ແຕ່ເປັນບຸກຄົນປິດສະໜາທີ່ຢູ່ໆກໍ່ແລ່ນເຂົ້າໄປໃນຣັນເວຂອງສະໜາມບິນ ແລະ ແລ່ນເຂົ້າໄປຫາເຄື່ອງບິນລຳໜຶ່ງທີ່ຕິດເຄື່ອງຍົນແລ້ວ ແລະ ກຳລັງຢູ່ລະຫວ່າງການຂຶ້ນບິນອອກຈາກສະໜາມບິນ
ຊຶ່ງເຖິງແມ່ນວ່າຕຳຫຼວດສະໜາມບິນຈະພະຍາຍາມແລ່ນນຳລາວເພື່ອຈັບຕົວ ແຕ່ກໍ່ຈັບບໍ່ທັນ ຈົນຊາຍຄົນດັ່ງກ່າວແລ່ນເຂົ້າໃກ້ເຄື່ອງບິນຫຼາຍເກີນໄປ ຈຶ່ງຖືກເຄື່ອງຍົນທີ່ປີກຂອງເຄື່ອງບິນ ດູດເຂົ້າໄປຈົນເສຍຊີວິດ
ເຫດການທີ່ເກີດຂຶ້ນ ເຮັດໃຫ້ສະໜາມບິນຕ້ອງປິດການເຮັດວຽກຕັ້ງແຕ່ເວລາ 10:20 ນ. ຈົນເຖິງ 12:00 ນ. ຕາມເວລາທ້ອງຖິ່ນ
ເຮັດໃຫ້ມີຖ້ຽວບິນຊ້າ ແລະ ຜູ້ໂດຍສານຈຳນວນໜຶ່ງຕ້ອງຕິດຄ້າງທີ່ສະໜາມບິນ ກ່ອນທີ່ສະໜາມບິນຈະກັບມາເຮັດວຽກຕາມປົກກະຕິ
ຊຶ່ງທາງເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນກຳລັງສອບສວນເຫດການທີ່ເກີດຂຶ້ນ ວ່າຜູ້ເສຍຊີວິດມີຄວາມກ່ຽວຂ້ອງກັບສະໜາມບິນຫຼືສາຍການບິນໃດໆ ຫຼືບໍ່
ນີ້ເປັນເຫດການທີ່ມີການວາງແຜນລ່ວງໜ້າມາກ່ອນຫຼືບໍ່ ຈະເປັນການຕັ້ງໃຈຂ້າຕົວຕາຍ ໂດຍທາງຕຳຫຼວດກຳລັງລວບລວມຂໍ້ມູນແລະສອບຖາມໄປຫາຄອບຄົວແລະຄົນໃກ້ຊິດຂອງຜູ້ເສຍຊີວິດ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,414 | 21,689 |
![]() THB | 658.20 | 668.34 |
![]() EUR | 23,945 | 24,424 |
![]() CNY | 2,909 | 2,967 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |