_cover - 2025-07-17T094542.789
ເງິນເຟີ້ສະຫະລັດເພີ່ມຂຶ້ນສູງຮັບພາສີທຣຳ ເພີ່ມໂອກາດໃຫ້ທະນາຄານກາງສະຫະລັດ (ເຟດ) ຍັງຄົງອັດຕາດອກເບ້ຍໃນລະດັບສູງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 17 July, 2025
ໝວດ: ຂ່າວ

ສັນຍານການເພີ່ມຂຶ້ນສູງຂອງເງິນເຟີ້ໃນສະຫະລັດທີ່ມາຈາກພາສີຂອງ “ໂດນັລ ທຣຳ”

 

ຈາກຂໍ້ມູນຫຼ້າສຸດ ບົ່ງຊີ້ວ່າເງິນເຟີ້ໃນສະຫະລັດ ປັບຕົວສູງຂຶ້ນຈາກເດືອນກ່ອນໜ້າທຸກລາຍການ ແລະ ກາຍເປັນປັດໄຈທີ່ຕະຫຼາດກັງວົນວ່າຈະເຮັດໃຫ້ທະນາຄານກາງສະຫະລັດ ຍັງຄົງດອກເບ້ຍໃນລະດັບສູງຕໍ່ໄປ

 

ກະຊວງແຮງງານສະຫະລັດເປີດເຜີຍດັດຊະນີລາຄາຜູ້ບໍລິໂພກ (CPI) ເຊິ່ງເປັນມາດຕະວັດເງິນເຟີ້ຈາກການໃຊ້ຈ່າຍຂອງຜູ້ບໍລິໂພກ ປະຈຳເດືອນມິຖຸນາ

 

ພົບວ່າດັດຊະນີ CPI ທົ່ວໄປ (Headline CPI) ເຊິ່ງລວມໝວດອາຫານແລະພະລັງງານ ປັບຕົວຂຶ້ນຮ້ອຍລະ 2.7 ໃນເດືອນມິຖຸນາເມື່ອທຽບລາຍປີ ສູງກວ່າຕົວເລກຄາດການຂອງນັກວິເຄາະທີ່ຮ້ອຍລະ 2.6 ແລະ ເລັ່ງຕົວຂຶ້ນຈາກຮ້ອຍລະ 2.4 ໃນເດືອນພຶດສະພາ

 

ເມື່ອທຽບລາຍເດືອນ ດັດຊະນີ CPI ທົ່ວໄປ ປັບຕົວຂຶ້ນຮ້ອຍລະ 0.3 ສອດຄ່ອງກັບຕົວເລກຄາດການຂອງນັກວິເຄາະ ແລະ ເລັ່ງຕົວຂຶ້ນຈາກຮ້ອຍລະ 0.1 ໃນເດືອນພຶດສະພາ

 

ສ່ວນດັດຊະນີ CPI ພື້ນຖານ (Core CPI) ເຊິ່ງບໍ່ນັບລວມໝວດອາຫານແລະພະລັງງານ ປັບຕົວຂຶ້ນຮ້ອຍລະ 2.9 ເມື່ອທຽບລາຍປີ ຕ່ຳກວ່າຕົວເລກຄາດການຂອງນັກວິເຄາະທີ່ຮ້ອຍລະ 3.0 ແຕ່ເລັ່ງຕົວຈາກຮ້ອຍລະ 2.8 ໃນເດືອນພຶດສະພາ ແລະ ເມື່ອທຽບລາຍເດືອນ ດັດຊະນີ CPI ພື້ນຖານ ປັບຕົວຂຶ້ນຮ້ອຍລະ 0.2 ຕ່ຳກວ່າທີ່ນັກວິເຄາະຄາດການທີ່ຮ້ອຍລະ 0.3 ແລະ ຍັບຂຶ້ນຈາກຮ້ອຍລະ 0.1% ໃນເດືອນພຶດສະພາ

 

ທັງນີ້ ດັດຊະນີລາຄາຜູ້ບໍລິໂພກທີ່ດີດຕົວຂຶ້ນ ເປັນສັນຍານວ່າເງິນເຟີ້ຂອງສະຫະລັດກຳລັງເລັ່ງຕົວຂຶ້ນ ຈາກມາດຕະການເຮັດເກັບພາສີອາກອນຂອງປະທານາທິບໍດີໂດນັລ ທຣຳ ແລະ ຈະເປັນປັດໄຈໃຫ້ທະນາຄານກາງສະຫະລັດ (ເຟດ) ຍັງຄົງອັດຕາດອກເບ້ຍໃນລະດັບສູງ

 

ຂະນະທີ່ຄາດການອັດຕາດອກເບ້ຍຫຼ້າສຸດ ພົບວ່ານັກລົງທຶນ ຄາດວ່າທະນາຄານກາງສະຫະລັດຈະປັບຫຼຸດອັດຕາດອກເບ້ຍພຽງ 2 ຄັ້ງໃນປີນີ້

 

ໂດຍ FedWatch Tool ຂອງ CME Group ບົ່ງຊີ້ວ່າ ນັກລົງທຶນຄາດວ່າເຟດຈະປັບຫຼຸດອັດຕາດອກເບ້ຍຄັ້ງທຳອິດໃນອັດຕາຮ້ອຍລະ 0.25 ໃນການປະຊຸມເດືອນກັນຍາ ກ່ອນຈະປັບຫຼຸດອັດຕາດອກເບ້ຍລົງອີກຮ້ອຍລະ 0.25 ໃນການປະຊຸມເດືອນທັນວາ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 18 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,418
21,694
thailand (1)
THB
658.08
668.21
european-union
EUR
23,836
24,313
china
CNY
2,909
2,967
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-18T165025.789
ເຕືອນການສັນຈອນເສັ້ນທາງເມືອງເງິນ ເສັ້ນທາງເມືອງເງິນ ແຂວງໄຊຍະບູລີ ຫາ ເມືອງແບງ ແຂວງອຸດົມໄຊ ແມ່ນການສັນຈອນຫຍຸ້ງຍາກ
_cover - 2025-07-18T162909.796
ແຈ້ງເຕືອນໄພ ພາຍຸໜູນເຂດຮ້ອນ ວິພາ (wipha) ໃນລະຫວ່າງວັນທີ 21-23 ກໍລະກົດ 2025
pele - 2025-07-18T160649.842
ຝຶກຊ້ອມ ກຽມພ້ອມໃຫ້ການຊ່ວຍເຫລືອສັງຄົມ ກໍລະນີເກີດເຫດໄພນ້ຳຖ້ວມ
_cover - 2025-07-18T153533.877
ໄຟໄໝ້ເວທີຫຼັກ Tomorrowland ປະເທດເບລຢຽມເສຍຫາຍໜັກ ກ່ອນເປີດງານເທດສະການດົນຕີລະດັບໂລກພຽງບໍ່ເທົ່າໃດມື້
pele - 2025-07-18T151359.174
ເມືອງປາກແຊງ ເລັ່ງຕັດທາງເວັ້ນຊົ່ວຄາວຈຸດເສັ້ນທາງຂາດ ເຂດບ້ານສະຄີງ
_cover - 2025-07-18T150508.021
Googleປະກາດເປີດຕົວໂມເດວ AI ດ້ານສຸຂະພາບ 2 ຕົວໃໝ່ຫຼ້າສຸດ Google DeepMind ເປີດຕົວ MedGemma ຜູ້ຊ່ວຍໃໝ່ສຳລັບວົງການແພດ
_cover - 2025-07-18T142440.800
ກັກໂຕກຸ່ມນາຍໜ້າຄ້າມະນຸດ (ກໍລະນີແຕ່ງດອງແອບແຝງ) ຜູ້ຖືກສົງໄສເປັນນາຍໜ້າຄ້າມະນຸດ ຈຳນວນ 03 ຄົນ, ເປັນຄົນຕ່າງປະເທດ 02 ຄົນ
pele - 2025-07-18T135615.038
ກະຊວງ ວທ ສະຫລອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ
_cover - 2025-07-18T134644.830
ໃຜມີແຜນຈະໄປອາເມລິກາຕ້ອງຈ່າຍເພີ່ມ ສະຫະລັດຂຶ້ນຄ່າທຳນຽມວີຊ່າ ແລະ ຄ່າເດີນທາງປີ 2025
_cover - 2025-07-18T111910.830
"ດູໄບ" ຕັ້ງເປົ້າແກ້ໄຂບັນຫາການຈະລາຈອນດ້ວຍ "ແທັກຊີ່ບິນໄດ້" Joby Air Taxi ໃນປີ 2026
ຢ່າລື່ມກົດຕິດຕາມ