_cover - 2025-07-28T131535.481
ເຈົ້າແຂວງຈຳປາສັກ ພ້ອມຄະນະ ເຄື່ອນໄຫວຕິດຕາມຊຸກຍູ້ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານຊາຍແດນ ລາວ-ກຳປູເຈຍ -ໄທ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 28 July, 2025
ໝວດ: ຂ່າວ

ໃນວັນທີ 27 ກໍລະກົດ 2025, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລາຂາພັກແຂວງ ເຈົ້າແຂວງຈຳປາສັກ, ປະທານຄະນະກຳມະການປ້ອງກັນຊາດປ້ອງກັນຄວາມສະຫງົບແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານຊາຍແດນ,

 

 

ພ້ອມທັງ ຕິດຕາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ ພະນັກງານນັກຮົບ ທີ່ເຮັດໜ້າທີ່ຢູ່ກົມກອງ,ຮາກຖານເຂດເມືອງມຸນລະປາໂມກ, ໂດຍມີ ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ສະຫາຍ ວັນນະສັກ ຊາດຕະກູນ ເລຂາພັກເມືອງມຸນລະປາໂມກ, ມີ ການນຳຂອງແຂວງ ແລະ ເມືອງມຸນລະປາໂມກ ເຂົ້າຮ່ວມ.

 

ສະຫາຍ ພັນເອກ ຄຳເຮົ້າ ວົງພົມ ຫົວໜ້າຫ້ອງເສນາທິການທະຫານແຂວງຈຳປາສັກ ໄດ້ລາຍງານສະພາບການທີ່ເກີດຂື້ນບໍລິເວນຊາຍແດນໃນໄລຍະຜ່ານມານີ້;

 

ໂອກາດນີ້, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ມີຄຳເຫັນໂອ້ລົມໂດຍ ໄດ້ນຳເອົາຄວາມອົບອຸ່ນຮັກແພງ, ຄວາມເປັນຫວ່ງເປັນໃຍມາຍັງນາຍ ແລະ ພົນທະຫານ ພະນັກງານນັກຮົບ ສືບຕໍ່ເຮັດ ສໍາເລັດໜ້າທີ່ອັນມີກຽດສະຫງ່າທີ່ພັກ ແລະ ປະຊາຊົນ ມອບໝາຍໃຫ້.

 

ພ້ອມກັນນັ້ນ, ການນຳຂອງເມືອງມຸນລະປາໂມກ ຕ້ອງມີການປະສານສົມທົບກັບພາກສ່ວນຕ່າງໆ ຢ່າງໄກ້ຊິດ, ນຳພາແນວຄິດແທດເຖິງປະຊາຊົນ ,ປັບປຸງກໍາລັງກອງຫຼອນທ້ອງຖິ່ນຮາກຖານ ໃຫ້ມີຄວາມ ເຂັ້ມແຂງ ແລະ ຖືໂອກາດດັ່ງກ່າວ ເປັນການຊຸກຍຸ້ສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງທີ IX ທີ່ຈະມາເຖິງ

 

 

ໃນໂອກາດເຄື່ອນໄຫວຕິດຕາມຊຸກຍູ້ວຽກງານຊາຍແດນຄັ້ງນີ້, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລາຂາພັກແຂວງ ເຈົ້າແຂວງຈຳປາສັກ, ໄດ້ນຳເອົາເຄື່ອງບໍລິໂພກອຸປະໂພກ ທີ່ຈຳເປັນ ແລະ ເງິນສົດ ຈຳນວນໜຶ່ງ ທີ່ໄດ້ຮັບ ການອຸປະຖຳ ປະກອບສ່ວນຈາກພາກສ່ວນ ຜູ້ປະກອບການ ກໍ່ຄືທົ່ວສັງຄົມ ລວມມູນຄ່າທັງໝົດ 130 ລ້ານກວ່າກີບ ມອບໃຫ້ ກຳລັງຢູ່ແນວໜ້າ ອີກດ້ວຍ.

 

 

 

 

ທີ່ມາ: ກອງບັນຊາການທະຫານແຂວງຈໍາປາສັກ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 15 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,496
21,773
thailand (1)
THB
672.94
683.71
european-union
EUR
24,219
24,703
china
CNY
2,941
2,999
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (34)
ນູແວນເຊລັງ ຄາດວ່າປະຊາກອນເຊື້ອສາຍອາຊີ ຈະເພີ່ມຂຶ້ນເປັນ 33%
pele - 2025-09-15T162805.113
ຈັບໂຊເຟີລົດບັນທຸກ 12 ລໍ້ ພ້ອມຢາບ້າ12.742.000 ເມັດ
jane (33)
ເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂຣສ-2025
jane (32)
ນຳສະເໜີ ໂລໂກ້ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ
pele - 2025-09-15T154957.450
ແຈ້ງການມອດໄຟ 17,20,21/09/2025 (ຈຳນວນ 3 ວັນ)
jane (31)
ເຄື່ອງປະດັບເສີມການແຕ່ງຕົວຕາມລາສີ ເພີ່ມສະເໜ່ໄດ້ງ່າຍໆ
pele - 2025-09-15T143441.056
ກຽມພົບກັບງານ Laos Blockchain Fest 2025 ໃນທ້າຍເດືອນພະຈິກນີ້
pele - 2025-09-15T134622.962
ກະຊວງປ້ອງກັນປະເທດ ຈະສົ່ງ 21 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ
jane (30)
ກອງປະຊຸມເວທີປຶກສາຫາລືວັດທະນະທຳສາກົນ ໝີແພນດາຄຳ 2025 ຈັດຂຶ້ນຢູ່ນະຄອນເສີງຕູ່ ສ ປ ຈີນ
jane (29)
ເບິ່ງດວງປະຈຳວັນຈັນ ທີ່ 15 ກັນຍາ 2025
ຢ່າລື່ມກົດຕິດຕາມ