_cover - 2025-07-29T104537.511
ກອງທັບພາກ 2 ຂອງໄທ ເປີດເຜີຍ ກຳປູເຈຍ ລະເມີດຂໍ້ຕົກລົງຢຸດຍິງ ພົບ ຍັງກໍ່ກວນ-ໂຈມຕີໄທຫຼາຍພື້ນທີ່
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 29 July, 2025

ຫຼັງຈາກການປະຊຸມພິເສດ ທີ່ ເມືອງປຸຕຣາຈາຍາ ປະເທດມາເລເຊຍ ໄທ-ກຳປູເຈຍ ຕົກລົງຢຸດຍິງທັນທີໂດຍບໍ່ມີເງື່ອນໄຂ ມີຜົນຕັ້ງແຕ່ເວລາ 24.00 ໂມງ ວັນທີ່ 28 ກໍລະກົດ 2025ທີ່ຜ່ານມາ

 

ຫຼ້າສຸດເຊົ້າວັນນີ້ (29 ກໍລະກົດ 2025) ກອງທັບພາກທີ່ 2 ລາຍງານວ່າ ຝ່າຍກຳປູເຈຍລະເມີດຂໍ້ຕົກລົງຢຸດຍິງ ພົບການກໍ່ກວນ ແລະ ການໃຊ້ອາວຸດໂຈມຕີເຂົ້າມາໃນຫຼາຍພື້ນທີ່ ຝ່າຍໄທຕອບໂຕ້ກັບຄືນຕາມສະຖານະການ ດ້ານການພົບປະຜູ້ນຳຫົວໜ່ວຍທະຫານໃນພື້ນທີ່ ໂຄສົກ ກອງທັບພາກ 2 ເປີດເຜີຍຍັງຄົງມີຄວາມພະຍາຍາມດຳເນີນການ

Digital Marketing Agency in Laos - Emerging Digital Solutions

 

ກອງທັບບົກ ໄດ້ຮັບລາຍງານຈາກກອງທັບພາກທີ່ 2 ເຖິງສະຖານະການຕາມແນວຊາຍແດນໄທ – ກຳປູເຈຍ ໂດຍຫຼັງຈາກຝ່າຍໄທໄດ້ປະຕິບັດຕາມຂໍ້ຕົກລົງຢຸດຍິງຫຼັງເວລາ 24.00 ໂມງ ແລະ ເຝົ້າລະວັງຕິດຕາມສະຖານະການໃນແນວໜ້າຢ່າງໃກ້ຊິດ

 

ຫົວໜ່ວຍທະຫານໃນພື້ນທີ່ໄດ້ລາຍງານພົບການປະຕິບັດທາງທະຫານຂອງຝ່າຍກຳປູເຈຍໃນຫຼາຍເຫດການຕະຫຼອດຄືນຈົນເຖິງຊ່ວງເຊົ້າ

 

ໂດຍພົບການກໍ່ກວນແລະໃຊ້ອາວຸດຍິງສະໜັບສະໜູນເຂົ້າມາໃນພື້ນທີ່ຝ່າຍໄທ ໃນຫຼາຍພື້ນທີ່ ໄດ້ແກ່ ພື້ນທີ່ຊ່ອງບົກ, ພື້ນທີ່ຊ່ອງອານມ້າ, ພື້ນທີ່ຊຳແຕ, ພື້ນທີ່ປາສາດຕາຄວາຍ ແລະ ພື້ນທີ່ພູມະເຂືອ ຊຶ່ງຝ່າຍໄທໄດ້ຕອບໂຕ້ຕາມສະຖານະການ ໂດຍໃຊ້ກຳລັງໃນແນວໜ້າແລະອາວຸດຍິງສະໜັບສະໜູນ ເພື່ອຍັບຍັ້ງການປະຕິບັດດັ່ງກ່າວຂອງຝ່າຍກຳປູເຈຍ

 

ຈາກກໍລະນີດັ່ງກ່າວ ພົນຕີ ວິນໄທ ສຸວາຣີ ໂຄສົກກອງທັບບົກ ໄດ້ອອກຖະແຫຼງການວ່າ “ຕາມທີ່ລັດຖະບານໄທແລະລັດຖະບານກຳປູເຈຍໄດ້ບັນລຸຂໍ້ຕົກລົງຮ່ວມກັນໃນການຢຸດຕິການສູ້ລົບທາງທະຫານບໍລິເວນແນວຊາຍແດນ ໂດຍມີຜົນບັງຄັບໃຊ້ຕັ້ງແຕ່ເວລາ 24.00 ໂມງ ຂອງວັນທີ່ 28 ກໍລະກົດ 2025 ເພື່ອເປີດໂອກາດໃຫ້ເກີດບັນຍາກາດແຫ່ງຄວາມສະຫງົບ ຫຼຸດຄວາມຕຶງຄຽດ ແລະ ສົ່ງເສີມຄວາມຮ່ວມມືລະຫວ່າງປະເທດເພື່ອນບ້ານ

 

ກອງທັບບົກຂໍຮຽນວ່າ ຝ່າຍໄທໄດ້ປະຕິບັດຕາມຂໍ້ຕົກລົງດັ່ງກ່າວຢ່າງເຄັ່ງຄັດ ໂດຍໄດ້ທຳການຢຸດຍິງ ບໍລິເວນພື້ນທີ່ແນວຊາຍແດນ ໄທ-ກຳປູເຈຍ ທັນທີທີ່ເຖິງກຳນົດເວລາ ດ້ວຍຄວາມຕັ້ງໃຈຈິງ ແລະ ຍຶດໝັ້ນຕໍ່ພັນທະທີ່ໄດ້ຕົກລົງຮ່ວມກັນຂອງລັດຖະບານທັງສອງປະເທດ

 

ແຕ່ເປັນທີ່ໜ້າເສຍດາຍຢ່າງຍິ່ງເມື່ອເຖິງ ກຳນົດເວລາດັ່ງກ່າວ ຝ່າຍໄທຍັງຄົງກວດພົບວ່າຝ່າຍກຳປູເຈຍໄດ້ມີການໃຊ້ອາວຸດໂຈມຕີເຂົ້າມາໃນເຂດແດນຂອງປະເທດໄທຢູ່ຫຼາຍຈຸດ ຊຶ່ງຖືເປັນການລະເມີດຂໍ້ຕົກລົງຢ່າງຈົງໃຈ ເຈດຕະນາທຳລາຍລະບົບຄວາມໄວ້ເນື້ອເຊື່ອໃຈລະຫວ່າງກັນ ກອງທັບບົກຈຶ່ງຂໍປະນາມຕໍ່ການກະທຳດັ່ງກ່າວ

 

ຝ່າຍໄທຈຳເປັນຈະຕ້ອງໃຊ້ມາດຕະການໂຕ້ກັບຢ່າງເໝາະສົມ ພາຍໃຕ້ສິດທິອັນຊອບທຳໃນການປ້ອງກັນຕົນເອງ ຢືນຢັນຝ່າຍໄທບໍ່ໄດ້ໃຊ້ກຳລັງທະຫານເພື່ອລຸກລານ ແຕ່ເພື່ອປ້ອງກັນການລຸກລ້ຳແລະຮັກສາອະທິປະໄຕຂອງຊາດ ພາຍໃຕ້ກົດກະຕິກາສາກົນ”

 

ນອກຈາກນີ້ໂຄສົກກອງທັບບົກ ຍັງໄດ້ເປີດເຜີຍເຖິງກຳໜົດການພົບປະຜູ້ນຳຫົວໜ່ວຍທະຫານໃນພື້ນທີ່ຂອງທັງສອງຝ່າຍທີ່ມີແຜນພົບກັນໃນຊ່ວງເຊົ້າຂອງມື້ນີ້ວ່າ “ຍັງຄົງມີຄວາມພະຍາຍາມໃນການເດີນໜ້າພົບປະໂອ້ລົມກັນຂອງຜູ້ນຳທາງທະຫານທັງສອງປະເທດ ໂດຍໃນຂະນະນີ້ຮູ້ວ່າມີການປັບເວລາເປັນ 10.00 ໂມງ ສ່ວນລາຍລະອຽດອື່ນໆ ຈະໄດ້ມີການເປີດເຜີຍໃຫ້ຊາບອີກຄັ້ງ”

 

 

 

ລາຍງານຂ່າວຈາກກອງທັບພາກທີ່ 2 ພື້ນທີ່ປາສາດຕາຄວາຍ ອຳເພີພະນົມດົງຣັກ ຈັງຫວັດສີສະເກດ ມີສຽງລະເບີດ ໃນຊ່ວງເວລາ 03.00 ໂມງເຊົ້າ ແລະ 05.00 ໂມງເຊົ້າ

 

ພື້ນທີ່ ພູມະເຂືອ ຈັງຫວັດສີສະເກດ ທະຫານກຳປູເຈຍກໍ່ກວນທະຫານໄທໝົດຄືນ ມີການຍິງຕອບໂຕ້ລະຫວ່າງທະຫານໄທກັບທະຫານກຳປູເຈຍຕໍ່ເນື່ອງ ພື້ນທີ່ຊຳແຕ ມີການຍິງຕອບໂຕ້ກັນຈົນເຖິງເວລາ 05.30 ໂມງເຊົ້າ ນອກຈາກນີ້ທະຫານກຳປູເຈຍໃຊ້ລະເບີດເປີດສາກຍິງຕະຫຼອດທັງຄືນ

 

ຢ່າງໃດກໍຕາມ ຫຼ້າສຸດເວລາ 08.40 ໂມງ “ວາສະນາ ນານ່ວມ” ຜູ້ສື່ຂ່າວອາວຸໂສສາຍທະຫານ ມີລາຍງານວ່າ ກຳປູເຈຍລະເມີດຂໍ້ຕົກລົງຢຸດຍິງ ເປີດເຜີຍທະຫານກຳປູເຈຍຍິງປືນໃຫຍ່ໃສ່ທະຫານໄທ ເນີນໂນເນມ ພື້ນທີ່ຊ່ອງບົກ ຈັງຫວັດອຸບົນລາຊະທານີ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 25 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,499
21,776
thailand (1)
THB
670
680.72
european-union
EUR
24,381
24,869
china
CNY
2,948
3,007
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
jane (91)
ແຈ້ງເຕືອນໄພເຝົ້າລະວັງ ພາຍຸໝູນເຂດຮ້ອນ ລາກາຊາ (Ragasa) ແລະ ພາຍຸມາໃຫມ່ ພາຍຸໝູນເຂດຮ້ອນ ບົວລອຍ (Bualoi)
jane (90)
ສໍາເລັດ 100% ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ເຂດພຣະທາດສີໂຄດຕະບອງ ເພື່ອເປັນການປ້ອງກັນບໍ່ໃຫ້ອົງພຣະທາດ ເກີດຄວາມເສຍຫາຍຈາກການເຊາະເຈື່ອນ.
jane (89)
ອຸດົມສົມບູນຫຼາຍຮູບພາບຊ້າງປ່າຫລາຍສິບໂຕ ລົງຫລິ້ນນໍ້າຢູ່ເຂດປ່າສະຫງວນແຫ່ງຊາດ ນໍ້າປຸຍ ແຂວງໄຊຍະບູລີ
jane (88)
ຈັບຕາເບິ່ງເກີດຫຍັງຂຶ້ນກັບໂລກ ທັງສົງຄາມ ສຶນາມິ ແຜ່ນດິນໄຫວ ນີ້ແມ່ນ "ວັນສິ້ນໂລກ" ຫຼື ເປັນພຽງແຕ່ "ຈຸດປ່ຽນ
pele - 2025-09-25T105029.337
ພົບຍິງ-ຊາຍເສຍຊີວິດ ຢູ່ແຄມທາງ ຢູ່ເມືອງໄຊ ແຂວງອຸດົມໄຊ
pele - 2025-09-25T100033.192
ຜົ້ງສາລີ ໄດ້ຮັບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກແຂວງ
jane (87)
ຮູບພາບເຫດການຜູ້ຍິງຄົນໜຶ່ງໄດ້ຫນີຂຶ້ນໄປບ່ອນສູງ ຫນີນ້ຳຖ້ວມກະທັນຫັນໃນເມືອງກວາງຟູ່ ແຂວງ ຮະວາຫລຽນ ໄຕ້ຫວັນ ຕອນບ່າຍວັນທີ 23.9.2025
ຢ່າລື່ມກົດຕິດຕາມ