_cover - 2025-07-18T111910.830
"ດູໄບ" ຕັ້ງເປົ້າແກ້ໄຂບັນຫາການຈະລາຈອນດ້ວຍ "ແທັກຊີ່ບິນໄດ້" Joby Air Taxi ໃນປີ 2026
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 18 July, 2025
ໝວດ: ຂ່າວ

ໂຈບີ ເອວິເອຊັ່ນ (Joby Aviation)

ບໍລິສັດຜູ້ພັດທະນາແທັກຊີ່ບິນໄດ້ພະລັງງານໄຟຟ້າຈາກສະຫະລັດອາເມລິກາ ທົດສອບການບິນເຕັມຮູບແບບຄັ້ງທຳອິດຢູ່ໃນມະຫານະຄອນດູໄບ ສະຫະລັດອາຫລັບເອມິເຣດ

 

ຖືວ່າເປັນກ້າວສຳຄັນໃນຄວາມພະຍາຍາມຂອງເມືອງ ທີ່ຈະນຳການຂົນສົ່ງທາງອາກາດມາໃຊ້ໃນເຄືອຂ່າຍການຄົມມະນາຄົມທີ່ມີຢູ່ແລ້ວ ໂດຍຄາດວ່າຈະເລີ່ມໃຊ້ງານໄດ້ໄວທີ່ສຸດພາຍໃນປີ 2026 ນີ້

 

ແທັກຊີ່ບິນໄດ້ແກ້ໄຂບັນຫາລົດຕິດ

 

ບໍລິສັດຫວັງວ່າບໍລິການແທັກຊີ່ບິນໄດ້ ຈະຊ່ວຍຫຼຸດຜ່ອນຄວາມກົດດັນໃນການຂົນສົ່ງທາງບົກທີ່ມີຢູ່ ແລະ ເປັນທາງເລືອກທີ່ໄວກວ່າສຳລັບນັກເດີນທາງ

 

ເນື່ອງຈາກດູໄບກຳລັງປະເຊີນກັບບັນຫາລົດຕິດທີ່ເພີ່ມຂຶ້ນ ໂດຍຍົກຕົວຢ່າງວ່າຈາກເດີມ ການເດີນທາງຫຼັກຈາກທ່າອາກາດຍານນານາຊາດດູໄບ (DXB) ໄປຫາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢ່າງ ປາມ ຈູໄມຣາ (Palm Jumeirah) ດ້ວຍລົດຍົນ ຈະຕ້ອງໃຊ້ເວລາເຖິງ 45 ນາທີ ແຕ່ດ້ວຍບໍລິການແທັກຊີ່ບິນໄດ້ຈະຊ່ວຍຫຼຸດລະຍະເວລາການເດີນທາງເຫຼືອ 12 ນາທີເທົ່ານັ້ນ

 

ຖ້ຽວບິນສາທິດເກີດຂຶ້ນຢູ່ໃສ?

 

ສຳລັບຖ້ຽວບິນສາທິດດັ່ງກ່າວ ຈັດຂຶ້ນເມື່ອວັນທີ 30 ມິຖຸນາທີ່ຜ່ານມາ ບໍລິເວນພື້ນທີ່ທະເລຊາຍຫ່າງໄກ ທາງຕາເວັນອອກສຽງໃຕ້ຂອງຕົວເມືອງດູໄບ

 

ໃນງານມີເຈົ້າໜ້າທີ່ລະດັບສູງຂອງລັດຖະບານ ຜູ້ບໍລິຫານດ້ານການຂົນສົ່ງ ແລະ ຕົວແທນບໍລິສັດເຂົ້າຮ່ວມ ຊົມການສາທິດແທັກຊີ່ບິນໄດ້ ທີ່ເຮັດການຂຶ້ນບິນໃນແນວຕັ້ງ ບິນໄປຫຼາຍກິໂລແມັດ ແລະ ກັບມາລົງຈອດໃນແນວຕັ້ງອີກຄັ້ງ

 

 

ຢ່າງໃດກໍຕາມ ເຖິງແມ່ນວ່າແທັກຊີ່ບິນໄດ້ຂອງບໍລິສັດ ຈະອອກແບບມາເພື່ອການນຳໃຊ້ໃນເມືອງ ແລະ ຕັ້ງເປົ້າໝາຍລະຍະຍາວໃຫ້ກາຍເປັນບໍລິການທີ່ທຸກຄົນສາມາດນຳໃຊ້ໄດ້ໃນລາຄາທີ່ເຂົ້າເຖິງໄດ້ ແຕ່ບໍລິສັດຍອມຮັບວ່າໃນຊ່ວງທຳອິດຈະກຳໜົດລາຄາໃຫ້ເໝາະສົມກັບກຸ່ມເປົ້າໝາຍຜູ້ໃຊ້ງານທີ່ມີລາຍໄດ້ສູງກ່ອນ

 

ບໍລິສັດວາງແຜນທີ່ຈະເປີດໃຫ້ບໍລິການແທັກຊີ່ບິນໄດ້ເຊິງການຄ້າໃນດູໄບ ພາຍໃນປີ 2026

 

ໂດຍມີຈຸດຮັບ-ສົ່ງເລີ່ມຕັ້ງ 4 ແຫ່ງດ້ວຍກັນ ໄດ້ແກ່ ທ່າອາກາດຍານນານາຊາດດູໄບ (DXB), ປາມ ຈູໄມຣາ (Palm Jumeirah), ຍ່ານການທ່ອງທ່ຽວດູໄບ ດາວທາວ (Dubai Downtown) ແລະ ດູໄບມາຣີນາ (Dubai Marina)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 10 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.10
685.56
european-union
EUR
24,207
24,691
china
CNY
2,946
3,005
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
jane (18)
ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນ ສ.ປ ຈີນ
jane (17)
ເຄັດລັບກຳຈັດເຊື້ອຣາ ຮ່ອງຢາເເນວໃນຫ້ອງນ້ຳ ໃຊ້ພຽງແຕ່ 2 ສ່ວນປະສົມງ່າຍໆ ດີກວ່າໃຊ່ສານຟອກຂາວ
pele - 2025-09-10T100905.860
ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ
pele - 2025-09-10T093335.512
ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ
jane (16)
ເຜີຍແຜ່ຜົນວິເຄາະການເປັນຕົວແທນ ຂອງເພດຍິງ ແລະ ຄວາມສະເໝີພາບຍິງ-ຊາຍຈັດຂຶ້ນໃນວັນທີ 9 ກັນຍາ 2027 ຢູ່ສະພາ ແຫ່ງຊາດ
pele - 2025-09-09T155938.511
ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ
jane (16)
ສານໄທ ຕັດສິນໃຫ້ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ຈຳຄຸກ 1 ປີ
ຢ່າລື່ມກົດຕິດຕາມ