_cover - 2025-07-03T161732.503
ຍີ່ປຸ່ນກຽມພ້ອມຮັບມື "Megaquake" ເປີດເຜີຍແຜນໃຊ້ AI ຫຼຸດຜູ້ເສຍຊີວິດສູງສຸດ 300,000 ຄົນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 3 July, 2025
ໝວດ: ຂ່າວ

ລັດຖະບານຍີ່ປຸ່ນກຳລັງຍົກລະດັບແຜນຮັບມືໄພພິບັດດ້ວຍການປະສົມປະສານລວມເທັກໂນໂລຍີທັນສະໄໝແລະປັນຍາປະດິດ AI ເພື່ອກຽມພ້ອມຮັບມືກັບແຜ່ນດິນໄຫວຄັ້ງໃຫຍ່ (Megaquake)

 

ທີ່ຄາດການວ່າຈະເກີດຂຶ້ນໃນຮ່ອງນ້ຳນັນໄກ (Nankai Trough) ໂດຍມີເປົ້າໝາຍຫຼຸດຈຳນວນຜູ້ເສຍຊີວິດທີ່ອາດສູງເຖິງ 298,000 ຄົນ ແລະ ຄວາມເສຍຫາຍທາງເສດຖະກິດທີ່ປະເມີນໄວ້ເຖິງ 2 ລ້ານລ້ານໂດລາສະຫະລັດ

 

ແຜ່ນດິນໄຫວຄັ້ງໃຫຍ່ທີ່ຮ່ອງນ້ຳນັນໄກ (Nankai Trough)

 

ເນື່ອງຈາກຄະນະກຳມະການຂອງລັດຖະບານຍີ່ປຸ່ນລະບຸວ່າ ປັດຈຸບັນໂອກາດເກີດແຜ່ນດິນໄຫວຂະໜາດ 7 ໂມເມັນແມກນິຈູດ (Mw) ຫຼື ສູງກວ່າໃນຮ່ອງນ້ຳນັນໄກທີ່ຈາກເດີມຢູ່ທີ 75% ສູງຂຶ້ນເປັນ 82% ລັດຖະບານຍີ່ປຸ່ນຈຶ່ງເລັ່ງປັບປຸງແຜນຮັບມືແຜ່ນດິນໄຫວສະບັບປີ 2014 ໂດຍຄຳນຶງວ່າແຜນເດີມອາດຫຼຸດອັດຕາການເສຍຊີວິດໄດ້ພຽງ 20% ເທົ່ານັ້ນ

 

ຈາກການປະມານການຄວາມເສຍຫາຍສະບັບໃໝ່ທີ່ເຜີຍແພ່ເມື່ອເດືອນມີນາທີ່ຜ່ານມາ ລະບຸວ່າໃນກໍລະນີທີ່ຮ້າຍແຮງທີ່ສຸດ ແຜ່ນດິນໄຫວໃນຮ່ອງນັນໄກອາດພາກຊີວິດຜູ້ຄົນໄດ້ເຖິງ 298,000 ຄົນ ແລະ ທຳລາຍອາຄານກວ່າ 2.35 ລ້ານຫຼັງ ຊຶ່ງສະແດງໃຫ້ເຫັນເຖິງຄວາມຈຳເປັນເລັ່ງດ່ວນໃນການກຽມພ້ອມຮັບມື

 

ແຜນກົນລະຍຸດທີ່ອາດມີການປັບປຸງໃໝ່ຂອງລັດຖະບານຍີ່ປຸ່ນ

 

ສືບເນື່ອງຈາກແຜນປີ 2014 ແຜນກົນລະຍຸດທີ່ອາດມີການປັບປຸງໃໝ່ທີ່ມຸ່ງເນັ້ນການລົງທຶນໃນໂຄງສ້າງພື້ນຖານອັດສະລິຍະ ແລະ ການໃຊ້ເທັກໂນໂລຍີເພື່ອເພີ່ມປະສິດທິພາບໃນການຮັບມືໄພພິບັດ ເນື່ອງຈາກເທັກໂນໂລຍີທີ່ກ້າວໜ້າໃນປັດຈຸບັນ ບໍ່ວ່າຈະເປັນ AI ຫຼື ລະບົບໂທລະຄົມມະນາຄົມທີ່ດີຫຼາຍຍິ່ງຂຶ້ນ ເຊັ່ນ:

 

– ລະບົບເຕືອນໄພລ່ວງໜ້າແບບຣຽລໄທມ໌ ທີ່ເປັນການພັດທະນາລະບົບເຊັນເຊີແຜ່ນດິນໄຫວ ແລະ ສຶນາມິທີ່ເຊື່ອມໂຍງກັບເຄືອຂ່າຍປັນຍາປະດິດ AI ຈະຊ່ວຍໃຫ້ສາມາດສົ່ງການແຈ້ງເຕືອນໄປຍັງປະຊາຊົນ ແລະ ຫນ່ວຍງານສຸກເສີນໄດ້ໄວຍິ່ງຂຶ້ນ ຫຼຸດເວລາຕອບສະໜອງແລະເພີ່ມໂອກາດໃນການອົບພະຍົບ

 

– ໃຊ້ແພລດຟອມການຈັດການໄພພິບັດທີ່ຂັບເຄື່ອນດ້ວຍຂໍ້ມູນ ໂດຍການນຳ AI ມາໃຊ້ໃນການວິເຄາະຂໍ້ມູນການເກີດແຜ່ນດິນໄຫວ ຮູບແບບການອົບພະຍົບ ແລະ ການກະຈາຍຊັບພະຍາກອນ ເພື່ອວາງແຜນ ແລະ ຈັດການສະຖານການສຸກເສີນໄດ້ຢ່າງມີປະສິດທິພາບສູງສຸດ

 

– ການໃຊ້ເທັກໂນໂລຍີຈຳລອງສະຖານການ ແລະ ຝຶກຊ້ອມປະຊາຊົນ ຜ່ານການໃຊ້ເທັກໂນໂລຍີສະເຫມືອນຈິງ VR ແລະ AR ໃນການຝຶກຊ້ອມຮັບມືໄພພິບັດ ເພື່ອໃຫ້ປະຊາຊົນ ແລະ ເຈົ້າໜ້າທີ່ສາມາດຊ້ອມຮັບມືສະຖານການຈິງໄດ້ຢ່າງສົມຈິງ ແລະ ປອດໄພຫຼາຍຂຶ້ນ

 

ທັງນີ້ນາຍົກລັດຖະມົນຕີ ຊິເງຣຸ ອິຊິບະ ໄດ້ກ່າວເນັ້ນຍ້ຳເຖິງຄວາມສຳຄັນຂອງການເຮັດວຽກຮ່ວມກັນຂອງທຸກພາກສ່ວນ ທັງພາກລັດ ພາກເອກະຊົນ ແລະ ອົງການບໍ່ສະແຫວງຫາຜົນກຳໄລ ເພື່ອຊ່ວຍຊີວິດຜູ້ຄົນໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້ ໂດຍມີເປົ້າໝາຍຫຼຸດຈຳນວນຜູ້ເສຍຊີວິດລົງ 80% ແລະ ຈຳນວນບ້ານເຮືອນທີ່ຖືກທຳລາຍລົງ 50% ໃນກໍລະນີທີ່ເກີດແຜ່ນດິນໄຫວຮ່ອງນ້ຳນັນໄກ

 

ຍີ່ປຸ່ນ ຊຶ່ງຕັ້ງຢູ່ໃນເຂດທີ່ມີຄວາມສ່ຽງຕໍ່ແຜ່ນດິນໄຫວສູງທີ່ສຸດໃນໂລກ ໄດ້ຮຽນຮູ້ຈາກບົດຮຽນໃນອະດີດ ລວມເຖິງເຫດການແຜ່ນດິນໄຫວຄັ້ງໃຫຍ່ໃນປີ 1946 ແລະ “ເມກະແຜ່ນດິນໄຫວ” ໃຕ້ທະເລເມື່ອປີ 2011 ທີ່ເຮັດໃຫ້ເກີດສຶນາມິ ແລະ ວິກິດການນິວເຄລຍ ດ້ວຍການນຳເທັກໂນໂລຍີ ແລະ ນະວັດຕະກຳມາປະຍຸກໃຊ້ ຍີ່ປຸ່ນກຳລັງສ້າງມາດຕະຖານໃໝ່ໃນການກຽມພ້ອມຮັບມືໄພພິບັດທຳມະຊາດລະດັບໂລກ

 

ເພື່ອບັນລຸເປົ້າໝາຍເຫຼົ່ານີ້ ລັດຖະບານຈະມຸ່ງເນັ້ນໄປທີ່ການເສີມຄວາມແຂງແກ່ງໃຫ້ກັບໂຄງສ້າງພື້ນຖານທົ່ວປະເທດ ໂດຍສະເພາະຢ່າງຍິ່ງໃນພື້ນທີ່ທີ່ສ່ຽງຕໍ່ການສັ່ນສະເທືອນຮຸນແຮງ ຫຼື ຄື່ນສຶນາມິສູງ ພາຍໃນທົດສະວັດໜ້າ

 

ບ້ານເຮືອນທຸກຫຼັງໃນພື້ນທີ່ສ່ຽງຈະໄດ້ຮັບການປັບປຸງໃຫ້ສາມາດຕ້ານທານແຜ່ນດິນໄຫວໄດ້ຢ່າງພຽງພໍ ນອກຈາກນີ້ ລັດຖະບານຍັງຈະດຳເນີນການກຽມຄວາມພ້ອມສຳລັບສູນພັກພິງອົບພະຍົບໃຫ້ມີປະສິດທິພາບຫຼາຍຍິ່ງຂຶ້ນ

 

ແຜນພື້ນຖານນີ້ຍັງໄດ້ລະບຸເປົ້າໝາຍທາງຕົວເລກກວ່າ 200 ລາຍການສຳລັບມາດຕະການຕ່າງໆ ທີ່ລັດຖະບານຈະດຳເນີນການ ແລະ ຈະມີການຕິດຕາມຄວາມຄືບໜ້າຂອງມາດຕະການເຫຼົ່ານີ້ເປັນປະຈຳທຸກປີ

 

ເພື່ອໃຫ້ມັ່ນໃຈວ່າການດຳເນີນງານເປັນໄປຕາມແຜນທີ່ວາງໄວ້ ແລະ ຈະມີການສະໜັບສະໜູນຄວາມພະຍາຍາມໃນລະດັບພູມິພາກຢ່າງຕໍ່ເນື່ອງ ເພື່ອໃຫ້ຍີ່ປຸ່ນສາມາດຮັບມືກັບໄພພິບັດທາງທຳມະຊາດໄດ້ຢ່າງມີປະສິດທິພາບ ແລະ ຫຼຸດຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນໃຫ້ໄດ້ຫຼາຍທີ່ສຸດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 11 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.83
685.96
european-union
EUR
24,220
24,704
china
CNY
2,949
3,008
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (23)
ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025
site cover1 - 2025-09-11T095812.728
ເບິ່ງສະເປັກແລະຟີເຈີ iPhone 17 Series ທຸກລຸ້ນ ຄົບຈົບໃນທີ່ດຽວ
pele - 2025-09-11T095635.506
ຊຽງຂວາງ ຫວັງສູ້ຊົນບໍ່ໃຫ້ຫຼຸດ 9 ຫຼຽນຄຳໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane (22)
ເບິ່ງດວງການງານ-ເງິນ ແລະ ຄວາມຮັກຄົບຈົບປະຈຳວັນທີ 11 ກັນຍາ 2025 ໄດ້ແລ້ວ
pele - 2025-09-11T092539.365
ໄດ້ປັບຂຶ້ນລາຄານ້ຳມັນກາຊວນ ແຕ່ແອັດຊັງປັບລົງ ເລີ່ມປະຕິບັດແລ້ວແຕ່ເວລາ 06:00 ໂມງຂອງມື້ນີ້
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
jane (18)
ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນ ສ.ປ ຈີນ
jane (17)
ເຄັດລັບກຳຈັດເຊື້ອຣາ ຮ່ອງຢາເເນວໃນຫ້ອງນ້ຳ ໃຊ້ພຽງແຕ່ 2 ສ່ວນປະສົມງ່າຍໆ ດີກວ່າໃຊ່ສານຟອກຂາວ
ຢ່າລື່ມກົດຕິດຕາມ