_cover - 2025-07-09T103653.389
ປະຫວັດຄວາມເປັນມາ "ບຸນເຂົ້າພັນສາ" (ວັນອາສາລະຫະບູຊາ) ບຸນເຂົ້າພັນສາປີນີ້ກົງກັບວັນພະຫັດ ວັນທີ 10 ກໍລະກົດ 2025
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 9 July, 2025
ໝວດ: ແນະນຳ

ບຸນເຂົ້າພັນສາປີນີ້ກົງກັບວັນພະຫັດ ວັນທີ 10 ກໍລະກົດ 2025 ຂື້ນ 15 ຄ່ຳເດືອນ 8 ລາວ . 2568✨️🙏🌻

 

ວັນເຂົ້າພັນສາເປັນວັນສຳຄັນໃນທາງພຣະພຸທທະສາສນາອີກວັນໜື່ງ ປີໜື່ງມີເທື່ອດຽວ ແລະ ມີກຳໜົດສາມເດືອນ ຫລື ຫນຶ່ງໄຕຣມາດ ເພື່ອໃຫ້ບັນພະຊິດ ແລະ ຄະຣຶຫັດອຸປາສົກ,ອຸປາສິກາ,ເຍົາວະຊົນ ຜູ້ມີຈິດສັທທາໄດ້ພໍ່າເພັງສີລທານ,ພາວະນາແລະ ຖວາຍທານ ໃຫ້ບໍລິສຸດເຕັມໄຕຣມາດສາມເດືອນ ເພື່ອປະໂຍດຕົນ,ປະໂຍດຜູ້ອື່ນ ແລະເພື່ອເພິ່ມພູນບຸນກຸສົນ ຈະຣິຍະສັມມາປະຕິບັດໃຫ້ ເຕັມປ່ຽມ ມີການຖວາຍຜ້າອາບນໍ້າຝົນແລະຜ້າໄຕຣຈີວອນເປັນຕົ້ນ.

 

 

ໃນໄລຍະຊ່ວງເຂົ້າພັນສານີ້ພຣະສົງຄ໌ຈະອະທິຖານວ່າຈະປະຈຳຢູ່ທີ່ໃດທີ່ນໜຶ່ງຕະຫຼລອດລະດູຝົນທີ່ມີກຳນົດໄລຍະເວລາ ສາມເດືອນ ຕາມທີ່ພຣະທັມວິນັຍ ບັນຍັດໄວ້ ໂດຍບໍ່ໄປຄ້າງແຮມທີ່ອື່ນ ໂດຍນັບຕັ້ງແຕ່ ວັນແຮມ 1 ຄໍ່າ ເດືອນແປດຂອງທຸກປີເຖິງວັນຂຶ້ນ 15 ຄໍ່າເດືອນ11 (ຖ້າປີນັ້ນມີເດືອນແປດສອງຫົນ ກໍຈະນັບເດືອນແປດຫລັງໄປ)

 

ໃນສະໃໝຕົ້ນພຸທທະກາລ ພຣະພຸທທະເຈົ້າບໍ່ໄດ້ວາງລະບຽບ ເລື່ອງການເຂົ້າພັນສາໄວ້ ແຕ່ການເຂົ້າ ພັນສານັ້ນເປັນສິ່ງທີ່ ພຣະພຸທອົງຄ໌ ແລະ ພຣະສົງຄ໌ສາວົກໄດ້ປະຕິບັດກັນມາໂດຍຕລອດ ໂດຍຈະພັກການ ຈາຣິກ ບໍ່ໄດ້ອອກໄປຂ້າງນອກ ເພາະຢູ່ໃນຊ່ວງຣະດູຝົນນັ້ນ ການສັນຈອນໄປມາກໍຫຍຸ້ງຍາກແລະລຳບາກ. ໃນຕົ້ນພຸທທະກາລນັ້ນ ມີພຣະສົງຈຳນວນນ້ອຍ ແລະ ສ່ວນໃຫຍ່ ຈະເປັນພຣະອະຣິຍະບຸກຄົນ ຈຶ່ງຮູ້ດີວ່າສິ່ງໃດຄວນຫລືບໍ່ຄວນທຳ.

 

 

ຕໍ່ມາມີພຣະສົງຫລາຍຂຶ້ນຈຶ່ງມີກຸ່ມພຣະສົງພາກັນອອເດີນທາງເຜີຍແຜ່ພຣະພຸທທະສາສນາໃນທີ່ຕ່າງໆ ຫລື ໄປສະແຫວງບຸນ ຕາມເຂດຊົນນະບົດທົ່ວໄປ ໂດຍສະເພາະຍາມຝົນນັ້ນ ຕ່າງກໍຈະຢຽບຫຍ້າ,ຕົ້ນກ້າ ຂອງປະຊາຊົນເສັຽຫາຍ ຫລື ແມ່ນແຕ່ ສັຕນ້ອຍ ສັຕໃຫຍ່ອາດຈະຖືກຢຽບຕາຍໄປ ຊຶ່ງເປັນເຫດໃຫ້ຊາວບ້ານເດືອດຮ້ອນ ແລະ ພາກັນໄປຟ້ອງພຣະພຸທທະເຈົ້າ.

 

ເມື່ອພຣະພຸທທະອົງຊາບດັ່ງນັ້ນ ຈຶ່ງໄດ້ວາງລະບຽບໃຫ້ພິກຂຸ ຕ້ອງປະຈຳຢູ່ທີ່ໃດທີ່ນຶ່ງເປັນເວລາສາມເດືອນໂດຍຈະບໍ່ໄປຄ້າງແຮມທີ່ອື່ນ ເວັ້ນແຕ່ຈະຖືສັຕຕາຫະ ຕາມພຸທທະບັນຍັດ.

 

 

ການເຂົ້າພັນສາຂອງພຣະສົງຄ໌ຕາມພຣະວິນັຍປິດົກ

 

ຕາມພຣະວິນັຍ ພຣະສົງຄ໌ຮູບໃດບໍ່ເຂົ້າຈຳພັນສາຢູ່ແຫ່ງໃດແຫ່ງນຶ່ງນັ້ນ ຖືວ່າຕ້ອງອາບັດທຸກກົດ ແລະ ພຣະສົງຄ໌ ທີ່ອະທິຖານ ຮັບຄຳເຂົ້າພັນສາແລ້ວ ຈະໄປຄ້າງແຮມບ່ອນອື່ນບໍ່ໄດ້ ແຕ່ຖ້າຫາກເດີນທາງອອກໄປແລ້ວແລະບໍ່ສາມາດກັບມາໃນເວລາທີ່ກຳນົດ ຄືກ່ອນຮຸ່ງສວ່າງ ກໍຈະຖືວ່າພຣະພິກຂຸຮູປນັ້ນຂາດພັນສາແລະ ຕ້ອງອາບັດທຸກກົດ ພຣະສົງຄ໌ຮູປນັ້ນຈະບໍ່ໄດ້ຮັບອານິສົງພັນສາ, ບໍ່ໄດ້ອານິສົງກະຖິນຕາມພຣະວິນັຍ ແລະ ຍັງຫ້າມບໍ່ໃຫ້ນັບພັນສາທີ່ຂາດນັ້ນອີກດ້ວຍ.

 

ແຕ່ກໍມີຂໍ້ຍົກເວັ້ນໄວ້ເຊັ່ນ: ໃນກໍຣະນີດັ່ງລຸ່ມນີ້

 

1. ພຣະອຸປັດຊາຈານ ແລະ ບິດາມານດາເຈັບໄຂ້ໄດ້ປ່ວຍ ຈຳຕ້ອງຕ້ອງໄປດູແລຮັກສາ,

2.ພຣະພິກຂຸຢາກຈະສິກ ໄປເພື່ອຣະງັບບໍ່ໃຫ້ສິກ,

3. ມີກິຈສົງຄ໌ເກີດຂຶ້ນເຊັ່ນ: ສິມເປ່ເພ ໄປເພື່ອປະຕິສັງຂອນ,

4. ທາຍົກບຳເພັນກຸສົນ ນິິມົນໄປເພື່ອບຳຣຸງສັທທາ

ແຕ່ຕ້ອງກັບມາພາຍໃນ 7 ວັນ ພັນສາຈຶ່ງຈະບໍ່ຂາດ ຫາກເກີນ 7 ວັນໄປ ກໍເປັນອັນວ່າພັນສາຂາດ (ຮັບຄຳອະທິຖານເຂົ້າພັນສາແຕ່ເຮັດບໍ່ໄດ້).

 

 

 

 ໃນການອະທິຖານເຂົ້າພັນສາຢູ່ວັດໃດວັດນຶ່ງກໍດີ ຫາກມີເຫດຈຳເປັນ 5 ປະການດັ່ງຕໍ່ໄປນີ້ ພິກຂຸບໍ່ຕ້ອງອາບັດ ເຖິງແມ່ນວ່າ ຈະໄປຢູ່ທີ່ອື່ນກໍດີ ໄດ້ແກ່ :

 

1.ຖືກສັຕຮ້າຍລົບກວນ, ຖືກໂຈນປົ້ນ, ໄຟໄໝ້ວັດ ຫລື ນໍ້າຖ້ວມວັດ.

2. ຊາວບ້ານຖືກໂຈນປົ້ນ ອົພຍົບໄປບ່ອນອື່ນ ອະນຸຍາດໃຫ້ໄປກັບຊາວບ້ານ, ຫລືຊາວບ້ານແຕກ ເປັນສອງຝ່າຍ ໃຫ້ໄປກັບຝ່າຍ ທີ່ມີສັທທາເຫລື້ອມໃສ.

3. ຂາດແຄນອາຫານ ແລະ ຢາຮັກສາໂຣຄ

4. ມີຄົນເອົາເງິນມາລໍ້ ພຣະພຸທທະອົງຊົງອະນຸຍາດໃຫ້ໜີໄປໃຫ້ພົ້ນເສັຽ

5. ພິກຂຸສົງຄ໌ແຕກກັນຫລືມີຜູ້ພະຍາຍາມເຮັດໃຫ້ພຣະພິກຂຸສົງຄ໌ໃນວັດແຕກກັນ ໃຫ້ໄປເພື່ອຫາທາງລະງັບເຫດນັ້ນໄດ້.

 

ວັນເຂົ້າພັນສາກຳໜົດເປັນ 2 ໄລຍະ ຄື ປຸຣິມະພັນສາແລະປັຈສິມະພັນສາ

 

1. ປຸຣິມພັນສາ ຄື ມື້ເຂົ້າພັນສາຕົ້ນ ກົງກັບວັນແຮມ 1 ຄໍ່າເດືອນ 8 ຂອງທຸກປີ ປະມານເດືອນກໍຣະກົດ ແລະ ອອກພັນສາ ໃນວັນຂຶ້ນ 15 ຄໍ່າເດືອນ 11 ປະມານເດືອນຕຸລາ.

2. ປັຈສິມພັນສາ ຄື ມື້ເຂົ້າພັນສາຫລັງ ສຳລັບປີອະທິກະມາສ ຄື ມີເດືອນແປດສອງຫົນ ກົງກັບວັນ ແຮມ 1 ຄໍ່າເດືອນ 8 ຫລັງ ປະມານເດືອນກໍຣະກົດ ແລະ ອອກພັນສາໃນວັນຂຶ້ນ 15 ຄໍ່າເດືອນ 11 ປະມານເດືອນຕຸລາ.

 

 ວັນອາສາລະຫະບູຊາ.

 

ວັນອາສາລະຫະບູຊາເປັນອີກວັນນຶ່ງທີສຳຄັນກ່ອນວັນເຂົ້າພັນສານັ້ນແມ່ນວັນອາສາລະຫະບູຊາ​.

 

ຄຳວ່າ ອາສາລະຫະບູຊາ( Asalha Puja) ຫຍໍ້ມາຈາກ ອາສາລະຫະ ປູຣະນະມີບູຊາ ໝາຍເຖິງ ການບູຊາໃນມື້ເພັງ ເດືອນອາສາລະຫະ ອັນເປັນເດືອນທີ່ສີ່ຕາມ ປະຕິທິນຂອງປະເທດ ອິນເດັຽ ຊຶ່ງຕົງ ກັບມື້ ຂຶ້ນ 15 ຄໍ່າ ເດືອນແປດ ຕາມປະຕິທິນຈັນທະຣະຄະຕິ ຊຶ່ງຈະຕົກຢູ່ໃນເດືອນມິຖຸນາ ຫລື ເດືອນກໍຣະກົດ ແຕ່ຖ້າປີໃດ ມີເດືອນແປດ ສອງຫົນ ກໍໃຫ້ເລື່ອນໄປເປັນວັນເພັງເດືອນ 8 ຫລັງແທນ.

 

ວັນອາສາລະຫະບູຊາ ເປັນວັນທີ່ສຳຄັນມື້ນຶ່ງໃນທາງພຣະພຸທທະສາສນາ ທີ່ເກີດຂຶ້ນຫລັງຈາກທີ່ພຣະສັມມາສັມພຸທທະເຈົ້າຕຣັສຮູ້ ໃນມື້ເພັງ 15 ຄໍ່າເດືອນຫົກແລ້ວສອງເດືອນ ເພາະມີເຫດການສຳຄັນເກີດຂຶ້ນ ສາມປະການດັ່ງນີ້ ຄື:

 

1. ເປັນວັນທີ່ພຣະພຸທທະເຈົ້າປະກາດພຣະພຸທທະສາສນາເປັນຄັ້ງທຳອິດ ໂດຍການສະແດງປະຖົມມະເທສນາ ຄືສະແດງທັມ ເປັນຄັ້ງແຣກ ມີຊື່ວ່າ ທັມມະຈັກກັປປະວັຕຕະນະສູຕ ອັນເປັນອົງທັມແຫ່ງພຣະສັມມາສັມໂພທິຍານ ໂຜດປັນຈະວັກຄີທັ້ງຫ້າ ທີ່ປ່າອິສິປະຕະນະມັຄທາຍະວັນ ເມືອງພາຣານະສີ ແຄວ້ນມະຄົດ ຊື່ງມີໃຈຄວາມສຳຄັນ ກ່າວເຖິງອະຣິຍະສັຈສີ່ປະການ ໄດ້ແກ່ 1.ທຸຂ ຄື ຄວາມລຳບາກ ຄວາມບໍ່ສະບາຍກາຍ ບໍ່ສະບາຍໃຈ, 2. ສະມຸທັຍ ຄື ເຫດທຳໃຫ້ເກີດທຸກ, 3.ນິໂຣທ ຄື ຄວາມດັບທຸຂ, ແລະ 4. ມັຄ ຄື ຂໍ້ປະຕິບັດໃຫ້ເຖິງ ຄວາມດັບ ແຫ່ງທຸຂ .

 

2. ເປັນວັນທີ່ເກີດ ສັງຄະຣັຕນະ ຫລືເປັນວັນທີ່ເກີດ ພຣະອະຣິຍະສົງຄ໌ ສາວົກໃນພຣະພຸທທະສາສນາຂຶ້ນຄັ້ງແຣກໃນໂລກ ຄື ພຣະອັນຍາໂກນທັນຍະຊຶ່ງເມື່ອໄດ້ຮັບຟັງພຣະທັມມະເທສນາ ທັມມະຈັກກັປປະວັຕຕະນະສູຕແລ້ວ ໄດ້ບັນລຸທັມແລະໄດ້ຂໍບວດເປັນພິກຂຸ ຮູປທຳອິດ ໃນພຣະພຸທສາສນາ ຊຶ່ງພຣະພຸທທະອົງກໍຊົງອະນຸຍາດດ້ວຍວິທີ ເອຫິພິກຂຸອຸປະສັມປະທາ.

 

3. ຈຶ່ງຖືວ່າວັນນີ້ເປັນວັນທຳອິດທີ່ບັງເກີດເປັນພຣະຣັຕນະຕຣັຍທີ່ສົມບູນ ຄື ພຣະພຸທຣັຕນະ ພຣະທັມຣັຕນະ ພຣະສົງຄ໌ຣັຕນະ. ດ້ວຍເຫດນີ້ຈຶ່ງທຳໃຫ້ວັນນີ້ຮຽກວ່າວັນພຣະທັມຫລື ວັນພຣະທັມມະຈັກ ອັນໄດ້ແກ່ວັນທີ່ລໍ້ແຫ່ງພຣະທັມຂອງ ພຣະພຸທທະເຈົ້າ ໄດ້ໝູນໄປເປັນຄັ້ງແຣກ ແລະວັນພຣະສົງຄຄືວັນທີ່ມີພຣະສົງຄ໌ເກີດຂຶ້ນເປັນຄັ້ງແຣກອີກດ້ວຍ.

 

ການປະຕິບັດໃນບຸນເຂົ້າພັນສາ

 

ໃກ້ຈະຮອດມື້ເຂົ້າພັນສາ (ອອກມາຈາກພາສາບາລີວ່າວັສສາ) ພຣະພິກຂຸສົງຄ໌ສາມະເນນ ,ຊາວ ບ້ານກໍຈະພາກັນຈັດເຮັດ ຄວາມສະອາດພາຍໃນ ບໍຣິເວນວັດ ແລະ ສ້ອມແປງສະຖານທີ່ ບ່ອນທີ່ເປ່ເພ ມີສິມ ເປັນຕົ້ນ ແລະ ຈັດຫ້າງຫາເຄື່ອງປູ ມີສາດ ອາສນະໄວ້ພ້ອມ.

 

ເຖິງແມ່ນວ່າການເຂົ້າພັນສາຈະເປັນເຣື່ອງຂອງພິກຂຸ ແຕ່ພຸທສາສນິກະຊົນກໍຖືເປັນໂອກາດດີທີ່ຈະ ໄດ້ ເຮັດບຸນ ຮັກສາສີລ ແລະ ຊຳຮະຈິດໃຈໃຫ້ຜ່ອງໃສ ບາງຄົນກໍຕັ້ງໃຈງົດເວັ້ນເຫລົ້າ ຫລື ອະບາຍຍະມຸກທັ້ງປວງ ເປັນຕົ້ນ .

 

ໃນມື້ເພັງເດືອນແປດທຸກປີ ຄື 15 ຄໍ່າ ເດືອນແປດ ຕອນເຊົ້າຊາວພຸທຈະນຳດອກໄມ້ທູປທຽນ ເຂົ້າ ປາ ອາຫານມາຕັກບາຕ ຖວາຍທານທີ່ວັດ ມາໄຫວ້ພຣະ ສະມາທານສີລຫ້າ,ສີລແປດ ຫລື ສີລອຸໂບສົດ.ຫລັງຈາກນັ້ນ ຈະນຳສະບົງ ຜ້າຈີວອນ ຜ້າອາບນໍ້າຝົນ ທຽນພັນສາແລະດອກໄມ້ທູປທຽນມາຖວາຍພຣະທີ່ວັດແລ້ວ ຮັບຟັງພຣະທັມມະເທສນາ.

 

ຕອນແລງມາຊາວພຸທກໍຈະນຳດອກໄມ້ທູປທຽນ ມາຮວມກັນທີ່ສາລາໂຮງທັມ ຮັບສີລແລ້ວວຽນທຽນ ຮອບພຣະອຸໂບສົດ ສາມຮອບ. ຫລັງຈາກວຽນທຽນແລ້ວ ພວກຜູ້ເຖົ້າຜູ້ແກ່ກໍເຂົ້າໄປໂຮງທັມເພື່ອຮັບຟັງພຣະທັມມະເທສນາ.

 

ທາງຝ່າຍສົງກໍຈະມີການຈັດຫາເຄື່ອງສັກກາຣະບູຊາ ມີດອກໄມ້ ທູປທຽນໃສ່ຂັນໄປສົມມາຄາຣະວະ ພຣະພຸທຮູບ ນຳເຄື່ອງ ສັກກາຣະບູຊາຕັ້ງໄວ້ຂ້າງໜ້າພຣະພິກຂຸສາມະເນນ ພ້ອມກັນນັ່ງຄູ້ເຂົ່າ ປະນົມມືນົບວ່າຄຳສົມມາຄາຣະວະພຣະພຸທຮູບຕໍ່ໄປ.

 

ໃນມື້ແຮມ 1 ຄໍ່າເດືອນແປດ, ຫລັງຈາກໄຫວ້ພຣະສູຕມົນແລ້ວ ພຣະພິກຂຸສົງຄ໌ສາມະເນນກໍສົມມາ ຄາຣະວະພຣະເຖຣານຸເຖຣະ ຕາມລຳດັບພັນສາ ພຣະສົງຄ໌ອົງຈະຢູ່ຈຳພັນສາໃນອາວາດນັ້ນໆກໍພາກັນວ່າ ຄຳເຂົ້າພັນສາຕາມລຳດັບພັນສາໄປເທື່ອລະອົງ ອົງລະສາມເທື່ອ ຈົນຄົບໝົດທຸກອົງ.

 

ແຫຼງທີ່ມາ: Souliya – ພຣະສຸລິຍາ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 21 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,536
21,813
thailand (1)
THB
660.47
671.37
european-union
EUR
24,193
24,678
china
CNY
2,939
2,997
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 21 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
47,920,000
48,450,000
47,296,000
48,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-21T163456.766
ຣັດເຊຍ ກັບ ອູແກຣນ ຄວນ “ແບ່ງປັນ” ເຂດດອນບາສ ອີງຕາມເຂດສູ້ຮົບໃນປັດຈຸບັນ
jane - 2025-10-21T154926.955
ເຊັກດວງການເງິນ–ໂຊກລາບ ຂອງຄົນເກີດທັງ 7 ມື້ ສົ່ງທ້າຍເດືອນ ຕຸລາ 2025
pele - 2025-10-21T144328.209
ຊາວແຄລິຟໍເນຍ ຫຼາຍກວ່າ 10 ລ້ານຄົນ ຝຶກຊ້ອມຮັບມືກັບແຜ່ນດິນໄຫວ
jane - 2025-10-21T114147.836
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ.
jane - 2025-10-21T110548.419
ແຈ້ງການຄຸ້ມຄອງການບໍລິການລົດແທັກຊີ ດ້ວຍລະບົບອອນລາຍ ເພື່ອປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ.
pele - 2025-10-21T110008.835
ຈະມີບໍລິການກວດ ແລະ ຜ່າຕັດແກ່ນຕາຂຸ້ນ ຟຣີ ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ
pele - 2025-10-21T102701.925
ເມືອງພຽງ ເປີດຝຶກອົບຮົມໃຫ້ແກ່ນັກເດີນສຳຫຼວດ ພົນລະເມືອງ ຄັ້ງທີ V ປີ 2025
jane - 2025-10-21T101439.418
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ເຊື່ອມຕໍ່ແຂວງບໍລິຄຳໄຊ ກັບ ແຂວງບຶງການ ປະເທດໄທ (ປາກຊັນ-ບຶງການ) ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ
jane - 2025-10-21T092859.441
ສະພາບອາກາດປະຈໍາເຊົ້າວັນທີ 21 ຕຸລາ 2025
pele - 2025-10-21T091733.903
IMF ໜູນ​ຊ່ວຍ​ບັນດາ​ປະ​ເທດ​ອາຊີ - ປາຊີ​ຟິກ ​ກະຕຸ້ນຄວາມຕ້ອງການພາຍໃນ
ຢ່າລື່ມກົດຕິດຕາມ