ລັດວິສາຫະກິດ ນໍ້າປະປານະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງ ແຈ້ງມາຍັງ ບັນດາພໍ່-ແມ່ປະຊາຊົນ, ພະນັກງານທະຫານ, ຕຳຫຼວດ, ຜູ້ປະກອບການທຸກທ່ານ ຮັບຮູ້ວ່າ:
ວັນທີ 19 /08/2025 ກົງກັບ ວັນອັງຄານ ເລີ່ມແຕ່ເວລາ 08:00-16:00 ໂມງ,
ຈະໄດ້ປິດນ້ຳປະປາຊົ່ວຄາວ ເພື່ອດຳເນີນການຕັດທໍ່ຂະໜາດ uPVC DN100 mm, ສຳໃສ່ທໍ່ຂະໜາດ uPVC DN75 mm.
ໃນຊ່ວງດຳເນີນການສ້ອມແປງ ຈະສົ່ງຜົນກະທົບເຮັດໃຫ້ນ້ຳອອກຄ່ອຍ-ບໍ່ອອກໃນຂອບເຂດພື້ນທີ່ບ້ານ ໂພນສະຫວ່າງ, ເມືອງ ຈັນທະບູລີ ແລະ ເຂດໃກ້ຄຽງ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອກະກຽມໂຕ່ງນໍ້າໄວ້ໃຊ້ກ່ອນລ່ວງໜ້າ ເພື່ອຊົມໃຊ້ຊົ່ວຄາວ ຈົນກວ່າແຮງດັນນໍ້າຈະມາເປັນປົກກະຕິ ແລະ ຂໍອາໄພໃນຄວາມບໍ່ສະດວກໃນການດຳເນີນການສ້ອມແປງໃນຄັ້ງນີ້ດ້ວຍ.
#ຂໍ້ມູນເພີ່ມຕື່ມໂທ:
. 1169;
. 020 5991 8830;
. 020 2998 6580 ຕະຫລອດ 24 ຊົ່ວໂມງ.
ທີ່ມາ: ລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |