ໃນວັນທີ່ 20 ສິງຫາ 2025 ກອງທັບອິສຣາແອນໄດ້ເຜີຍແຜ່ຄິບວິດີໂອ ທີ່ລະບຸວ່າເປັນພາບການໂຈມຕີກຸ່ມຫົວຮຸນແຮງຮາມາສໃນເມືອງຂານຢູນິສ ເຂດກາຊາ ໂດຍຄີບພາບ
ເຊິ່ງກອງທັບອິສຣາແອນລະບຸວ່າຖ່າຍເທິງເຂດພື້ນທີ່ທີ່ເປັນທາງເຂົ້າອຸໂມງແຫ່ງໜຶ່ງ ສະແດງໃຫ້ເຫັນຄົນກຳລັງແລ່ນ ຂະນະຖືກລູກປືນຍິງໃສ່ ແຕ່ສຳນັກຂ່າວຣອຍເຕີໄມ່ສາມາດພິສູດໄດ້ຢ່າງອິດສະຫຼະກ່ຽວກັບສະຖານທີ່ ແລະ ວັນທີ່ຖ່າຍຄິບວິດີໂອ
ທາງດ້ານພົນຈັດຕະວາ ເອຟຟີ ເດຟຣິນ ໂຄສົກກອງທັບອິສຣາແອນ ຖະແຫຼງການວ່າ ກອງທັບອິສຣາແອນເລີ່ມຂັ້ນຕອນທຳອິດຂອງປະຕິບັດການ ພາກພື້ນດິນເພື່ອຍຶດຄອງກາຊາ ຊິຕີ້ທັງໝົດຕາມແຜນ ແລະ ໄດ້ຍຶດຄອງພື້ນທີ່ຮອບນອກໄວ້ຮຽບຮ້ອຍແລ້ວ
ໂດຍທະຫານເລີ່ມປະຕິບັດການໃນເຂດໄຊຕູນ ແລະ ຈາບາເລຍ ເພື່ອວາງຮາກຖານສຳລັບການບຸກເຂົ້າໄປ ເຊິ່ງອິສຣາແອນ ຄາດສ໌ ລັດຖະມົນຕີກະຊວງປ້ອງກັນປະເທດ ອະນຸມັດເມື່ອວັນອັງຄານທີ່ຜ່ານມາ ແລະ ຈະຖືກສົ່ງຕໍ່ໄປຍັງຄະນະລັດຖະມົນຕີດ້ານຄວາມໝັ້ນຄົງໃນຊ່ວງປາຍອາທິດນີ້
ອິສຣາແອນກຽມເອີ້ນກຳລັງສຳຮອງປະມານ 60,000 ນາຍ ໃນຊ່ວງຕົ້ນເດືອນກັນຍານີ້ ເພື່ອກຽມກຳລັງພົນປະຈຳການສຳລັບປະຕິບັດການຍຶດກາຊາ ຊິຕີ້
ເຊິ່ງຄາດວ່າ ຊາວປາເລສຕາຍ ຫຼາຍແສນຄົນໃນກາຊາ ຊິຕີ້ ຈະໄດ້ຮັບຄຳສັ່ງອະພະຍົບ ແລະ ມຸ່ງໜ້າໄປຍັງສູນພັກພິງທາງຕອນໃຕ້ຂອງເຂດກາຊາຕໍ່ໄປ
ກ່ອນໜ້ານີ້ ພັນທະມິດຂອງອິສຣາແອນຫຼາຍປະເທດ ຕ່າງຕຳໜິແຜນການດັ່ງກ່າວ ໂດຍປະທານາທິບໍດີຝຣັ່ງ ເອັມມານູແອນ ມາຄຣົງ ເຕືອນວ່າ ມັນອາດຈະນຳໄປສູ່ຫາຍະນະຕໍ່ປະຊາຊົນທັງສອງຝ່າຍ ແລະ ຄວາມສ່ຽງທີ່ຈະລາກທັງພູມິພາກເຂົ້າສູ່ວົງຈອນຂອງສົງຄາມຖາວອນ
ໃນຂະນະດຽວກັນ ຄະນະກຳມະການກາຊາດລະຫວ່າງປະເທດ ຫຼື ໄອຊີອາຣຊີ (ICRC) ລະບຸວ່າ ການອະພະຍົບເພີ່ມເຕີມ ແລະ ການສູ້ຮົບທີ່ທະວີຄວາມຮຸນແຮງຂຶ້ນ “ມີຄວາມສ່ຽງທີ່ຈະເຮັດໃຫ້ສະຖານະການທີ່ຮ້າຍແຮງຢູ່ແລ້ວ” ສຳລັບປະຊາກອນ 2.1 ລ້ານຄົນຂອງກາຊາ ຮ້າຍແຮງລົງໄປອີກ
ທັງນີ້ ລັດຖະບານອິສຣາແອນປະກາດເຈດຕະນາທີ່ຈະຍຶດຄອງເຂດກາຊາທັງໝົດ ຫຼັງການເຈລະຈາໂດຍອ້ອມກັບກຸ່ມຮາມາສກ່ຽວກັບຂໍ້ຕົກລົງຢຸດຍິງ ແລະ ປ່ອຍຕົວປະກັນ ລົ້ມເຫຼວເມື່ອເດືອນທີ່ຜ່ານມາ
ຢ່າງໃດກໍຕາມ ກາຕາ ແລະ ອີຢິບ ສອງປະເທດຜູ້ໄກ່ເກ່ຍກຳລັງພະຍາຍາມທີ່ຈະຜັກດັນຂໍ້ຕົກລົງຢຸດຍິງ ແລະ ສະເໜີຂໍ້ສະເໜີໃໝ່ສຳລັບການຢຸດຍິງ 60 ວັນ ແລະ ປ່ອຍຕົວປະກັນປະມານຄຶ່ງໜຶ່ງກ່ອນ
ເຊິ່ງກຸ່ມຮາມາສໄດ້ປະກາດຍອມຮັບໄປແລ້ວເມື່ອວັນຈັນທີ່ຜ່ານມາ ແຕ່ອິສຣາແອນຍັງບໍ່ໄດ້ໃຫ້ຄຳຕອບຢ່າງເປັນທາງການ ເຊິ່ງເຈົ້າໜ້າທີ່ຢືນຢັນໃນວັນອັງຄານວ່າ ພວກເຂົາຈະບໍ່ຍອມຮັບຂໍ້ຕົກລົງບາງສ່ວນ ແລະ ຮຽກຮ້ອງຂໍ້ຕົກລົງແບບຄອບຄຸມ ຄື ຈະຕ້ອງປ່ອຍຕົວປະກັນທັງໝົດທີ່ເຫຼືອ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,490 | 21,766 |
![]() THB | 660.02 | 670.18 |
![]() EUR | 24,038 | 24,518 |
![]() CNY | 2,911 | 2,969 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |