_cover - 2025-07-09T151525.779
ລະວັງ!!​ ໃສ່ຄອນແທັກເລນຜິດວິທີ ສ່ຽງເປັນ 'ແຜທີ່ກະຈົກຕາ' ເຖິງຂັ້ນຕາບອດຖາວອນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 9 July, 2025

ໝໍເຕືອນ ໃສ່ຄອນແທັກເລນບໍ່ສະອາດ ໃສ່ນອນ ຫຼື ໃສ່ດົນເກີນ 8 ຊົ່ວໂມງ ສ່ຽງເກີດ “ແຜກະຈົກຕາ” ຕິດເຊື້ອຮຸນແຮງຮອດຂັ້ນຕາບອດ ແນະວິທີປ້ອງກັນແລະຮັກສາ

 

ໂຮງຫມໍເມັຕຕະປະຊາຣັກ (ວັດໄຣ່ຂິງ) ກົມການແພດ ເຕືອນໄພ “ແຜທີ່ກະຈົກຕາ” ພາວະອັນຕະລາຍທີ່ຫຼາຍຄົນເບິ່ງຂ້າມ

 

ໂດຍສະເພາະໃນກຸ່ມຜູ້ທີ່ໃສ່ຄອນແທັກເລນເປັນປະຈຳທັງເພື່ອຄວາມສວຍງາມຫຼືການແກ້ໄຂບັນຫາສາຍຕາ ເພາະຖ້າໃຊ້ງານຢ່າງບໍ່ຖືກວິທີ ເຊັ່ນ: ໃສ່ເລນດົນເກີນໄປ ບໍ່ຖອດຕອນນອນ ຫຼື ບໍ່ຮັກສາຄວາມສະອາດຢ່າງເໝາະສົມ ອາດນຳໄປສູ່ການອັກເສບ ຕິດເຊື້ອ ແລະ ຮຸນແຮງຮອດຂັ້ນສູນເສຍການເບິ່ງເຫັນຖາວອນ

 

ນາຍແພດໄພໂຣຈນ໌ ສຸລັດຕະນະວະນິດ ຮອງອະທິບໍດີກົມການແພດ ເປີດເຜີຍວ່າ ປັດຈຸບັນການໃຊ້ຄອນແທັກເລນໄດ້ຮັບຄວາມນິຍົມຫຼາຍຂຶ້ນ ແຕ່ໃນຂະນະດຽວກັນບັນຫາສຸຂະພາບຕາທີ່ເກີດຈາກການໃຊ້ງານບໍ່ເໝາະສົມກໍເພີ່ມຂຶ້ນນຳ ໂດຍສະເພາະ “ແຜທີ່ກະຈົກຕາ” ຊຶ່ງເກີດຈາກຫຼາຍສາເຫດ

 

ບໍ່ວ່າຈະເປັນການສີຕາແຮງໆ ການໃສ່ເລນຄ້າງຄືນ ຫຼື ການໃຊ້ຄອນແທັກເລນທີ່ບໍ່ສະອາດ ນອກຈາກນີ້ຜູ້ທີ່ມີພາວະຕາແຫ້ງ ຫຼື ພູມແພ້ຍັງມີຄວາມສ່ຽງຫຼາຍກວ່າຄົນທົ່ວໄປ ຖ້າມີອາການຕາແດງ ປວດຕາ ແສບຕາ ນ້ຳຕາໄຫຼ ຫຼື ເບິ່ງເຫັນບໍ່ແຈ້ງມົວ ຄວນຟ້າວພົບແພດໂດຍດ່ວນ

 

ດ້ານນາຍແພດກິດຕິວັດ ມະໂນຈັນ ຜູ້ອຳນວຍການໂຮງຫມໍເມັຕຕະປະຊາຣັກ ລະບຸວ່າ ກະຈົກຕາເປັນອະໄວຍະວະທີ່ບອບບາງແລະສຳຄັນຢ່າງຍິ່ງ

 

ເພາະເຮັດໜ້າທີ່ຮັບແສງແລະໂຟກັດພາບເຂົ້າສູ່ຈໍປະສາດຕາ ການເກີດບາດແຜທີ່ກະຈົກຕາພຽງເລັກນ້ອຍ ກໍອາດສົ່ງຜົນກະທົບຕໍ່ການເບິ່ງເຫັນໄດ້ທັນທີ ໂດຍສະເພາະແຜທີ່ເກີດຈາກເຊື້ອແບັກທີເຣຍ ຊຶ່ງມັກມາຈາກການໃຊ້ຄອນແທັກເລນທີ່ບໍ່ສະອາດ ຫຼື ເມື່ອມີສິ່ງແປກປອມ ເຊັ່ນ: ຝຸ່ນ, ຊາຍ ຫຼື ໂລຫະນ້ອຍໆ ເຂົ້າຕາໂດຍບໍ່ໄດ້ຮັບການລ້າງອອກຢ່າງຖືກວິທີ

 

ນາຍແພດວີຣະພັດ ອຸດົມວົງ ແພດສາຍຕາຜູ້ຊ່ຽວຊານດ້ານກະຈົກຕາ ກ່າວເພີ່ມເຕີມວ່າ ການໃສ່ຄອນແທັກເລນດົນເກີນ 8 ຊົ່ວໂມງ ຫຼື ໃສ່ນອນຂ້າມຄືນ

 

ເປັນປັດໄຈສ່ຽງທີ່ສຳຄັນ ເພາະກະຈົກຕາຈະຂາດອອກຊີເຈນແລະຄວາມຊື້ນ ເຮັດໃຫ້ເຊລຜິວເສື່ອມສະພາບ ເກີດແຜຖະລອກທີ່ງ່າຍຕໍ່ການຕິດເຊື້ອ ໂດຍສະເພາະເຊື້ອແບັກທີເຣຍ ແລະ ອະມີບາທີ່ມັກພົບໃນນ້ຳປົນເປື້ອນ ຊຶ່ງສາມາດເຮັດໃຫ້ບາດແຜລຸກລາມຢ່າງໄວຮອດຂັ້ນຕາບອດໄດ້ໃນບໍ່ເທົ່າໃດມື້

 

ສຳຫຼັບແນວທາງການຮັກສາ ຖ້າເປັນແຜຕື້ນ ຫຼື ລະຄາຍເຄືອງເລັກນ້ອຍ ໝໍອາດໃຫ້ຢາຂ້າເຊື້ອຮ່ວມກັບນ້ຳຕາທຽມ ແລະ ແນະນຳໃຫ້ຢຸດໃຊ້ຄອນແທັກເລນຊົ່ວຄາວຈົນກວ່າແຜຈະຫາຍ

 

ແຕ່ຖ້າແຜເລິກແລະຕິດເຊື້ອ ອາດຕ້ອງກວດເຊື້ອເພື່ອໃຫ້ຢາຫຍອດສະເພາະທາງ ຫຍອດຢາຖີ່ຂຶ້ນ ແລະ ຕິດຕາມອາການໃກ້ຊິດ ຖ້າປ່ອຍໃຫ້ແຜລຸກລາມຈົນກະຈົກຕາມົວຫຼືເປັນຝ້າ ອາດຕ້ອງເຂົ້າຮັບການຜ່າຕັດປູກຖ່າຍກະຈົກຕາ ຊຶ່ງມີຄ່າໃຊ້ຈ່າຍສູງແລະບໍ່ສາມາດຮັບປະກັນຜົນການເບິ່ງເຫັນທີ່ສົມບູນໄດ້

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 11 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,405
21,680
thailand (1)
THB
657.58
667.77
european-union
EUR
24,081
24,563
china
CNY
2,913
2,971
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-11T155041.467
ແຈ້ງມອດໄຟຟ້າ ວັນທີ11-13 ກໍລະກົດ 2025
pele - 2025-07-11T114748.148
ເມືອງສາມັກຄີໄຊ ກຽມລູກປາ 63 ພັນໂຕ ເພື່ອປ່ອຍຄືນສູ່ແຫລ່ງນໍ້າທໍາມະຊາດ
pele - 2025-07-11T105547.613
ສຸມໃສ່ດຳເນີນການທົດແທນຄ່າເສຍຫາຍໃຫ້ຜູ້ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟລາວ-ໄທ
site cover1 (41)
ຢູ 13 ດັບເບິນຢູໄອຈີ ນາຄາ ຖືກຕ້ອນຮັບຢ່າງສົມກຽດ ຫລັງຄວ້າແຊັມເຕະບານລະດັບນານາຊາດ ທີ່ປັອກຕຸຍການ
pele - 2025-07-11T103155.935
ຈຳປາສັກ ປ່ອຍປາຄືນສູ່ທຳມະຊາດ ແມ່ນໍ້າເຊໂດນ
site cover1 (39)
Docker ອັບເດດ Compose ຮອງຮັບ Agentic Apps ພ້ອມ ເປີດຕົວ Docker Offload
pele - 2025-07-11T095334.938
ນະຄອນຫຼວງວຽງຈັນ ສ້າງຂີ້ເຫຍື້ອປະມານ 711 ໂຕນຕໍ່ວັນ
pele - 2025-07-10T160617.198
ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ.
site cover1 (38)
ພົບຂໍ້ບົກພ່ອງໃນ WinRAR ເຮັດໃຫ້ມັນແວຮ໌ລໍ່ລວງໃຫ້ໂປຮແກຮມສາມາດຄາຍໄຟລ໌ໄປຍັງໂຟນເດີທີ່ຕ້ອງການໄດ້
pele - 2025-07-10T144940.132
ເປີດງານສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ
ຢ່າລື່ມກົດຕິດຕາມ