_cover - 2025-07-28T100019.110
ທຣຳເຊື່ອວ່າໄທ-ກຳປູເຈຍຕ້ອງການແກ້ໄຂຄວາມຂັດແຍ້ງ ຫຼັງຈາກຂົ່ມຂູ່ວ່າຈະບໍ່ເຈລະຈາການຄ້າຈົນກວ່າຈະຢຸດຍິງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 28 July, 2025

ປະທານາທິບໍດີໂດນັລ ທຣຳ ແຫ່ງສະຫະລັດ ໃນວັນອາທິດ (27 ກໍລະກົດ) ເຊື່ອວ່າທັງໄທແລະກຳປູເຈຍ ຕ້ອງການແກ້ໄຂຄວາມເຫັນບໍ່ຕົງກັນ ຫຼັງຈາກໄດ້ລົມທາງໂທລະສັບກັບຜູ້ນຳຂອງທັງ 2 ປະເທດ ຊຶ່ງລະຫວ່າງນັ້ນເພິ່ນໄດ້ຂົ່ມຂູ່ວ່າຈະບໍ່ເຈລະຈາຕົກລົງການຄ້າກັບທັງ 2 ປະເທດ ຈົນກວ່າຈະຢຸດສູ້ຣົບ

 

“ຂ້ອຍໄດ້ສົນທະນາກັບນາຍົກລັດຖະມົນຕີທັງ 2 ແລະ ຂ້ອຍຄິດວ່າພວກເພິ່ນຕ້ອງການແກ້ໄຂຄວາມຂັດແຍ້ງແລ້ວໃນຕອນນີ້” ທຣຳບອກກັບພວກນັກຂ່າວ ໃນຊ່ວງຕົ້ນຂອງການພົບປະຫາລືທາງການຄ້າກັບ ອົວຊູລາ ຟ໋ອນ ແດຮ໌ ລາຍເອິນ ປະທານຄະນະກຳມະການເອີຣົບ ໃນວັນອາທິດ (27 ກໍລະກົດ)

Digital Marketing Agency in Laos - Emerging Digital Solutions

 

ທຣຳ ຍັງເຊື່ອວ່າພວກເຈົ້າໜ້າທີ່ໄທ ແລະ ກຳປູເຈຍ ມີກຳນົດພົບປະກັນໃນໄວໆນີ້

 

ກ່ອນໜ້ານີ້ ໄທແລະກຳປູເຈຍ ໃນວັນອາທິດ (27 ກໍລະກົດ) ສົ່ງສັນຍານວ່າທັງ 2 ປະເທດ ພ້ອມເຈລະຈາຢຸດຕິຂໍ້ຂັດແຍ້ງນອງເລືອດດ້ານຊາຍແດນ  ຕາມຫຼັງມີຄວາມພະຍາຍາມເປັນຄົນກາງໂດຍປະທານາທິບໍດີທຣຳ ເວລານີ້ການສູ້ຣົບທີ່ເຂົ້າສູ່ວັນທີ່ 4 ສັງຫານຜູ້ຄົນໄປແລ້ວຢ່າງໜ້ອຍ 34 ຄົນ ແລະ ປະຊາຊົນຕ້ອງຍົກຍ້າຍຖິ່ນຖານກວ່າ 168,000 ຄົນ

 

ທຣຳ ໂພສຂໍ້ຄວາມເທິງທຣັດສ໌ໂຊຊຽລໃນວັນເສົາ (26 ກໍລະກົດ) ວ່າເພິ່ນໄດ້ສົນທະນາທາງໂທລະສັບກັບຜູ້ນຳຂອງທັງໄທແລະກຳປູເຈຍ ເຕືອນວ່າຈະບໍ່ເດີນໜ້າຂໍ້ຕົກລົງການຄ້າກັບທັງ 2 ປະເທດ ຖ້າຄວາມເປັນປໍລະປັກບໍ່ຢຸດລົງ ຕໍ່ມາເພິ່ນອ້າງວ່າທັງ 2 ຝ່າຍເຫັນດີພົບປະກັນເພື່ອເຈລະຈາຢຸດຍິງ

 

ຮຸນ ມາເນັດ ນາຍົກລັດຖະມົນຕີກຳປູເຈຍ ລະບຸໃນວັນອາທິດ (27ກໍລະກົດ) ວ່າປະເທດຂອງເພິ່ນຕົກລົງຫາທາງຢຸດຍິງໃນທັນທີ ແລະ ບໍ່ມີເງື່ອນໄຂ ທຣຳບອກກັບເພິ່ນວ່າ ໄທ ກໍເຫັນເຫັນດີຢຸດຍິງເຊັ່ນກັນ ຫຼັງຈາກ ທຣຳ ສົນທະນາກັບ ທ່ານ ພູມິທຳ ເວຊະຍະໄຊ ຜູ້ຮັກສາການນາຍົກລັດຖະມົນຕີຂອງໄທ “ມັນເປັນຂ່າວໃນແງ່ບວກສຳລັບທະຫານແລະປະຊາຊົນຂອງທັງ 2 ປະເທດ” ຮຸນ ມາເນັດ ລະບຸໃນຖະແຫຼງການ

 

ເພິ່ນເປີດເຜີຍວ່າໄດ້ມອບໝາຍໃຫ້ ປຣັກ ສຸຄົນ ລັດຖະມົນຕີຕ່າງປະເທດກຳປູເຈຍ ປະສານງານຂັ້ນຕໍ່ໄປກັບ ມາກໂກ ຣູບິໂອ ລັດຖະມົນຕີຕ່າງປະເທດສະຫະລັດ ແລະ ປະສານງານໂດຍກົງກັບລັດຖະມົນຕີຕ່າງປະເທດຂອງໄທ ເພື່ອບັງຄັບໃຊ້ຂໍ້ຕົກລົງຢຸດຍິງ

 

ໄທ ສະແດງຈຸດຢືນສະໜັບສະໜູນຢ່າງລະມັດລະວັງ ໂດຍ ທ່ານ ພູມິທຳ ຂອບໃຈ ທຣຳ ແລະ ບອກວ່າໄທເຫັນດີໃນຫຼັກການຂອງການຢຸດຍິງ ແຕ່ເນັ້ນຍ້ຳວ່າຈຳເປັນຕ້ອງມີຄວາມຕັ້ງໃຈຈິງຂອງຝ່າຍກຳປູເຈຍ ຈາກຄຳະແຫຼງການຂອງກະຊວງການຕ່າງປະເທດໄທ

 

ທັ້ງນີ້ລາຍງານຂ່າວຂອງຊີເອັນບີຊີລະບຸວ່າ ທ່ານ ພູມິທຳ ຮຽກຮ້ອງໃຫ້ມີການເຈລະຈາທະວິພາຄີ ໃນທັນທີ ເພື່ອຫາລືກ່ຽວກັບມາດຕະການທີ່ເປັນຮູບປະທຳໃນການຫາທາງອອກຢ່າງສັນຕິ

 

ຢ່າງໃດກໍຕາມ ກຳປູເຈຍແລະໄທຍັງຄົງຍິງຕອບໂຕ້ຂ້າມຊາຍແດນທີ່ເປັນຂໍ້ຂັດແຍ້ງເປັນວັນທີ່ 4 ໃນວັນອາທິດ (27 ໍລະກົດ) ບໍ່ເທົ່າໃດຊົ່ວໂມງຫຼັງຈາກປະທານາທິບໍດີທຣຳ ເຜີຍວ່າທັງ 2 ຊາດອາຊຽນຕົກລົງເຈລະຈາຢຸດຍິງ ແລະ ຂູ່ວ່າຫາກຍັງເດີນໜ້າສູ້ຣົບກັນຕໍ່ ມັນຈະທຳລາຍຂໍ້ຕົກລົງການຄ້າກັບວໍຊິງຕັນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 17 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,483
21,759
thailand (1)
THB
672.77
683.53
european-union
EUR
24,428
24,917
china
CNY
2,940
2,998
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-17T162708.001
ເປີດຫ້ອງວາງສະແດງເມືອງແຫ່ງສະເໜ່ຂອງ ສປປ ລາວ ໃນງານ CAEXPO
jane (50)
ນາທີຊີວິດເຫດສາວຈີນດື່ມຊານົມໄຂ່ມຸກແລ້ວໄຂ່ມຸກໄຫລເຂົ້າໄປໃນຫລອດລົມ ໂຊກດີພົນລະເມືອງດີເຂົ້າຊ່ວຍຊີວິດທັນໃນຊ່ວງ 4 ນາທີລະທຶກ
pele - 2025-09-17T145859.020
ອະນຸຍາດໃຫ້ພາຫະນະເຂົ້າໄປສັນຈອນ ໃນເສັ້ນທາງລົດເມດ່ວນ ໃນຊົ່ວໂມງເລັ່ງດ່ວນ
jane (49)
ຄບຕ ສຳເລັດວຽກປະດັບປະດາຕົວເມືອງ ຕ້ອນຮັບກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ນວ
pele - 2025-09-17T142134.867
ມອບ-ຮັບເຂົ້າສານ 1,050 ໂຕນ ຈາກຄັງແຮເຂົ້າສຸກເສີນອາຊຽນ+3
jane (48)
ເຫດຄົນເມົາແລ້ວຂັບຈົນຫລັບ! ຢູ່ຂອບທາງດ້ານໃນ ແລະ ມີໝານອນເຝົ້າຜູ້ກ່ຽວບໍ່ມີຮ່ອງຮອຍບາດແຜໃດໆ.
jane (47)
7 ໝາກໄມ້ທີ່ນິຍົມກິນຫ້າມຟ້າວແຊ່ຕູ້ເຢັນເດັດຂາດຈະເຮັດໃຫ້ ລົດຊາດເສຍ - ສ່ຽງເສຍສຸຂະພາບ ຄຸນຄ່າທາງໂພຊະນາການຫຼຸດລົງ!
pele - 2025-09-17T120155.829
ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ມອບອຸປະກອນການສຶກສາ ໃຫ້ໂຮງຮຽນ ມສ ບ້ານດົງໃຕ້
jane (46)
ອາຊຽນຮ່ວມມືໂຕ້ຕອບບັນດາໄພຂົ່ມຂູ່ທາງດ້ານຊີວະພາບທີ່ອາດຈະເກີດການລະບາດໃຫ່ຍຂື້ນໃນຕໍ່ໜ້າ
jane (45)
ຢູນິເທລ (Unitel) ມອບຄືນໃຫ້ສັງຄົມຜ່ານການສະໜັບສະໜູນກິດຈະກຳການກຸສົນ
ຢ່າລື່ມກົດຕິດຕາມ