ນາຍແພດຊຽວ ຈ້ຽນຈ້ຽນ ຜູ້ຊ່ຽວຊານດ້ານການຫຼຸດນ້ຳໜັກ ຄົນໄຕ້ຫວັນ ເປີດເຜີຍວ່າ ເມື່ອແບັກທີເຣຍຊະນິດ “ໄຟມິຄິວຕສ໌” ໃນລຳໄສ້ໃຫຍ່ພົບກັບກົດອະຊີຕິກທີ່ເກີດຈາກການຫມັກອາຫານທີ່ມີໄຟເບີສູງ ແລະ ແປ້ງດື້ ຈະຊ່ວຍຫຼຸດໄຂມັນໃນຕັບແລະ ໄຂມັນຮອບອະໄວຍະວະພາຍໃນໄດ້ ຜົນລັບຄ້າຍກັບການກິນອາຫານຄາບໂບໄຮເດຣຕຕ່ຳ
ລາວແນະນຳໃຫ້ກິນ “ຖົ່ວຂຽວຕົ້ມ” ເພາະອຸດົມໄປດ້ວຍແປ້ງດື້ ແລະ ເບຕ້າ-ກລູແຄນ ຊຶ່ງຊ່ວຍສົ່ງເສີມການເຜົາຜານໄຂມັນຕາມທຳມະຊາດ
“ທີ່ດີຍິ່ງກວ່ານັ້ນຄື ເຮົາບໍ່ຕ້ອງທໍລະມານກັບການງົດແປ້ງແບບສຸດໂຕ່ງ ພຽງແຕ່ປ່ຽນປະເພດຂອງອາຫານຫຼັກ ກໍສາມາດເປີດສະວິຊການເຜົາຜານໄຂມັນໃນຮ່າງກາຍໄດ້ຢ່າງງ່າຍດາຍ” ທ່ານໝໍກ່າວ
ໝໍຊຽວ ຈ້ຽນຈ້ຽນ ອະທິບາຍຜ່ານເຟດບຸກແຟນເພດວ່າ ຈາກງານວິໄຈໃໝ່ຫຼ້າສຸດໃນວາລະສານ Cell Metabolism ພົບວ່າ ເມື່ອແບັກທີເຣັຍຊະນິດ Bacteroides ໃນລຳໄສ້ໃຫຍ່ພົບກັບກົດອະຊີຕິກ (Acetate) ຊຶ່ງເກີດຈາກການຫມັກຂອງອາຫານທີ່ມີໃຍອາຫານສູງ ແລະ ແປ້ງດື້ ຈະຊ່ວຍລົດໄຂມັນໃນຕັບ ແລະ ໄຂມັນຮອບອະໄວຍະວະພາຍໃນໄດ້ ໂດຍໃຫ້ຜົນຄ້າຍກັບການຄວບຄຸມອາຫານແບບຄີໂຕຫຼືໂລວ໌ຄາບ (ກິນແປ້ງໜ້ອຍ)
“ເມື່ອເຮົາກິນກ້ວຍດິບ ມັນເທດທີ່ຕົ້ມແລ້ວແຊ່ເຢັນ ຂ້າວໂອ໊ດ ຫຼື ອາຫານທີ່ອຸດົມດ້ວຍແປ້ງດື້ ແລະ ເບຕ້າ-ກລູແຄນ ພວກມັນຈະຄ່ອຍໆຫມັກຕົວຢ່າງມິດໆໃນລຳໄສ້ ແລ້ວສ້າງກົດອະຊີຕິກອອກມາ ຊຶ່ງຈະຊ່ວຍກະຕຸ້ນໃຫ້ແບັກທີເຣຍ Bacteroides ເພີ່ມຈຳນວນຢ່າງຫຼວງຫຼາຍ”
ໝໍອະທິບາຍເພີ່ມເຕີມວ່າ ແບັກທີເຣຍ Bacteroides ເຫຼົ່ານີ້ແມ່ນຈະມີຂະນາດນ້ອຍ ແຕ່ຊົງພະລັງຄືກັບ “ພະນັກງານທຳຄວາມສະອາດທີ່ຫິວໂຫຍ” ຊຶ່ງຈະຮີບກຳຈັດນ້ຳຕານສ່ວນເກີນໃນລຳໄສ້ອອກໄປຢ່າງໄວ ເຮັດໃຫ້ຮ່າງກາຍຈຳເປັນຕ້ອງຫັນມາເຜົາຜານໄຂມັນທີ່ສະສົມໄວ້ດົນແທນ
ຫາກຕ້ອງການໃຫ້ກົດອະຊີຕິກເດີນທາງໄປເຖິງລຳໄສ້ໃຫຍ່ໄດ້ຢ່າງມີປະສິດທິພາບ ເຄັດລັບຢູ່ທີ່ການເລືອກໄຟເບີທີ່ຍ່ອຍຊ້າ ເຊັ່ນ: ຖົ່ວຂຽວ, ຖົ່ວແດງ, ກ້ວຍດິບ ຊຶ່ງອຸດົມໄປດ້ວຍແປ້ງດື້ ແລະ ຫາກນຳມັນເທດໄປອົບແລ້ວແຊ່ເຢັນຂ້າມຄືນ ຈະຊ່ວຍເພີ່ມປະລິມານແປ້ງດື້ໄດ້ຢ່າງຫຼວງຫຼາຍອີກດ້ວຍ
ໝໍຊຽວ ຈ້ຽນຈ້ຽນກ່າວຕໍ່ວ່າ ນອກຈາກແປ້ງດື້ແລ້ວ ຍັງສາມາດຮັບສານເບຕ້າ-ກລູແຄນໄດ້ງ່າຍໆ ເຊັ່ນ: ພຽງແຊ່ຂ້າວໂອ໊ດໃນນ້ຳໄວ້ຂ້າມຄືນ ກໍສາມາດນຳມາຮັບປະທານໃນເຊົ້າວັນຖັດໄປໄດ້ເລີຍ
ນອກຈາກນີ້ ຜັກທຳມະດາຢ່າງໜຶ່ງເຊັ່ນໜໍ່ໄມ້ຝຣັ່ງ ຫົວຫອມ ແລະ ກະທຽມ ກໍອຸດົມໄປດ້ວຍ ໂອລິໂກຟຣຸກໂຕສ (FOS) ຊຶ່ງເປັນໃຍອາຫານຊະນິດດີ ພຽງແຕ່ຜັດເບົາໆ ກໍຍັງຄົງຮັກສາຄຸນຄ່າທາງໂພຊະນາການໄວ້ໄດ້
ໝໍຍັງເຕືອນວ່າ ຫາກຄິດຈະດື່ມນ້ຳສົ້ມສາຍຊູເພື່ອເພີ່ມກົດອະຊີຕິກນັ້ນບໍ່ໄດ້ຜົນ ເພາະກົດຈະຖືກດູດຊຶມໄປໝົດຕັ້ງແຕ່ລຳໄສ້ນ້ອຍ ເຮັດໃຫ້ລຳໄສ້ໃຫຍ່ບໍ່ເຫຼືອເຊື້ອເພີງໄວ້ໃຊ້ເລີຍ
ໝໍເສີມວ່າ ແມ່ນແບັກທີເຣຍ Bacteroides ຈະເປັນຈຸລິນຊີ ທີ່ມີຢູ່ຕາມທຳມະຊາດໃນລຳໄສ້ຂອງທຸກຄົນ ແຕ່ກັບຖືກທຳຮ້າຍຈາກອາຫານສະໄໝໃໝ່ ຫາກຕ້ອງການໃຫ້ແບັກທີເຣຍເຫຼົ່ານີ້ກາຍເປັນພັນທະມິດໃນການເຜົາຜານໄຂມັນ ຄວນປະຕິບັດດັ່ງນີ້
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,418 | 21,694 |
![]() THB | 658.08 | 668.21 |
![]() EUR | 23,836 | 24,313 |
![]() CNY | 2,909 | 2,967 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |