_cover - 2025-07-22T101432.922
ລັດເຊຍກຳລັງພິຈາລະນາສັ່ງແບຣນ "WhatsApp" ໂປຣແກຣມຈາກປະເທດທີ່ບໍ່ເປັນມິດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 22 July, 2025
ໝວດ: ຂ່າວ

ສຳນັກຂ່າວຣອຍເຕີ ລາຍງານວ່າ ລັດຖະບານລັດເຊຍກຳລັງເດີນໜ້າຊຸກຍູ້ນະໂຍບາຍ “ອະທິປະໄຕທາງດິຈິຕອລ” ຢ່າງເຂັ້ມຂຸ້ນ

 
ລ່າສຸດ ສະມາຊິກສະພາດູມາ (State Duma) ຈາກຝ່າຍຄຸ້ມຄອງເທັກໂນໂລຢີ ແລະ ຂໍ້ມູນຂ່າວສານ ລະບຸວ່າ WhatsApp ແອັບສົ່ງຂໍ້ຄວາມຍອດນິຍົມພາຍໃຕ້ບໍລິສັດ Meta Platforms ອາດຕ້ອງຖອນໂຕອອກຈາກຕະຫຼາດລັດເຊຍໃນໄວໆນີ້
 

ຄຳເຕືອນດັ່ງກ່າວເກີດຂຶ້ນຫຼັງຈາກທີ່ປະທານາທິບໍດີວລາດິເມຍ ປູຕິນ ລົງນາມໃນກົດໝາຍໃໝ່ເມື່ອເດືອນທີ່ຜ່ານມາ ເພື່ອພັດທະນາແອັບສົ່ງຂໍ້ຄວາມທີ່ໄດ້ຮັບການສະໜັບສະໜູນຈາກລັດ ແລະ ສາມາດເຊື່ອມຕໍ່ກັບບໍລິການພາກລັດຂອງລັດເຊຍໄດ້ໂດຍກົງ ເຊິ່ງສະທ້ອນເຖິງຄວາມຕັ້ງໃຈຂອງມົສໂກໃນການຫຼຸດການອີງອາໄສ ແພລັດຟອມຕ່າງປະເທດ ເຊັ່ນ: WhatsApp ແລະ Telegram
 

ແອນຕອນ ໂກເຣລກິນ ຮອງປະທານຄະນະກຳມະການດ້ານເທັກໂນໂລຢີ ແລະ ຂໍ້ມູນຂ່າວສານສະພາດູມາ ໃຫ້ຄວາມເຫັນຜ່ານແພລັດຟອມ Telegram ວ່າ ເຖິງເວລາແລ້ວທີ່ WhatsApp ຄວນກຽມໂຕອອກຈາກຕະຫຼາດລັດເຊຍ ໂດຍໃຫ້ເຫດຜົນວ່າບໍລິສັດ Meta ເຊິ່ງເປັນເຈົ້າຂອງ WhatsApp ຖືກຂຶ້ນບັນຊີເປັນ “ອົງການຫົວຮຸນແຮງ” ພາຍໃນລັດເຊຍ

 

ທັງນີ້ ບໍລິການໂຊຊຽລມີເດຍອື່ນໃນເຄືອ Meta ຢ່າງ Facebook ແລະ Instagram ຖືກຫ້າມໃນລັດເຊຍມາຕັ້ງແຕ່ປີ 2022 ຫຼັງຈາກເກີດຄວາມຂັດແຍ້ງທາງທະຫານລະຫວ່າງລັດເຊຍກັບຢູເຄຣນ

 

ເຊິ່ງເຮັດໃຫ້ບໍລິສັດລາຍໃຫຍ່ຈາກປະເທດຕາເວັນຕົກຫຼາຍແຫ່ງຕັດສິນໃຈຖອນໂຕອອກຈາກຕະຫຼາດລັດເຊຍ

 

ໃນອາທິດດຽວກັນນີ້ ລັດຖະບານລັດເຊຍໄດ້ເຜີຍແຜ່ຄຳສັ່ງຢ່າງເປັນທາງການຈາກປະທານາທິບໍດີປູຕິນ ເຊິ່ງລວມເຖິງຂໍ້ກຳນົດໃນການຈຳກັດການໃຊ້ງານຊອບແວຈາກປະເທດທີ່ຖືກຈັດວ່າ “ບໍ່ເປັນມິດ” ຕໍ່ລັດເຊຍ ໂດຍສະເພາະຊອບແວດ້ານການສື່ສານທີ່ຜະລິດຈາກບໍລິສັດໃນກຸ່ມປະເທດທີ່ມີມາດຕະການຄວຳບາດຕໍ່ມົສໂກ

 

ຄຳສັ່ງດັ່ງກ່າວກຳນົດໃຫ້ຫົວໜ່ວຍງານທີ່ກ່ຽວຂ້ອງຕ້ອງດຳເນີນມາດຕະການຈຳກັດການໃຊ້ຊອບແວຕ່າງປະເທດພາຍໃນວັນທີ 1 ກັນຍານີ້

 

ເຊິ່ງເຮັດໃຫ້ຫຼາຍຝ່າຍຄາດການວ່າ WhatsApp ມີແນວໂນ້ມຈະຢູ່ໃນບັນຊີຊອບແວທີ່ຖືກຈຳກັດ

 

ເຖິງແມ່ນຍັງບໍ່ມີຖະແຫຼງການຕອບກັບຢ່າງເປັນທາງການຈາກ Meta ແຕ່ແນວໂນ້ມດັ່ງກ່າວຕອກຢໍ້າທິດທາງຂອງລັດຖະບານລັດເຊຍທີ່ຈະຫຼຸດບົດບາດຂອງເທັກໂນໂລຢີຕ່າງຊາດ ແລະ ເລັ່ງສົ່ງເສີມລະບົບນິເວດດິຈິຕອລຂອງປະເທດ ຜ່ານການພັດທະນາແພລັດຟອມທີ່ຄວບຄຸມໄດ້ດ້ວຍຕົນເອງ ແລະ ມີການບູລະນາການເຂົ້າກັບລະບົບລັດຖະການ

 

ນັກວິເຄາະບາງລາຍວິເຄາະວ່າ ຖ້າຫາກ WhatsApp ຖືກຈຳກັດການໃຊ້ງານແທ້ ຈະສົ່ງຜົນກະທົບໃນວົງກວ້າງຕໍ່ຜູ້ໃຊ້ຄົນລັດເຊຍຈຳນວນຫຼາຍ ໂດຍສະເພາະໃນພາກທຸລະກິດ ແລະ ການສື່ສານສ່ວນບຸກຄົນທີ່ຍັງໃຊ້ແພລັດຟອມດັ່ງກ່າວເປັນຊ່ອງທາງຫຼັກ

 

ພາຍໃຕ້ກອບນະໂຍບາຍ “ດິຈິຕອລໂຊເວີເຣນຕີ້” ຫຼື ອະທິປະໄຕທາງເທັກໂນໂລຢີ ລັດເຊຍມີແຜນພັດທະນາແອັບສື່ສານທີ່ຄວບຄຸມໄດ້ພາຍໃນປະເທດ ແລະ ມີກົນໄກຮອງຮັບການໃຊ້ງານຮ່ວມກັບພາກລັດ ເຊິ່ງຖືເປັນຍຸດທະສາດຫຼັກຂອງເຄຣມລິນໃນການຫຼຸດການອີງອໄສຊອບແວຈາກຕ່າງປະເທດແບບຍືນຍົງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 10 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.10
685.56
european-union
EUR
24,207
24,691
china
CNY
2,946
3,005
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
jane (18)
ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນ ສ.ປ ຈີນ
jane (17)
ເຄັດລັບກຳຈັດເຊື້ອຣາ ຮ່ອງຢາເເນວໃນຫ້ອງນ້ຳ ໃຊ້ພຽງແຕ່ 2 ສ່ວນປະສົມງ່າຍໆ ດີກວ່າໃຊ່ສານຟອກຂາວ
pele - 2025-09-10T100905.860
ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ
pele - 2025-09-10T093335.512
ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ
jane (16)
ເຜີຍແຜ່ຜົນວິເຄາະການເປັນຕົວແທນ ຂອງເພດຍິງ ແລະ ຄວາມສະເໝີພາບຍິງ-ຊາຍຈັດຂຶ້ນໃນວັນທີ 9 ກັນຍາ 2027 ຢູ່ສະພາ ແຫ່ງຊາດ
pele - 2025-09-09T155938.511
ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ
jane (16)
ສານໄທ ຕັດສິນໃຫ້ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ຈຳຄຸກ 1 ປີ
ຢ່າລື່ມກົດຕິດຕາມ