_cover - 2025-08-18T155432.824
ການບໍ່ຖູແຂ້ວກ່ອນນອນ ອາດເພີ່ມຄວາມສ່ຽງຕໍ່ໂລກຫົວໃຈ ອ້າງອີງຈາກບົດຄົ້ນຄ້ວາປະເທດຢີ່ປຸ່ນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 18 August, 2025

ຫຼາຍຄົນອາດຄິດວ່າການຖູແຂ້ວກ່ອນນອນເປັນພຽງກິດຈະວັດປະຈຳວັນເພື່ອຮັກສາສຸຂະພາບຊ່ອງປາກ ແລະ ປ້ອງກັນແຂ້ວແມງ

 

ແຕ່ຜົນການສຶກສາໃໝ່ຈາກປະເທດຍີ່ປຸ່ນກັບຊີ້ວ່າ ພຶດຕິກຳນ້ອຍໆ ນີ້ອາດມີຄວາມສຳຄັນຕໍ່ສຸຂະພາບຫົວໃຈຫຼາຍກວ່າທີ່ຫຼາຍຄົນຄາດຄິດ.

 

ການຄົ້ນຄວ້າທີ່ຖືກພິມເຜີຍແພ່ໃນວາລະສານ Scientific Reports ປີ 2023 ໂດຍທີມຄົ້ນຄວ້າຈາກໂຮງໝໍມະຫາວິທະຍາໄລໂອຊາກາ ພົບວ່າຜູ້ທີ່ບໍ່ຖູແຂ້ວກ່ອນນອນມີຄວາມສ່ຽງຕໍ່ການເກີດໂລກຫົວໃຈ ແລະ ຫຼອດເລືອດສູງກວ່າຜູ້ທີ່ຖູແຂ້ວກ່ອນເຂົ້ານອນຢ່າງຊັດເຈນ.

 

ການຄົ້ນຄວ້າດັ່ງກ່າວໄດ້ຕິດຕາມຂໍ້ມູນຈາກຜູ້ໃຫຍ່ກວ່າ 1,600 ຄົນ ທີ່ເຂົ້າຮັບການຮັກສາໃນໂຮງໝໍລະຫວ່າງປີ 2013 ຫາ 2016.

 

ຜູ້ເຂົ້າຮ່ວມຖືກສອບຖາມພຶດຕິກຳການຖູແຂ້ວ ແລະ ຖືກແບ່ງອອກເປັນ 4 ກຸ່ມ ໄດ້ແກ່:

 

  1. ຜູ້ທີ່ຖູແຂ້ວທັງເຊົ້າ ແລະ ກ່ອນນອນ,
  2. ຜູ້ທີ່ຖູແຂ້ວສະເພາະກ່ອນນອນ,
  3. ຜູ້ທີ່ຖູແຂ້ວສະເພາະຕອນເຊົ້າ,
  4. ຜູ້ທີ່ບໍ່ຖູແຂ້ວເລີຍ.

 

ເມື່ອນຳຂໍ້ມູນມາວິເຄາະປຽບທຽບ ຜົນໄດ້ພົບວ່າກຸ່ມທີ່ຖູແຂ້ວກ່ອນນອນ ຫຼື ຖູທັງເຊົ້າ ແລະ ແລງມີອັດຕາລອດຊີວິດ ແລະ ສຸຂະພາບຫົວໃຈທີ່ດີກວ່າກຸ່ມທີ່ບໍ່ຖູແຂ້ວເລີຍ ຫຼື ຖູພຽງຕອນເຊົ້າຢ່າງມີຄວາມສຳຄັນ.

 

ໜຶ່ງໃນຄຳອະທິບາຍທີ່ນັກວິໄຈສະເໜີແມ່ນ ລະຫວ່າງທີ່ພວກເຮົານອນຫລັບ ການຜະລິດນ້ຳລາຍຈະຫຼຸດລົງ ເຮັດໃຫ້ສະພາບໃນຊ່ອງປາກເອື້ອຕໍ່ການຈະເລີນເຕີບໂຕຂອງເຊື້ອແບັກທີເຣຍ.

 

ຖ້າຫາກບໍ່ໄດ້ຖູແຂ້ວກ່ອນນອນ ແບັກທີເຣຍເຫຼົ່ານີ້ສາມາດສະສົມ ແລະ ກໍ່ໃຫ້ເກີດການອັກເສບໃນຊ່ອງປາກ ແລະ ອາດແຜ່ເຂົ້າສູ່ລະບົບໄຫຼວຽນເລືອດ ສົ່ງຜົນໃຫ້ເກີດການອັກເສບເຮື້ອຮັງໃນຫຼອດເລືອດ ແລະ ເພີ່ມຄວາມສ່ຽງຂອງໂລກຫົວໃຈໃນທີ່ສຸດ.

 

ແນວຄວາມຄິດນີ້ຍັງສອດຄ່ອງກັບການຄົ້ນຄວ້າກ່ອນໜ້ານີ້ທີ່ເຊື່ອມໂຍງໂລກເຫງືອກອັກເສບ ແລະ ໂລກປະລິທັນເຂົ້າກັບພາວະຫຼອດເລືອດແຂງ ແລະ ໂລກຫົວໃຈ ໂດຍມີການພົບວ່າການຕິດເຊື້ອຈາກຊ່ອງປາກສາມາດສົ່ງຜົນກະທົບຕໍ່ລະບົບຫົວໃຈ ແລະ ຫຼອດເລືອດໄດ້ແທ້.

 

ເຖິງແມ່ນວ່າການສຶກສານີ້ຈະມີຂໍ້ຈຳກັດ ເນື່ອງຈາກກຸ່ມຕົວຢ່າງທັງຫມົດເປັນຄົນເຈັບທີ່ເຂົ້າຮັບການຮັກສາໃນໂຮງໝໍ ຈຶ່ງອາດຍັງບໍ່ສະທ້ອນພາບລວມຂອງປະຊາກອນທົ່ວໄປທັງໝົດ

 

ແຕ່ຜົນທີ່ໄດ້ກໍເປັນສັນຍານເຕືອນຊັດເຈນວ່າ ການປ່ອຍປະລະເລີຍການຖູແຂ້ວກ່ອນນອນອາດສົ່ງຜົນເສຍຕໍ່ສຸຂະພາບຫົວໃຈຫຼາຍກວ່າທີ່ຄິດ.

 

ການດູແລສຸຂະພາບຊ່ອງປາກຈຶ່ງບໍ່ແມ່ນພຽງແຕ່ເລື່ອງຂອງຮອຍຍິ້ມ ຫຼື ກິ່ນປາກເທົ່ານັ້ນ ແຕ່ຍັງອາດກ່ຽວຂ້ອງກັບການປ້ອງກັນໂລກຫົວໃຈ ແລະ ຫຼອດເລືອດໃນໄລຍະຍາວດ້ວຍ.

 

ຜູ້ຊ່ຽວຊານດ້ານທັນຕະກຳ ແລະ ແພດໂລກຫົວໃຈຈຶ່ງແນະນຳກົງກັນວ່າ ການຖູແຂ້ວຢ່າງໜ້ອຍມື້ລະສອງຄັ້ງ ໂດຍສະເພາະກ່ອນເຂົ້ານອນ ເປັນສິ່ງສຳຄັນທີ່ຄວນເຮັດຢ່າງສະຫມ່ຳສະເໝີ ຄວບຄູ່ກັບການໃຊ້ໄຫມຂັດຟັນ ແລະ ກວດສຸຂະພາບຊ່ອງປາກກັບທັນຕະແພດເປັນປະຈຳທຸກ 6 ເດືອນ ເພື່ອຊ່ວຍຫຼຸດຄວາມສ່ຽງຂອງໂລກເຫງືອກ ໂລກຫົວໃຈ ແລະ ໂລກຫຼອດເລືອດໃນອະນາຄົດ.

 

ຫາກເຈົ້າເຄີຍລະເລີຍເພາະຄວາມເມື່ອຍ ຫຼື ຢາກນອນເກີນໄປ ການຄົ້ນຄວ້ານີ້ອາດເປັນເຫດຜົນສຳຄັນໃຫ້ກັບມາໃສ່ໃຈກັບກິດຈະວັດນ້ອຍໆ ທີ່ຊ່ວຍປົກປ້ອງຫົວໃຈ ແລະ ສຸຂະພາບໂດຍລວມຂອງເຈົ້າໄດ້.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ