_cover - 2025-08-18T093356.399
ແຮງງານຕ່າງປະເທດໃນເກົາຫຼີໃຕ້ ມີຄວາມສ່ຽງເສຍຊີວິດສູງກວ່າຄົນເກົາຫຼີ 3-4 ເທົ່າ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 18 August, 2025

ແຮງງານຕ່າງປະເທດໃນເກົາຫຼີໃຕ້ກຳລັງປະເຊີນກັບຄວາມສ່ຽງເສຍຊີວິດຈາກອຸບັດຕິເຫດໃນການເຮັດວຽກສູງກວ່າຄົນເກົາຫຼີໃຕ້ ໂດຍໃນຊ່ວງເຄິ່ງປີທຳອິດຂອງປີນີ້ ມີແຮງງານເສຍຊີວິດແລ້ວ 75 ຄົນ

 

ຄວາມເຫລື່ອມລ້ຳຂອງຕົວເລກດັ່ງກ່າວຊວນໃຫ້ຕົກໃຈ ແຮງງານຕ່າງປະເທດມີສັດສ່ວນພຽງແຕ່ 3.4% ຂອງແຮງງານທັ້ງຫມົດໃນເກົາຫຼີໃຕ້ ຫຼື ປະມານ 1 ລ້ານຄົນ ຈາກແຮງງານທັ້ງຫມົດ 29 ລ້ານຄົນ

 

ແຕ່ຄິດເປັນສັດສ່ວນການເສຍຊີວິດຈາກອຸບັດຕິເຫດແຮງງານເຖິງ 10-15% ຂອງແຕ່ລະປີ ຊຶ່ງໝາຍຄວາມວ່າແຮງງານຕ່າງປະເທດມີຄວາມສ່ຽງເສຍຊີວິດຈາກການເຮັດວຽກສູງກວ່າຄົນເກົາຫຼີໃຕ້ປະມານ 3-4 ເທົ່າ

 

ຂໍ້ມູນນີ້ມາຈາກ Korea Workers’ Compensation and Welfare Service ຊຶ່ງເກັບສະຖິຕິຄຳຮ້ອງກ່ຽວກັບການບາດເຈັບ ແລະ ການເຈັບປ່ວຍຈາກການເຮັດວຽກ

 

ໂດຍລະຫວ່າງເດືອນມັງກອນເຖິງມິຖຸນາທີ່ຜ່ານມາ ມີແຮງງານຕ່າງປະເທດເຂົ້າຍື່ນຄຳຮ້ອງ 5,173 ກໍລະນີ ເພີ່ມຂຶ້ນ 4.5% ຈາກຊ່ວງດຽວກັນຂອງປີ 2024 (4,950 ກໍລະນີ)

 

ໃນຈຳນວນນີ້ສ່ວນໃຫຍ່ແມ່ນອຸບັດຕິເຫດຈາກການເຮັດວຽກ 4,415 ກໍລະນີ ແລະທີ່ເຫຼືອ 758 ກໍລະນີແມ່ນໂລກຈາກການເຮັດວຽກ

 

ໃນຊ່ວງເວລາດຽວກັນ ມີການອະນຸມັດເງິນຊົດເຊີຍໃຫ້ແກ່ຄອບຄົວຜູ້ເສຍຊີວິດ 59 ຈາກ 75 ຄົນ ໂດຍເກືອບທັງໝົດແມ່ນກໍລະນີອຸບັດຕິເຫດ (ອະນຸມັດ 51 ຄຳຮ້ອງຈາກ 53 ຄຳຮ້ອງ) ສ່ວນກໍລະນີໂລກຈາກການເຮັດວຽກໄດ້ຮັບອະນຸມັດນ້ອຍກວ່າຫຼາຍ (ອະນຸມັດ 8 ຄຳຮ້ອງຈາກ 22 ຄຳຮ້ອງ)

 

ແນວໂນ້ມການຍື່ນຄຳຮ້ອງຂອງແຮງງານຕ່າງປະເທດເພີ່ມຂຶ້ນຕໍ່ເນື່ອງທຸກປີ ຈາກ 8,062 ກໍລະນີໃນປີ 2020 ເພີ່ມເປັນກວ່າ 10,000 ກໍລະນີໃນປີ 2024

 

ຜູ້ຊ່ຽວຊານດ້ານແຮງງານລະບຸວ່ານີ້ບໍ່ແມ່ນເລື່ອງບັງເອີນ ເພາະແຮງງານຕ່າງປະເທດຈຳນວນຫຼາຍກະຈຸກໂຕຢູ່ໃນພາກສ່ວນທີ່ມີຄວາມສ່ຽງສູງ ເຊັ່ນ: ກໍ່ສ້າງ ອຸດສາຫະກຳການຜະລິດ ແລະ ກະສິກຳ ອີກທັງຍັງຕ້ອງປະເຊີນອຸປະສັກດ້ານພາສາ ການເລືອກປະຕິບັດ ແລະ ສັນຍາຈ້າງງານທີ່ບໍ່ໝັ້ນຄົງ ເຮັດໃຫ້ຍາກທີ່ຈະຮຽກຮ້ອງສະພາບແວດລ້ອມການເຮັດວຽກທີ່ປອດໄພກວ່າ

 

ປັດຈຸບັນລະບົບໃບອະນຸຍາດຈ້າງງານ (Employment Permit System) ຍັງຈຳກັດການປ່ຽນສະຖານທີ່ເຮັດວຽກຂອງແຮງງານຕ່າງປະເທດ ແມ້ໃນກໍລະນີທີ່ສະພາບການເຮັດວຽກບໍ່ປອດໄພ

 

ຢ່າງໃດກໍ່ຕາມ ກະຊວງການຈ້າງງານ ແລະ ແຮງງານເກົາຫຼີໃຕ້ຫາກໍ່ປະກາດວ່າຈະຜ່ອນຄາຍຂໍ້ຈຳກັດນີ້ ເພື່ອເປີດທາງໃຫ້ແຮງງານສາມາດຍ້າຍໄປເຮັດວຽກໃນບ່ອນທີ່ປອດໄພກວ່າໄດ້ງ່າຍຂຶ້ນ

 

ອີ ຢົງອູ ນັກວິໄຈອາວຸໂສແຫ່ງສູນວິໄຈແລະຝຶກອົບຮົມການຍ້າຍຖິ່ນ IOM ກ່າວຢ້ຳວ່າ ແຮງງານຕ່າງປະເທດກຳລັງປະເຊີນ “ການຜະສົມຜະສານຂອງອຸປະສັກດ້ານພາສາ ການເລືອກປະຕິບັດ ແລະ ສະຖານະການຈ້າງງານທີ່ບໍ່ໝັ້ນຄົງ”

 

ຊຶ່ງເຮັດໃຫ້ພວກເຂົາສ່ຽງກວ່າຄົນເຮັດວຽກທົ່ວໄປ ພ້ອມຮຽກຮ້ອງໃຫ້ລັດຖະບານແກ້ໄຂ “ຈຸດບອດ” ເຊັ່ນ: ການຄຸ້ມຄອງຄວາມປອດໄພແຮງງານທີ່ບໍ່ມີເອກະສານດ້ວຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 20 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,494
21,770
thailand (1)
THB
661.11
671.29
european-union
EUR
24,091
24,573
china
CNY
2,915
2,973
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-08-20T111617.259
ຄະນະຜູ້ແທນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
pele - 2025-08-20T100635.516
ສຳເລັດການຝຶກອົບຮົມດົນຕີພື້ນເມືອງລາວ, ສຽງແຄນລາວ, ດົນຕີພື້ນບ້ານ
_cover - 2025-08-18T162202.386
ແຈ້ງການ ປິດນ້ຳປະປາຊົ່ວຄາວ ວັນທີ 19 ສິງຫາ 2025 ຂອບເຂດພື້ນທີ່ບ້ານ ໂພນສະຫວ່າງ, ເມືອງ ຈັນທະບູລີ ແລະ ເຂດໃກ້ຄຽງ
_cover - 2025-08-18T155432.824
ການບໍ່ຖູແຂ້ວກ່ອນນອນ ອາດເພີ່ມຄວາມສ່ຽງຕໍ່ໂລກຫົວໃຈ ອ້າງອີງຈາກບົດຄົ້ນຄ້ວາປະເທດຢີ່ປຸ່ນ
pele - 2025-08-18T154019.544
ເລືອກຕັ້ງຄະນະບໍລິຫານງານສະມາຄົມນັກສຶກສາລາວຮຽນຈາກຈີນ
pele - 2025-08-18T151419.969
ສຂຈ ຈັດການສອບເສັງຄັດເລືອກນັກສຶກສາ ສາຂາຄູພາສາຈີນ
pele - 2025-08-18T135756.072
ເສີມສ້າງທັກສະໃຫ້ພະນັກງານແນວລາວສ້າງຊາດ ຢູ່ ສປ ຈີນ
site cover1 (81)
Samsung ແລ່ນຕາມ iPhone ໃນສະຫະລັດ ກະຕຸ້ນກະແສມືຖືຫນ້າຈໍພັບໄດ້
pele - 2025-08-18T112120.219
ສົ່ງຄະນະເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 14 ທີ່ປະເທດ ຟີລິບປິນ
pele - 2025-08-18T105103.677
ມອບ-ຮັບລາງວັນ ປະກວດຊາວໜຸ່ມດີເດັ່ນຄັ້ງທຳອິດ ຂອງ ສປປ ລາວ
ຢ່າລື່ມກົດຕິດຕາມ