_cover - 2025-07-03T115136.160
ເຮືອເຟີຣີ່ຫຼົ້ມໃກ້ເກາະບາຫລີ ສູນຫາຍກວ່າ 30 ຄົນ ຄາດວ່າເປັນບັນຫາເຄື່ອງຈັກ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 3 July, 2025
ໝວດ: ຂ່າວ

ເກີດເຫດເຮືອເຟີຣີ່ຫຼົ້ມນອກຕາຝັ່ງໃກ້ເກາະບາຫລີຂອງອິນໂດເນເຊຍເມື່ອຊ່ວງເຊົ້າວັນທີ 3 ກໍລະກົດ 2025

 

ມີລາຍງານວ່າເຮືອລຳດັ່ງກ່າວບັນທຸກຜູ້ໂດຍສານທັງໝົດ 53 ຄົນ ລູກເຮືອ 12 ຄົນ ພ້ອມດ້ວຍຍານພາຫະນະອີກ 22 ຄັນທີ່ມີລົດບັນທຸກ 14 ຄັນ ລວມຢູ່ດ້ວຍ ເບື້ອງຕົ້ນທີມກູ້ໄພທ້ອງຖິ່ນເປີດເຜີຍວ່າຂະນະນີ້ມີຜູ້ເສຍຊີວິດແລ້ວ 4 ຄົນ ແລະ ຍັງສູນຫາຍອີກຫຼາຍກວ່າ 30 ຄົນ ໂດຍສາມາດຊ່ວຍຊີວິດສຳເລັດແລ້ວ 29 ຄົນ

 

ເຮືອເຟີຣີ່ລຳນີ້ມີຊື່ວ່າ The KMP Tunu Pratama Jaya ເກີດຫຼົ້ມປະມານເຄິ່ງຊົ່ວໂມງຫຼັງຈາກທີ່ຫາກໍອອກເດີນທາງຈາກທ່າເຮືອ ເກຕາປັງທາງຕາເວັນອອກຂອງເກາະຊວາໃນຊ່ວງກາງຄືນຂອງວັນພຸດ ໂດຍກຳລັງມຸ່ງໜ້າໄປຍັງທ່າເຮືອກິລີມານຸກຂອງບາຫລີ

 

 

ຈົນເຖິງຕອນີ້ນີ້ ມີການລະດົມທີມເຈົ້າໜ້າທີ່ກູ້ໄພຈຳນວນຫຼາຍເລັ່ງຄົ້ນຫາຜູ້ສູນຫາຍ ແຕ່ເພາະກະແສນ້ຳທີ່ແຮງ ແລະ ຄວາມມືດກາງທະເລຈຶ່ງເປັນອຸປະສັກຕໍ່ການເຮັດວຽກຂອງເຈົ້າໜ້າທີ່

 

ເຖິງຢ່າງໃດກໍ່ຕາມ ມີລາຍງານວ່າຜູ້ລອດຊີວິດທີ່ສາມາດຊ່ວຍເຫຼືອໄດ້ພົບວ່າຫຼາຍຄົນມີອາການໝົດສະຕິ ເນື່ອງຈາກຕ້ອງລອຍຄໍຢູ່ກາງທະເລທີ່ກະແສນ້ຳໄຫລແຮງເປັນເວລາເກືອບຊົ່ວໂມງລະຫວ່າງລໍຖ້າຄວາມຊ່ວຍເຫຼືອ

 

ສ່ວນສາເຫດທີ່ເຮືອຫຼົ້ມຍັງຄົງຕ້ອງລໍການສືບສວນຕໍ່ໄປ ແຕ່ຜູ້ປະກອບການເຮືອເຟີຣີ່ເປີດເຜີຍກັບນັກຂ່າວທ້ອງຖິ່ນວ່າໄດ້ລາຍງານປັນຫາເຄື່ອງຈັກຈາກເຮືອເຟີຣີ່ລຳນີ້ບໍ່ດົນກ່ອນເກີດເຫດ

 

ທັງນີ້ ອຸບັດຕິເຫດທາງການເດີນເຮືອໃນອິນໂດເນເຊຍບໍ່ຄ່ອຍເກີດຂຶ້ນ ເນື່ອງຈາກສະພາບພູມິປະເທດທີ່ເຕັມໄປດ້ວຍເກາະຫຼາຍກວ່າ 17,000 ແຫ່ງ ແລະ ການເດີນທາງດ້ວຍເຮືອເຟີຣີ່ກໍເປັນວິທີການເດີນທາງຍອດນິຍົມທີ່ທັງນັກທ່ອງທ່ຽວ  ແລະປະຊາຊົນໃຊ້ສັນຈອນເພື່ອເດີນທາງຂ້າມໄປຍັງເກາະຕ່າງໆ ແຕ່ກໍພົບວ່າກົດລະບຽບໃນການເດີນທາງຍັງຄົງມີຊ່ອງວ່າງທີ່ຄວນແກ້ໄຂ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 8 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
665.18
675.42
european-union
EUR
24,139
24,621
china
CNY
2,940
2,998
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-08T151546.919
ດ່ານພາສີສາກົນວັງເຕົ່າ-ທ່າບົກວັງເຕົ່າ ຈັດເກັບລາຍຮັບເກີນແຜນ
jane (9)
ຈີນກະກຽມແບນມືຈັບປະຕູລົດແບບເຊື່ອນທັງຄັນ! ຫຼັງພົບບັນຫາ ແລະ ອັນຕະລາຍ
pele - 2025-09-08T142345.737
ສາຂານະຄອນຫຼວງ1 ຕິດຕັ້ງໝໍ້ແປງໄຟຟ້າເສີມ ບ້ານ ສົມສະຫງ່າ
pele - 2025-09-08T134738.841
ຄະນະຜູ້ແທນສື່ມວນຊົນລາວຢ້ຽມຢາມສໍານັກງານກຸ່ມໜັງສືພິມລາຍວັນຢຸນນານ
jane (8)
ເບິ່ງຖ່າຍທອດສົດ Apple Events ເປີດໂຕ iPhone 17 ວັນທີ 9 ກ.ຍ. ເວລາທ່ຽງຄືນ
ວິທີທຳຄວາມສະອາດຄາບ ແລະ ຕະກອນໃນຝັກບົວອາບນ້ຳ ງ່າຍໆໂດຍບໍ່ຕ້ອງອອກແຮງຂັດ ນ້ຳໄຫຼແຮງຄືຊື້ໃໝ່
pele - 2025-09-08T112046.127
ບໍລິສັດ ເອກະຊົນ ສໍາປະທານໂຄງການພັດທະນາແຫຼ່ງທ່ອງທ່ຽວ ຄົບວົງຈອນ ທີ່ເມືອງໂພນໂຮງ
pele - 2025-09-08T101532.915
ເມືອງໄຊເສດຖາ ແຂວງອັດຕະປື ເປີດງານບຸນຊ່ວງເຮືອ ປະຈຳປີ 2025.
jane (5)
ມື້ຄືນວານນີ້ໄດ້ເກີດປາກົດການກົບກິນເດືອນ, ຈັນທະຄາດ, ຈັນທະຣຸປະຣາຄາ ຫຼື ເດືອນເປັນສີເລືອດງາມຫຼາຍໃຜທັນເຫັນກັບຕາແດ່ພີ່ນ້ອງ!
pele - 2025-09-08T094057.550
ປະທານຄະນະກໍາມະການປກຊ-ປກສ ແຂວງຈຳປາສັກ ຢ້ຽມຢາມ ກອງຮ້ອຍທະຫານຊາຍແດນ 522 ແລະ ປະຊາຊົນ ບ້ານຄັນຍາງ
ຢ່າລື່ມກົດຕິດຕາມ