_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 4 July, 2025

ເຈົ້າໜ້າທີ່ສະຫະລັດເປີດເຜີຍວ່າ ມີຜູ້ສູນຫາຍ 7 ຄົນ ຫຼັງຈາກເກີດໄຟໄໝ້ ແລະ ລະເບີດຮຸນແຮງທີ່ໂຮງງານດອກໄມ້ໄຟທາງດ້ານການຄ້າແຫ່ງໜຶ່ງໃນເຂດຊົນນະບົດທາງຕອນເໜືອຂອງລັດແຄລິຟໍເນຍ

 

ພາບທາງອາກາດຈາກສະຖານີໂທລະທັດທ້ອງຖິ່ນ ສະແດງໃຫ້ເຫັນອາຄານຂະໜາດໃຫຍ່ທີ່ຄ້າຍຄືໂກດັງລະເບີດເປັນຊິ້ນສ່ວນເລັກຊິ້ນນ້ອຍໆ

 

ເມື່ອແລງວັນອັງຄານ 1 ກໍລະກົດ 2025 ຕາມເວລາທ້ອງຖິ່ນ ໂດຍມີລູກໄຟຂະໜາດໃຫຍ່ຈາກການລະເບີດດັງສົ່ງແສງສະຫວ່າງໄປທົ່ວບໍລິເວນຊຸມຊົນເອສປາໂຕ ໃນເຂດໂຍໂລເຄົາຕີ້ ເຊິ່ງຢູ່ຫ່າງຈາກເມືອງຊາກາເມນໂຕເມືອງຫຼວງຂອງລັດແຄລິຟໍເນຍ ໄປທາງຕະວັນຕົກປະມານ 64 ກມ.

 

ການລະເບີດຍັງສົ່ງຜົນໃຫ້ເກີດກຸ່ມຄວັນດຳ ຕາມມາດ້ວຍການລະເບີດນ້ອຍໆ ອີກຫຼາຍສິບຄັ້ງໃນທ້ອງຟ້າເຫນືອພື້ນທີ່ດັ່ງກ່າວ ເຊິ່ງຄາດວ່າເກີດຈາກດອກໄມ້ໄຟທີ່ເກັບໄວ້ໃນໂຮງງານ

 

ເປວໄຟລຸກລາມຈາກການລະເບີດດັ່ງກ່າວໄດ້ເຜົາພືດໃນບໍລິເວນອ້ອມຮອບ ໂດຍພື້ນທີ່ປະມານ 197 ໄຮ່ ໃນເບື້ອງຕົ້ນພົບຜູ້ໄດ້ຮັບບາດເຈັບ 2 ຄົນ ທີ່ໄດ້ຮັບການຮັກສາ ແລະ ມີຜູ້ສູນຫາຍອີກ 7 ຄົນ

 

ທ່ານເຄີທິສ ລໍເຣັນສ໌ ຫົວໜ້າສຳນັກງານດັບເພີງຂອງເຂດປ້ອງກັນອັກຄີໄພເອສປາໂຕ ກ່າວວ່າ ສາເຫດຂອງເຫດການເກີດຂຶ້ນສາມວັນກ່ອນການລະເຫຼີມສະຫລອງວັນປະກາດເອກະລາດຂອງສະຫະລັດໃນວັນທີ 4 ກໍລະກົດ ເຊິ່ງໂດຍປົກກະຕິຈະມີການຈຸດດອກໄມ້ໄຟ ຢູ່ລະຫວ່າງການສອບສວນຂອງສຳນັກງານຜູ້ບັງຄັບການດັບເພີງຂອງລັດ

 

ເຈົ້າໜ້າທີ່ກ່າວວ່າ ນັກດັບເພີງແລະເຈົ້າໜ້າທີ່ຮັບມືເຫດສຸກເສີນອື່ນໆ ກຳລັງຮັກສາໄລຍະຫ່າງທີ່ປອດໄພຈາກສະຖານທີ່ເກີດເຫດ ຂະນະທີ່ທີມງານຍັງຄົງປະເມີນຄວາມສ່ຽງທີ່ເກີດຂຶ້ນຈາກດອກໄມ້ໄຟ ເຊິ່ງຍັງຄົງເກີດການປະທຸຂຶ້ນເປັນລະຍະໆ ຈົນເຖິງແລງວັນພຸດ

 

ລໍເຣັນສ໌ກ່າວວ່າ ທີມຕ່າງໆ ກຳລັງບິນໂດຣນ ແລະ ເຄື່ອງບິນເໜືອພື້ນທີ່ເພື່ອຄົ້ນຫາຜູ້ສູນຫາຍແລະຕິດຕາມອັນຕະລາຍທີ່ຍັງຄົງຫລົງເຫຼືອຢູ່

 

ເຈົ້າໜ້າທີ່ປະຕິເສດທີ່ຈະເປີດເຜີຍວ່າຜູ້ສູນຫາຍເປັນພະນັກງານຂອງໂຮງງານ ຫຼື ຜູ້ເຫັນເຫດການ ແຕ່ເຈົ້າຫນ້າທີ່ກ່າວວ່າບໍ່ມີຜູ້ເສຍຊີວິດໃນກຸ່ມນັກດັບເພີງ ຫຼື ເຈົ້າໜ້າທີ່ສຸກເສີນອື່ນໆ

 

ທ່ານລໍເຣັນສ໌ກ່າວວ່າ ມີການກຳນົດເຂດອົບພະຍົບອ້ອມພື້ນທີ່ດັ່ງກ່າວ ແລະ ບ້ານເຮືອນ ແລະ ຟາມປະມານ 150 ແຫ່ງບໍ່ມີໄຟຟ້າໃຊ້ເນື່ອງມາຈາກເຫດການດັ່ງກ່າວ

 

ລາວອະທິບາຍວ່າໂຮງງານທີ່ຖືກທຳລາຍດັ່ງກ່າວເປັນທຸລະກິດການຜະລິດດອກໄມ້ໄຟ ທີ່ໄດ້ຮັບໃບອະນຸຍາດ ເຊິ່ງກ່ຽວຂ້ອງກັບການຂາຍດອກໄມ້ໄຟທາງດ້ານການຄ້າ ເພື່ອຈັດສະແດງຕໍ່ສາທາລະນະ ແຕ່ຍັງບໍ່ຊັດເຈນວ່າດອກໄມ້ໄຟ ຖືກເກັບໄວ້ໃນພື້ນທີ່ນັ້ນເທົ່ານັ້ນ ຫຼື ຜະລິດຂຶ້ນໃນພື້ນທີ່ນັ້ນດ້ວຍ

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 8 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
665.18
675.42
european-union
EUR
24,139
24,621
china
CNY
2,940
2,998
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-08T151546.919
ດ່ານພາສີສາກົນວັງເຕົ່າ-ທ່າບົກວັງເຕົ່າ ຈັດເກັບລາຍຮັບເກີນແຜນ
jane (9)
ຈີນກະກຽມແບນມືຈັບປະຕູລົດແບບເຊື່ອນທັງຄັນ! ຫຼັງພົບບັນຫາ ແລະ ອັນຕະລາຍ
pele - 2025-09-08T142345.737
ສາຂານະຄອນຫຼວງ1 ຕິດຕັ້ງໝໍ້ແປງໄຟຟ້າເສີມ ບ້ານ ສົມສະຫງ່າ
pele - 2025-09-08T134738.841
ຄະນະຜູ້ແທນສື່ມວນຊົນລາວຢ້ຽມຢາມສໍານັກງານກຸ່ມໜັງສືພິມລາຍວັນຢຸນນານ
jane (8)
ເບິ່ງຖ່າຍທອດສົດ Apple Events ເປີດໂຕ iPhone 17 ວັນທີ 9 ກ.ຍ. ເວລາທ່ຽງຄືນ
ວິທີທຳຄວາມສະອາດຄາບ ແລະ ຕະກອນໃນຝັກບົວອາບນ້ຳ ງ່າຍໆໂດຍບໍ່ຕ້ອງອອກແຮງຂັດ ນ້ຳໄຫຼແຮງຄືຊື້ໃໝ່
pele - 2025-09-08T112046.127
ບໍລິສັດ ເອກະຊົນ ສໍາປະທານໂຄງການພັດທະນາແຫຼ່ງທ່ອງທ່ຽວ ຄົບວົງຈອນ ທີ່ເມືອງໂພນໂຮງ
pele - 2025-09-08T101532.915
ເມືອງໄຊເສດຖາ ແຂວງອັດຕະປື ເປີດງານບຸນຊ່ວງເຮືອ ປະຈຳປີ 2025.
jane (5)
ມື້ຄືນວານນີ້ໄດ້ເກີດປາກົດການກົບກິນເດືອນ, ຈັນທະຄາດ, ຈັນທະຣຸປະຣາຄາ ຫຼື ເດືອນເປັນສີເລືອດງາມຫຼາຍໃຜທັນເຫັນກັບຕາແດ່ພີ່ນ້ອງ!
pele - 2025-09-08T094057.550
ປະທານຄະນະກໍາມະການປກຊ-ປກສ ແຂວງຈຳປາສັກ ຢ້ຽມຢາມ ກອງຮ້ອຍທະຫານຊາຍແດນ 522 ແລະ ປະຊາຊົນ ບ້ານຄັນຍາງ
ຢ່າລື່ມກົດຕິດຕາມ