_cover - 2025-07-15T150228.520
ໄພງຽບ "ໝາກໄມ້" ກິນຜິດວິທີຊີວິດປ່ຽນ ກາຍເປັນກັບດັກສຸຂະພາບ ໄຂມັນພອກຕັບບໍ່ຮູ້ຕົວ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 15 July, 2025

ໄພງຽບ “ໝາກໄມ້” ກິນຜິດວິທີຊີວິດປ່ຽນ ກາຍເປັນກັບດັກສຸຂະພາບ ນ້ຳໜັກຂຶ້ນ ໄຂມັນພອກຕັບບໍ່ຮູ້ຕົວ

 

ຫຼາຍຄົນເຊື່ອວ່າການກິນໝາກໄມ້ຫຼາຍໆ ຈະຍິ່ງດີຕໍ່ສຸຂະພາບ ເພາະໝາກໄມ້ມີວິຕາມິນ ໄຟເບີ ແລະ ສານຕ້ານອະນຸມູນອິດສະລະ ແຕ່ແພດຜູ້ຊ່ຽວຊານດ້ານສຸຂະພາບຈາກໄຕ້ຫວັນ ດຣ.ຫລິວ ປ໋ອເຫິນ (Dr. Liu Bo-Ren) ອອກມາເຕືອນວ່າ ໝາກໄມ້ອາດກາຍເປັນ “ກັບດັກສຸຂະພາບ” ໄດ້ເຊັ່ນກັນ

 

ໝາກໄມ້ເປັນແຫຼ່ງຂອງຄາໂບໄຮເດຣດຊະນິດໜຶ່ງ ຊຶ່ງມີນ້ຳຕານຟຣຸກໂຕສເປັນສ່ວນປະກອບ ເມື່ອຮ່າງກາຍຮັບເຂົ້າໄປຫຼາຍເກີນໄປ ຕັບຈະປ່ຽນນ້ຳຕານຟຣຸກໂຕສເຫຼົ່ານີ້ໄປເປັນໄຂມັນ ເຮັດໃຫ້ເກີດພາວະໄຂມັນພອກຕັບ ພາວະດື້ຕໍ່ອິນຊູລິນ ຫຼືແມ້ກະທັ້ງນ້ຳໜັກຕົວເພີ່ມຂຶ້ນ

 

ຕົວຢ່າງກໍລະນີຈາກຊີວິດຈິງ ມີຍິງອາຍຸໃກ້ 60 ປີຄົນໜຶ່ງທີ່ກັບໄປກວດສຸຂະພາບ ແລະ ຍອມຮັບວ່າ ນ້ຳໜັກຕົວເພີ່ມຂຶ້ນຢ່າງເຫັນໄດ້ຊັດ ແຕ່ນາງບອກກັບໝໍວ່າ:

 

“ຂ້ອຍມັກກິນໝາກໄມ້ຫຼາຍ ມື້ໜຶ່ງກິນຕັ້ງ 5-6 ຊະນິດ ລວມແລ້ວປະມານ 5-6 ສ່ວນຕໍ່ມື້ ແບບນີ້ຖືວ່າຫຼາຍໄປບໍ?”

 

ນາງຄິດວ່າໝາກໄມ້ທຸກຊະນິດລ້ວນມີປະໂຫຍດ ແລະ ຖ້າບໍ່ກິນກໍ່ຄືກັບຂາດຫາຍແມ່ນຫຍັງໄປ

 

ດຣ.ຫລິວຊີ້ແຈງວ່າ ໝາກໄມ້ມີປະໂຫຍດເພາະອຸດົມດ້ວຍວິຕາມິນ C, A, E ແລະ ສານຕ້ານອະນຸມູນອິດສະລະ ແຕ່ບໍ່ຄວນເບິ່ງຂ້າມວ່າໝາກໄມ້ກໍ່ຄືແຫຼ່ງນ້ຳຕານເຊັ່ນກັນ ຖ້າກິນຫຼາຍເກີນໄປ ຈະສົ່ງຜົນເສຍຕໍ່ສຸຂະພາບ

 

ໂດຍສະເພາະຢ່າງຍິ່ງ ໝາກໄມ້ທີ່ມີນ້ຳຕານສູງແລະຄ່າ GI (ດັດຊະນີນ້ຳຕານ) ສູງ ເຊັ່ນ: ກ້ວຍ ອະງຸ່ນ ໝາກນັດ ໝາກມ່ວງ ຫາກກິນຄັ້ງລະຫຼາຍໆ ຫຼື ກິນຕອນທ້ອງວ່າງ ຫຼື ກິນເປັນຂອງຫວານຫຼັງອາຫານທັນທີ ຈະເຮັດໃຫ້ລະດັບນ້ຳຕານໃນເລືອດພຸ່ງຂຶ້ນຢ່າງວ່ອງໄວ ສ່ຽງຕໍ່ບັນຫາສຸຂະພາບໄລຍະຍາວ

 

ເພື່ອປ້ອງກັນກັບດັກສຸຂະພາບຈາກໝາກໄມ້ ດຣ.ຫລິວແນະນຳ 2 ຫຼັກການສຳຄັນ ທີ່ຄວນຈື່ໄວ້ສະເໝີ:

 

  1. ຄຸນນະພາບສຳຄັນກວ່າປະລິມານ ເລືອກຊະນິດໝາກໄມ້ທີ່ດີຕໍ່ສຸຂະພາບ ເຊັ່ນ: ບລູເບີຣີ, ກີວີ, ໝາກສີດາ ຊຶ່ງມີຄ່າ GI ຕ່ຳ ແທນການກິນຫຼາຍໆ ໂດຍບໍ່ເລືອກຊະນິດ
  2. ຮູ້ຈັກຄວບຄຸມແລະພິຈາລະນາຕົນເອງ ຖ້າການກິນໝາກໄມ້ເລີ່ມກາຍເປັນຄວາມເຄີຍຊິນຫຼືການເສບຕິດ ຕ້ອງຍ້ອນກັບມາທົບທວນວ່າເຮົາກຳລັງກິນເພື່ອສຸຂະພາບແທ້ຫຼືບໍ່

 

ທັງນີ້ ດຣ.ຫລິວແນະນຳໃຫ້ກິນໝາກໄມ້ມື້ລະປະມານ 2-3 ສ່ວນ ກໍ່ພຽງພໍແລ້ວ ໂດຍຫຼີກລ້ຽງການກິນໝາກໄມ້ປະລິມານຫຼາຍໃນເທື່ອດຽວ

 

 

ໝາກໄມ້ 1 ສ່ວນຄືແມ່ນຫຍັງ?

 

ໝາກໄມ້ 1 ສ່ວນ ໝາຍເຖິງ ປະລິມານໝາກໄມ້ທີ່ໃຫ້ພະລັງງານປະມານ 60 ກິໂລແຄລໍລີ ຫຼື ຄາໂບໄຮເດຣດປະມານ 15 ກຣາມ ຊຶ່ງພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍໃນແຕ່ລະມື້ໂດຍບໍ່ສົ່ງຜົນຕໍ່ລະດັບນ້ຳຕານໃນເລືອດຫຼາຍເກີນໄປ

 

ປະລິມານ 1 ສ່ວນຂອງໝາກໄມ້ແຕ່ລະຊະນິດມີຄວາມແຕກຕ່າງກັນຕາມຂະໜາດແລະປະເພດ ຕົວຢ່າງດັ່ງນີ້:

 

ຕົວຢ່າງປະລິມານໝາກໄມ້ 1 ສ່ວນ

 

  • ໝາກໄມ້ຂະໜາດນ້ອຍ (ເຊັ່ນ: ອະງຸ່ນ ລອງກອງ ລຳໄຍ ລິ້ນຈີ່) 6-8 ໜ່ວຍ
  • ໝາກໄມ້ຂະໜາດກາງ (ເຊັ່ນ: ກ້ວຍ ໝາກກ້ຽງ ໝາກຈຽງ ໝາກຂຽບ ໝາກເຟືອງ ກະທັນ ລະມຸດ ໝາກແອັບເປິນ ໝາກສາລີ້) 1-2 ໜ່ວຍ
  • ໝາກໄມ້ຂະໜາດໃຫຍ່ (ເຊັ່ນ: ໝາກແຕງໂມ ໝາກນັດ ໝາກຫຸ່ງ ແຄນຕາລູບ) 6-8 ຊິ້ນຄຳ
  • ໝາກໄມ້ອື່ນໆ

 

    • ໝາກເງາະະ 4 ໜ່ວຍ
    • ລິ້ນຈີ່ 4 ໜ່ວຍ
    • ໝາກມັງຄຸດ 4 ໜ່ວຍ
    • ໝາກມັງກອນ ¼ ໜ່ວຍ
    • ຖົ່ວລຽນ ¼ ເມັດກາງ
    • ໝາກສີດາ ½ ໜ່ວຍ
    • ໝາກມ່ວງ ½–¼ ໜ່ວຍ
    • ໝາກມີ້ 2 ຍວງ
    • ໝາກກ້ຽງໃຫຍ່ 2 ງີມ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ