_cover - 2025-07-17T105822.123
ທຣຳກົດດັນຈີນຈະ"ປະຫານຊີວິດ" ຜູ້ຜະລິດສານເຟັນທານິລ ເພື່ອເປັນການລົງໂທດຈີນໃນການສົ່ງຢາໂຕນີ້ເຂົ້າມາໃນປະເທດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 17 July, 2025
ໝວດ: ຂ່າວ

ທຣຳຖະແຫລງມື້ວານນີ້ (16 ກໍລະກົດ) ວ່າ ຈີນອາດເລີ່ມລົງໂທດປະຫານຊີວິດຜູ້ຜະລິດ ແລະ ຈັດຈຳໜ່າຍເຟັນທານິລໃນໄວໆນີ້

 

 

ໂດຍທຣຳກ່າວໃນງານທີ່ທຳນຽບຂາວວ່າ ລາວໄດ້ກຳໜົດອັດຕາພາສີນຳເຂົ້າຮ້ອຍລະ 20 ຈາກຈີນ “ເພື່ອເປັນການລົງໂທດ” ບົດບາດຂອງຈີນໃນການຈັດຫາຢາຕົວນີ້

 

ຊຶ່ງຖືກຈັດໃຫ້ເປັນຢາເສບຕິດໃຫ້ໂທດ ແລະ ກ່າວເສີມວ່າ “ລາວຄິດວ່າເຮົາຈະຫາທາງອອກເພື່ອໃຫ້ຈີນ ລົງໂທດປະຫານຊີວິດແກ່ຜູ້ທີ່ຜະລິດເຟັນທານິລ ແລະ ສົ່ງມັນເຂົ້າມາໃນປະເທດຂອງເຮົາ” ທຣຳກ່າວ

 

ທຣຳສະແດງຄວາມຄິດເຫັນ ຂະນະທີ່ລາວລົງນາມໃນກົດໝາຍ HALT Fentanyl Act (ຮອນທ໌ ເຟັນທານິນ ແອັກ) ໂດຍໃຫ້ຄຳໝັ້ນວ່າຈະ “ປົດປ່ອຍອະເມລິກາ” ຈາກສິ່ງທີ່ລາວເອີ້ນວ່າເປັນໄພຮ້າຍແຮງຈາກຢາເສບຕິດ ຊຶ່ງໃນງານທີ່ຈັດຂຶ້ນໃນທຳນຽບຂາວ ມີຄອບຄົວທີ່ສູນເສຍຄົນທີ່ຮັກຈາກການໃຊ້ຢາເຟັນທານິນເກີນຂະໜາດເຂົ້າຮ່ວມດ້ວຍ

 

ທຣຳ ກ່າວວ່າ “ເຮົາກຳລັງກ້າວເດີນຄັ້ງປະຫວັດສາດເພື່ອຄວາມຍຸຕິທຳໃຫ້ກັບທຸກຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພຮ້າຍຈາກເຟັນທານິນ” ໂດຍອະທິບາຍວ່າກົດໝາຍສະບັບນີ້ເປັນ “ການໂຈມຕີທີ່ເປັນທຳ” ຕໍ່ຜູ້ຄ້າຢາເສບຕິດ ແກ້ງຄ້າຢາ ແລະ ຜູ້ຈຳໜ່າຍ

 

ລາວຍັງກ່າວອີກວ່າແກ້ງຄ້າຢາໃນເມັກຊິໂກ “ມີອຳນາດເໜືອເມັກຊິໂກຢ່າງມະຫາສານ” ແລະ ເຕືອນວ່າທາງການສະຫະລັດ “ຈະປ່ອຍໃຫ້ເລື່ອງແບບນີ້ເກີດຂຶ້ນບໍ່ໄດ້”

 

ທຣຳສະຫຼຸບໂດຍຮຽກຮ້ອງໃຫ້ສະມາຊິກລັດຖະສະພາເດີນໜ້າຕໍ່ສູ້ກັບຢາໃນກຸ່ມໂອປິອອຍ (opioid) ຕໍ່ໄປໂດຍກ່າວວ່າ “ບໍ່ມີສິ່ງໃດສຳຄັນໄປກວ່າສິ່ງທີ່ພວກເຂົາກຳລັງເຮັດຢູ່”

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 10 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.10
685.56
european-union
EUR
24,207
24,691
china
CNY
2,946
3,005
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
jane (18)
ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນ ສ.ປ ຈີນ
jane (17)
ເຄັດລັບກຳຈັດເຊື້ອຣາ ຮ່ອງຢາເເນວໃນຫ້ອງນ້ຳ ໃຊ້ພຽງແຕ່ 2 ສ່ວນປະສົມງ່າຍໆ ດີກວ່າໃຊ່ສານຟອກຂາວ
pele - 2025-09-10T100905.860
ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ
pele - 2025-09-10T093335.512
ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ
jane (16)
ເຜີຍແຜ່ຜົນວິເຄາະການເປັນຕົວແທນ ຂອງເພດຍິງ ແລະ ຄວາມສະເໝີພາບຍິງ-ຊາຍຈັດຂຶ້ນໃນວັນທີ 9 ກັນຍາ 2027 ຢູ່ສະພາ ແຫ່ງຊາດ
pele - 2025-09-09T155938.511
ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ
jane (16)
ສານໄທ ຕັດສິນໃຫ້ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ຈຳຄຸກ 1 ປີ
ຢ່າລື່ມກົດຕິດຕາມ