
ຫຼາຍຄົນໃຊ້ແອລກໍຮໍເປັນທາງລັດສູ່ການ “ພັກຜ່ອນ” ຫຼັງວັນເມື່ອຍ ບາງຄົນດື່ມເພື່ອຄາຍຄຽດ ບາງຄົນດື່ມເພາະຢາກຄວາມບັນເທິງກັບໝູ່ເພື່ອນ ແຕ່ໃນຂະນະທີ່ໃຈໄດ້ພັກ ຮ່າງກາຍກັບເຮັດວຽກໜັກຍິ່ງກວ່າເກົ່າ
ແລ້ວຫາກລອງຢຸດດື່ມ 1 ວັນ 1 ອາທິດ ຫຼື 1 ເດືອນ ການພັກແອລກໍຮໍຈະສົ່ງຜົນຕໍ່ຮ່າງກາຍແນວໃດແດ່ ຜິວດີຂຶ້ນຈົນຄົນທັກ ຫຼັບເລິກ ຕື່ນມາບໍ່ເພຍ ໜ້າທ້ອງຍຸບ ລະບົບຍ່ອຍໂລ່ງ ສະໝອງປອດໂປ່ງ ຄິດງານລື່ນຂຶ້ນ
ເລື່ອງເຫຼົ່ານີ້ບໍ່ແມ່ນພຽງຄຳທີ່ເວົ້າລອຍໆ ແຕ່ຄືຜົນລັບທີ່ເກີດຂຶ້ນກັບຫຼາຍຄົນທີ່ລອງ “ຖອຍຄົນລະກ້າວ” ຈາກແກ້ວເຫຼົ້າ ຊວນມາທ້າທາຍຕົວເອງ ປັບໃຈ ປັບກາຍ ແລ້ວໃຫ້ຮ່າງກາຍໄດ້ “ພັກ” ໄປພ້ອມກັນ
ເມື່ອແອລກໍຮໍເຂົ້າສູ່ຮ່າງກາຍ ເກີດຫຍັງຂຶ້ນແດ່?
ຂໍ້ມູນຈາກກະຊວງສາທາລະນະສຸກອະທິບາຍວ່າ ທັນທີທີ່ດື່ມ ແອລກໍຮໍຈະຖືກດູດຊຶມໃນກະເພາະອາຫານ ແລະ ກະຈາຍສູ່ກະແສເລືອດ ເຮັດໃຫ້ສາມາດກວດພົບແອລກໍຮໍໃນເລືອດໄດ້ພາຍໃນ 5 ນາທີຫຼັງການດື່ມ ຈາກນັ້ນຈະເລີ່ມສົ່ງຜົນຕໍ່ເຊລ ແລະອະໄວຍະວະຕ່າງໆ 10 – 30 ນາທີຕໍ່ມາ
ຊ່ອງປາກ ແລະ ລຳຄໍ ຮູ້ສຶກລະຄາຍເຄືອງນັ້ນຄືຜົນຂອງລິດກັດກ່ອນໂດຍກົງຂອງແອລກໍຮໍຕໍ່ເຍື່ອບຸໃນຊ່ອງປາກແລະລຳຄໍ ນອກຈາກນີ້ລິດຂອງແອລກໍຮໍເຮັດໃຫ້ໜ້າແລະໂຕແດງ ແຕ່ຜູ້ດື່ມບາງລາຍອາດເຮັດໃຫ້ເສັ້ນເລືອດຫົດຕົວ
ແອລກໍຮໍຈະເຂົ້າທຳລາຍເຊລຕັບເຮັດໃຫ້ໄຂມັນເຂົ້າໄປແທນທີ່ ແລະ ຄັ່ງຢູ່ໃນຕັບ ເມື່ອເຊລຕັບຕາຍລົງເຖິງລະດັບໜຶ່ງຈະມີການສ້າງພັງຜືດທີ່ບໍລິເວນນັ້ນ ເຮັດໃຫ້ເປັນໂລກຕັບແຂງໃນທີ່ສຸດ
ນອກຈາກນີ້ ແອລກໍຮໍເຮັດໃຫ້ເຊລສະໝອງຂະຫຍາຍຕົວຂຶ້ນເກີດອາການ “ສະໝອງບວມ” ດົນໆໄປຈະສູນເສຍຂອງແຫຼວໃນສະໝອງເຮັດໃຫ້ເຊລສະໝອງເສື່ອມແລະຕາຍລົງ
ເມື່ອເລືອດໝູນວຽນໄວຂຶ້ນ ເຊລຈະເຮັດວຽກໄວຂຶ້ນ ອະໄວຍະວະຈະເຮັດວຽກແປປວນສົ່ງຜົນໃຫ້ເຊລເຮັດວຽກນ້ອຍລົງ ແລະ ຖືກທຳລາຍໃນທີ່ສຸດ ຂະນະທີ່ຫົວໃຈຈະຖືກກະຕຸ້ນໃຫ້ສູບສີດເລືອດໄວຂຶ້ນ ກ້າມເນື້ອຫົວໃຈຕາຍແລະຫົວໃຈວາຍ ຫຼື ຫົວໃຈລົ້ມເຫຼວໄດ້ໃນທີ່ສຸດ ຂະນະທີ່ກະເພາະອາຫານ ແອລກໍຮໍຈະກະຕຸ້ນນ້ຳຍ່ອຍມີໂອກາດເຮັດໃຫ້ເຍື່ອບຸໃນກະເພາະອາຫານອັກເສບເກະທັນຫັນ
ທັງນີ້ກໍຕ້ອງຂຶ້ນຢູ່ກັບການດື່ມຂອງແຕ່ລະຄົນ ຫຼາຍໜ້ອຍ ຫຼື ຕໍ່ເນື່ອງດົນປານໃດ
ດື່ມແອລກໍຮໍແບບໃດ ຮ່າງກາຍເຕືອນວ່າບໍ່ໄຫວ
ປະລິມານແອລກໍຮໍທີ່ເຂົ້າສູ່ຮ່າງກາຍ (ມກ.%) ແລະ ອາການທີ່ເກີດຂຶ້ນ
- 30 ມກ.% ອາການທີ່ເກີດຂຶ້ນ ສະໜຸກສະໜານຮ່າເຣີງກວ່າປົກກະຕິ
- 50 ມກ.% ການເບິ່ງເຫັນແລະຄວາມສາມາດໃນການຄວບຄຸມຮ່າງກາຍລົດລົງ
- 100 ມກ.% ປວກຮາກ ຮາກ ເດີນເຊ ເວົ້າບໍ່ຮູ້ເລື່ອງ ການຕອບສະໜອງແລະຕັດສິນໃຈຊ້າລົງ
- 200 ມກ.% ສູນເສຍຄວາມຈຳບາງສ່ວນ ເສົ້າ ຄວບຄຸບອາລົມບໍ່ໄດ້
- 300 ມກ.% ເບິ່ງເຫັນບໍ່ແຈ້ງ ມືນງົງ ຄວບຄຸມສະຕິບໍ່ໄດ້ ຫາຍໃຈລຳບາກ ຫົວໃຈເຕັ້ນຜິດປົກກະຕິ
- 400 ມກ.% ຕາພ່າ ຂາດສະຕິໂດຍສົມບູນ ອາດເຖິງຂັ້ນເສຍຊີວິດ
ສຸຂະພາບດີເລີ່ມຈາກການເລືອກກິນ ເລືອກດື່ມ ສິ່ງດີໆ ເຂົ້າສູ່ຮ່າງກາຍ ສະນັ້ນການດື່ມແອລກໍຮໍເປັນປະຈຳໃນປະລິມານຫຼາຍ ແນ່ນອນຈະສົ່ງຜົນເສຍຕໍ່ຮ່າງກາຍໃນຫຼາຍດ້ານ
- ຕັບ ເກີດພາວະຕັບອັກເສບ ໄຂມັນພອກຕັບ ຫຼື ຕັບແຂງໃນໄລຍະຍາວ
- ສະໝອງແລະລະບົບປະສາດ ສະໝອງຝໍ ຄວາມຈຳເສື່ອມ ສະມາທິຫຼຸດລົງ ອາລົມແປປວນ ແລະ ອາດນຳໄປສູ່ພາວະຊຶມເສົ້າ
- ຫົວໃຈ ເຕັ້ນຜິດຈັງຫວະ ໃຈສັ່ນ ດື່ມຕໍ່ເນື່ອງຫຼາຍປີສ່ຽງເປັນໂລກກ້າມເນື້ອຫົວໃຈຜິດປົກກະຕິ
- ລະບົບຍ່ອຍອາຫານ ກະເພາະອາຫານອັກເສບ ມີບາດແຜໃນກະເພາະອາຫານ ແລະ ທ້ອງເສຍເລື້ອລັງ
- ຜິວພັນ ຜິວແຫ້ງ ຂາດນ້ຳ ເກີດສິວ ແລະ ຮິ້ວຮອຍກ່ອນໄວ
- ລະບົບພູມິຄຸ້ມກັນ ພູມິຄຸ້ມກັນອ່ອນແອ ສ່ຽງຕິດເຊື້ອງ່າຍຂຶ້ນ
- ນ້ຳໜັກຕົວ ແຄໂລຣີ່ຈາກແອລກໍຮໍເຮັດໃຫ້ທ້ອງປ່ອງ ແລະ ນ້ຳໜັກເພີ່ມ
- ສຸຂະພາບຈິດ ວິຕົກກັງວົນ ນອນບໍ່ຫຼັບ ແລະ ອາດພຶ່ງພາແອລກໍຮໍຈົນຕິດ
ການດື່ມແອລກໍຮໍບໍ່ພຽງກະທົບຮ່າງກາຍ ຍັງສົ່ງຜົນກະທົບດ້ານອື່ນດ້ວຍ ບໍ່ວ່າຈະເປັນຄ່າໃຊ້ຈ່າຍຈາກການດື່ມສະສົມເປັນຈຳນວນຫຼາຍ ບັນຫາຄອບຄົວ ການເຮັດວຽກ ປະສິດທິພາບລົດລົງ ຂາດສະມາທິ ແລະ ອາດກະທົບຕໍ່ໜ້າທີ່ການງານ ຍິ່ງໄປກວ່ານັ້ນ ການດື່ມສ່ຽງຕໍ່ອຸບັດຕິເຫດ ການຂັບຂີ່ໃນຂະນະມືນເມົາ ຫຼື ພຶດຕິກຳສ່ຽງ
ຫຼຸດການດື່ມ 4 ອາທິດ ຮ່າງກາຍປ່ຽນແປງດີຂຶ້ນໄດ້
ເມື່ອລອງ “ງົດແອລກໍຮໍ” ພຽງ 1 ເດືອນ ຫຼື 4 ອາທິດ ຈະເລີ່ມສັງເກດເຫັນຄວາມປ່ຽນແປງໃນທາງທີ່ດີຢ່າງຊັດເຈນ ທັງທາງ “ຮ່າງກາຍ” ແລະ “ຈິດໃຈ” ແລະ ຫາກເຮັດຕໍ່ເນື່ອງຈົນຄົບ 3 ເດືອນ ການຟື້ນຟູຈະຍິ່ງເລິກເຖິງລະດັບເຊລ ນີ້ຄືສິ່ງທີ່ຮ່າງກາຍກຳລັງເກີດຂຶ້ນ ການປ່ຽນແປງທີ່ສັງເກດໄດ້ອາດແຕກຕ່າງກັນໄປຕາມປະລິມານ ແລະ ໄລຍະເວລາທີ່ເຄີຍດື່ມ ແຕ່ໂດຍທົ່ວໄປມີດັ່ງນີ້
ອາທິດທີ 1 ຫຼັງງົດດື່ມແອລກໍຮໍ
- ຮ່າງກາຍເລີ່ມປັບຕົວນອນຫຼັບດີຂຶ້ນ ຮູບແບບການນອນເລີ່ມເປັນປົກກະຕິ
- ການຕັດສິນໃຈທີ່ດີຂຶ້ນ ຄວາມຄິດສ້າງສັນດີຂຶ້ນ
- ຮ່າງກາຍບໍ່ຂາດນ້ຳ ເຈັບຫົວນ້ອຍລົງ ບໍ່ຮູ້ສຶກເຫນື່ອຍລ້າ
ອາທິດທີ 2 ຫຼັງງົດດື່ມແອລກໍຮໍ
- ອາການກົດໄຫຼຍ້ອນນ້ອຍລົງ
- ເຍື່ອບຸກະເພາະອາຫານໄດ້ຮັບການຟື້ນຟູ
- ການຜະລິດກົດໃນກະເພາະອາຫານເລີ່ມສົມດຸນຫຼາຍຂຶ້ນ
ອາທິດທີ 3 ຫຼັງງົດດື່ມແອລກໍຮໍ
- ຄວາມດັນໂລຫິດກັບມາເປັນປົກກະຕິ
- ຫຼຸດຄວາມສ່ຽງຂອງໂລກຫຼອດເລືອດສະໝອງແລະບັນຫາຫົວໃຈ
- ການເຮັດວຽກຂອງໄຕດີຂຶ້ນ
ອາທິດທີ 4 ຫຼັງງົດດື່ມແອລກໍຮໍ
- ຜິວດີຂຶ້ນ ຜິວມີຄວາມຊຸ່ມຊື້ນ
- ການເຮັດວຽກຂອງຕັບຈະຟື້ນຕົວ
- ການໝູນວຽນຂອງເຊລດີຂຶ້ນ
ຜ່ານມາ 1 ເດືອນ ສຸຂະພາບທີ່ດີຈະຄ່ອຍໆ ເກີດຂຶ້ນ ແລະ ຫາກເຮັດຕໍ່ໄປອີກແນ່ນອນວ່າຕ້ອງດີຂຶ້ນໄປອີກໃນຫຼາຍໆ ດ້ານ ດັ່ງນີ້
ຜິວພັນເປ່ງປັ່ງຂຶ້ນ ເພາະຮ່າງກາຍໄດ້ພັກ
- ການຂັບສານພິດດີຂຶ້ນ ເມື່ອບໍ່ມີແອລກໍຮໍ ຮ່າງກາຍບໍ່ຕ້ອງເຮັດວຽກໜັກໃນການກຳຈັດສານພິດ ຜ່ານຕັບແລະໄຕ
- ຜິວບໍ່ແຫ້ງ (ຫຼຸດພາວະຂາດນ້ຳ) ແອລກໍຮໍດຶງນ້ຳອອກຈາກຮ່າງກາຍ ເຮັດໃຫ້ຜິວຂາດຄວາມຊຸ່ມຊື້ນ ງົດດື່ມແລ້ວ ຜິວຈະກັບມານຸ່ມ ເດັ້ງ ມີຊີວິດຊີວາ
- ຫຼຸດການອັກເສບຂອງຜິວ ສິວ ຜິວແດງ ຫຼື ບັນຫາຜິວອັກເສບຈະດີຂຶ້ນ ເພາະບໍ່ມີຕົວກະຕຸ້ນຈາກແອລກໍຮໍ
- ການດື່ມແອລກໍຮໍຢ່າງຕໍ່ເນື່ອງສາມາດທຳລາຍຄໍລໍເຈນ ແລະ ອີລາສຕິນໃນຜິວ ຊຶ່ງເປັນສ່ວນສຳຄັນທີ່ເຮັດໃຫ້ຜິວດູອ່ອນຍາວແລະຍືດຫຍຸ່ນ ການງົດແອລກໍຮໍຊ່ວຍປ້ອງກັນການເສື່ອມສະພາບຂອງໂປຼຕີນເຫຼົ່ານີ້ ເຮັດໃຫ້ຜິວມີຄວາມກະຊັບ
ສະໝອງປອດໂປ່ງ ອາລົມດີ ມີຄວາມສຸກຫຼາຍຂຶ້ນ
- ສະໝອງຄິດໄດ້ຊັດເຈນຂຶ້ນ ການງົດແອລກໍຮໍຊ່ວຍໃຫ້ການຄິດ ການຈົດຈຳ ແລະ ສະມາທິດີຂຶ້ນ
- ຫຼຸດອາການຊຶມເສົ້າແລະຄວາມຄຽດ ຫຼາຍຄົນເຂົ້າໃຈຜິດວ່າເຫຼົ້າຊ່ວຍຄາຍເຄັ່ງ ແຕ່ຈິງໆ ແລ້ວມັນເຮັດໃຫ້ພາວະຊຶມເສົ້າແລະຄວາມວິຕົກກັງວົນຮ້າຍແຮງຂຶ້ນ ງົດດື່ມແລ້ວໃຈຈະເບົາແລະສະບາຍຫຼາຍຂຶ້ນ
- ຫຼັບດີຂຶ້ນ ຕື່ນບໍ່ເພຍ ເຖິງແມ່ນເຫຼົ້າເຮັດໃຫ້ຫຼັບງ່າຍ ແຕ່ເປັນການຫຼັບທີ່ບໍ່ເລິກ ພໍຕື່ນຂຶ້ນມາຈະຍັງຮູ້ສຶກອ່ອນເພຍ ງົດດື່ມແລ້ວຈະໄດ້ຫຼັບແບບໄດ້ພັກແທ້ໆ
- ແອລກໍຮໍສາມາດສ້າງວົງຈອນຂອງຄວາມຄຽດແລະຄວາມວິຕົກກັງວົນ ເນື່ອງຈາກເປັນສານກະຕຸ້ນທີ່ເຮັດໃຫ້ເກີດຄວາມບໍ່ສົມດຸນໃນສານເຄມີຂອງສະໝອງ ການເລີກດື່ມແອລກໍຮໍຊ່ວຍຫຼຸດຄວາມຄຽດແລະຄວາມວິຕົກກັງວົນໃນໄລຍະຍາວໄດ້
- ຄວາມສຳພັນກັບຄົນຮອບຕົວດີຂຶ້ນ ເມື່ອຄວບຄຸມອາລົມໄດ້ດີຂຶ້ນ ຈະສື່ສານກັບຄົນໃກ້ຊິດໄດ້ດີ ບໍ່ແມ່ນແຕ່ຜິວທີ່ດີຂຶ້ນ ແຕ່ “ໃຈ” ກໍດີຂຶ້ນດ້ວຍ
ຮູບຮ່າງດີ ນ້ຳໜັກລົດລົງໄດ້ແບບບໍ່ຝືນ
ການງົດດື່ມແອລກໍຮໍ ມີຜົນດີຕໍ່ນ້ຳໜັກລວມເຖິງສຸຂະພາບໂດຍລວມ ຕັ້ງແຕ່ການຫຼຸດປະລິມານເຄລໂລຣີ່ທີ່ໄດ້ຮັບ ປັບປຸງການເຜົາຜານ ແລະ ຫຼຸດການສະສົມໄຂມັນ
ແອລກໍຮໍເຕັມໄປດ້ວຍເຄລໂລຣີ່ທີ່ຮ່າງກາຍໃຊ້ປະໂຫຍດບໍ່ໄດ້ ສະນັ້ນເລີກດື່ມ ລະບົບຍ່ອຍແລະການເຜົາຜານຈະກັບມາເຮັດວຽກດີຂຶ້ນ ນ້ຳຕານຫຼຸດລົງ ໜ້ອງທ້ອງຍຸບ ໄຂມັນສະສົມລົດລົງ ລະບົບຮໍໂມນໂດຍສະເພາະຮໍໂມນເພດຊາຍ/ຍິງສົມດຸນຫຼາຍຂຶ້ນ
ສຸດທ້າຍ ເຄື່ອງດື່ມແອລກໍຮໍບໍ່ແມ່ນແຕ່ເຮັດໃຫ້ມືນເມົາພຽງຊົ່ວຄາວ ແຕ່ຍັງເປັນຕົ້ນເຫດສຳຄັນຂອງການເຈັບປ່ວຍ ແລະ ການເສຍຊີວິດຈາກໂລກຊ້ຳເຮືືອຈຳນວນຫຼາຍ ທັງໃນໄລຍະສັ້ນ ແລະ ຜົນສະສົມໄລຍະຍາວ ໂດຍສະເພາະຫາກດື່ມເປັນປະຈຳຫຼືມີພາວະ “ຕິດເຫຼົ້າ” ລະບົບສຳຄັນຂອງຮ່າງກາຍຈະຄ່ອຍໆ ເສື່ອມລົງຢ່າງຫຼີກລ່ຽງບໍ່ໄດ້
ແອລກໍຮໍຈຶ່ງບໍ່ແມ່ນແຕ່ “ເຄື່ອງດື່ມເພື່ອສັງສັນ” ແຕ່ຄືສິ່ງທີ່ຄ່ອຍໆ ບັ່ນທອນສຸຂະພາບແບບມິດໆ ຈົນກວ່າຈະສາຍເກີນໄປ ຫາກເລີ່ມຫຼຸດ ລະ ເລີກ ໄດ້ມື້ນີ້ ຄືການໃຫ້ໂອກາດຮ່າງກາຍໄດ້ກັບມາຟື້ນຟູຕົວເອງຢ່າງແທ້ຈິງ
ການເລີກແອລກໍຮໍບໍ່ແມ່ນແຕ່ເລື່ອງຂອງ “ບໍ່ດື່ມ” ແຕ່ຄືການໃຫ້ໂອກາດຮ່າງກາຍແລະຈິດໃຈໄດ້ “ຟື້ນຄືນ” ກັບມາເປັນເວີຊັນທີ່ດີຂຶ້ນ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














