ກ່ອນໜ້ານີ້ Google ເປີດຕົວໂມເດວ AI 2 ໂຕທີ່ອອກແບບມາສຳລັບງານທາງການແພດໂດຍສະເພາະ ເຊັ່ນ: MedGemma 27B Text
ທີ່ເກັ່ງເລື່ອງການອ່ານຂໍ້ຄວາມ ແລະ ສາມາດໃຫ້ເຫດຜົນທາງຄລີນິກ (Clinical reasoning) ລວມທັງມີ MedGemma 4B Multimodal ທີ່ເກັ່ງເລື່ອງການອ່ານ ແລະ ຕີຄວາມຈາກພາບ ເພື່ອໃຊ້ໃນການຮັກສາ ແລະ ເປີດໃຫ້ເອົາໄປໃຊ້ໄດ້ຟຣີແບບໂອເພນຊອຣສ (Open Source)
ແຕ່ເບິ່ງຄືວ່າທາງ Google ຈະຍັງໂຊຂອງບໍ່ໝົດ ເພາະຫຼ້າສຸດມີການເປີດຕົວ ໂມເດວ AI ໃນ MedGemma ເພີ່ມເຕີມອອກມາ ທັງ MedGemma 27B Multimodal ແລະ MedSigLIP
MedGemma 27B Multimodal ເປັນຫນຶ່ງໃນໂມເດວຂະໜາດນ້ອຍທີ່ມີປະສິດທິພາບທີ່ດີທີ່ສຸດເມື່ອເທຽບກັບໂມເດວຂະໜາດໃຫຍ່
ໂມເດວນີ້ຊ່ວຍເສີມຄວາມສາມາດຂອງໂມເດວ MedGemma 4B Multimodal ແລະ MedGemma 27B Text ທີ່ມີຢູ່ ໃຫ້ສາມາດວິເຄາະໄດ້ຕັ້ງແຕ່ພາບເອກສເຣ ໜ້າເອິກຈົນເຖິງໂລກຜິວໜັງ ວິເຄາະຜົກວດທີ່ມີຄວາມຊັບຊ້ອນຫຼາຍຂຶ້ນ ແລະ ດ້ວຍຄວາມທີ່ເປັນໂມເດວຂະໜາດນ້ອຍເລີຍບໍ່ຕ້ອງການຄອມພິວເຕີທີ່ມີປະສິດທິພາບສູງ
MedSigLIP ເປັນໂມເດວຂະໜາດນ້ອຍ ສຳລັບໃຊ້ເຂົ້າລະຫັດພາບ ແລະ ອັກສອນ ທີ່ເໝາະກັບການໃຊ້ແຍກປະເພດ ແລະ ການຄົ້ນຫາຂໍ້ຄວາມ ຫຼື ຮູບພາບ
Google ຍັງເປີດເຜີຍຂໍ້ມູນເພີ່ມເຕີມວ່າ ໂມເດວ MedGemma 4B ໄດ້ຄະແນນ 64.4% ແລະ MedGemma 27B ໄດ້ຄະແນນ 87.7% ກັບການທົດສອບ MedQA ທີ່ໃຊ້ວັດຄວາມຮູ້ທາງການແພດ ແລະ ການໃຫ້ເຫດຜົນ ຊຶ່ງສູງກວ່າຫຼາຍໂມເດວໃນຂະໜາດໃກ້ຄຽງກັນ
ທີ່ສຳຄັນ ທັງ MedGemma ແລະ MedSigLIP ເປັນໂມເດວທີ່ເປີດໃຫ້ໃຊ້ຟຣີ ຊຶ່ງໃຫ້ອິດສະລະເຕັມທີ່ແກ່ຜູ້ໃຊ້ງານໃນການປັບແຕ່ງແລະຂະຫຍາຍຄວາມສາມາດ ໃຫ້ນັກວິໄຈໄດ້ພັດທະນາໃນວົງການສຸຂະພາບຕໍ່ໄປ ແຕ່ກໍຄວນລະວັງ ແລະ ຕົວຈສອບຂໍ້ມູນກ່ອນນຳໄປໃຊ້ຈິງ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,418 | 21,694 |
![]() THB | 658.08 | 668.21 |
![]() EUR | 23,836 | 24,313 |
![]() CNY | 2,909 | 2,967 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |