິໄຈຈາກສະຖາບັນສຸຂະພາບໂລກແຫ່ງບາເຊໂລນາ ກ່າວເສີມວ່າ ການຕັດເງິນທຶນ “ມີຄວາມສ່ຽງທີ່ຈະຢຸດຊະງັກທັນທີ ຫຼື ອາດເຖິງຂັ້ນຖອຍຫຼັງ ຄວາມກ້າວໜ້າດ້ານສຸຂະພາບໃນກຸ່ມປະຊາກອນທີ່ບອບບາງໃນຊ່ວງສອງທົດສະວັດທີ່ຜ່ານມາ”
ລາຍງານດັ່ງກ່າວອອກມາໃນຂະນະທີ່ຜູ້ນຳໂລກກຳລັງປະຊຸມກັນທີ່ເມືອງເຊບີຍາ ປະເທດສະເປນໃນອາທິດນີ້ ເພື່ອຮ່ວມການປະຊຸມຄວາມຊ່ວຍເຫຼືອທີ່ນຳໂດຍສະຫະປະຊາຊາດ ຊຶ່ງຖືເປັນການປະຊຸມໃຫຍ່ທີ່ສຸດໃນຮອບ 10 ປີ
ເມື່ອຍ້ອນກັບໄປທີ່ຂໍ້ມູນຈາກ 133 ປະເທດ ທີມນັກວິໄຈປະເມີນວ່າເງິນທຶນຂອງ USAID ສາມາດປ້ອງກັນການເສຍຊີວິດໃນປະເທດກຳລັງພັດທະນາໄດ້ 91 ລ້ານຄົນລະຫວ່າງປີ 2001 ຮອດ 2021
ພວກເຂົາຍັງໃຊ້ການສ້າງແບບຈຳລອງເພື່ອຄາດການວ່າການຕັດເງິນທຶນລົງ 83% ຊຶ່ງເປັນຕົວເລກທີ່ລັດຖະບານສະຫະລັດປະກາດເມື່ອຕົ້ນປີນີ້ ອາດສົ່ງຜົນຕໍ່ອັດຕາການເສຍຊີວິດໄດ້ແນວໃດ
ການຄາດການພົບວ່າການຕັດງົບປະມານອາດສົ່ງຜົນໃຫ້ມີຜູ້ເສຍຊີວິດທີ່ຫຼີກເລີ່ຍໄດ້ຫຼາຍກວ່າ 14 ລ້ານຄົນພາຍໃນປີ 2030 ຊຶ່ງຕົວເລກດັ່ງກ່າວລວມເຖິງເດັກອາຍຸຕ່ຳກວ່າ 5 ປີຫຼາຍກວ່າ 4.5 ລ້ານຄົນ ຫຼື ປະມານ 700,000 ຄົນຕໍ່ປີ
ລັດຖະບານທຣຳ ຊຶ່ງນຳໂດຍໂຄງການຫຼຸດການໃຊ້ຈ່າຍຂອງລັດຖະບານຂອງ ອີລອນ ມັສກ໌ ມີເປົ້າໝາຍທີ່ຈະຫຼຸດຈຳນວນເຈົ້າໜ້າທີ່ຂອງລັດຖະບານກາງ
ນອກຈາກນີ້ຍັງກ່າວຫາ USAID ວ່າສະໜັບສະໜູນໂຄງການເສລີນິຍົມອີກດ້ວຍ ໂດຍສະຫະລັດອາເມລິກາ ຊຶ່ງເປັນຜູ້ໃຫ້ຄວາມຊ່ວຍເຫຼືອດ້ານມະນຸດສະທຳທີ່ໃຫຍ່ທີ່ສຸດໃນໂລກ ດຳເນີນງານໃນກວ່າ 60 ປະເທດ ໂດຍສ່ວນໃຫຍ່ດຳເນີນການຜ່ານຜູ້ຮັບເໝົາ
ຕາມຄຳກ່າວຂອງ ຣູບີໂອ ຍັງມີໂຄງການທີ່ເຫຼືອຢູ່ອີກປະມານ 1,000 ໂຄງການ ທີ່ຈະໄດ້ຮັບການບໍລິຫານຈັດການ “ຢ່າງມີປະສິດທິພາບຫຼາຍຂຶ້ນ” ພາຍໃຕ້ກະຊວງການຕ່າງປະເທດສະຫະລັດ ແລະ ພາຍໃຕ້ການປຶກສາຫາລືກັບລັດສະພາ ຢ່າງໃດກໍຕາມ ຈາກຂໍ້ມູນຂອງເຈົ້າໜ້າທີ່ຂອງສະຫະປະຊາຊາດ ສະຖານການໃນພື້ນທີ່ຍັງບໍ່ໄດ້ດີຂຶ້ນ
ເມື່ອເດືອນທີ່ຜ່ານມາ ເຈົ້າໜ້າທີ່ຂອງສະຫະປະຊາຊາດກ່າວວ່າ ຜູ້ຄົນຫຼາຍແສນຄົນກຳລັງ “ອົດອາຫານຕາຍ” ໃນຄ່າຍຜູ້ລີ້ໄພຂອງເຄັນຢາ
ຫຼັງຈາກທີ່ສະຫະລັດຕັດງົບປະມານຈົນເຮັດໃຫ້ປະລິມານອາຫານຫຼຸດລົງສູ່ລະດັບຕ່ຳສຸດເປັນປະຫວັດການ ທີ່ໂຮງພະຍາບານແຫ່ງໜຶ່ງໃນເມືອງຄາກູມາ ທາງຕະວັນຕົກສຽງເໜືອຂອງເຄັນຢາ ພົບເດັກແລກເກີດທີ່ເກືອບຈະເນັງເຕີງບໍ່ໄດ້ ແລະ ມີອາການຂາດສານອາຫານ ລວມເຖິງມີຜິວໜັງບາງສ່ວນແຫ້ງຫ່ຽວ ແລະ ລອກ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,392 | 21,667 |
![]() THB | 659.01 | 670.87 |
![]() EUR | 24,252 | 24,736 |
![]() CNY | 2,906 | 2,964 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |