_cover - 2025-07-31T142832.815
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອປ້ອງກັນການໃຊ້ແຮງງານເດັກ ລະຫວ່າງ ກະຊວງແຮງງງານ ແລະ ສະຫວັດດີການສັງຄົມ ແລະ ອົງການຊ່ວຍເຫລືອເດັກສາກົນ (SCI) ປະຈໍາລາວ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 31 July, 2025
ໝວດ: ຂ່າວ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການປົກປ້ອງເດັກ ເພື່ອປ້ອງກັນການໃຊ້ແຮງງານເດັກ ທີ່ແຂວງຫລວງພະບາງ ລະຫວ່າງ ກະຊວງແຮງງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ອົງການຊ່ວຍເຫລືອເດັກສາກົນ (SCI) ປະຈໍາ ສປປ ລາວ ຈັດຂຶ້ນໃນວັນທີ 31 ກໍລະກົດ 2025 ທີ່ນະຄອນຫລວງວຽງຈັນ.

 

ເພື່ອຂັບເຄື່ອນວຽກງານປົກປ້ອງເດັກ ແນໃສ່ປ້ອງກັນການໃຊ້ແຮງງາານເດັກ ທີ່ຢູ່ໃນຊຸມຊົນ ແລະ ຊົນເຜົ່າທີ່ດ້ອຍໂອກາດ, ພ້ອມທັງສົ່ງເສີມສິດທິຂອງເດັກ ໃນການໄດ້ຮັບການປົກປ້ອງ, ໄດ້ຮັບການສຶກສາ ແລະ ການເຂົ້າເຖິງການຝຶກວິຊາຊີບ, ການປະກອບອາຊີບ ແລະ ການຈ້າງງານທີ່ເໝາະສົມກັບໄວໜຸ່ມ.

Digital Marketing Agency in Laos - Emerging Digital Solutions

ໂຄງການດັ່ງກ່າວ, ຈະປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ (SDG) 10 ໂດຍການຫລຸດຜ່ອນຄວາມບໍ່ສະເໝີພາບທາງດ້ານສັງຄົມ ແລະ ເສດຖະກິດ ເຊິ່ງຈະໄດ້ຮັບການປະຕິບັດໂດຍຜ່ານ 3 ທິດທາງສຳຄັນຄື: ການປົກປ້ອງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເດັກ ແລະ ໄວໜຸ່ມໃນຊຸມຊົນທີ່ດ້ອຍໂອກາດ; ປູກຈິດສຳນຶກພາຍໃນຄອບຄົວ ແລະ ຊຸມຊົນ; ສ້າງຄວາມເຂັ້ມແຂງໃຫ້ແກ່ລັດຖະບານ, ພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນ ເພື່ອປ້ອງກັນການໃຊ້ແຮງງານເດັກ ໂດຍຜ່ານການປະສານງານທີ່ເຂັ້ມແຂງ ແລະ ຍືນຍົງ.

 

ທ່ານ ນາງ ແກ້ວ ຈັນທະວິໄຊ ຮອງລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງ ຄົມ ໄດ້ກ່າວວ່າ: ໂຄງການປົກປ້ອງເດັກ ເພື່ອປ້ອງກັນການໃຊ້ແຮງງານເດັກ ທີ່ແຂວງຫລວງພະບາງ ເປັນໂຄງການໜຶ່ງທີ່ໄດ້ຮັບທຶນສະໜັບສະໜູນ ຈາກສະຫະພາບເອີຣົບ;

 

ສ້າງຂຶ້ນເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ເຊິ່ງຍາມໃດ ລັດຖະບານລາວ ໄດ້ຖືເອົາວຽກງານປົກປ້ອງ ແລະ ຊ່ວຍເຫລືອເດັກເປັນສໍາຄັນ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທໍາຂອງເຂົາເຈົ້າ ໂດຍສະແດງອອກໃນການເຂົ້າເປັນພາຄີ ສົນທິສັນຍາສາກົນ ຂອງອົງການສະຫະປະຊາຊາດ, ບັນດາຖະແຫລງການຕ່າງໆຂອງອາຊຽນ ທີ່ກ່ຽວຂ້ອງກັບການປົກປ້ອງ ແລະ ຊ່ວຍເຫລືອເດັກ, ພ້ອມທັງໄດ້ປະກາດໃຊ້ກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ(ສະບັບປັບປຸງ) ແລະ ນິຕິກຳພາຍໃຕ້ກົດໝາຍ ຫລາຍສະບັບ ແລະ ແຜນດຳເນີນງານແຫ່ງຊາດ ທີ່ສ້າງຄວາມເຂັ້ມແຂງໃຫ້ແກ່ດລະບົບປົກປ້ອງເດັກ.

 

 

ຄຽງຄູ່ກັນນັ້ນ, ກໍໄດ້ປັບປຸງກົນໄກການປະສານງານ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ ເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີຄວາມຄ່ອງຕົວຂຶ້ນກວ່າເກົ່າ. ພ້ອມນີ້, ຍັງໄດ້ເອົາໃຈໃສ່ຕິດຕາມຊຸກຍູ້, ກວດກາຕີລາຄາ, ປະເມີນຜົນການຈັດຕັ້ງປະຕິບັດເປັນປະຈໍາ.

 

ຢ່າງໃດກໍຕາມ, ການນໍາໃຊ້ແຮງງານເດັກ ແລະ ເດັກທີ່ມີຄວາມສ່ຽງສູງ ໃນເຂດຊົນນະບົດ ຈະຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ ແລະ ສາເຫດຕົ້ນຕໍ ແມ່ນເກີດມາຈາກຄວາມເຊື່ອຖືທາງດ້ານຮີດຄອງປະເພນີ ແລະ ຄວາມຮັບຮູ້ຍັງບໍ່ສູງ, ພື້ນຖານໂຄງລ່າງທີ່ຈຳກັດ, ຜົນກະທົບຈາກການປ່ຽນແປງຂອງສະພາບດິນຟ້າອາກາດ, ໂອກາດໃນການເຂົ້າເຖິງ ການສຶກສາ ແລະ ວຽກເຮັດງານທໍາຍັງມີຂໍ້ຈຳກັດ.

ທ່ານ ມາກ ກາລາເຮີ ເອກອັກຄະລັດຖະທູດສະຫະພາບ ເອີຣົບ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ສະຫະພາບເອີຣົບ ຮັກສານະໂຍບາຍ ບໍ່ຍອມຮັບການໃຊ້ແຮງງານເດັກໂດຍເດັດຂາດ ເຊິ່ງອັດຕາການໃຊ້ແຮງງານເດັກທີ່ສູງໃນ ສປປ ລາວ ຍັງເປັນບັນຫາທີ່ໜ້າເປັນຫ່ວງ ເຊິ່ງໂຄງການດັ່ງກ່າວ, ຈະແກ້ໄຂຢ່າງຈິງຈັງ ໂດຍນັ້ນໃສ່ການປົກປ້ອງເດັກບໍ່ໃຫ້ຖືກທາລຸນທາງຮ່າງກາຍ, ຈິດໃຈ ແລະ ຖືກຂູດຮີດແຮງງານ. ສະຫະພາບເອີຣົບ ມີຄວາມພູມໃຈທີ່ຈະຢືນຄຽງຂ້າງກັບລັດຖະບານລາວ ແລະ ອົງການຊ່ວຍເຫລືອເດັກສາກົນ ປະຈຳ ສປປ ລາວ ດ້ວຍການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ຂະຫຍາຍການເຂົ້າເຖິງການສຶກສາທີ່ມີຄຸນນະພາບ.

 

ທ່ານ ລຸກ ເອບສ ຫົວໜ້າ ອົງການຊ່ວຍເຫລືອເດັກສາກົນ ປະຈຳ ສປປ ລາວ ໄດ້ເນັ້ນວ່າ: ເດັກນ້ອຍ ທີ່ບໍ່ໄດ້ຮັບສິດທິຂອງເຂົາເຈົ້າຢ່າງເຕັມທີ່ ໂດຍສະເພາະ ການໃຊ້ແຮງງານເດັກທີ່ບໍ່ຖືກຕ້ອງ ບໍ່ພຽງແຕ່ເປັນບັນຫາດ້ານການພັດທະນາເທົ່ານັ້ນ ແຕ່ມັນຍັງເປັນການລະເມີດສິດທິເດັກໂດຍພື້ນຖານ. ພວກເຮົາພາກພູມໃຈຫລາຍ ທີ່ຈະໄດ້ຮ່ວມມືກັບລັດຖະບານແຫ່ງ ສປປ ລາວ ໃນການປົກປ້ອງເດັກ ເພື່ອປ້ອງກັນການໃຊ້ການໃຊ້ແຮງງານເດັກ ເຊິ່ງເປັນວຽກບຸລິມະສິດແຫ່ງຊາດ.

ທີ່ມາ: ຂປລ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 26 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,517
21,794
thailand (1)
THB
658.52
668.66
european-union
EUR
23,871
24,349
china
CNY
2,917
2,975
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-08-26T102705.282
ແຈ້ງການ ການທົດລອງ ໃຫ້ຄົນຕ່າງປະເທດ ລົງທະບຽນເດີນທາງເຂົ້າ-ອອກ ສປປ ລາວ ຜ່ານລະບົບອອນລາຍ
pele - 2025-08-26T103019.538
ປະຊາຊົນບ້ານວຽງສະຫວັນ ສຳເລັດການສ້າງຄວາມສາມາດ ແລະ ການຈັດຊັບພະຍາກອນປະມົງທີ່ຍືນຍົງ.
_cover - 2025-08-25T155458.968
ແຈ້ງເຕືອນ ເຝົ້າລະວັງນໍ້າຖ້ວມຊຸ ໃນໄລຍະວັນທີ 25 ຫາ 27 ສິງຫາ 2025 ເນື່ອງຈາກພາຍຸໄຕ້ຝຸ່ນຄາຈິກິ (TY KAJIKI) ຫົວທີ 13
pele - 2025-08-25T114503.086
ເຊັນບົດບັນທຶກ ການຮ່ວມມືວຽກງານການແພດຟື້ນຟູໜ້າທີ່ການ, ໂຄງການປັບປຸງການເຂົ້າເຖິງ ແລະ ເສີມສ້າງຄວາມອາດສາມາດ ບຸກຄະລາກອນໃນການບໍລິການດ້ານການແພດຟື້ນຟູໜ້າທີ່ການ ໃນ ສປປ ລາວ
_cover - 2025-08-25T151654.703
ຫວຽດນາມ ລົງທຶນພັນລ້ານໂດລາ ສ້າງຂົວຂ້າມທະເລ ມີຄວາມຍາວເປັນອັນດັບ 3 ຂອງອາຊຽນ
_cover - 2025-08-25T141616.667
ຫຼັງອາຍຸ 40 ສະໝອງຈະຫົດຕົວລົງ ການຫຼິ້ນດົນຕີອາດເປັນຕົວຊ່ວຍໃນການຟື້ນຟູສະໝອງ
_cover - 2025-08-25T133025.805
"ຫວຽດນາມ" ສັ່ງອົບພະຍົບປະຊາຊົ 5.8 ແສນຄົນ ໜີພາຍຸໄຕ້ຝຸ່ນ "ຄາຈິກິ" ພັດຂຶ້ນຝັ່ງ
_cover - 2025-08-25T101503.561
ເບິ່ງດວງປະຈຳອາທິດ ຊ່ວງວັນທີ່ 25 - 31 ສິງຫາ 2025
_cover - 2025-08-25T113812.731
ກ້ອນກຳລັງຂອງກອງທັບປະຊາຊົນລາວ ຮ່ວມເຝິກຊ້ອມເດີນສວນສະໜາມ ທີ່ ນະຄອນໂຮ່ຈິມິນ ໃນວັນທີ 24 ສິງຫາ 2025
pele - 2025-08-25T094554.545
ສຳເລັດການທາບທາມຄະນະບໍລິຫານງານພັກ ແຂວງສະຫວັນນະເຂດ ສະໄໝທີ X ຮອບທີ 3
ຢ່າລື່ມກົດຕິດຕາມ