_cover - 2025-08-01T115812.240
ຂ່າວລື ! iPhone 17 Pro ມາພ້ອມກັບໜ້າຈໍປ້ອງກັນແສງສະທ້ອນ ແລະ ກ້ອງຊູມ 8x ຄັ້ງທຳອິດຂອງ Apple
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 1 August, 2025

ແອັບເປີນ (Apple) ກຽມເປີດໂຕ iPhone ລຸ້ນໃໝ່ໃນເດືອນກັນຍານີ້ ແລະ ຂ່າວລືຫຼ້າສຸດເຫັນເຖິງການປ່ຽນແປງຂອງ iPhone ລຸ້ນ iPhone 17 Pro ແລະ iPhone 17 Pro Max ທີ່ອາດຈະມາພ້ອມກັບຟີເຈີທີ່ບໍ່ເຄີຍມີໃນ iPhone ມາກ່ອນ

 

 

ຈຸດເດັ່ນຂ່າວລືການອັບເກຣດທີ່ໜ້າສົນໃຈ

 

  • ໜ້າຈໍປ້ອງກັນການສະທ້ອນ: ຕາມລາຍງານຂອງ MacRumors, iPhone 17 Pro ຈະໃຊ້ໜ້າຈໍແບບໃໝ່ທີ່ຊ່ວຍຫຼຸດແສງສະທ້ອນ ເຮັດໃຫ້ເບິ່ງເຫັນໜ້າຈໍໄດ້ຊັດເຈນຂຶ້ນເຖິງຢູ່ໃນບ່ອນທີ່ມີແສງແດດແຮງ ນອກຈາກນີ້ ໜ້າຈໍຍັງມີຄວາມທົນທານຕໍ່ຮອຍຂີດຂ່ວນໄດ້ດີຍິ່ງຂຶ້ນອີກດ້ວຍ

 

  • ຊູມແບບອອບຕິກັລ 8x: ກ້ອງ Telephoto ຂອງ iPhone 17 Pro ຄາດວ່າຈະເພີ່ມຄວາມສາມາດໃນການຊູມຈາກເດີມ 5x ເປັນ 8x ຊຶ່ງເປັນການກ້າວກະໂດດຄັ້ງໃຫຍ່ ແລະ ຈະເປັນຄັ້ງທຳອິດຂອງ Apple

 

  • ສ່ວນນູນຂອງກ້ອງໃຫຍ່ຂຶ້ນ: ເພື່ອຮອງຮັບການຊູມແບບອອບຕິກັລທີ່ເພີ່ມຂຶ້ນ ເຮັດໃຫ້ສ່ວນນູນຂອງກ້ອງ (camera bump) ດ້ານຫຼັງມີຂະໜາດໃຫຍ່ຂຶ້ນກ່ວາເດີມ

 

  • ການອອກແບບທີ່ປ່ຽນໄປ: ມີລາຍງານວ່າ iPhone 17 Pro Max ຈະໜາຂຶ້ນກ່ວາເກົ່າແລະອາດມີການຍ້າຍຕຳແໜ່ງຂອງໂລໂກ້ Apple ລວມເຖິງມີຂະໜາດໜ້າຈໍທີ່ແຕກຕ່າງໄປຈາກລຸ້ນປັດຈຸບັນ

 

ການອັບເກຣດເຫຼົ່ານີ້ສະແດງໃຫ້ເຫັນວ່າ Apple ມຸ່ງເນັ້ນໄປທີ່ການຍົກລະດັບປະສົບການການໃຊ້ງານຂອງຜູ້ໃຊ້ ຢ່າງໃດກໍຕາມ ຂໍ້ມູນທັງໝົດນີ້ຍັງເປັນພຽງຂ່າວລືທີ່ຕ້ອງລໍການຢືນຢັນ ການເປີດໂຕຢ່າງເປັນທາງການມັກເກີດຂຶ້ນໃນງານພິເສດຂອງ Apple ຊ່ວງເດືອນກັນຍາຂອງທຸກປີ

 

ດັ່ງນັ້ນຄົງຕ້ອງຕິດຕາມກັນຕໍ່ໄປວ່າຟີເຈີແລະດີໄຊຈິງຈະເປັນຢ່າງທີ່ກ່າວມາຕາມຂ່າວລື ຈິງຫຼືບໍ່ ?

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ