ເມື່ອຊ່ວງເຊົ້າມືດວັນອັງຄານທີ່ 29 ກໍລະກົດ 2025 ເຟສບຸກຂອງສົມເດັດ ຮຸນ ເຊັນ ໂພສຂໍ້ຄວາມໃໝ່ ສະແດງຄວາມຂອບໃຈ ໂດນາລ ທຣຳ ປະທານາທິບໍດີສະຫະລັດ ທີ່ເປັນຜູ້ຊຸກຍູ້ຈົນເກີດຂໍ້ຕົກລົງຢຸດຍິງລະຫວ່າງກຳປູເຈຍກັບໄທ ເຊິ່ງຊ່ວຍຊີວິດຄົນຫຼາຍຄົນ ລວມທັງຂອບໃຈຜູ້ນຳມາເລເຊຍທີ່ເປັນເຈົ້າພາບຈັດການປະຊຸມ ແລະ ປະເທດອື່ນໆທີ່ສະໜັບສະໜູນດ້ວຍ
ຂໍ້ຄວາມຂອງສົມເດັດ ຮຸນ ເຊັນ ລະບຸວ່າ “ຄວາມສຳເລັດຈາກຄວາມຄິດລິເລີ່ມອັນໜ້າປະທັບໃຈໂດຍ ໂດນາລ ທຣຳ ໄດ້ຊ່ວຍຊີວິດປະຊາຊົນຫຼາຍໝື່ນຄົນຈາກສົງຄາມລະຫວ່າງກຳປູເຈຍກັບໄທ”
“ກ່ອນອື່ນ ຂ້າພະເຈົ້າຢາກຂໍສະແດງຄວາມຂອບໃຈຕໍ່ ປະທານາທິບໍດີ ໂດນາລ ທຣຳ ຄວາມຄິດລິເລີ່ມອັນມີວິໄສທັດກວ້າງໄກໃນການສ້າງຂໍ້ຕົກລົງຢຸດຍິງ ແລະ ສັນຕິພາບລະຫວ່າງກຳປູເຈຍກັບໄທ ຄວາມຄິດລິເລີ່ມນີ້ແມ່ນຄວາມສຳເລັດຄັ້ງໃຫຍ່ທີ່ຊ່ວຍຊີວິດນັບບໍ່ຖ້ວນທັງໃນກຳປູເຈຍແລະໃນໄທ”
“ຂ້າພະເຈົ້າຢາກຂໍຂອບໃຈ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ຜູ້ຊ່ວຍຈັດກຽມສະຖານທີ່ປະຊຸມແລະອຳນວຍຄວາມສະດວກໃຫ້ກັບການທຳຂໍ້ຕົກລົງຢຸດຍິງຄັ້ງນີ້ ຂໍ້ຕົກລົງຢຸດຍິງ ແລະ ສັນຕິພາບດັ່ງກ່າວກຳລັງກໍ່ໃຫ້ເກີດຜົນໄດ້ຮັບເຊີງບວກແລະມີປະສິດທິພາບ”
“ຂ້າພະເຈົ້າຂໍສະແດງຄວາມຂອບໃຈມິດສະຫາຍຄົນຈີນສຳລັບການສະໜັບສະໜູນ ເຊັ່ນດຽວກັບມິດປະເທດທັງຫຼາຍທີ່ໃຫ້ການຮັບຮອງຂໍ້ຕົກລົງຢຸດຍິງນີ້ ຂ້າພະເຈົ້າຍັງຢາກຂໍຂອບໃຈປະຊາຊົນຄົນກຳປູເຈຍແລະຊາວໄທ ຕະຫຼອດຈົນກອງທັບຂອງທັງສອງປະເທດ ສຳລັບການສະໜັບສະໜູນຢ່າງໝັ້ນຄົງໃນກະບວນການສັນຕິພາບນີ້”
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,417 | 21,693 |
![]() THB | 660.53 | 670.70 |
![]() EUR | 24,119 | 24,602 |
![]() CNY | 2,913 | 2,971 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |