ລັດຖະບານສະຫະລັດ ກະກຽມປັບຂຶ້ນຄ່າທຳນຽມກ່ຽວກັບການເດີນທາງເຂົ້າປະເທດຢ່າງຄvບຄຸມໃນປີ 2025 ພາຍໃຕ້ຮ່າງກົດໝາຍຊຸດໃໝ່ທີ່ຊື່ One Big Beautiful Bill Act
ຊຶ່ງມີເປົ້າໝາຍເພື່ອຈັດຫາທຶນສຳລັບການຮັກສາຄວາມໝັ້ນຄົງຊາຍແດນ ການອັບເກຣດລະບົບກວດຄົນເຂົ້າເມືອງ ແລະ ການບໍລິຫານຈັດການຜູ້ອົບພະຍົບຜິດກົດໝາຍ
ຫນຶ່ງໃນຄ່າທຳນຽມທີ່ຖືກຈັບຕາຫຼາຍສຸດແມ່ນ “Integrity Fee” ຊຶ່ງຈະເກັບຈາກຜູ້ຂໍວີຊ່າຊົ່ວຄາວທຸກປະເພດ (Non-immigrant visas) ລວມທັງນັກທ່ອງທ່ຽວ ນັກຮຽນ ແລະນັກທຸລະກິດທົ່ວໂລກ
ໂດຍກຳນົດໃຫ້ຈ່າຍເພີ່ມອີກ 250 ໂດລາສະຫະລັດ ເຮັດໃຫ້ຄ່າໃຊ້ຈ່າຍໃນການເດີນທາງເຂົ້າສະຫະລັດ ເພີ່ມຂຶ້ນຫຼາຍ ໂດຍຄ່າທຳນຽມໃໝ່ນີ້ບໍ່ສາມາດຂໍຍົກເວັ້ນ ຫຼຸດ ຫຼື ຂໍຄືນເງິນໄດ້
ໃນຂະນະດຽວກັນ ລັດຖະບານສະຫະລັດ ຍັງກະກຽມປັບເພີ່ມຄ່າທຳນຽມອື່ນໆ ເຊັ່ນຄ່າລົງທະບຽນ ESTA ຊຶ່ງໃຊ້ກັບພົນລະເມືອງປະເທດທີ່ຢູ່ໃນໂຄງການ Visa Waiver Program ເຊັ່ນ: ຍີ່ປຸ່ນ ເກົາຫຼີໃຕ້ ຫຼື ສິງກະໂປ
ຊຶ່ງເດີມຢູ່ທີ່ 21 ໂດລາ ຈະຖືກປັບຂຶ້ນອີກ 13 ໂດລາ ແລະ ອາດເພີ່ມຕໍ່ເນື່ອງທຸກປີຕາມອັດຕາເງິນເຟີ້ອ ເລີ່ມຕັ້ງແຕ່ປີ 2026 ເປັນຕົ້ນໄປ ສຳລັບຜູ້ຖືວີຊ່າ B ຂອງຈີນຍັງຕ້ອງຈ່າຍຄ່າລົງທະບຽນ EVUS ເພີ່ມຂຶ້ນເປັນ 30 ໂດລາ ຫຼື ຫຼາຍກວ່ານັ້ນຕາມອັດຕາເງິນເຟີ້ເຊັ່ນກັນ
ທາງຝ່າຍສະໜັບສະໜູນຮ່າງກົດໝາຍດັ່ງກ່າວລະບຸວ່າ ການປັບຂຶ້ນຄ່າທຳນຽມເຫຼົ່ານີ້ເປັນການລົງທຶນລະຍະຍາວເພື່ອຄວາມໝັ້ນຄົງຂອງປະເທດແລະເພື່ອໃຫ້ຫນ່ວຍງານກວດຄົນເຂົ້າເມືອງມີຊັບພະຍາກອນຫຼາຍຂຶ້ນໃນການພັດທະນາໂຄງສ້າງພື້ນຖານ ເຊັ່ນ: ລະບົບການເຊັກອິນຂ້າມແດນ ສະໜາມບິນ ແລະ ການບໍລິຫານຈັດການແຮງງານຂ້າມຊາດ
ຢ່າງໃດກໍຕາມ ຝ່າຍວິຈານກັບຄາດວ່ານະໂຍບາຍນີ້ອາດເປັນອຸປະສັກຕໍ່ການເດີນທາງ ແລະ ການທ່ອງທ່ຽວ ໂດຍສະເພາະສຳລັບນັກເດີນທາງຈາກປະເທດລາຍໄດ້ປານກາງເຖິງຕໍ່າ ທີ່ຈະຕ້ອງແບກຮັບຕົ້ນທຶນທີ່ສູງຂຶ້ນຕັ້ງແຕ່ຍັງບໍ່ທັນກ້າວຂຶ້ນເຄື່ອງບິນ
ໂດຍນັກວິເຄາະຈາກ American Immigration Council ລະບຸວ່າ ການຂຶ້ນຄ່າທຳນຽມໃນລັກສະນະນີ້ອາດເຮັດໃຫ້ຫຼາຍແສນຄົນທີ່ເຄີຍຈ່າຍໄຫວ ບໍ່ສາມາດເດີນທາງໄດ້ອີກຕໍ່ໄປ
ນອກຈາກນີ້ ກົດໝາຍໃໝ່ນີ້ຍັງເພີ່ມຄ່າປັບ “inadmissible alien apprehension fee” ສຳລັບຜູ້ທີ່ຖືກຈັບກຸມຈາກການພະຍາຍາມລັກລອບເຂົ້າເມືອງສູງເຖິງ 5,000 ໂດລາ
ມາດຕະການໃໝ່ທັງໝົດຈະເລີ່ມມີຜົນບັງຄັບໃຊ້ໃນປີງົບປະມານ 2025 ແລະ ຈະຄ່ອຍໆປັບຂຶ້ນຕໍ່ໄປໃນອະນາຄົດ ທັງນີ້ຍັງບໍ່ມີການຢືນຢັນວັນທີ່ແນ່ນອນວ່າຈະເລີ່ມເກັບຄ່າທຳນຽມຕ່າງໆ ຕອນໃດ
ແຕ່ການຜ່ານຮ່າງກົດໝາຍຊຸດນີ້ຈະຖືເປັນການປ່ຽນແປງໃຫຍ່ທີ່ສົ່ງຜົນໂດຍກົງຕໍ່ຜູ້ຂໍວີຊ່າສະຫະລັດຈາກທົ່ວໂລກ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,418 | 21,694 |
![]() THB | 658.08 | 668.21 |
![]() EUR | 23,836 | 24,313 |
![]() CNY | 2,909 | 2,967 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |