_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 4 July, 2025
ໝວດ: ຂ່າວ

ພາກັນແຕກຕື່ນ!!! ຖ້ຽວບິນຊຽງໄຮ້-ໂຕກຽວດິ່ງລົງຢ່າງກະທັນຫັນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ!

 

ເຈແປນແອລໄລນ໌ຢືນຢັນເຫດຂັດຂ້ອງລະບົບປັບຄວາມດັນ ຕ້ອງລົງຈອດສຸກເສີນທີ່ຄັນໄຊ 191 ຊີວິດປອດໄພ ສື່ມວນຊົນຍີ່ປຸ່ນລາຍງານ 1 ກໍລະກົດ 2025 ເມື່ອຄືນມື້ວັນຈັນ 


ອ້າງຂໍ້ມູນຈາກສຳນັກງານການບິນພົນລະເຮືອນໂອຊາກ້າ ວ່າຖ້ຽວບິນ JL8696/IJ004 ຖ້ຽວບິນສາຍການບິນສະປະຣິງແອລໄລນ໌ 


ເຊິ່ງເປັນບໍລິສັດສາຍການບິນໃນເຄື່ອເຈແປນແອລໄລນ໌ ລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ

ຖ້ຽວບິນຈາກຊຽງໄຮ້ໄປສະໜາມບິນນາຣິຕະຂອງໂຕກຽວ ປະສົບເຫດການທີ່ໜ້າສັ່ນສະເທືອນ

 

ເມື່ອເຄື່ອງບິນລົດລະດັບລົງຢ່າງໄວຈາກລະດັບຄວາມສູງປະມານ 11,000 ແມັດເຫຼືອປະມານ 3,200 ແມັດພາຍໃນເວລາປະມານ 10 ນາທີ ຜູ້ໂດຍສານໄດ້ຮັບແຈ້ງໃຫ້ສວມໜ້າກາກອອກຊິເຈນລະຫວ່າງການລົງຈອດສຸກເສີນ

 

ລາຍງານລະບຸວ່າຜູ້ໂດຍສານແລະລູກເຮືອທັງໝົດ 191 ຄົນປອດໄພດີ ສາຍການບິນເຈແປນແອລໄລນ໌ຢືນຢັນກັບໂກລບອນໄທມສ໌ເມື່ອວັນອັງຄານວ່າ ເຄື່ອງບິນທີ່ເກີດເຫດເປັນຂອງສະປະຣິງແອລໄລນ໌ເຈແປນ ບໍລິສັດມີສາຍການບິນເຈແປນແອລໄລນ໌ເປັນຜູ້ຖືຫຸ້ນລາຍໃຫຍ່ທີ່ສຸດ

 

ດ້ານກຽວໂດນິວສ໌ ລາຍງານວ່າມີການແຈ້ງເຕືອນທີ່ບົ່ງຊີ້ເຖິງຄວາມຜິດປົກກະຕິໃນລະບົບປັບຄວາມດັນຂອງເຄື່ອງບິນ ເຊິ່ງເຮັດໜ້າທີ່ຮັກສາຄວາມດັນໃນຫ້ອງໂດຍສານ ນັກບິນສົງໄສວ່າອາດມີຄວາມດັນໃນຫ້ອງໂດຍສານຫຼຸດລົງ ຈຶ່ງແຈ້ງເຫດສຸກເສີນຕໍ່ສູນຄວບຄຸມການຈະລາຈອນທາງອາກາດ ແລະ ປ່ຽນເສັ້ນທາງການບິນໄປທີ່ສະໜາມບິນຄັນໄຊ

 

ຜູ້ໃຊ້ໂຊຊຽວມີເດຍຊື່ Cyue ໂພສວ່າເຄື່ອງບິນຈະເລີ່ມລົດລະດັບຢ່າງໄວກວ່າ 8,000 ແມັດ ເມື່ອເວລາປະມານ 18.40 ໂມງ ຫຼັງຈາກລົດລະດັບລົງໄດ້ປະມານ 10 ນາທີ ລູກເຮືອຄົນຫນຶ່ງປະກາດຜ່ານລະບົບອິນເຕີຄອມວ່າຈຳເປັນຕ້ອງລົດລະດັບລົງສຸກເສີນ

 

ສະຖານະການໃນເຄື່ອງບິນເຮັດໃຫ້ບັນຍາກາດຕຶງຄັດ ຜູ້ໂດຍສານຕ້ອງພຶ່ງພາໜ້າກາກອອກຊິເຈນເພື່ອຊ່ວຍຫາຍໃຈ ຜູ້ໂດຍສານບາງຄົນເຖິງກັບຂຽນຈົດໝາຍອຳລາ

 

ນາງຫວາງ ຜູ້ໂດຍສານຄົນຫນຶ່ງເລົ່າວ່າໃນຕອນທຳອິດນາງບໍ່ໄດ້ຄຳນຶງເຖິງຄວາມຮຸນແຮງຂອງສະຖານະການດັ່ງກ່າວ ຈົນສັງເກດເຫັນຄວາມເລັ່ງດ່ວນຂອງເຈົ້າໜ້າທີ່ຕ້ອນຮັບໃນເຄື່ອງບິນ ເຊິ່ງເຮັດໃຫ້ນາງຮູ້ສຶກກັງວົນຫຼາຍ ໂດຍສະເພາະຢ່າງຍິ່ງເມື່ອເຫັນເດັກນ້ອຍໄຫ້ໃນເຄື່ອງບິນ

 

ນາງຫວາງບັນຍາຍເຖິງຄວາມມິດງຽບທີ່ໜ້າວິຕົກກັງວົນພາຍໃນເຄື່ອງບິນຫຼັງຈາກທີ່ໜ້າກາກອອກຊິເຈນຖືກເປີດອອກ

 

 

ຢ່າງໃດກໍ່ຕາມ ຖ້ຽວບິນດັ່ງກ່າວເຊິ່ງມີຜູ້ໂດຍສານແລະລູກເຮືອລວມ 191 ຄົນ ສາມາດລົງຈອດສຸກເສີນທີ່ສະໜາມບິນຄັນໄຊ ໂດຍທັງໝົດບໍ່ໄດ້ຮັບບາດເຈັບຫຼືບໍ່ສະບາຍໃດໆ

 

ຂະນະນີ້ລາຍງານລະບຸວ່າສາເຫດຂອງບັນຫາຢູ່ລະຫວ່າງການສອບສວນ, ຕໍ່ມາສາຍການບິນໄດ້ສະເໜີຄ່າຊົດເຊີຍການເດີນທາງເປັນເງິນ 15,000 ເຢນ (93 ໂດລາ) ແລະ ຈັດທີ່ພັກໃຫ້ຫນຶ່ງຄືນດ້ວຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 28 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,513
21,790
thailand (1)
THB
660.40
670.57
european-union
EUR
24,065
24,547
china
CNY
2,912
2,970
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-08-28T160506.879
ແຈ້ງປິດການສັນຈອນຊົ່ວຄາວ ຖະໜົນ ໄກສອນພົມວິຫານ (ຈຸດສີ່ແຍກໄຟແດງ 450 ປີ) ແລະ ຖະໜົນ 13 ໃຕ້ (ຈຸດໜ້າສະໜາມກິລາ ຫຼັກ 16) ນະຄອນຫຼວງວຽງຈັນ
pele - 2025-08-28T161113.446
ຫຼາຍປັດໄຈທີ່ເຮັດໃຫ້ຂີ້ເຫຍື້ອຕົກຄ້າງຫຼາຍໃນ ນະຄອນຫຼວງວຽງຈັນ
_cover - 2025-08-28T145510.515
"ຂົວສູງທີ່ສຸດໃນໂລກ" ໃນປະເທດຈີນ ທົດສອບຮັບນ້ຳໜັກລົດບັນທຸກ 3,000 ກວ່າໂຕນໄດ້ສຳເລັດ
pele - 2025-08-28T144728.651
6 ເດືອນຕົ້ນປີ ອຄ ເຊກອງ ສາມາດສົ່ງອອກສິນຄ້າ 121,16 ລ້ານໂດລາ
site cover1 (94)
ນັກວິທະຍາສາດພົບວິທີສ້າງ 'ແຜງໂຊລາແບບໃໝ່' ທີ່ເຮັດວຽກໄດ້ເຖິງບໍ່ມີແດດ ແຮງກວ່າເກົ່າ 15 ເທົ່າ
_cover - 2025-08-28T140646.312
ນັກວິທະຍາສາດຈີນສ້າງພືດເຮືອງແສງ ຊາກໄຟດ້ວຍແສງແດດເປີດທາງສູ່ແສງສະຫວ່າງແບບຍືນຍົງໃນອະນາຄົດ
pele - 2025-08-28T141436.552
ງານມະຫາກຳການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 14 ໄດ້ໄຂຂຶ້ນຢ່າງເປັນທາງການ
site cover1 (92)
AI ຮັບສາຍແທນຄົນ ຊ່ວຍຕຳຫຼວດສະຫະລັດກັ່ນຕອງເຫດການສຸກເສີນ
_cover - 2025-08-26T163021.627
ອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນສິງຫາ 2025 ຫຼຸດລົງ 0.3%
_cover - 2025-08-28T094056.923
ພະຍຸຄາຈິກິຖະຫຼົ່ມຫວຽດນາມ! ເຮືອນເສຍຫາຍ 8 ພັນກວ່າຫຼັງ ເສຍຊີວິດອີກ 7 ຄົນ
ຢ່າລື່ມກົດຕິດຕາມ