ເລີ່ມນຳໃຊ້ 27 ສິງຫາ 2025 ສົ່ງອອກແຜນແຜ, ອັນຍະມະນີ, ຊິ້ນສ່ວນລົດ, ອາຫານທະເລ ກະທົບໜັກ ຄາດວ່າຈະຫຼຸດລົງ 40-50%
ເມື່ອວັນທີ 6 ສິງຫາ 2025 ປະທານາທິບໍດີສະຫະລັດ ໂດນັລ ທຣຳ ລົງນາມຄຳສັ່ງບໍລິຫານເພີ່ມພາສີນຳເຂົ້າສິນຄ້າຈາກອິນເດຍອີກ 25% ລວມກັບພາສີເກົ່າ 25% ເຮັດໃຫ້ອັດຕາພາສີລວມສູງເຖິງ 50%
ຊຶ່ງນັບເປັນອັດຕາສູງສຸດທີ່ສະຫະລັດເກັບຈາກຄູ່ຄ້າ ມາດຕະການນີ້ມີຜົນບັງຄັບໃຊ້ໃນວັນທີ 27 ສິງຫາ 2025 ເພື່ອລົງໂທດອິນເດຍທີ່ຍັງຄົງຊື້ນ້ຳມັນຈາກຣັດເຊຍ ຊຶ່ງທຣຳເຫັນວ່າເປັນການສະໜັບສະໜູນສົງຄາມຂອງຣັດເຊຍໃນຢູເຄຣນ
ຄຳສັ່ງນີ້ສອດຄ່ອງກັບນະໂຍບາຍທີ່ທຣຳກ່າວໃນລາຍການ CNBC ວ່າ ອິນເດຍເຕີມເຊື້ອໄຟໃຫ້ເຄື່ອງຈັກສົງຄາມຂອງຣັດເຊຍ ແລະ ສະຫະລັດຈະບໍ່ຍອມຮັບການກະທຳດັ່ງກ່າວ
ກຸ່ມສິນຄ້າທີ່ໄດ້ຮັບຜົນກະທົບໜັກ ໄດ້ແກ່ ອຸດສາຫະກຳສິ່ງທໍ, ອັນຍະມະນີ ແລະ ເຄື່ອງປະດັບ, ຊິ້ນສ່ວນລົດ ແລະ ອາຫານທະເລ ຊຶ່ງເປັນສິນຄ້າສົ່ງອອກຫຼັກຂອງອິນເດຍໄປສະຫະລັດ ແນວໃດກໍ່ຕາມ ສິນຄ້າເອເລັກໂທຣນິກ ເຊັ່ນ: ໂທລະສັບສະມາດໂຟນ ແລະ ຜະລິດຕະພັນຢາໄດ້ຮັບການຍົກເວັ້ນໃນຂະນະນີ້
ຕາມການປະເມີນຂອງ Global Trade Research Initiative (GTRI) ຫ້ອງສະມຸດແຫ່ງປັນຍາໃນນິວເດລີ ພາສີໃໝ່ຈະເຮັດໃຫ້ສິນຄ້າອິນເດຍມີລາຄາສູງຂຶ້ນໃນສະຫະລັດ ແລະ ອາດເຮັດໃຫ້ຍອດສົ່ງອອກໄປສະຫະລັດຫຼຸດລົງ40-50%
ສົ່ງຜົນກະທົບຕໍ່ຂະແໜງການຈ້າງງານໃນອິນເດຍ ຜູ້ຊ່ຽວຊານແນະນຳໃຫ້ອິນເດຍຫຼີກລ້ຽງການຕອບໂຕ້ທັນທີຢ່າງຫນ້ອຍ 6 ເດືອນ ແລະ ເຈລະຈາການຄ້າດ້ວຍຄວາມລະມັດລະວັງ ເນື່ອງຈາກບັນຍາກາດທີ່ເຕັມໄປດ້ວຍການຂົ່ມຂູ່ ແລະ ບໍ່ໄວ້ວາງໃຈ
ທຳນຽບຂາວຖະແຫຼງວ່າ ການຊື້ນ້ຳມັນຣັດເຊຍຂອງອິນເດຍຂັດຂວາງຄວາມພະຍາຍາມຂອງສະຫະລັດໃນການຕໍ່ຕ້ານການຮຸກຮານຂອງຣັດເຊຍໃນຢູເຄຣນ ຊຶ່ງຖືເປັນໄພຕໍ່ຄວາມໝັ້ນຄົງແຫ່ງຊາດ ແລະ ນະໂຍບາຍການຕ່າງປະເທດຂອງສະຫະລັດ
ນອກຈາກນີ້ ສະຫະລັດຈະຕິດຕາມການນຳເຂົ້າເຊື້ອເພີງຈາກຣັດເຊຍຂອງປະເທດອື່ນໆ ເຊັ່ນ: ຈີນ ແລະ ຕຸຣກີ ເພື່ອພິຈາລະນາມາດຕະການເພີ່ມເຕີມ
ທາງດ້ານອິນເດຍຕອບໂຕ້ວ່າມາດຕະການນີ້ບໍ່ເປັນທຳ ແລະ ບໍ່ມີເຫດຜົນ ໂດຍລະບຸວ່າການນຳເຂົ້ານ້ຳມັນຈາກຣັດເຊຍເປັນໄປເພື່ອຄວາມໝັ້ນຄົງດ້ານພະລັງງານຂອງປະຊາກອນ 1,400 ລ້ານຄົນ ແລະ ຫຼາຍປະເທດ ລວມທັງສະຫະລັດເອງກໍ່ຍັງຄົງຄ້າຂາຍກັບຣັດເຊຍ
ນອກຈາກນີ້ ທຣຳຍັງປະກາດແຜນຂຶ້ນພາສີນຳເຂົ້າເຊມິຄອນດັກເຕີ 100% ສຳລັບຊິບ ແລະ ເຊມິຄອນດັກເຕີທຸກປະເພດທີ່ນຳເຂົ້າໄປຍັງສະຫະລັດ ຍົກເວັ້ນບໍລິສັດທີ່ລົງທຶນ ຫຼື ເລີ່ມສ້າງໂຮງງານໃນສະຫະລັດແລ້ວ ແນວໃດກໍ່ຕາມ ຍັງບໍ່ມີການລະບຸມື້ບັງຄັບໃຊ້ທີ່ຊັດເຈນສຳລັບມາດຕະການນີ້
ການເຄື່ອນໄຫວດັ່ງກ່າວສະທ້ອນນະໂຍບາຍ America First ຫຼື ອະເມຣິກາຕ້ອງມາກ່ອນຂອງທຣຳ ທີ່ພ້ອມໃຊ້ມາດຕະການເຂັ້ມງວດກັບຄູ່ຄ້າ ແມ້ຈະເປັນພັນທະມິດເຊັ່ນອິນເດຍ ເພື່ອກົດດັນໃຫ້ຢຸດການຄ້າກັບຣັດເຊຍ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,445 | 21,721 |
![]() THB | 661.11 | 671.29 |
![]() EUR | 23,780 | 24,256 |
![]() CNY | 2,909 | 2,967 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |