_cover - 2025-07-08T104139.105
ທຣັມເປີດເຜີຍອີກ ຕັ້ງກຳແພງພາສີຕອບໂຕ້ ລາວ-ມຽນມາຖືກຮຽກເກັບພາສີ 40% ມາເລເຊຍ 25%
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 8 July, 2025
ໝວດ: ຂ່າວ

ໂດນັລດ໌ ທຣັມເຜີຍຈົດໝາຍແຈ້ງອັດຕາພາສີອີກຫຼາຍສະບັບ ໂດຍລາວກັບມຽນມາຖືກເອີ້ນເກັບຫຼາຍສຸດເຖິງ 40% ຂະນະທີ່ມາເລເຊຍຖືກໄປ 25%

 

ເມື່ອ 7 ກໍລະກົດ 2025 ສະຫະລັດເລີ່ມສົ່ງຈົດໝາຍເຖິງປະເທດຕ່າງໆ ເພື່ອແຈ້ງອັດຕາພາສີຕ່າງຕອບແທນທີ່ສະຫະລັດຈະບັງຄັບໃຊ້ກັບພວກເຂົາຕາມນະໂຍບາຍຂອງ ໂດນັລດ໌ ທຣັມ ແລ້ວ

 

ໂດຍທຣັມ ໂພສຕ໌ພາບຜ່ານ Truth Social ສະແດງໃຫ້ເຫັນຈົດໝາຍທີ່ສົ່ງເຖິງຫຼາຍປະເທດ ທັງຍີ່ປຸ່ນ, ເກົາຫຼີໃຕ້, ຄາຊັກສະຖານ, ມາເລເຊຍ, ລາວ ແລະ ມຽນມາ ນອກຈາກນັ້ນຍັງມີອາຟຣິກາໃຕ້ອີກດ້ວຍ

 

ໃນຕອນທຳອິດທຣັມໂພສຕ໌ພາບຈົດໝາຍທີ່ສົ່ງເຖິງຍີ່ປຸ່ນກັບເກົາຫຼີໃຕ້ກ່ອນ ໂດຍລະບຸວ່າຈະບັງຄັບໃຊ້ພາສີຕ່າງຕອບແທນໃນອັດຕາ 25% ກັບທັງສອງປະເທດ ເລີ່ມຕັ້ງແຕ່ 1 ສິງຫາ ເປັນຕົ້ນໄປ

 

ປະມານ 2 ຊົ່ວໂມງຕໍ່ມາ ທຣັມຈຶ່ງໂພສຕ໌ຈົດໝາຍທີ່ສົ່ງເຖິງ ຄາຊັກສະຖານ, ມາເລເຊຍ, ລາວ, ມຽນມາ ແລະ ອາຟຣິກາໃຕ້ ໂດຍທີ່ ຄາຊັກສະຖານກັບມາເລເຊຍຖືກຕັ້ງກຳແພງພາສີໃນອັດຕາເທົ່າກັນຄື 25% ຂະນະທີ່ອາຟຣິກາ ຖືກໄປ 30% ສ່ວນລາວກັບມຽນມາຖືກຮຽກເກັບກຳແພງພາສີສູງເຖິງ 40%

 

ຈົດໝາຍດັ່ງກ່າວມີເນື້ອຫາຄ້າຍຄືຈະເໝືອນກັນທຸກສະບັບ ໂດຍລະບຸວ່າເຫດຜົນທີ່ສະຫະລັດຕັດສິນໃຈຕັ້ງກຳແພງພາສີກັບປະເທດເຫຼົ່ານີ້ ຄືການທີ່ສະຫະລັດຂາດດຸນທາງການຄ້າຢ່າງມີໄນຍະສຳຄັນກັບປະເທດທີ່ຈົດໝາຍຖືກສົ່ງເຖິງ ພ້ອມທັງເຊື້ອເຊີນໃຫ້ພວກເຂົາສ້າງ ຫຼື ຜະລິດສິນຄ້າພາຍໃນສະຫະລັດ ເພື່ອຫຼີກເວັ້ນກຳແພງພາສີ

 

ເມື່ອອາທິດກ່ອນ ທຣັມກ່າວວ່າ ລາວໄດ້ລົງນາມຈົດໝາຍແຈ້ງອັດຕາພາສີຕ່າງຕອບແທນແລ້ວຈຳນວນໜຶ່ງ ແລະ ຈະສົ່ງມັນໃຫ້ກັບ 12 ປະເທດໃນວັນຈັນທີ່ 7 ກໍລະກົດ ແລະ ຈະສົ່ງເພີ່ມເຕີມຫຼັງຈາກນັ້ນ

 

ຂະນະດຽວກັນ ເບິ່ງຄືວ່າສະຫະລັດຈະເລື່ອນເສັ້ນຕາຍການບັງຄັບໃຊ້ມາດຕະການພາສີຕ່າງຕອບແທນ ຈາກວັນທີ່ 9 ກໍລະກົດ ໄປເປັນ 1 ສິງຫາ ຫຼັງຈາກໃນຊ່ວງ 3 ເດືອນທີ່ຜ່ານມາ ສະຫະລັດເຮັດຂໍ້ຕົກລົງການຄ້າໄດ້ພຽງ 3 ສະບັບເທົ່ານັ້ນ ຈາກທັງໝົດກວ່າ 90 ສະບັບທີ່ລັດຖະບານສັນຍາເອົາໄວ້

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 26 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,505
21,782
thailand (1)
THB
666.48
677.14
european-union
EUR
2,939
2,997
china
CNY
24,187
24,671
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (97)
ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ
pele - 2025-09-26T163110.401
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5
jane (96)
ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!
jane (95)
ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
pele - 2025-09-26T151116.937
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
jane (94)
ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ
pele - 2025-09-26T135833.393
ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
ຢ່າລື່ມກົດຕິດຕາມ