_cover - 2025-07-30T134559.075
ສປປ ລາວ ເປັນເຈົ້າພາບ ກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13 (The 13th ASEAN Labour Inspection Conference)
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 30 July, 2025
ໝວດ: ຂ່າວ

ສປປ ລາວ ເປັນເຈົ້າພາບ ກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13 (The 13th ASEAN Labour Inspection Conference)

 

ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງໃຫ້ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ການກວດກາແຮງງານໃນຂະແໜງກະສິກຳ”

ໃນລະຫວ່າງວັນທີ 29-30 ກໍລະກົດ 2025 ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ໃນຖານະປະທານຄະນະກໍາມະການກວດກາແຮງງານອາຊຽນ ໄດ້ຈັດກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13 (The 13th ASEAN Labour Inspection Conference ) ໂດຍຜ່ານລະບົບວິດີໂອຄອນເຟີເຣນສ໌.

ໂດຍການເຂົ້າຮວ່ມກ່າວເປີດ ຂອງ ທ່ານ ບຸນຍອດ ຈັນທະວອນ ຫົວໜ້າຫ້ອງການກະຊວງ ຮສສ.

 

ກອງປະຊຸມດັ່ງກ່າວ, ເປັນປະທານຂອງ ທ່ານ ອຸດອນ ມະນີບຸນ ຮອງຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ມີແຂກຜູ້ແທນຈາກປະເທດສະມາຊິກອາຊຽນ, ສໍານັກງານກອງເລຂາອາຊຽນ, ປະເທດຄູ່ຮ່ວມງານອາຊຽນ ( ສປ ຈີນ, ສ.ເກົາຫຼີ, ແລະ ຍີປຸ່ນ ), ອົງການຜູ້ຕາງໜ້າຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານອາຊຽນ, ອົງການແຮງງານສາກົນ ແລະ ອົງການສາກົນເພື່ອການເຄື່ອນຍ້າຍແຮງງານເຂົ້າຮ່ວມ.

 

ກອງປະຊຸມຄັ້ງນີ້ມີຈຸດປະສົງ ເພື່ອຍົກສູງຄວາມສໍາຄັນໃນການປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານ ໂດຍສະເພາະຜູ້ອອກແຮງງານໃນຂະແໜງກະສິກຳທີ່ຕິດພັນກັບຕ່ອງໂສ້ການຜະລິດເພື່ອສົ່ງອອກ ແລະ ຍົກລະດັບມາດຕະຖານການກວດກາແຮງງານໃນຂະແໜງກະສິກຳຂອງພາກພື້ນໃນອາຊຽນໃຫ້ມີປະສິດທິພາບ.

 

ພ້ອມກັນນັ້ນຍັງເປັນການປຶກສາຫາລືກ່ຽວກັບຄວາມທ້າທາຍທີ່ຜູ້ອອກແຮງງານໃນຂະແໜງກະສິກຳຕ້ອງໄດ້ພົບ, ໂດຍສະເພາະຄວາມສ່ຽງໃນການເຮັດວຽກ, ລັກສະນະການຈ້າງງານໃນຮູບແບບທີ່ບໍ່ເປັນທາງການ ຫຼື ການຈ້າງງານນອກລະບົບ, ການຖືກຈໍາກັດໃນການເຂົ້າເຖິງລະບົບປະກັນສັງຄົມ ແລະ ອື່ນໆ.

 

ໃນໂອກາດນີ້ ທ່ານປະທານໄດ້ເນັ້ນວ່າ ເຈົ້າໜ້າທີ່ກວດກາແຮງງານແມ່ນຜູ້ທີ່ມີບົດບາດສຳຄັນໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ການສ້າງເງື່ອນໄຂການເຮັດວຽກທີ່ປອດໄພ.

ຜູ້ແທນກອງປະຊຸມໄດ້ແລກປ່ຽນປະສົບການ ແລະ ບົດຮຽນທີ່ດີໃນການວາງນະໂຍບາຍ, ແຜນຍຸດທະສາດ, ກົນໄກການຈັດຕັ້ງປະຕິບັດ ແລະ ການຕິດຕາມກວດກາ ຜູ້ອອກແຮງງານໃນຂະແໜງກະສິກຳທີ່ຕິດພັນກັບຕ່ອງໂສ້ການຜະລິດ ເພື່ອຮັບປະກັນດ້ານຄວາມປອດໄພ ແລະ ສຸຂະພາບຂອງຜູ້ອອກແຮງງານ, ພ້ອມກັນນັ້ນ ຜູ້ແທນຍັງໄດ້ແລກປ່ຽນກົນໄກໃນການເກັບກຳ ແລະ ວິເຄາະຂໍ້ມູນດ້ານຄວາມສ່ຽງ, ການໄດ້ຮັບບາດເຈັບ ຫຼື ເປັນພະຍາດທີ່ເກີດຈາກການເຮັດວຽກໃນຂະແໜງກະສິກໍາ ແລະ ແລກປ່ຽນບົດຮຽນໃນການນຳໃຊ້ເຕັກໂນໂລຊີເຂົ້າໃນວຽກງານກວດການແຮງງານ ແລະ ວຽກງານດ້ານຄວາມປອດໄພດ້ານແຮງງານໃນຂະແໜງການດັ່ງກ່າວ.

 

ໃນຕອນທ້າຍກອງປະຊຸມຍັງໄດ້ຜ່ານ ແລະ ຮັບຮອງເອົາບົດສະຫຼຸບສັງລວມຜົນກອງປະຊຸມ ພ້ອມຄຳແນະນຳທີ່ດີໃຫ້ແກ່ບັນດາປະເທດສະມາຊິກອາຊຽນ ສືຶບຕໍ່ຈັດຕັ້ງປະຕິບັດຕາມເງື່ອນໄຂ ແລະ ຄວາມສາມາດຂອງຕົນ.

 

ກອງປະຊຸມກວດກາແຮງງານອາຊຽນຄັ້ງທີ່ 14 ແມ່ນມີກໍານົດຈັດໃນທ້າຍເດືອນ ຕຸລາ 2025 ຢູ່ເມືອງເປນັ່ງ ພາຍໃຕ້ການເປັນເຈົ້າພາບຂອງປະເທດມາເລເຊຍ.

ການຈັດກອງປະຊຸມໃນຄັ້ງນີ້ແມ່ນຈະສະແດງໃຫ້ເຫັນເຖີງຄວາມເອົາໃຈໃສ່ຂອງບັນດາປະເທດສະມາຊິກອາຊຽນ ໃນການສົ່ງເສີມການຄຸ້ມຄອງສະພາບຄວາມເປັນຢູ່ຂອງຜູ້ອອກແຮງງານໃນພາກພື້ນ.

 

 

ທີ່ມາ: ຂ່າວສານຮສສ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 15 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,496
21,773
thailand (1)
THB
672.94
683.71
european-union
EUR
24,219
24,703
china
CNY
2,941
2,999
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (34)
ນູແວນເຊລັງ ຄາດວ່າປະຊາກອນເຊື້ອສາຍອາຊີ ຈະເພີ່ມຂຶ້ນເປັນ 33%
pele - 2025-09-15T162805.113
ຈັບໂຊເຟີລົດບັນທຸກ 12 ລໍ້ ພ້ອມຢາບ້າ12.742.000 ເມັດ
jane (33)
ເປີດການຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂຣສ-2025
jane (32)
ນຳສະເໜີ ໂລໂກ້ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ
pele - 2025-09-15T154957.450
ແຈ້ງການມອດໄຟ 17,20,21/09/2025 (ຈຳນວນ 3 ວັນ)
jane (31)
ເຄື່ອງປະດັບເສີມການແຕ່ງຕົວຕາມລາສີ ເພີ່ມສະເໜ່ໄດ້ງ່າຍໆ
pele - 2025-09-15T143441.056
ກຽມພົບກັບງານ Laos Blockchain Fest 2025 ໃນທ້າຍເດືອນພະຈິກນີ້
pele - 2025-09-15T134622.962
ກະຊວງປ້ອງກັນປະເທດ ຈະສົ່ງ 21 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ
jane (30)
ກອງປະຊຸມເວທີປຶກສາຫາລືວັດທະນະທຳສາກົນ ໝີແພນດາຄຳ 2025 ຈັດຂຶ້ນຢູ່ນະຄອນເສີງຕູ່ ສ ປ ຈີນ
jane (29)
ເບິ່ງດວງປະຈຳວັນຈັນ ທີ່ 15 ກັນຍາ 2025
ຢ່າລື່ມກົດຕິດຕາມ