_cover - 2025-07-30T142826.587
"ໝວກ AI" ຖອດລະຫັດຄື່ນສະໝອງ ຕໍ່ຍອດສູ່ການຄຸມອຸປະກອນດ້ວຍຄວາມຄິດ.
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 30 July, 2025
ໝວດ: ຂ່າວ

ທີມວິໄຈຈາກມະຫາວິທະຍາໄລເທັກໂນໂລຍີຊິດນີ (University of Technology Sydney) ປະເທດອົດສະຕາລີ ພັດທະນາໝວກປັນຍາປະດິດທີ່ສາມາດອ່ານຄ່າຄື່ນສະໝອງຂອງຜູ້ສວມໃສ່ ເພື່ອຕີຄວາມໝາຍກິດຈະກຳຂອງສະໝອງ ແລະ ປ່ຽນຄວາມຄິດທີ່ເກີດຂຶ້ນໃຫ້ກາຍເປັນຂໍ້ຄວາມໃສ່ໜ້າຈໍ ກຽມຕໍ່ຍອດໄປສູ່ການພັດທະນາວິທີການຄວບຄຸມອຸປະກອນອີເລັກໂທຣນິກຕ່າງໆ ດ້ວຍຄວາມຄິດ

 

ເທັກໂນໂລຍີ “ໝວກ AI”

 

 

ຫົວໃຈສຳຄັນຂອງເທັກໂນໂລຍີນີ້ຢູ່ທີ່ອຸປະກອນໝວກພິເສດ ທີ່ສາມາດກວດສອບຮູບແບບຄື່ນສະໝອງຂອງຜູ້ສວມໃສ່ໄດ້ ໂດຍທີມວິໄຈໄດ້ສາທິດການນຳໃຊ້ດ້ວຍການໃສ່ໝວກ ແລະ ອ່ານຄຳ ຫຼື ປະໂຫຍກທີ່ຕ້ອງການໃນໃຈ ແລະ ໃຊ້ການເຄື່ອນໄຫວຂອງປາກອ່ານຄຳນັ້ນແບບບໍ່ອອກສຽງ (silently mouths the words)

 

ຊຶ່ງຂະບວນການນີ້ຈະຊ່ວຍໃຫ້ສະໝອງປະມວນຜົນຄຳເວົ້າໄດ້ຢ່າງມີປະສິດທິຜົນ ຈາກນັ້ນ ຕົວຖອດລະຫັດທີ່ຂັບເຄື່ອນດ້ວຍ AI ຈະເຂົ້າມາຮັບຊ່ວງຕໍ່ ໂດຍເຮັດໜ້າທີ່ແປງຄວາມຄິດເຫຼົ່ານັ້ນໃຫ້ກາຍເປັນພາສາຂຽນຢ່າງວ່ອງໄວ

 

ຜົນຈາກການທົດສອບໃຊ້ຈິງ

 

ໂດຍສຳນັກຂ່າວ AP ຜູ້ລາຍງານຂ່າວນີ້ລະບຸວ່າຈາກການທີ່ນັກຂ່າວໄດ້ທົດສອບໃຫ້ນັກສຶກສາລອງອ່ານອອກສຽງຄຳວ່າ “ຊ້ອນ” ໃນໃຈ ຜົນປະກົດວ່າ AI ສາມາດລະບຸຄຳດັ່ງກ່າວໄດ້ຢ່າງຖືກຕ້ອງເຖິງ 75% ຊຶ່ງທີມວິໄຈກຳລັງຕັ້ງເປົ້າໝາຍທີ່ຈະພັດທະນາຄວາມແມ່ນຍຳໃຫ້ສູງເຖິງ 90% ໃນອະນາຄົດ

 

ເບື້ອງຫຼັງການເຮັດວຽກຂອງ “ໝວກ AI”

 

ເບື້ອງຫຼັງການເຮັດວຽກຂອງໝວກອັດສະລິຍະນີ້ ມາຈາກການໃຊ້ງານ AI ສອງປະເພດທີ່ແຕກຕ່າງກັນໃນການຕີຄວາມໝາຍສັນຍານຄື່ນສະໝອງ

 

ໂດຍໃຊ້ໂມເດວການຮຽນຮູ້ເຊີງເລິກ (deep learning) ເພື່ອແປສັນຍານສະໝອງໃຫ້ເປັນຄຳທີ່ຕັ້ງໃຈໄວ້ ຈາກນັ້ນຈຶ່ງໃຊ້ໂມເດວພາສາຂະໜາດໃຫຍ່ (large language model) ເພື່ອຈັບຄູ່ຄຳທີ່ຖອດລະຫັດໄດ້ ແລະ ແກ້ໄຂຂໍ້ຜິດພາດທີ່ເກີດຂຶ້ນຈາກການຖອດລະຫັດຄື່ນໄຟຟ້າສະໝອງ (EEG)

 

ສິ່ງທີ່ເຮັດໃຫ້ເທັກໂນໂລຍີນີ້ໂດດເດັ່ນຈາກເທັກໂນໂລຍີເຊື່ອມຕໍ່ສະໝອງຂອງເຈົ້າອື່ນໆ ກໍຄື ບໍ່ຈຳເປັນຕ້ອງມີການຝັງຊິບໃນສະໝອງ ຊຶ່ງຊ່ວຍຫຼຸດຄວາມສ່ຽງແລະເຮັດໃຫ້ເຂົ້າເຖິງໄດ້ງ່າຍຂຶ້ນຫຼາຍ

 

ໂດຍຕໍ່ໄປເທັກໂນໂລຍີນີ້ອາດຈະມີບົດບາດສຳຄັນໃນການຊ່ວຍເຫຼືອຜູ້ປ່ວຍແລະຜູ້ພິການ ໃຫ້ສາມາດສັ່ງການຄວບຄຸມອຸປະກອນຕ່າງໆ ດ້ວຍຄວາມຄິດ ຫຼືອາດຈະພັດທະນາໄປໄກຈົນເຮັດໃຫ້ ການສື່ສານຈາກຄວາມຄິດສູ່ຄວາມຄິດ (mind-to-mind communication) ທີ່ເຄີຍມີແຕ່ໃນຮູບເງົາ ກາຍເປັນຈິງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 25 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,499
21,776
thailand (1)
THB
670
680.72
european-union
EUR
24,381
24,869
china
CNY
2,948
3,007
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (89)
ອຸດົມສົມບູນຫຼາຍຮູບພາບຊ້າງປ່າຫລາຍສິບໂຕ ລົງຫລິ້ນນໍ້າຢູ່ເຂດປ່າສະຫງວນແຫ່ງຊາດ ນໍ້າປຸຍ ແຂວງໄຊຍະບູລີ
jane (88)
ຈັບຕາເບິ່ງເກີດຫຍັງຂຶ້ນກັບໂລກ ທັງສົງຄາມ ສຶນາມິ ແຜ່ນດິນໄຫວ ນີ້ແມ່ນ "ວັນສິ້ນໂລກ" ຫຼື ເປັນພຽງແຕ່ "ຈຸດປ່ຽນ
pele - 2025-09-25T105029.337
ພົບຍິງ-ຊາຍເສຍຊີວິດ ຢູ່ແຄມທາງ ຢູ່ເມືອງໄຊ ແຂວງອຸດົມໄຊ
pele - 2025-09-25T100033.192
ຜົ້ງສາລີ ໄດ້ຮັບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກແຂວງ
jane (87)
ຮູບພາບເຫດການຜູ້ຍິງຄົນໜຶ່ງໄດ້ຫນີຂຶ້ນໄປບ່ອນສູງ ຫນີນ້ຳຖ້ວມກະທັນຫັນໃນເມືອງກວາງຟູ່ ແຂວງ ຮະວາຫລຽນ ໄຕ້ຫວັນ ຕອນບ່າຍວັນທີ 23.9.2025
jane (86)
ຈຳປາສັກ ດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX
jane (85)
ຮູ້ຈັກ "ຫອຍທາກຄິວບາ" ຫອຍທາກທີ່ງາມທີ່ສຸດໃນໂລກທີ່ກຳລັງຈະສູນພັນ
pele - 2025-09-24T141747.425
ສຕລ ເປີດໂຄງການກິລາບານເຕະໃນໂຮງຮຽນ ທີ່ແຂວງສະຫວັນນະເຂດ
jane (83)
ພາບຄວາມເສຍຫາຍຈາກພາຍຸໄຕ້ຝຸ່ນ ລາກາຊາ ທີ່ພັດເຂົ້າຮົງກົງຕອນເຊົ້າມື້ນີ້ 24 ກັນຍາ 2025
pele - 2025-09-24T132008.973
ປະຊາຊົນບ້ານຫາດຍາ ໄດ້ຮັບການພົ່ນຢາຂ້າຍຸງລາຍ ແລະ ຢາຂ້າໜອນນໍ້າ
ຢ່າລື່ມກົດຕິດຕາມ