_cover - 2025-07-16T161824.806
ຮື້ປ້າຍທີ່ບໍ່ຖືກລະບຽບ ແລະ ມ້າງເທີບເງີບ ທີ່ກວມທາງສາທາລະນະ ເຂດຖະໜົນອາຊຽນ ເສັ້ນທາງ T2 ບ້ານອຸບມຸງ, ເມືອງສີໂຄດຕະບອງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 16 July, 2025
ໝວດ: ຂ່າວ

ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ສົມທົບ ກັບ ອົງການປົກຄອງເມືອງສີໂຄດຕະບອງ ພ້ອມດ້ວຍຄະນະສະເພາະກິດຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ຂັ້ນ ນວ

 

ນຳໂດຍທ່ານ ບຸນຍະວັດ ນິລະໄຊຍ໌ ຫົວໜ້າພະແນກ ຍທຂ ນວ ມີທ່ານ ອິນປອງ ທຸມມາ ຮັກສາການເຈົ້າເມືອງສີໂຄດຕະບອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ໃນວັນທີ 16 ກໍລະກົດ 2025 ຢູ່ ຖະໜົນອາຊຽນ ເຂດເສັ້ນທາງT2 (ເຕ້2) ບ້ານ ອຸບມຸງ ເມືອງສີໂຄດຕະບອງ.

 

ທ່ານ ບຸນຍະວັດ ນິລະໄຊຍ໌ ກ່າວໃຫ້ສຳພາດວ່າ: ໂດຍອີງໃສ່ຂໍ້ຕົກລົງຂອງເຈົ້າຄອງ ນວ ເລກທີ1184/ຈນວ ວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ທັງນີ້ເພື່ອເປັນການກະກຽມຄວາມພ້ອມຕ້ອນຮັບ ກອງປະຊຸມໃຫຍ່ອົງຄະນະພັກ ນວ ຄັ້ງທີ8 ທີ່ຈະມາເຖິງນີ້

 

ພ້ອມທັງປະຕິບັດຕາມລະບຽບຜັງເມືອງ ເພື່ອເຮັດໃຫ້ຕົວເມືອງມີຄວາມເປັນລະບຽບຮຽບຮ້ອຍສະອາດຈົບງາມ ແລະ ໜ້າຢູ່, ສຳລັບການລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຄັ້ງນີ້ ແມ່ນໄດ້ຈັດຕັ້ງປະຕິບັດຕົວຈິງໃນການມ້າງເທີບເງີບ, ມ້າງປ້າຍໂຄສະນາທີ່ບໍ່ໄດ້ຮັບອະນຸຍາດໃນການຕິດຕັ້ງ ແລະ ການຂາຍເຄື່ອງຊະຊາຍ

 

ປ້າຍທີ່ຕິດຕັ້ງກີດຂວາງການສັນຈອນທີ່ບໍ່ຖືກຕ້ອງຕາມລະບຽບ ໂດຍໃນໄລຍະຜ່ານມາ ທາງພະແນກ ໄດ້ສົມທົບພາກສ່ວນກ່ຽວຂ້ອງລົງເຜີຍແຜ່ລະບຽບ ແນະນຳ ເຮັດບົດບັນທຶກ ແລະ ໄດ້ຮື້ມ້າງຫລາຍຄັ້ງແລ້ວ ແຕ່ກໍ່ບໍ່ໄດ້ຮັບຄວາມຮ່ວມມືເທົ່າທີ່ຄວນ ເຊິ່ງເມື່ອຮື້ຖອນຄັ້ງນີ້ ຫາກພົບເຫັນອີກແມ່ນຈະປະຕິບັດມາດຕະການຢ່າງເຂັ້ມງວດ ດ້ວຍການປັບໄໝໃສ່ລະບຽບຕາມກົດໝາຍ.

 

ທ່ານ ບຸນຍະວັດ ນິລະໄຊຍ໌ ຍັງໄດ້ກ່າວໃຫ້ຮູ້ຕຶ່ມວ່າ: ສຳລັບປ້າຍ ແລະ ເທີບເງີບ ເຄື່ອງທີ່ຂາຍຊະຊາຍ ກີດຂວາງເສັ້ນທາງຈາລະຈອນ ທີ່ຮື້ມ້າງອອກໃນຄັ້ງນີ້ແມ່ນຈະນຳໄປເກັບຮັກສາໄວ້ຢູ່ທີ່ພະແນກ ຍທຂ ນວ

 

ໂດຍໃຫ້ເວລາເຈົ້າຂອງໄປພົວພັນເອົາ ໃນກຳນົດ20ວັນ ພ້ອມດຽວກັນນັ້ນ ທາງພະແນກຍັງຈະສຶບຕໍ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຢູ່ບັນດາເສັ້ນທາງຫລັກ ຢູ່ໃນທຸກເມືອງທົ່ວ ນວ

 

ດັ່ງນັ້ນຈຶ່ງຮຽກຮ້ອງ ມາຍັງຜູ້ປະກອບການ ຫ້າງຮ້ານ ຫົວໜ່ວຍທຸລະກິດ ຕະຫລອດຮອດປະຊາຊົນ ທີ່ອາໄສ ແລະ ຄ້າຂາຍ ຢູ່ເຂດເສັ້ນທາງສາຍຫລັກ ເສັ້ນທາງຕ່າງໆ ເປັນເຈົ້າການ ມີສ່ວນຮ່ວມຊ່ວຍກັນປະຕິບັດ ເພື່ອສ້າງຄວາມເປັນລະບຽບຮຽບຮ້ອຍ ຄວາມສະອາດຈົບງາມ ແລະ ສ້າງ ນວ ໃຫ້ເປັນເມືອງໜ້າຢູ່ ສີວິໄລໄປພ້ອມໆກັນ.

 

 

 

ທີ່ມາ: ສະຖານີ ວິທະຍຸ ນະຄອນຫຼວງວຽງຈັນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 10 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.10
685.56
european-union
EUR
24,207
24,691
china
CNY
2,946
3,005
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
jane (18)
ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນ ສ.ປ ຈີນ
jane (17)
ເຄັດລັບກຳຈັດເຊື້ອຣາ ຮ່ອງຢາເເນວໃນຫ້ອງນ້ຳ ໃຊ້ພຽງແຕ່ 2 ສ່ວນປະສົມງ່າຍໆ ດີກວ່າໃຊ່ສານຟອກຂາວ
pele - 2025-09-10T100905.860
ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ
pele - 2025-09-10T093335.512
ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ
jane (16)
ເຜີຍແຜ່ຜົນວິເຄາະການເປັນຕົວແທນ ຂອງເພດຍິງ ແລະ ຄວາມສະເໝີພາບຍິງ-ຊາຍຈັດຂຶ້ນໃນວັນທີ 9 ກັນຍາ 2027 ຢູ່ສະພາ ແຫ່ງຊາດ
pele - 2025-09-09T155938.511
ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ
jane (16)
ສານໄທ ຕັດສິນໃຫ້ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ຈຳຄຸກ 1 ປີ
ຢ່າລື່ມກົດຕິດຕາມ