_cover - 2025-07-25T140448.536
ກຸ່ມຄົນທີ່ລະເມີດລ່າສັດທີ່ໄກ້ຈະສູນພັນ ( ໂຕຂາແດງ) ໄດ້ຮັບການສຶກສາອົບຮົມ ແລະ ດຳເນີນຄະດີຕາມກົດໝາຍແລ້ວ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 25 July, 2025
ໝວດ: ຂ່າວ

ວັນທີ 22 ກໍລະກົດ2025 ເຈົ້າໜ້າທີ່ ປກສ ແລະ ກອງກວດກາປ່າໄມ້ ເມືອງຕະໂອ້ຍ ໄດ້ນໍາຕົວຜູ້ກະທຳຜິດທີ່ລ່າສັດ, ຂ້າສັດປ່າທີ່ໄກ້ຈະສູນພັນປະເພດຂາແດງ ຢູ່ເຂດເຂດປ່າອຸທິຍານແຫ່ງຊາດເຊຊັບ ຈໍານວນ 5 ຄົນ ມາກັກຕົວ ເພື່ອດຳເນີນຄະດີຕາມລະບຽບກົດໝາຍເປັນທີ່ຮຽບຮ້ອຍແລ້ວ.

 

 

ເນື່ອງຈາກມີປະຊາຊົນລ່າສັດປ່າປະເພດຫວງຫ້າມ ( ໂຕຂາແດງ ) ຈຳນວນ 03 ໂຕ ໃນນັ້ນເພດຜູ້ ຈຳນວນ 02 ໂຕ, ເພດແມ່ 01 ໂຕ, ໂດຍມີບຸກຄົນໂພສລົງເຟດບຸກສ່ວນຕົວຄັ້ງວັນທີ 21 ກໍລະກົດ 2025 ;

 

 

ສະນັ້ນທາງພະແນກກະສິກໍາແລະ ປ່າໄມ້ແຂວງສາລະວັນ ກໍໄດ້ແຕ່ງຕັ້ງ ເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງ ລົງສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຕະໂອ້ຍ ລົງເກັບກຳຂໍ້ມູນຕົວຈິງ.

 

ຜ່ານການລົງເກັບກຳຂໍ້ມູນຕົວຈິງ ສາມາດຮູ້ໄດ້ວ່າ ສັດປ່າດັ່ງກ່າວແມ່ນຖືກລ່າຢູ່ເຂດປ່າສະຫງວນອຸທະຍານແຫ່ງຊາດເຊຊັບ ເມືອງຕະໂອ້ຍ ແຂວງສາລະວັນ ເຊິ່ງແມ່ນປະຊາຊົນບ້ານ ປີໂກະຈໍານວນ 5 ຄົນ ເປັນຜູ້ລ່າສັດດັ່ງກ່າວ.

 

ພາຍຫຼັງໄດ້ຮູ້ຂໍ້ມູນຢ່າງຊັດເຈນແລ້ວ ທາງທີມງານຈຶ່ງໄດ້ປະສານເຈົ້າໜ້າທີ່ ປກສ ເມືອງຕະໂອ້ຍນໍາເອົາພວກກ່ຽວທັງ 5 ຄົນ ມາກັກຕົວໃວ້ທີ່ກອງບັນຊາການ ປກສ ເມືອງຕະໂອ້ຍຕາມລະບຽບກົດໝາຍ ແລະ ທາງເຈົ້າໜ້າທີ່ ກໍໄດ້ສືບສວນສອບສວນ ແລະ ພວກກ່ຽວໃຫ້ການເປັນສຽງດຽວກັນວ່າ:

 

ວັນທີ່ 19 ກໍລະກົດ 2025 ພວກຕົນເອງ ໄປໄລ່ລີງທີ່ກິນໝາກສາລີຢູ່ໄຮ່ ພ້ອມໄດ້ຖືອາວຸດປະເພດປືນແກ໋ບ 01 ກະບອກ ເມື່ອພົບເຫັນຝູງລີງຈໍານວນຫລາຍເຂົ້າມາກິນສາລີ ພວກຕົນເອງຈິ່ງໄລ່ຍິງ ແຕ່ຍິງບໍ່ຖືກ ຈາກນັ້ນຝູງລີງຕົກໃຈໜີຂື້ນໄປພູ ພວກຕົນກໍໄດ້ນຳໄປປະມານ 01 ກິໂລແມັດ ແຕ່ກໍບໍ່ເຫັນຝູງລີງດັ່ງກ່າວ, ແຕ່ກັບໄປພົບຝູງຂາແດງ ປະມານ 40 ຫາ 50 ໂຕ ກໍາລັງກິນໝາກໄຮ ຈິງໄດ້ລົງມືຍິງ ຄັ້ງທໍາອິດຖືກເພດແມ່ 01 ໂຕ ຈາກນັ້ນຝູງຂາແດງໄດ້ປົບໝີ ຕົນເອງກໍໄດ້ນໍາໄປປະມານ 100 ແມັດ ຈິ່ງໄດ້ຍິງຕື່ມອີກຈໍານວນ 02 ໂຕ ລວມເປັນສາມໂຕ.

 

 

ຫລັງຈາກນັ້ນກໍໄດ້ເອົາຂາແດງດັ່ງກ່າວມາຂາຍ ແລະ ໄດ້ນໍາເອົາເງິນທີ່ຂາຍໄດ້ນັ້ນມາແບ່ງປັນກັນ ເພື່ອຊື້ເຂົ້າກິນ.

ຜ່ານການສືບສວນ-ສອບສວນ ເກັບກໍາຂໍ້ມູນຂອງເຈົ້າໜ້າທີ່ ເຫັນວ່າ: ພວກກ່ຽວແມ່ນລະເມີດຕໍ່ກົດໝາຍວ່າດ້ວຍ ສັດປ່າ ( ສະບັບປັບປຸງ ) ສະບັບເລກທີ 42/ສພຊ, ລົງວັນທີ 17 ກໍລະກົດ 2023 ມາດຕາ 61: ຂໍ້ຫ້າມທົ່ວໄປ ຂໍ້ 3 ແລະ ປະມວນກົດໝາຍອາຍາ ສະບັບເລກທີ 26/ສພຊ, ລົງວັນທີ 17 ພຶດສະພາ 2017 ມາດຕາ 331 ການລ່າສັດໂດຍບໍ່ຖືກຕ້ອງຕາມກົດໝາຍ.

 

-ແຫຼ່ງທີ່ມາ: ໜ່ວຍງານກວດກາປ່າໄມ້ ເມືອງຕະໂອ້ຍ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 15 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,496
21,773
thailand (1)
THB
672.94
683.71
european-union
EUR
24,219
24,703
china
CNY
2,941
2,999
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (34)
ນູແວນເຊລັງ ຄາດວ່າປະຊາກອນເຊື້ອສາຍອາຊີ ຈະເພີ່ມຂຶ້ນເປັນ 33%
pele - 2025-09-15T162805.113
ຈັບໂຊເຟີລົດບັນທຸກ 12 ລໍ້ ພ້ອມຢາບ້າ12.742.000 ເມັດ
jane (33)
ເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂຣສ-2025
jane (32)
ນຳສະເໜີ ໂລໂກ້ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ
pele - 2025-09-15T154957.450
ແຈ້ງການມອດໄຟ 17,20,21/09/2025 (ຈຳນວນ 3 ວັນ)
jane (31)
ເຄື່ອງປະດັບເສີມການແຕ່ງຕົວຕາມລາສີ ເພີ່ມສະເໜ່ໄດ້ງ່າຍໆ
pele - 2025-09-15T143441.056
ກຽມພົບກັບງານ Laos Blockchain Fest 2025 ໃນທ້າຍເດືອນພະຈິກນີ້
pele - 2025-09-15T134622.962
ກະຊວງປ້ອງກັນປະເທດ ຈະສົ່ງ 21 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ
jane (30)
ກອງປະຊຸມເວທີປຶກສາຫາລືວັດທະນະທຳສາກົນ ໝີແພນດາຄຳ 2025 ຈັດຂຶ້ນຢູ່ນະຄອນເສີງຕູ່ ສ ປ ຈີນ
jane (29)
ເບິ່ງດວງປະຈຳວັນຈັນ ທີ່ 15 ກັນຍາ 2025
ຢ່າລື່ມກົດຕິດຕາມ