
เຈົ້າໜ້າທີ່ອຸຕຸນິຍົມວິທະຍາຍີ່ປຸ່ນລະບຸວ່າ ຈຳນວນແຜ່ນດິນໄຫວທີ່ມະນຸດສາມາດສຳຜັດໄດ້ໂດຍອ້ອມໝູ່ເກາະໂທຄາລະ ທາງຕະວັນຕົກສຽງໃຕ້ຂອງປະເທດ ສູງກວ່າ 2,000 ຄັ້ງແລ້ວ
ເຈົ້າໜ້າທີ່ຍັງຮຍກຮ້ອງໄຫ້ໃຫ້ປະຊາຊົນເຝົ້າລະວັງແຜ່ນດິນໄຫວທີ່ອາດເກີດຂຶ້ນອີກ ຊຶ່ງອາດວັດຄວາມຮຸນແຮງໄດ້ຕ່ຳກວ່າ 6 ຕາມມາດຕະວັດຄວາມຮຸນແຮງແຜ່ນດິນໄຫວຂອງຍີ່ປຸ່ນຕັ້ງແຕ່ 0 ເຖິງ 7
ກິດຈະກຳແຜ່ນດິນໄຫວທະວີຄວາມຮຸນແຮງຂຶ້ນເມື່ອວັນທີ່ 21 ມິຖຸນາ ອ້ອມເກາະອະຄຸເຊກິຈິມະ ແລະ ໂຄດາຄາລະຈິມະ ຊຶ່ງເປັນສ່ວນໜຶ່ງຂອງໝູ່ບ້ານໂທຊິມະ ໃນແຂວງຄາໂກຊິມະ
ເກີດແຜ່ນດິນໄຫວຮຸນແຮງລະດັບ 6 ທີ່ເກາະອະຄຸເຊກິຈິມະ ເມື່ອວັນທີ່ 3 ກໍລະກົດ ຕາມມາດ້ວຍແຜ່ນດິນໄຫວອີກສອງຄັ້ງທີ່ມີຄວາມຮຸນແຮງລະດັບ 5 ທີ່ເກາະອະຄຸເຊກິຈິມະ ເມື່ອວັນທີ່ 6 ກໍລະກົດ ແລະ ເກີດແຜ່ນດິນໄຫວອີກຄັ້ງທີ່ມີຄວາມຮຸນແຮງລະດັບ 5 ທີ່ເກາະອະຄຸເຊກິຈິມະ ເມື່ອວັນທີ່ 7 ກໍລະກົດ
ສຳນັກງານອຸຕຸນິຍົມວິທະຍາຍີ່ປຸ່ນລະບຸວ່າ ພົບແຜ່ນດິນໄຫວທີ່ມີຄວາມຮຸນແຮງລະດັບ 1 ຂຶ້ນໄປໃນທະເລນອກໝູ່ເກາະໂທຄາລະ ລວມ 2,046 ຄັ້ງ ຢູ່ເວລາ 04.00 ນ. ຕາມເວລາທ້ອງຖິ່ນຂອງວັນອັງຄານ (15 ກໍລະກົດ) ໂດຍເກີດແຜ່ນດິນໄຫວ 83 ຄັ້ງໃນວັນອາທິດ 39 ຄັ້ງໃນວັນຈັນ ແລະ 2 ຄັ້ງໃນວັນອັງຄານ
ທະເລນອກໝູ່ເກາະໂທຄາລະ ເຄີຍເກີດແຜ່ນດິນໄຫວຫຼາຍຄັ້ງໃນປີ 2021 ແລະ 2023 ແຕ່ຈຳນວນແຜ່ນດິນໄຫວໃນປັດຈຸບັນມີຫຼາຍກວ່າຫຼາຍໃນແງ່ຂອງຈຳນວນຄັ້ງ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,529 | 21,806 |
![]() THB | 661.10 | 673 |
![]() EUR | 24,196 | 24,681 |
![]() CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |