_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 4 July, 2025
ໝວດ: ຂ່າວ

ປະທານາທິບໍດີປູຕິນປະກາດເດີນໜ້າຕາມເປົ້າໝາຍສົງຄາມໃນຢູເຄຣນ ພ້ອມຍືນຢັນວ່າຈະບໍ່ຍອມຖອຍຈາກເປົ້າໝາຍດັ່ງກ່າວແມ້ແຕ່ກ້າວດຽວ

 

ຢູຣີ ອູຊາຄອຟ ຜູ້ຊ່ວຍຂອງລັດຖະບານຣັດເຊຍ ເປີດເຜີຍວ່າ ລະຫວ່າງການສົນທະນາທາງໂທລະສັບຂອງປະທານາທິບໍດີຣັດເຊຍ ໂວລາດິເມຍ ປູຕິນ ແລະ ປະທານາທິບໍດີສະຫະລັດ ໂດນັນດ໌ ທຣຳ ເມື່ອວັນທີ 3 ກໍລະກົດ ທີ່ຜ່ານມາ ໄດ້ມີການປຶກສາຫາລືເປັນເວລາ 1 ຊົ່ວໂມງ ໂດຍເນັ້ນໄປທີ່ສົງຄາມຂອງຣັດເຊຍໃນຢູເຄຣນ ແລະ ສະຖານະການໃນຕະວັນອອກກາງ

 

ອູຊາຄອຟລະບຸວ່າ ປະທານາທິບໍດີທຣຳໄດ້ເນັ້ນຢ້ຳອີກຄັ້ງເຖິງຄວາມຈຳເປັນໃນການຢຸດຢັ້ງການສູ້ຣົບທາງທະຫານໂດຍໄວທີ່ສຸດ ຂະນະທີ່ປະທານາທິບໍດີປູຕິນລະບຸວ່າ ຣັດເຊຍຍັງຄົງສະແຫວງຫາທາງອອກທາງການເມືອງໃນການແກ້ໄຂຄວາມຂັດແຍ້ງ

 

ປະທານາທິບໍດີປູຕິນ

 

ເຖິງຢ່າງໃດກໍຕາມປະທານາທິບໍດີປູຕິນຍັງຢ້ຳວ່າ ຣັດເຊຍຈະເດີນໜ້າເພື່ອບັນລຸເປົ້າໝາຍຂອງຕົນເອງ ໂດຍສະເພາະຢ່າງຍິ່ງການແກ້ໄຂສາເຫດຫຼັກທີ່ນຳໄປສູ່ສະຖານະການປັດຈຸບັນ ແລະ ຈະບໍ່ຍອມຖອຍຈາກເປົ້າໝາຍເຫຼົ່ານີ້

 

ນອກຈາກນີ້ຜູ້ຊ່ວຍລັດຖະບານຣັດເຊຍຍັງກ່າວອີກວ່າຜູ້ນຳທັງສອງໄດ້ປຶກສາຫາລືກັນກ່ຽວກັບການທູດທາງວັດທະນະທຳ ໂດຍສະເພາະການແລກປ່ຽນໜັງທີ່ສົ່ງເສີມສິ່ງທີ່ອູຊາຄອຟເອີ້ນວ່າຄ່ານິຍົມແບບດັ້ງເດີມທີ່ໃກ້ຊິດກັບຣັດເຊຍ ແລະ ຝ່າຍບໍລິຫານປະທານາທິບໍດີສະຫະລັດ

 

ການສົ່ງສານດັ່ງກ່າວຂອງປະທານາທິບໍດີປູຕິນມີຂຶ້ນ ທ່າມກາງສະຖານະການທີ່ຣັດເຊຍຍັງສົ່ງໂດຣນ ແລະ ຍິງຂີປະນາວຸດໂຈມຕີຢູເຄຣນຢ່າງຕໍ່ເນື່ອງ ເຊິ່ງສົ່ງຜົນເຮັດໃຫ້ມີພົນລະເຮືອນເສຍຊີວິດ ແລະ ໄດ້ຮັບບາດເຈັບຫຼາຍຮ້ອຍຄົນໃນຊ່ວງບໍ່ເທົ່າໃດອາທິດທີ່ຜ່ານມາ

 

ການໂຈມຕີດັ່ງກ່າວໄດ້ທຳລາຍໂຄງສ້າງພື້ນຖານຈຳນວນຫຼາຍ ຂະນະທີ່ຣັດເຊຍເພີ່ມການໂຈມຕີເຖິງແມ່ນວ່າຈະມີການຮຽກຮ້ອງຫຼາຍຄັ້ງຈາກລັດຖະບານຢູເຄຣນ ສະຫະລັດ ແລະ ຜູ້ນຳເອີຣົບໃຫ້ຢຸດຍິງໂດຍບໍ່ມີເງື່ອນໄຂ

 

ຂະນະທີ່ການສົນທະນາທາງໂທລະສັບລະຫວ່າງປະທານາທິບໍດີທຣຳ ແລະ ປະທານາທິບໍດີປູຕິນເກີດຂຶ້ນພຽງ 1 ວັນຫຼັງຈາກທີ່ກະຊວງປ້ອງກັນປະເທດສະຫະລັດ ລະງັບການຈັດສົ່ງອາວຸດສຳຄັນຕ່າງໆໄປທີ່ຢູເຄຣນ ລວມເຖິງຂີປະນາວຸດຕໍ່ຕ້ານອາກາດຍານແພທຣິອອດ ແລະ ອາວຸດນຳວິຖີແມ່ນຍຳ

 

ດ້ານກະຊວງຕ່າງປະເທດຂອງຢູເຄຣນເຕືອນວ່າ ຄວາມຊັກຊ້າດັ່ງກ່າວຈະບັ່ນທອນຄວາມພະຍາຍາມດ້ານການປ້ອງກັນປະເທດຂອງຢູເຄຣນ ແລະ ສ່ຽງທີ່ຈະເຮັດໃຫ້ຣັດເຊຍກ້າທີ່ຈະຍົກລະດັບການໂຈມຕີຕໍ່ໄປ

 

ສ່ວນຄວາມເຄື່ອນໄຫວຂອງປະທານາທິບໍດີຢູເຄຣນ ໂວໂລດິເມຍ ເຊເລັນສະກີ ກ່າວທີ່ປະເທດເດນມາກເມື່ອຊ່ວງເຊົ້າວັນທີ 3 ກໍລະກົດວ່າ ການບັນລຸສັນຕິພາບຕ້ອງອາໄສການເຈລະຈາໂດຍກົງລະຫວ່າງຜູ້ນຳປະເທດ ເຊິ່ງນີ້ເປັນການກ່າວເຖິງປະທານາທິບໍດີທຣຳ ແລະ ປະທານາທິບໍດີປູຕິນວ່າເປັນຄົນລະຄົນກັນຢ່າງສິ້ນເຊີງ

 

ນີ້ຈຶ່ງເຮັດໃຫ້ປະທານາທິບໍດີຢູເຄຣນຢ້ຳວ່າ ໃນຣັດເຊຍ ມີແຕ່ປະທານາທິບໍດີປູຕິນເທົ່ານັ້ນທີ່ຕັດສິນໃຈ ດັ່ງນັ້ນຈຶ່ງຈຳເປັນຕ້ອງປະຊຸມກັນໃນລະດັບຜູ້ນຳ ຫາກຕ້ອງການສັນຕິພາບ

 

ຢ່າງໃດກໍຕາມຜູ້ຊ່ວຍລັດຖະບານຣັດເຊຍລະບຸວ່າ ລະຫວ່າງການປຶກສາຫາລືຂອງທຣຳແລະປູຕິນ ບໍ່ໄດ້ເວົ້າເຖິງຄວາມເປັນໄປໄດ້ໃນການພົບປະກັນ ແລະ ແນວຄິດນີ້ຍັງຄົງບໍ່ຊັດເຈນ ແຕ່ກໍຈະຕົກລົງທີ່ຈະສື່ສານແບບນີ້ຕໍ່ໄປ

 

ສຳລັບລັດຖະບານຣັດເຊຍ ແລະ ລັດຖະບານຢູເຄຣນໄດ້ຈັດການເຈລະຈາແບບພົບໜ້າກັນສອງຄັ້ງໃນນະຄອນອິສຕັນບູນ ໃນປີນີ້ ຄັ້ງທຳອິດໃນວັນທີ 16 ພືດສະພາ ແລະ ອີກຄັ້ງໃນວັນທີ 2 ມິຖຸນາ ຫຼັງຈາກທີ່ບໍ່ມີການເຈລະຈາໂດຍກົງມາດົນກວ່າ 3 ປີ

 

ການພົບປະກັນດັ່ງກ່າວສົ່ງຜົນໃຫ້ມີການແລກປ່ຽນນັກໂທດຫຼາຍຄັ້ງ ແຕ່ບໍ່ມີຂັ້ນຕອນໃດໃນການຢຸດຢັ້ງການສູ້ຣົບ

 

ເຖິງແມ່ນວ່າທຣຳຈະສະແດງຄວາມຜິດຫວັງກັບການຮຸກຮານຢ່າງຕໍ່ເນື່ອງຂອງຣັດເຊຍຕໍ່ຢູເຄຣນ ຕະຫຼອດຈົນຜິດຫວັງຕໍ່ຄວາມກ້າວໜ້າໃນການປຶກສາຫາລືທາງໂທລະສັບເພື່ອຢຸດສົງຄາມລະຫວ່າງຣັດເຊຍ ແລະ ຢູເຄຣນມື້ວານນີ້ ແຕ່ລັດຖະບານສະຫະລັດພາຍໃຕ້ການນຳຂອງລາວກໍບໍ່ໄດ້ກຳໜົດມາດຕະການຄວໍາບາດໃໝ່ ຫຼື ດຳເນີນການກົດດັນລັດຖະບານຣັດເຊຍໂດຍກົງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 28 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,513
21,790
thailand (1)
THB
660.40
670.57
european-union
EUR
24,065
24,547
china
CNY
2,912
2,970
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-08-28T160506.879
ແຈ້ງປິດການສັນຈອນຊົ່ວຄາວ ຖະໜົນ ໄກສອນພົມວິຫານ (ຈຸດສີ່ແຍກໄຟແດງ 450 ປີ) ແລະ ຖະໜົນ 13 ໃຕ້ (ຈຸດໜ້າສະໜາມກິລາ ຫຼັກ 16) ນະຄອນຫຼວງວຽງຈັນ
pele - 2025-08-28T161113.446
ຫຼາຍປັດໄຈທີ່ເຮັດໃຫ້ຂີ້ເຫຍື້ອຕົກຄ້າງຫຼາຍໃນ ນະຄອນຫຼວງວຽງຈັນ
_cover - 2025-08-28T145510.515
"ຂົວສູງທີ່ສຸດໃນໂລກ" ໃນປະເທດຈີນ ທົດສອບຮັບນ້ຳໜັກລົດບັນທຸກ 3,000 ກວ່າໂຕນໄດ້ສຳເລັດ
pele - 2025-08-28T144728.651
6 ເດືອນຕົ້ນປີ ອຄ ເຊກອງ ສາມາດສົ່ງອອກສິນຄ້າ 121,16 ລ້ານໂດລາ
site cover1 (94)
ນັກວິທະຍາສາດພົບວິທີສ້າງ 'ແຜງໂຊລາແບບໃໝ່' ທີ່ເຮັດວຽກໄດ້ເຖິງບໍ່ມີແດດ ແຮງກວ່າເກົ່າ 15 ເທົ່າ
_cover - 2025-08-28T140646.312
ນັກວິທະຍາສາດຈີນສ້າງພືດເຮືອງແສງ ຊາກໄຟດ້ວຍແສງແດດເປີດທາງສູ່ແສງສະຫວ່າງແບບຍືນຍົງໃນອະນາຄົດ
pele - 2025-08-28T141436.552
ງານມະຫາກຳການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 14 ໄດ້ໄຂຂຶ້ນຢ່າງເປັນທາງການ
site cover1 (92)
AI ຮັບສາຍແທນຄົນ ຊ່ວຍຕຳຫຼວດສະຫະລັດກັ່ນຕອງເຫດການສຸກເສີນ
_cover - 2025-08-26T163021.627
ອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນສິງຫາ 2025 ຫຼຸດລົງ 0.3%
_cover - 2025-08-28T094056.923
ພະຍຸຄາຈິກິຖະຫຼົ່ມຫວຽດນາມ! ເຮືອນເສຍຫາຍ 8 ພັນກວ່າຫຼັງ ເສຍຊີວິດອີກ 7 ຄົນ
ຢ່າລື່ມກົດຕິດຕາມ