_cover - 2025-07-23T143000.867
ຮົງກົງໃຊ້ AI ພິມ "ກະດູກ 3 ມິຕິ" ຈາກພາບ X-ray ຫຼຸດຄົນເຈັບຮັບລັງສີໄດ້ 99%
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 23 July, 2025
ໝວດ: ຂ່າວ

ທີມນັກວິໄຈຈາກ ມະຫາວິທະຍາໄລວິທະຍາສາດແລະເທັກໂນໂລຊີຮົງກົງ (HKUST) ໄດ້ປະກາດຄວາມສຳເລັດຂອງການພັດທະນາເທັກໂນໂລຊີທີ່ຂັບເຄື່ອນດ້ວຍ AI ຊຶ່ງສາມາດສ້າງໂຄງສ້າງກະດູກແບບ 3 ມິຕິ ຂອງຄົນເຈັບຂຶ້ນມາໃໝ່ໄດ້

 

ໂດຍໃຊ້ພາບ X-ray ພຽງ 2-4 ພາບເທົ່ານັ້ນ ຊຶ່ງຊ່ວຍຫຼຸດຄວາມຈຳເປັນໃນການສະແກນ CT ແລະ ຫຼຸດປະລິມານລັງສີທີ່ຄົນເຈັບດ້ຮັບໄດ້ຫຼາຍເຖິງຮ້ອຍລະ 99.

 

ການພັດທະນາ AI ເພື່ອການສ້າງແບບຈຳລອງກະດູກ

 

ທີມນັກວິໄຈເປີດເຜີຍວ່າເທັກໂນໂລຊີນີ້ໃຊ້ເວລາພຽງ 30 ວິນາທີ ໃນການສ້າງແບບຈຳລອງກະດູກ 3 ມິຕິ

 

ໂດຍໃຊ້ປັນຍາປະດິດໃນການແປງພາບ X-ray ມາດຕະຖານ ໃຫ້ເປັນພາບກະດູກ ແລະ ອະໄວຍະວະແບບ 3 ມິຕິ ດ້ວຍວິທີນີ້ຊ່ວຍໃຫ້ໝໍສາມາດເຫັນພາບກະດູກຂອງຜູ້ປ່ວຍແບບສາມມິຕິທີ່ລະອຽດເທິງໜ້າຈໍຄອມພິວເຕີ ແລະ ຊ່ວຍໃຫ້ການວິນິດໄສ ແລະ ການວາງແຜນການປິ່ນປົວແມ່ນຍຳຍິ່ງຂຶ້ນ.

 

ບໍ່ແມ່ນພຽງແຕ່ພາບ ແຕ່ “ພິມ” ແບບຈຳລອງກະດູກ 3D ໄດ້ດ້ວຍ

 

ນອກຈາກຄວາມສາມາດໃນການສ້າງພາບ 3 ມິຕິແລ້ວ ເທັກໂນໂລຊີນີ້ຍັງກ້າວໄປອີກຂັ້ນດ້ວຍການໃຊ້ແບບຈຳລອງດິຈິຕອນເຫຼົ່ານັ້ນ

 

ມາສ້າງເປັນຊິ້ນສ່ວນທີ່ຈັບຕ້ອງໄດ້ຈິງ ຜ່ານການພິມ 3 ມິຕິ ໂດຍສາມາດຜະລິດອຸປະກອນຝັງໃນທີ່ອອກແບບມາເປັນພິເສດ (Custom Implants) ເພື່ອໃຫ້ເຂົ້າກັບກາຍະວິພາກຂອງຄົນເຈັບແຕ່ລະຄົນໄດ້.

 

 

 

ທີມວິໄຈກ່າວວ່າ ແບບຈຳລອງທີ່ສ້າງຂຶ້ນໃໝ່ນີ້ ມີອັດຕາຄວາມຄາດເຄື່ອນນ້ອຍກວ່າ 1 ມິນລິແມັດ ແລະ ເທັກໂນໂລຊີນີ້ມີຄວາມແມ່ນຍຳສູງ

 

ເມື່ອທຽບກັບການສະແກນ CT ແບບດັ້ງເດີມ ຊຶ່ງເປັນໄປຕາມມາດຕະຖານຄວາມແມ່ນຍຳທາງຄລີນິກ.

 

ທີມພັດທະນາເປີດເຜີຍວ່າທົ່ວໄປແລ້ວ ຄົນເຈັບທີ່ຕ້ອງເຂົ້າຮັບການຜ່າຕັດສັນຍະກຳກະດູກຈະຕ້ອງຜ່ານການສະແກນ CT ທີ່ຊັບຊ້ອນແລະໃຊ້ເວລາດົນ

 

ຊຶ່ງເຮັດໃຫ້ຄົນເຈັບໄດ້ຮັບລັງສີໃນປະລິມານສູງ ແຕ່ດ້ວຍແນວທາງທີ່ຂັບເຄື່ອນດ້ວຍ AI ນີ້ ຊ່ວຍໃຫ້ໝໍສາມາດວາງແຜນການຜ່າຕັດໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ ໃນຂະນະດຽວກັນກໍຊ່ວຍຫຼຸດພາລະຂອງໂຮງໝໍລັດ ໂດຍຫຼຸດໄລຍະເວລາລໍຖ້າສຳລັບການສະແກນ CT.

 

ໂດຍທີມວິໄຈຄາດວ່າເທັກໂນໂລຊີນີ້ ຈະສາມາດເລີ່ມການທົດລອງທາງຄລີນິກໃນໂຮງໝໍລັດຂອງຮົງກົງໄດ້ ພາຍໃນທ້າຍປີນີ້

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ