_cover - 2025-07-28T162042.495
ເລີ່ມແລ້ວ ກອງປະຊຸມໄກ່ເກ່ຍ ຂໍ້ຕົກລົງຢຸດຍິງ ໃນຂໍ້ຂັດແຍ້ງຊາຍແດນໄທ-ກຳປູເຈຍ ໄດ້ຈັດຂຶ້ນໃນມາເລເຊຍ.
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 28 July, 2025
ໝວດ: ຂ່າວ

ເລີ່ມແລ້ວ ປະຊຸມໄກ່ເກ່ຍ ຄວາມຂັດແຍ້ງບໍລິເວນຊາຍແດນໄທ-ກຳປູເຈຍ ທີ່ກຸງປຸດຣາຈາຍາ ປະເທດມາເລເຊຍ ຕາມຄຳເຊີນຈາກ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ

 

ສຳນັກຂ່າວຣອຍເຕີ-ລາຍງານຄວາມຄືບໜ້າການປຶກສາຫາລືຮ່ວມກັນກ່ຽວກັບສະຖານການຄວາມຂັດແຍ້ງບໍລິເວນຊາຍແດນໄທ-ກຳປູເຈຍ ທີ່ກຸງປຸດຣາຈາຍາ ປະເທດມາເລເຊຍ ຕາມຄຳເຊີນຈາກນາຍອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ

 

ໃນຖານະປະທານອາຊຽນວ່າ ທ່ານ ພູມິທຳ ເວຊະຍະໄຊ ຜູ້ຮັກສາການນາຍົກລັດຖະມົນຕີປະເທດໄທ ພ້ອມຄະນະ ແລະ ນາຍົກລັດຖະມົນຕີຮຸນ ມາເນັດ ຜູ້ນຳກຳປູເຈຍ ກັບຄະນະເຈົ້າໜ້າທີ່ ເດີນທາງຮອດມາເລເຊຍແລ້ວ ແລະ ຈະເລີ່ມການເຈລະຈາກ່ຽວກັບຂໍ້ຕົກລົງຢຸດຍິງໃນຂໍ້ຂັດແຍ້ງຊາຍແດນຊຶ່ງຍືດເຍື້ອເຂົ້າສູ່ມື້ທີ່ 5

 

 

ນອກຈາກຄະນະຜູ້ແທນຂອງສອງປະເທດຄູ່ກໍລະນີແລ້ວ ເຈົ້າໜ້າທີ່ມາເລເຊຍເປີດເຜີຍວ່າ ເອກອັກຄະຣາຊະທູດສະຫະລັດອະເມຣິກາປະຈຳມາເລເຊຍ ແລະ ເອກອັກຄະຣາຊະທູດຈີນປະຈຳມາເລເຊຍ ຈະເຂົ້າຮ່ວມການຫາລືທີ່ບ້ານພັກຂອງ ທ່ານ ອັນວາ ໃນກຸງປຸດຣາຈາຍາ

 

ລາຍງານລະບຸວ່າ ທັງໄທແລະກຳປູເຈຍຕ່າງກ່າວຫາອີກຝ່າຍວ່າເປັນຕົ້ນເຫດຂອງການສູ້ຮົບເມື່ອອາທິດທີ່ຜ່ານມາ ກ່ອນຍົກລະດັບການປະທະດ້ວຍການຍິງປືນໃຫຍ່ຢ່າງໜັກໃນຫຼາຍພື້ນທີ່ຕາມແນວຊາຍແດນທາງບົກລະຍະທາງ 817 ກິໂລແມັດ ຖືເປັນຄວາມຂັດແຍ້ງທີ່ນອງເລືອດທີ່ສຸດໃນຮອບກວ່າທົດສະວັດລະຫວ່າງ 2 ປະເທດເພື່ອນບ້ານພູມິພາກໃນເອເຊຍຕາເວັນອອກສຽງໃຕ້.

 

 

ທ່ານ ຮຸນ ມາເນັດ ຖະແຫຼງກ່ອນໜ້ານີ້ວ່າການເຈລະຈາດັ່ງກ່າວຈັດຂຶ້ນໂດຍມາເລເຊຍ ແລະ ສະຫະລັດອະເມຣິກາຮ່ວມກັນ ແລະ ຈະມີຈີນເຂົ້າຮ່ວມ “ວັດຖຸປະສົງຂອງການປະຊຸມຄັ້ງນີ້ຄືການບັນລຸການຢຸດຍິງໂດຍທັນທີ ເຊີ່ງລິເລີ່ມໂດຍປະທານາທິບໍດີໂດນັລ ທຣຳ ແລະ ນາຍົກລັດຖະມົນຕີກຳປູເຈຍ ແລະ ໄທເຫັນດີນຳກັນ”

 

ທ່ານຮຸນ ມາເນັດ ລະບຸຜ່ານຂໍ້ຄວາມເທິງແພລດຟອມເອັກຊ໌ລະຫວ່າງເດີນທາງໄປຮ່ວມການເຈລະຈາ ຂະນະທີ່ ທຣຳກ່າວເມື່ອວັນອາທິດທີ່ 27 ກໍລະກົດ ຕາມເວລາທ້ອງຖິ່ນຂອງສະຫະລັດ ໂດຍລະບຸເຊື່ອວ່າທັງໄທ ແລະ ກຳປູເຈຍຕ້ອງການຢຸດຕິຄວາມຂັດແຍ້ງ ຫຼັງກ່າວກັບຜູ້ນຳຂອງທັງສອງປະເທດວ່າຈະບໍ່ເຮັດຂໍ້ຕົກລົງທາງການຄ້າ ເວັ້ນແຕ່ວ່າທັງສອງປະເທດຈະຢຸດຕິການສູ້ຣົບ.

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 25 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,499
21,776
thailand (1)
THB
670
680.72
european-union
EUR
24,381
24,869
china
CNY
2,948
3,007
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
jane (91)
ແຈ້ງເຕືອນໄພເຝົ້າລະວັງ ພາຍຸໝູນເຂດຮ້ອນ ລາກາຊາ (Ragasa) ແລະ ພາຍຸມາໃຫມ່ ພາຍຸໝູນເຂດຮ້ອນ ບົວລອຍ (Bualoi)
jane (90)
ສໍາເລັດ 100% ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ເຂດພຣະທາດສີໂຄດຕະບອງ ເພື່ອເປັນການປ້ອງກັນບໍ່ໃຫ້ອົງພຣະທາດ ເກີດຄວາມເສຍຫາຍຈາກການເຊາະເຈື່ອນ.
jane (89)
ອຸດົມສົມບູນຫຼາຍຮູບພາບຊ້າງປ່າຫລາຍສິບໂຕ ລົງຫລິ້ນນໍ້າຢູ່ເຂດປ່າສະຫງວນແຫ່ງຊາດ ນໍ້າປຸຍ ແຂວງໄຊຍະບູລີ
jane (88)
ຈັບຕາເບິ່ງເກີດຫຍັງຂຶ້ນກັບໂລກ ທັງສົງຄາມ ສຶນາມິ ແຜ່ນດິນໄຫວ ນີ້ແມ່ນ "ວັນສິ້ນໂລກ" ຫຼື ເປັນພຽງແຕ່ "ຈຸດປ່ຽນ
pele - 2025-09-25T105029.337
ພົບຍິງ-ຊາຍເສຍຊີວິດ ຢູ່ແຄມທາງ ຢູ່ເມືອງໄຊ ແຂວງອຸດົມໄຊ
pele - 2025-09-25T100033.192
ຜົ້ງສາລີ ໄດ້ຮັບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກແຂວງ
jane (87)
ຮູບພາບເຫດການຜູ້ຍິງຄົນໜຶ່ງໄດ້ຫນີຂຶ້ນໄປບ່ອນສູງ ຫນີນ້ຳຖ້ວມກະທັນຫັນໃນເມືອງກວາງຟູ່ ແຂວງ ຮະວາຫລຽນ ໄຕ້ຫວັນ ຕອນບ່າຍວັນທີ 23.9.2025
ຢ່າລື່ມກົດຕິດຕາມ