_cover - 2025-07-07T130311.646
ງານວິໄຈເປີດເຜີຍ ສີປະສົມອາຫານສົ່ງຜົນໃຫ້ເດັກນ້ອຍສະມາທິສັ້ນ - ໂລກມະເຮັງ ໂດຍສະເພາະສີແດງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 7 July, 2025
ໝວດ: ຂ່າວ

ງານວິໄຈຫຼ້າສຸດທີ່ຕີພິມໃນ Journal of the Academy of Nutrition and Dietetics ປີ 2024

 

ພົບວ່າ ອາຫານ ແລະ ເຄື່ອງດື່ມທີ່ມີສີສັງເຄາະມັກມີປະລິມານນ້ຳຕານສູງກວ່າຜະລິດຕະພັນທີ່ບໍ່ມີສີເຖິງຮ້ອຍລະ 141 ທີ່ຊີ້ໃຫ້ເຫັນວ່າສີເຫຼົ່ານີ້ມັກຖືກໃຊ້ໃນຜະລິດຕະພັນແປຮູບທີ່ບໍ່ດີຕໍ່ສຸຂະພາບ ເຊັ່ນ: ນ້ຳອັດລົມ, ເຂົ້າໜົມອົບ ແລະ ອາຫານສຳເລັດຮູບ ທີ່ມີຄຸນຄ່າທາງໂພຊະນາການຕ່ຳ

 

ໜຶ່ງໃນຜົນກະທົບທີ່ຊັດເຈນ ຄື ຄວາມປ່ຽນແປງຂອງພຶດຕິກຳໃນເດັກນ້ອຍ ງານວິໄຈຈາກມະຫາວິທະຍາໄລເຊົາແທມຕັນ ປະເທດອັງກິດ ທີ່ຕີພິມໃນວາລະສານ The Lancet ພົບວ່າ

 

ເດັກທີ່ບໍລິໂພກສີສັງເຄາະຮ່ວມກັບສານກັນບູດມີພຶດຕິກຳໄຮເປີຫຼາຍຂຶ້ນ ມີອາການຄ້າຍສະມາທິສັ້ນ (ADHD) ໂດຍສີທີ່ພົບຕະຫຼອດເຊັ່ນ: ສີແດງເບີ 40 (Red 40), ສີເຫຼືອງເບີ 5 ແລະ 6 ຖືກລະບຸວ່າກ່ຽວຂ້ອງກັບພຶດຕິກຳທີ່ຜິດປົກກະຕິໃນເດັກນ້ອຍບາງຄົນ

 

ດ້ານຄວາມສ່ຽງຕໍ່ໂລກຮ້າຍແຮງ ເຊັ່ນ: ມະເຮັງ ງານວິໄຈໃນສັດທົດລອງພົບວ່າ ສີແດງເບີ 3 (Red No.3 ຫຼື Erythrosine) ອາດເພີ່ມໂອກາດການເກີດເນື້ອງອກໃນຕ່ອມໄທຣອຍດ໌

 

ເຖິງແມ່ນໃນມະນຸດຍັງບໍ່ມີຂໍ້ສະຫຼຸບຊັດເຈນ ແຕ່ຫຼາຍປະເທດ ເຊັ່ນ: ສະຫະລັດອາເມລິກາ ແລະ ສະມາຊິກສະຫະພາບເອີຣົບ ເລີ່ມຈຳກັດຫຼືຫ້າມໃຊ້ສີຊະນິດນີ້ໃນອາຫານແລ້ວ

 

ນອກຈາກນີ້ ຍັງມີງານວິໄຈທີ່ເລີ່ມຄົ້ນພົບຄວາມເຊື່ອມໂຍງລະຫວ່າງສີປະສົມອາຫານກັບການເຮັດວຽກຂອງລຳໄສ້ ໂດຍສະເພາະ Red 40 ທີ່ອາດສົ່ງຜົນຕໍ່ຈຸລິນຊີໃນລຳໄສ້ ເຮັດໃຫ້ເກີດການອັກເສບເຮື້ອຮັງ ແລະ ອາດເປັນປັດໄຈສ່ຽງຕໍ່ໂລກບໍ່ຕິດຕໍ່ເຮື້ອຮັງ (NCDs)

 

ດ້ວຍຫຼັກຖານທີ່ເພີ່ມຂຶ້ນເລື້ອຍໆ ຫຼາຍລັດໃນສະຫະລັດ ເຊັ່ນ: ແຄລິຟໍເນຍ ໄດ້ເລີ່ມສັ່ງຫ້າມສີປະສົມອາຫານບາງຊະນິດໃນໂຮງຮຽນ ແລະ ອອກກົດໝາຍໃຫ້ຜູ້ຜະລິດຕ້ອງຕິດປ້າຍເຕືອນ ໃນຂະນະທີ່ບໍລິສັດຜູ້ຜະລິດລາຍໃຫຍ່ ເຊັ່ນ: Kraft Heinz ແລະ Nestlé ກຳລັງຄ່ອຍໆເຊົາໃຊ້ສີສັງເຄາະໃນຜະລິດຕະພັນຂອງຕົນພາຍໃນປີ 2027

 

ເຖິງແມ່ນສີຈາກທຳມະຊາດຈະຖືກເບິ່ງວ່າ “ປອດໄພກວ່າ” ແຕ່ຢ່າງໃດກໍຕາມ ຜູ້ຊ່ຽວຊານເຕືອນວ່າບັນຫາສຳຄັນຍັງຢູ່ທີ່ໂຄງສ້າງຂອງ “ອາຫານແປຮູບຂັ້ນສູງ (Ultra-processed Foods)”

 

ທີ່ຖືກອອກແບບໃຫ້ດຶງດູດເກີນຈິງ ກະຕຸ້ນຄວາມຢາກອາຫານ ແລະ ມີຄຸນຄ່າທາງໂພຊະນາການຕ່ຳ ການບໍລິໂພກອາຫານທຳມະຊາດ ເຊັ່ນ: ຜັກ ໝາກໄມ້ ທັນຍະພືດບໍ່ຂັດສີ ແລະ ການອ່ານປ້າຍໂພຊະນາການຈຶ່ງຍັງຄົງເປັນແນວທາງທີ່ດີທີ່ສຸດໃນການປ້ອງກັນຄວາມສ່ຽງ

 

ຈຸດເນັ້ນຫຼັກຂອງການສຶກສາໃໝ່ທີ່ນຳໂດຍ Dunford ຄືການວັດການໃຊ້ສີສັງເຄາະໃນຜະລິດຕະພັນອາຫານ ແລະ ເຄື່ອງດື່ມ 39,763 ລາຍການ ທີ່ຈຳໜ່າຍໂດຍຜູ້ຜະລິດ 25 ອັນດັບທຳອິດ ໃນສະຫະລັດອາເມລິກາ ໂດຍໃຊ້ຂໍ້ມູນປີ 2020 ຈາກ Label Insight ທີ່ເປັນບໍລິສັດໃນເຄືອ NielsenIQ ສຳລັບຂໍ້ມູນເຊິງເລິກກ່ຽວກັບຜະລິດຕະພັນ

 

ນັກວິໄຈພົບວ່າຜະລິດຕະພັນ 1 ໃນ 5 ຫຼື ຮ້ອຍລະ 19 ມີສີສັງເຄາະລະຫວ່າງ 1 ຫາ 7 ຊະນິດ ສີສັງເຄາະທີ່ໃຊ້ຫຼາຍທີ່ສຸດຄືສີແດງໝາຍເລກ 40 ຮອງລົງມາຄືສີແດງໝາຍເລກ 3 ແລະ ສີຟ້າໝາຍເລກ 1

 

ໝວດໝູ່ອາຫານທີ່ມີການໃຊ້ສີຫຼາຍທີ່ສຸດ ໄດ້ແກ່ ເຄື່ອງດື່ມສຳລັບນັກກິລາ (79%) ເຄື່ອງດື່ມເຂັ້ມຂົ້ນ (71%) ແລະ ເຂົ້າໜົມຫວານ (54%) ຜູ້ຂຽນລະບຸວ່າ “ເຄື່ອງດື່ມອັດລົມມີສັດສ່ວນຍອດຂາຍຜະລິດຕະພັນທີ່ມີສີຍ້ອມສັງເຄາະຫຼາຍທີ່ສຸດ (30%) ເນື່ອງຈາກເປັນໝວດໝູ່ທີ່ມີຍອດຂາຍສູງສຸດ”

 

ທັງນີ້ເມື່ອບໍ່ເທົ່າໃດທີ່ຜ່ານມາ ລັດແຄລິຟໍເນຍໄດ້ເລີ່ມອອກກົດໝາຍຫ້າມໃຊ້ສີສັງເຄາະທີ່ເຮັດຈາກປິໂຕລຽມ ໂດຍອ້າງເຫດຜົນດ້ານສຸຂະພາບ ເຊັ່ນ: ຄວາມສ່ຽງຕໍ່ການເກີດມະເຮັງທີ່ເພີ່ມຂຶ້ນ ແລະ ບັນຫາທາງລະບົບປະສາດໃນເດັກແລະສັດ

 

ຜູ້ວ່າການລັດແກວິນ ນິວຊັມ ໄດ້ສັ່ງຫ້າມໃຊ້ສີແດງໝາຍເລກ 3 ໃນປີ 2023 ແລະ ຫ້າມໃຊ້ສີທົ່ວໄປອີກ 6 ຊະນິດໃນອາຫານຂອງໂຮງຮຽນໃນປີ 2024 ນັບແຕ່ນັ້ນມາ ລັດອື່ນໆ ອີກ 25 ລັດໄດ້ເດີນຕາມຮອຍຂອງລັດແຄລິຟໍເນຍດ້ວຍການອອກກົດໝາຍ ທີ່ບາງລັດໄດ້ລົງນາມເປັນກົດໝາຍ ແລະ ບາງລັດຍັງຄົງດຳເນີນການຢູ່ ໂດຍກົດໝາຍດັ່ງກ່າວຈະຫ້າມ ຈຳກັດການໃຊ້ ຫຼື ກຳນົດໃຫ້ຕິດປ້າຍສີປະສົມອາຫານ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 28 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
660.04
671.26
european-union
EUR
24,263
24,748
china
CNY
2,950
3,009
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 28 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
43,570,000
44,100,000
43,060,000
44,209,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-28T131634.320
5 ອາຫານ" ທີ່ບໍ່ຄວນແຊ່ຕູ້ເຢັນ ເພື່ອໃຫ້ທ່ານໄດ້ຮູ້ ແລະ ຫຼີກລ່ຽງ
pele - 2025-10-28T113904.088
ພິທີເປີດປ້າຍສະພາການຄ້າ ສປ ຈີນ ປະຈຳແຂວງອຸດົມໄຊ
jane - 2025-10-28T112148.117
ໃນວັນທີ 28/10/2025 ເກີດເຫດຄົນບໍ່ດີລັກຈູດກອງເຂົ້າປະຊາຊົນ ທີ່ບ້ານຫາດສາມຄອນ, ເມືອງທ່າໂທມ, ແຂວງໄຊສົມບູນ.
pele - 2025-10-28T100439.053
ຂີ່ລົດເມຟຣີໃນໄລຍະ 5 ວັນບຸນພຣະທາດຫຼວງ
jane - 2025-10-28T093749.176
ທໍາລາຍສິນຄ້ານໍາເຂົ້າບໍ່ຖືກຕ້ອງ ແລະ ສິນຄ້າໝົດອາຍຸ 82 ລາຍການ ຢູ່ແຂວງບໍ່ແກ້ວມູນຄ່າ 60 ລ້ານກວ່າກີບ
pele - 2025-10-28T092434.668
ຈະເລີ່ມໃຫ້ເປີດບໍ່ຂຸດຄົ້ນດິນແດງ ແລະ ດິນປະເພດຕ່າງໆ ນັບແຕ່ວັນທີ 1 ພະຈິກ 2025 ເປັນຕົ້ນໄປ
jane - 2025-10-28T091559.208
ສະພາບອາກາດປະຈໍາ ເຊົ້າວັນທີ 28 ຕຸລາ 2025
jane - 2025-10-27T163249.743
ຂ່າວຕ່າງປະເທດລາຍງານເກີດຫຍັງຂຶ້ນໃນທະເລຈີນໃຕ້? ເຮລິຄອບເຕີຕົກ ເຄື່ອງບິນຮົບສະຫະລັດຕົກ
pele - 2025-10-27T161248.319
ຍີ່ປຸ່ນ ສົ່ງຍານອະວະການຂົນສົ່ງລຸ້ນໃໝ່ຂຶ້ນສູ່ວົງໂຄຈອນ
jane - 2025-10-27T154503.393
ນາຍຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47
ຢ່າລື່ມກົດຕິດຕາມ