_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 4 July, 2025
ໝວດ: ຂ່າວ

ທີມນັກວິຈັຍແຂ່ງຝຶກໂມເດລປັນຍາປະດິດໃຫ້ສາມາດບັງຄັບຍານອະວະກາດໄດ້ດີທີ່ສຸດ ຜົນການແຂ່ງຂັນຊີ້ໃຫ້ເຫັນວ່າ ເອໄອແບບ LLM ເຊັ່ນ: ChatGPT ເຮັດຜົນງານໄດ້ເປັນອັນດັບ 2

 

ການສຳຫຼວດອະວະກາດໃນປັດຈຸບັນມີຂໍ້ຈຳກັດຫຼາຍຢ່າງທີ່ເຮັດໃຫ້ນັກວິໄຈ ໃຫ້ຄວາມສົນໃຈໃນການພັດທະນາລະບົບອັດຕະໂນມັດສຳລັບການຄວບຄຸມດາວທຽມ ແລະ ການນຳທາງຍານອະວະກາດ ເນື່ອງຈາກໃນອະນາຄົດອາດມີດາວທຽມຫຼາຍເກີນໄປທີ່ມະນຸດຈະຄວບຄຸມດ້ວຍຕົນເອງໄດ້

 

ນອກຈາກນີ້ ສຳລັບຍານທີ່ຖືກສົ່ງໄປສຳຫຼວດຫ້ວງອະວະກາດເລິກ ຂໍ້ຈຳກັດຂອງໄລຍະທາງໝາຍຄວາມວ່າພວກເຮົາບໍ່ສາມາດຄວບຄຸມຍານອະວະກາດໂດຍກົງແບບໂຕຈິງໃນເວລາຈິງຈາກເທິງໂລກໄດ້ ແຕ່ຕ້ອງໃຊ້ເວລາທີ່ດົນພໍສົມຄວນຈຶ່ງຈະຄວບຄຸມ ຫຼື ໄດ້ຮັບຂໍ້ມູນຈາກຍານນັ້ນ

 

 

ແລະ ເມື່ອໂລກໄດ້ຮູ້ຈັກກັບ ChatGPT ແຊັດບອດອັດສະລິຍະທີ່ເປັນໂມເດລພາສາຂະໜາດໃຫຍ່ (LLM) ນັກວິໄຈຫຼາຍຄົນຈຶ່ງເກີດຄວາມສົງໄສວ່າ ປັນຍາປະດິດ (ເອໄອ) ຕົວນີ້ ຈະສາມາດເຮັດໜ້າທີ່ເປັນນັກບິນອະວະກາດໄດ້ຫຼືບໍ່?

 

“You operate as an autonomous agent controlling a pursuit spacecraft.” (ເຈົ້າຈົງເຮັດວຽກເປັນເຈົ້າໜ້າທີ່ອິສະລະທີ່ຄວບຄຸມຍານອະວະກາດຕິດຕາມ) ເປັນຄຳສັ່ງ (prompt) ທຳອິດທີ່ນັກວິໄຈໃຊ້ເພື່ອເບິ່ງວ່າ ChatGPT ສາມາດບັງຄັບຍານອະວະກາດໄດ້ດີປານໃດ

 

ນັກວິໄຈຮູ້ສຶກປະຫຼາດໃຈທີ່ ChatGPT ມີປະສິດທິພາບເໜືອຄວາມຄາດໝາຍ ໂດຍໄດ້ອັນດັບ 2 ໃນການແຂ່ງຂັນຈຳລອງບັງຄັບຍານອະວະກາດອັດຕະໂນມັດ Kerbal Space Program Differential Game Challenge

 

ໂປຣແກມດັ່ງກ່າວເປັນຄືແຊນບັອກຊ໌ ຫຼື ສະໜາມເດັກຫຼິ້ນທີ່ອີງຈາກວິດີໂອເກມ Kerbal Space Program ເພື່ອໃຫ້ນັກບິນອະວະກາດ ແລະ ນັກວິໄຈສາມາດອອກແບບ ທົດລອງ ແລະ ທົດສອບລະບົບອັດຕະໂນມັດໃນສະພາບແວດລ້ອມຂອງອະວະກາດທີ່ຄ່ອນຂ້າງສົມຈິງໄດ້ ຄວາມທ້າທາຍປະກອບດ້ວຍສະຖານະການຕ່າງໆເຊັ່ນ: ພາລະກິດຕິດຕາມ ແລະ ສະກັດກັ້ນດາວທຽມ ແລະ ພາລະກິດຫຼົບຫຼີກການກວດຈັບ

 

ທີມນັກວິໄຈນານາຊາດໄດ້ຕັດສິນໃຈໃຊ້ເອໄອທີ່ເປັນ LLM ໃນການສຶກສາ ເນື່ອງຈາກແນວທາງດັ້ງເດີມໃນການພັດທະນາລະບົບອັດຕະໂນມັດນັ້ນຕ້ອງມີການຝຶກຝົນ ການຕອບຮັບ ແລະ ການປັບປຸງຫຼາຍຮອບ ແຕ່ຄວາມທ້າທາຍຂອງ Kerbal ຄື ຕ້ອງສົມຈິງຫຼາຍທີ່ສຸດ ແລະ ພາລະກິດກິນເວລາພຽງບໍ່ເທົ່າໃກຊົ່ວໂມງ ເຊິ່ງໝາຍຄວາມວ່າການປັບປຸງແບບຈຳລອງຢ່າງຕໍ່ເນື່ອງນັ້ນບໍ່ສາມາດເຮັດໄດ້ແທ້

 

ແຕ່ LLM ນັ້ນຊົງພະລັງຫຼາຍເນື່ອງຈາກໄດ້ຮັບການຝຶກຝົນຈາກຂໍ້ຄວາມຈຳນວນຫຼາຍທີ່ຂຽນໂດຍມະນຸດຢູ່ແລ້ວ ດັ່ງນັ້ນ ຫຼັງອອກແບບຊຸດຄຳສັ່ງຢ່າງລະມັດລະວັງກໍຈະໄດ້ບໍລິບົດທີ່ຖືກຕ້ອງສຳລັບສະຖານະການທີ່ກຳໜົດ

 

ແຕ່ ChatGPT ຈະບັງຄັບຍານອະວະກາດໄດ້ແນວໃດ?

 

ນັກວິໄຈໄດ້ພັດທະນາວິທີການແປສະຖານະ ແລະ ເປົ້າໝາຍຂອງຍານອະວະກາດໃນຮູບແບບຂໍ້ຄວາມ ຈາກນັ້ນຈຶ່ງສົ່ງຕໍ່ໃຫ້ LLM ແລະ ຂໍຄຳແນະນຳກ່ຽວກັບການວາງແນວ ແລະ ການເຄື່ອນທີ່ຂອງຍານອະວະກາດ ຈາກນັ້ນນັກວິໄຈຈຶ່ງພັດທະນາເລເຍີການແປທີ່ແປງ output ຂໍ້ຄວາມຂອງ LLM ໃຫ້ເປັນໂຄດທີ່ໃຊ້ງານໄດ້ເຊິ່ງສາມາດຄວບຄຸມຍານຈຳລອງໄດ້

 

ນັກວິໄຈໃຊ້ຊຸດຄຳສັ່ງເລັກໆນ້ອຍໆ ແລະ ປັບແຕ່ງເລັກນ້ອຍເພື່ອເຮັດແບບທົດສອບຕ່າງໆໃນຄວາມທ້າທາຍນີ້ ແລະສຸດທ້າຍກໍໄດ້ອັນດັບ 2 ໃນການແຂ່ງຂັນລ່າສຸດ (ອັນດັບ 1 ເປັນຂອງໂມເດນເອໄອທີ່ໃຊ້ສົມຜົນເປັນພື້ນຖານ)

 

ແລະ ທັງຫມົດນີ້ເກີດຂຶ້ນກ່ອນທີ່ ChatGPT ຮຸ່ນລ່າສຸດ ເວີຊັນ 4 ຈະວາງຈຳໜ່າຍ ຍັງຄົງມີວຽກທີ່ຕ້ອງເຮັດອີກຫຼາຍ ໂດຍສະເພາະຢ່າງຍິ່ງເມື່ອຕ້ອງຫຼີກລ້ຽງອາການ “ເອໄອຫລອນ” ຫຼື ເອົ້າທ໌ພຸດທີ່ບໍ່ຕ້ອງການ ແລະ ບໍ່ສົມເຫດສົມຜົນ ເຊິ່ງຈະຮ້າຍແຮງຫຼາຍໃນສະຖານະການຈິງ ແຕ່ສິ່ງນີ້ສະແດງໃຫ້ເຫັນເຖິງພະລັງຂອງ LLM ທີ່ສາມາດນຳໄປໃຊ້ປະໂຫຍດໃນຮູບແບບທີ່ຄາດບໍ່ເຖິງໄດ້ ຫຼັງຈາກທີ່ມັນໄດ້ຮຽນຄວາມຮູ້ຈຳນວນມະຫາສານຂອງມະນຸດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ