_cover - 2025-08-11T134642.698
ປະຊາຊົນກາຊາຖືກສິ່ງຂອງຊ່ວຍເຫຼືອທີ່ສົ່ງມາທາງອາກາດ ຕົກທັບເສຍຊີວິດຢ່າງໜ້ອຍ 23 ຄົນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 11 August, 2025
ໝວດ: ຂ່າວ

ສຳນັັກຂ່າວຂອງກາຊາ ເປີດເຜີຍວ່າມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 23 ຄົນ ບາດເຈັບອີກ 125 ຄົນ ຈາກການລໍຖ້າຮັບການສົ່ງຄວາມຊ່ວຍເຫຼືອທາງອາກາດຈາກນານາຊາດ

 

ທີ່ສົ່ງສິ່ງຂອງບັນເທົາທຸກດ້ວຍຮົ່ມຊູຊີບຈາກທາງອາກາດ ຊຶ່ງຜູ້ເສຍຊີວິດສ່ວນໃຫຍ່ຖືກສິ່ງຂອງຕົກທັບຮ່າງກາຍຈົນເສຍຊີວິດ

Digital Marketing Agency in Laos - Emerging Digital Solutions

 

ຫຼ້າສຸດ ເດັກຊາຍຊາວປາເລັສໄຕນ໌ອາຍຸ 15 ປີ ຖືກສິ່ງຂອງບັນເທົາທຸກ ທີ່ໂຍນຜ່ານຮົ່ມຊູຊີບລົງມາທາງອາກາດ ຕົກທັບຈົນເສຍຊີວິດ ໃກ້ກັບລະບຽງເນັດຊາລິມ ໃນຕອນກາງຂອງກາຊາ

 

ຊຶ່ງຄອບຄົວຂອງເດັກຊາຍຄົນນີ້ບອກວ່າ ລາວພະຍາຍາມຈະລໍຖ້າຮັບສິ່ງຂອງບັນເທົາທຸກທີ່ຖືກສົ່ງມາທາງອາກາດ ແຕ່ລາວເຂົ້າໃກ້ສິ່ງຂອງທີ່ກຳລັງຕົກລົງມາສູ່ພື້ນຫຼາຍເກີນໄປ ຈົນຖືກທັບເສຍຊີວິດ ຊຶ່ງຄອບຄົວຂອງເດັກຊາຍຄົນດັ່ງກ່າວ ພະຍາຍາມຈະພາໄປທີ່ໂຮງໝໍ ແຕ່ລາວກໍເສຍຊີວິດແລ້ວ

 

ຫຼາຍປະເທດພະຍາຍາມສົ່ງຄວາມຊ່ວຍເຫຼືອດ້ານມະນຸດສະທຳເຂົ້າໄປໃນກາຊາຜ່ານການສົ່ງສິ່ງຂອງລົງມາຈາກຍົນ ແຕ່ທາງສະຫະປະຊາຊາດເຕືອນວ່າການສົ່ງສິ່ງຂອງລົງມາ ເປັນວິທີທີ່ສິ້ນເປຼືອງ ແລະ ສ່ຽງອັນຕະລາຍ

 

ເພາະສິ່ງຂອງອາດຈະຕົກໃສ່ບ້ານເຮືອນຂອງປະຊາຊົນ ຕົກໃສ່ຄົນທີ່ຢູ່ດ້ານລຸ່ມ ຫຼື ອາດຈະຕົກທະເລ ແລະ ຢ້ຳວ່າການສົ່ງສິ່ງຂອງບັນເທົາທຸກຂ໌ຜ່ານພົມແດນທາງພື້ນດິນເປັນວິທີທີ່ໄດ້ຜົນທີ່ສຸດ ແລະ ຮຽກຮ້ອງໃຫ້ອິສຣາເອວເປີດທາງໃຫ້ລົດບັນທຸກສົ່ງຄວາມຊ່ວຍເຫຼືອຜ່ານເຂົ້າມາໃນກາຊາໄດ້ຫຼາຍກວ່ານີ້

 

ສະຫະປະຊາຊາດຍັງເປີດເຜີຍວ່າສິ່ງຂອງທີ່ປະຊາຊົນໃນກາຊາຕ້ອງການຫຼາຍທີ່ສຸດຂະນະນີ້ ໄດ້ແກ່ອາຫານ, ນົມເດັກ, ຢາຮັກສາໂຣກ ແລະ ອຸປະກອນທາງການແພດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 6 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,445
21,721
thailand (1)
THB
661.11
671.29
european-union
EUR
23,780
24,256
china
CNY
2,909
2,967
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1 (72)
NASA ປະກາດເລັ່ງສ້າງເຕົາປະຕິກອນນິວເຄຍ ເທິງຟື້ນຜິວດາວຈັນໃຫ້ສຳເລັດພາຍໃນປີ 2030
_cover - 2025-08-11T144325.607
ບົດວິໄຈເຕືອນ! ເດັກນ້ອຍທີ່ມີໂທລະສັບມືຖືກ່ອນອາຍຸ 13 ປີ ມີຄວາມສ່ຽງຕໍ່ບັນຫາສຸຂະພາບຈິດໃນອະນາຄົດ
_cover - 2025-08-11T134642.698
ປະຊາຊົນກາຊາຖືກສິ່ງຂອງຊ່ວຍເຫຼືອທີ່ສົ່ງມາທາງອາກາດ ຕົກທັບເສຍຊີວິດຢ່າງໜ້ອຍ 23 ຄົນ
site cover1 (71)
WhatsApp ລຶບບັນຊີສແກມເມີ ຫຼາຍກວ່າ 6.8 ລ້ານບັນຊີ ພ້ອມເຕືອນກ່ຽວກັບວິທີໃໝ່ຂອງມິດຈະຊີບ ທີ່ນຳໃຊ້ ChatGPT ສ້າງຂໍ້ຄວາມຫລອກເຫຍື່ອ
_cover - 2025-08-11T113732.652
ຣັດເຊຍ ປະກາດ 2 ແຜນຍຸດທະສາດ ສໍາຄັນ! ຂະຫຍາຍທາງລົດໄຟ ເຊື່ອມຕໍ່ ສປ ຈີນ- ສປປ ລາວ ແລະ ອາຊຽນ
site cover1 (70)
ສະຫະພັນບານເຕະແຫ່ງຊາດລາວ ເປີດຊຸດຝຶກອົບຮົມຄູຝຶກລະດັບ ໂປຣລາຍເຊັນ ຫຼື LFF/AFC – Pro Diploma Coaching Course ເປັນຄັ້ງທໍາອິດໃນປະຫວັດສາດທີ່ ສປປ ລາວ
_cover - 2025-08-11T102307.213
ກອງທັບເກົາຫຼີໃຕ້ກຳລັງທະຫານຫຼຸດລົງເຫຼືອ 4.5 ແສນຄົນ ຈາກຈຳນວນປະຊາກອນຊາຍທີ່ຫຼຸດລົງຢ່າງຕໍ່ເນື່ອງ
site cover1 (69)
ຄຣິສຕັນ ພາເລດ ຊະນະດວນຈຸດໂທດ ລີເວີພູລ 3-2 ສ້າງປະຫວັດສາດໄດ້ແຊ້ມ ເອັຟເອ ຄອມມູນີຕີ້ຊິວ ຄັ້ງທຳອິດ
_cover - 2025-08-11T093304.653
ວັນທີ 10 ສິງຫາ 2025 ໄດ້ເກີດເຫດໄຟໄໝ້ ສາຍສື່ສານ ແລະ ສາຍໄຟຟ້າ ຢູ່ເສົາໄຟ ທາງຄ້ອຍໂພນຕ້ອງສະຫວາດ
_cover - 2025-08-08T163930.187
ຝົນມໍຣະສຸມຖະຫຼົ່ມ "ປາກິສະຖານ" ນ້ຳຖ້ວມຄັ້ງໃຫຍ່ພາກຊີວິດ 300 ກວ່າຄົນ
ຢ່າລື່ມກົດຕິດຕາມ