_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 4 July, 2025

ຫຼາຍປະເທດໃນເອີຣົບຍັງຄົງອອກຄຳເຕືອນດ້ານສະພາບອາກາດແລະສຸຂະພາບ ຫຼັງຄື້ນຄວາມຮ້ອນແຜ່ປົກຄຸມ ລ່າສຸດພົບຜູ້ເສຍຊີວິດຈາກອາກາດຮ້ອນຈັດແລ້ວ 8 ຄົນ

 

ຜູ້ເສຍຊີວິດຈຳນວນ 8 ຄົນ ຢູ່ໃນປະເທດສະເປນ 4 ຄົນ, ປະເທດ ຝຣັ່ງ 2 ຄົນ ແລະ ອິຕາລີ 2 ຄົນ ໂດຍໃນສ່ວນຂອງສະເປນ ມື້ກ່ອນເຈົ້າໜ້າທີ່ກ່າວວ່າໄຟປ່າໃນແຄວ້ນຄາຕາລູຍຍາພາກຊີວິດຜູ້ຄົນໄປ 2 ຄົນ ແລະ ທາງການຍັງລາຍງານຜູ້ເສຍຊີວິດຈາກຄື້ນຄວາມຮ້ອນໃນເອສເຕຣມາດູຣາ ແລະ ກໍໂດບາດ້ວຍ

 

ທາງດ້ານຝຣັ່ງ ລັດຖະມົນຕີກະຊວງພະລັງງານລາຍງານວ່າມີຜູ້ເສຍຊີວິດ 2 ຄົນທີ່ກ່ຽວຂ້ອງກັບຄື້ນຄວາມຮ້ອນ ແລະ ມີອີກ 300 ຄົນທີ່ຖືກນຳສົ່ງໂຮງໝໍ

 

 

ສ່ວນອິຕາລີ ສຳນັກຂ່າວ ANSA ລາຍງານວ່າ ມີຊາຍ 2 ຄົນ ອາຍຸຫຼາຍກວ່າ 60 ປີ ເສຍຊີວິດຈາກເທິງຊາຍຫາດໃນຊາດິເນຍຂອງປະເທດ ເນື່ອງຈາກຄວາມຮ້ອນ

 

ທັງນີ້ທາງການອິຕາລີອອກປະກາດເຕືອນໄພສີແດງສຳລັບ 18 ເມືອງ ຂະນະທີ່ໃນເຢຍລະມັນ ຄາດວ່າອຸນຫະພູມຈະສູງເຖິງ 40 ອົງສາເຊລຊຽສໃນບາງພື້ນທີ່ ເຮັດໃຫ້ເປັນມື້ທີ່ຮ້ອນທີ່ສຸດຂອງປີ

 

ຂະນະທີ່ຄື້ນຄວາມຮ້ອນໃນຊ່ວງຕົ້ນລະດູຮ້ອນຍັງຄົງແຜ່ປົກຄຸມພື້ນທີ່ສ່ວນໃຫຍ່ຂອງເອີຣົບເມື່ອວັນທີ 2 ກໍລະກົດ ສົ່ງຜົນໃຫ້ມີການແຈ້ງເຕືອນດ້ານສຸຂະພາບ ແລະ ເກີດໄຟປ່າ

 

ສ່ວນກົມອຸຕຸນິຍົມວິທະຍາຂອງຝຣັ່ງລະບຸວ່າ ຍັງຄົງມີການເຕືອນໄພສີແດງສຳລັບຫຼາຍພື້ນທີ່ທາງຕອນກາງຂອງປະເທດ ໂດຍຄວາມສ່ຽງມີສູງສຸດສຳລັບປະຊາກອນກຸ່ມອ່ອນແອ ຂະນະທີ່ທາງການຍັງຄົງເຝົ້າລະວັງຕໍ່ໄປ

 

ຢ່າງໃດກໍຕາມອິຕາລີ ຝຣັ່ງ ແລະ ເຢຍລະມັນ ເຕືອນເຖິງຄວາມສ່ຽງຂອງພາຍຸຝົນຟ້າຄະນອງຮຸນແຮງເນື່ອງຈາກອຸນຫະພູມທີ່ເພີ່ມສູງເກີນໄປ

 

ແບບທີ່ປະເທດເຢຍລະມັນເມື່ອວັນທີ 1 ກໍລະກົດ ທີ່ຜ່ານມາພົບພາຍຸລູກເຫັບຖະຫລົ່ມເມືອງຕ່າງໆຂອງປະເທດ ສ່ວນຊ່ວງກາງຄືນຂອງວັນທີ 30 ມິຖຸນາ ພົບພາຍຸຝົນຟ້າຄະນອງຮຸນແຮງໃນເຂົາພູແອລຂອງຝຣັ່ງເສດ ເຊິ່ງນີ້ເຮັດໃຫ້ເກີດດິນຖະຫລົ່ມ ແລະ ສົ່ງຜົນເຮັດໃຫ້ການຈະລາຈອນທາງລົດໄຟລະຫວ່າງກຸງປາຣີສ ແລະ ມີລານຢຸດຊະງັກ

 

ສ່ວນສະວິດເຊີແລນ ບໍລິສັດສາທາລະນູປະໂພກ Axpo ຂອງປະເທດປິດເຕົາປະຕິກອນໜຶ່ງຫນ່ວຍທີ່ໂຮງໄຟຟ້ານິວເຄລຍ Beznau ແລະ ຫຼຸດກຳລັງການຜະລິດລົງຄຶ່ງໜຶ່ງທີ່ອີກຫນ່ວຍໜຶ່ງເມື່ອວັນທີ 1 ກໍລະກົດ ເນື່ອງຈາກອຸນຫະພູມຂອງນ້ຳແມ່ນ້ຳຢູ່ໃນລະດັບສູງ

 

ທັງນີ້ໂຮງໄຟຟ້ານິວເຄລຍໃຊ້ນ້ຳໃນການລະບາຍຄວາມຮ້ອນ ແລະ ວັດຖຸປະສົງອື່ນໆ ແລະ ຄາດວ່າຈະຍັງຄົງມີການຈຳກັດການໃຊ້ງານຕໍ່ໄປໃນຂະນະທີ່ມີການຕິດຕາມກວດກາອຸນຫະພູມ

 

ດ້ານຜູ້ຊ່ຽວຊານລະບຸວ່າການປ່ຽນແປງສະພາບອາກາດເປັນສາເຫດທີ່ເຮັດໃຫ້ຄື້ນຄວາມຮ້ອນຮຸນແຮງຂຶ້ນ ພ້ອມເຕືອນເຖິງຜົນກະທົບທາງເສດຖະກິດ ແລະ ຄວາມຈຳເປັນໃນການຮັບມືກັບສະພາບອາກາດຮ້ອນຈັດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 28 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,513
21,790
thailand (1)
THB
660.40
670.57
european-union
EUR
24,065
24,547
china
CNY
2,912
2,970
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-08-28T160506.879
ແຈ້ງປິດການສັນຈອນຊົ່ວຄາວ ຖະໜົນ ໄກສອນພົມວິຫານ (ຈຸດສີ່ແຍກໄຟແດງ 450 ປີ) ແລະ ຖະໜົນ 13 ໃຕ້ (ຈຸດໜ້າສະໜາມກິລາ ຫຼັກ 16) ນະຄອນຫຼວງວຽງຈັນ
pele - 2025-08-28T161113.446
ຫຼາຍປັດໄຈທີ່ເຮັດໃຫ້ຂີ້ເຫຍື້ອຕົກຄ້າງຫຼາຍໃນ ນະຄອນຫຼວງວຽງຈັນ
_cover - 2025-08-28T145510.515
"ຂົວສູງທີ່ສຸດໃນໂລກ" ໃນປະເທດຈີນ ທົດສອບຮັບນ້ຳໜັກລົດບັນທຸກ 3,000 ກວ່າໂຕນໄດ້ສຳເລັດ
pele - 2025-08-28T144728.651
6 ເດືອນຕົ້ນປີ ອຄ ເຊກອງ ສາມາດສົ່ງອອກສິນຄ້າ 121,16 ລ້ານໂດລາ
site cover1 (94)
ນັກວິທະຍາສາດພົບວິທີສ້າງ 'ແຜງໂຊລາແບບໃໝ່' ທີ່ເຮັດວຽກໄດ້ເຖິງບໍ່ມີແດດ ແຮງກວ່າເກົ່າ 15 ເທົ່າ
_cover - 2025-08-28T140646.312
ນັກວິທະຍາສາດຈີນສ້າງພືດເຮືອງແສງ ຊາກໄຟດ້ວຍແສງແດດເປີດທາງສູ່ແສງສະຫວ່າງແບບຍືນຍົງໃນອະນາຄົດ
pele - 2025-08-28T141436.552
ງານມະຫາກຳການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 14 ໄດ້ໄຂຂຶ້ນຢ່າງເປັນທາງການ
site cover1 (92)
AI ຮັບສາຍແທນຄົນ ຊ່ວຍຕຳຫຼວດສະຫະລັດກັ່ນຕອງເຫດການສຸກເສີນ
_cover - 2025-08-26T163021.627
ອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນສິງຫາ 2025 ຫຼຸດລົງ 0.3%
_cover - 2025-08-28T094056.923
ພະຍຸຄາຈິກິຖະຫຼົ່ມຫວຽດນາມ! ເຮືອນເສຍຫາຍ 8 ພັນກວ່າຫຼັງ ເສຍຊີວິດອີກ 7 ຄົນ
ຢ່າລື່ມກົດຕິດຕາມ