_cover - 2025-08-07T115242.715
ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງອຸດົມໄຊ ຈັດວາງກໍາລັງອອກເຄື່ອນໄຫວປ້ອງກັນກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ X
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 7 August, 2025
ໝວດ: ຂ່າວ

ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງອຸດົມໄຊ ຈັດວາງກໍາລັງອອກເຄື່ອນໄຫວປ້ອງກັນກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ X

 

ເພື່ອເຮັດໃຫ້ການກະກຽມດໍາເນີນກອງປະຊຸມໃຫ່ຍອົງຄະນະພັກແຂວງ ຄັ້ງທີ 10 ໃຫ້ສາມາດຮັບປະກັນຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ ໃນວັນທີ 06 ສິງຫາ 2025 ນີ້

 

 

ຄະນະພັກຄະນະບັນຊາກອງພັນປ້ອງກັນເຄື່ອນທີ່ກອງບັນຊາການ ປກສ ແຂວງອຸດົມໄຊໄດ້ກະກຽມຄວາມພ້ອມໃນທຸກດ້ານເພື່ອລົງເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະໂດຍແຕ່ງຕັ້ງຄະນະຮັບຜິດຊອບນໍາພາຊີ້ນໍາ ແລະ ບັນຈຸກຳລັງລົງກວດກາລາດຕະເວນຢູ່ບັນດາຈຸດຂອບເຂດຄວາມຮັບຜິດຊອບຂອງຕົນເພື່ອແນໃສ່ປົກປັກຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຄັ້ງນີ້ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ,

 

ພັທ ສົມພົງ ມວງສົມບັດ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງອຸດົມໄຊໄດ້ໃຫ້ຮູ້ວ່າ:

 

 

ຄະນະພັກ-ຄະນະບັນຊາກອງພັນໄດ້ເອົາໃຈໃສ່ໃນການເຕົ້າໂຮມສຶກສາອົບຮົມການເມືອງນຳພາແນວຄິດໃຫ້ແກ່ພະນັກງານ-ນັກຮົບໃນຄວາມຮັບຜິດຊອບໃຫ້ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດດີ,

 

 

ຄຽງຄູ່ກັນນີ້ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຈັດວາງກຳລັງວິຊາສະເພາະລົງເຄື່ອນໄຫວປ້ອງກັນສະພາບຮອບດ້ານຢູ່ຈຸດຕ່າງໆຢ່າງລະອຽດໂດຍສະເພາະແມ່ນການປ້ອງກັນສະຖານທີ່ພັກເຊົາຂອງການນໍາ,ສະຖານທີ່ກອງປະຊຸມ,ການປ້ອງກັນຄຸມແຫ່ການນໍາ,ສະຖານທີ່ທ່ອງທ່ຽວ ແລະ ໄດ້ຈັດວາງຈຸປະຈຳການແກ້ໄຂສະພາບສຸກເສີນຕະຫຼອດໄລຍະ 24 ຊົ່ວໂມງຢູ່ຈຸດສຳນັກກອງພັນ,ເຮັດໜ້າທີ່ປ້ອງກັນເວນຍາມຢູ່ບັນດາສໍານັກງານ-ອົງການຂອງພັກ-ລັດ ແລະ ບັນດາພື້ນທີ່ຕ່າງໆ ເວົ້າລວມເວົ້າສະເພາະແມ່ນການປ້ອງກັນຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງໃຫ້ຮັບປະກັນຄວາມສະຫງົບປອດໄພໂດຍພື້ນຖານ.

 

 

 

 

 

ທີ່ມາ: ຂ່າວ ປກສ ແຂວງອຸດົມໄຊ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 25 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,499
21,776
thailand (1)
THB
670
680.72
european-union
EUR
24,381
24,869
china
CNY
2,948
3,007
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
jane (91)
ແຈ້ງເຕືອນໄພເຝົ້າລະວັງ ພາຍຸໝູນເຂດຮ້ອນ ລາກາຊາ (Ragasa) ແລະ ພາຍຸມາໃຫມ່ ພາຍຸໝູນເຂດຮ້ອນ ບົວລອຍ (Bualoi)
jane (90)
ສໍາເລັດ 100% ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ເຂດພຣະທາດສີໂຄດຕະບອງ ເພື່ອເປັນການປ້ອງກັນບໍ່ໃຫ້ອົງພຣະທາດ ເກີດຄວາມເສຍຫາຍຈາກການເຊາະເຈື່ອນ.
jane (89)
ອຸດົມສົມບູນຫຼາຍຮູບພາບຊ້າງປ່າຫລາຍສິບໂຕ ລົງຫລິ້ນນໍ້າຢູ່ເຂດປ່າສະຫງວນແຫ່ງຊາດ ນໍ້າປຸຍ ແຂວງໄຊຍະບູລີ
jane (88)
ຈັບຕາເບິ່ງເກີດຫຍັງຂຶ້ນກັບໂລກ ທັງສົງຄາມ ສຶນາມິ ແຜ່ນດິນໄຫວ ນີ້ແມ່ນ "ວັນສິ້ນໂລກ" ຫຼື ເປັນພຽງແຕ່ "ຈຸດປ່ຽນ
pele - 2025-09-25T105029.337
ພົບຍິງ-ຊາຍເສຍຊີວິດ ຢູ່ແຄມທາງ ຢູ່ເມືອງໄຊ ແຂວງອຸດົມໄຊ
pele - 2025-09-25T100033.192
ຜົ້ງສາລີ ໄດ້ຮັບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກແຂວງ
jane (87)
ຮູບພາບເຫດການຜູ້ຍິງຄົນໜຶ່ງໄດ້ຫນີຂຶ້ນໄປບ່ອນສູງ ຫນີນ້ຳຖ້ວມກະທັນຫັນໃນເມືອງກວາງຟູ່ ແຂວງ ຮະວາຫລຽນ ໄຕ້ຫວັນ ຕອນບ່າຍວັນທີ 23.9.2025
ຢ່າລື່ມກົດຕິດຕາມ