ມີຜູ້ເສຍຊີວິດ 7 ຄົນ ແລະ ສູນຫາຍອີກ 9 ຄົນ ຫຼັງຈາກສາຍເຄເບິນຂາດທີ່ຂົວຂ້າມນ້ຳທີ່ຢູ່ໃນລະຫວ່າງການກໍ່ສ້າງເທິງເສັ້ນທາງລົດໄຟເສຊວນ-ຊິງໄຫ່ ຊ່ວງແຂວງຊິງໄຫ່ ເມື່ອເວລາປະມານ 03.00 ໂມງເຊົ້າຂອງວັນທີ່ 22 ສິຫາ 2025
ສຳນັກຂ່າວພີເພິນສ໌ ເດລີ ລາຍງານວ່າ ຂະນະເກີດເຫດມີແຮງງານກໍ່ສ້າງ 15 ຄົນ ແລະ ຜູ້ຈັດການໂຄງການວິສະວະກຳປະຈຳພື້ນທີ່ 1 ຄົນ ກຳລັງເຮັດວຽກຢູ່ ຂະນະນີ້ປະຕິບັດການກູ້ໄພຍັງຄົງດຳເນີນຕໍ່ໄປ
ກະຊວງການຈັດການເຫດສຸກເສີນໄດ້ສົ່ງຄະນະເຮັດວຽກສະເພາະກິດ ໄປຍັງຈຸດເກີດເຫດເພື່ອໃຫ້ຄຳແນະນຳ ແລະ ປະສານງານການຊ່ວຍເຫຼືອ ໂດຍສຸມໃສ່ການຄົ້ນຫາຜູ້ທີ່ຕົກລົງໄປໃນນ້ຳ
ນອກຈາກນີ້ ທາງກະຊວງ ຢືນຢັນວ່າຈະເລັ່ງກວດສອບສາເຫດຂອງອຸບັດຕິເຫດເພື່ອປ້ອງກັນບໍ່ໃຫ້ເກີດເຫດການລັກສະນະດຽວກັນນີ້ຂຶ້ນອີກໃນອະນາຄົດ
ພາບທີ່ເຜີຍແຜ່ເທິງເວັບໄຊທ໌ພີເພິນສ໌ ເດລີ ສະແດງໃຫ້ເຫັນຂົວທີ່ສ້າງສຳເລັດພຽງບາງສ່ວນ ໂດຍສ່ວນກາງຍັງສ້າງບໍ່ສຳເລັດ ພ້ອມດ້ວຍຫໍຄອຍເຄເບິນຂະໜາດໃຫຍ່ 2 ແຫ່ງ ແລະ ເຄຣນຫຼາຍຕົວຕັ້ງຢູ່ໃກ້ຄຽງ
ຂົວດັ່ງກ່າວ ຕັ້ງຢູ່ທີ່ເຂດແດນລະຫວ່າງເມືອງເຈຍຈ້າ ໃນເຂດປົກຄອງຕົນເອງທິເບດຫວາງໜານ ແລະ ເມືອງປົກຄອງຕົນເອງຫົວຫຼົງຮຸຍ ໃນເຂດໄຫ່ຕົງ ແຂວງຊິງໄຫ່ ຖືເປັນຂົວລົດໄຟໂຄງຖັກເຫຼັກແຫ່ງທຳອິດຂອງຈີນທີ່ຂ້າມແມ່ນ້ຳເຫຼືອງ ໂດຍເສົາສາຍເຄເບິນຂອງສະພານສ້າງສຳເລັດເມື່ອວັນທີ່ 14 ມິຖຸນາ ແລະ ມີແຜນທີ່ຈະເຊື່ອມຕໍ່ກັນໃນເດືອນນີ້
ທັງນີ້ ມີອຸບັດຕິເຫດທາງອຸດສາຫະກຳເກີດຂຶ້ນຕະຫຼອດໃນປະເທດຈີນ ເນື່ອງຈາກກົດລະບຽບທີ່ບໍ່ຊັດເຈນ ແລະ ມາດຕະຖານຄວາມປອດໄພທີ່ບໍ່ສູງ
ໃນເດືອນທັນວາປີທີ່ຜ່ານມາ ມີຜູ້ສູນຫາຍ 13 ຄົນ ຫຼັງຈາກເກີດເຫດຖະຫຼົ່ມທີ່ສະຖານທີກໍ່ສ້າງທາງລົດໄຟສາຍຫຼັກໃນເມືອງເຊິນເຈິ້ນ ທາງຕອນໃຕ້ຂອງຈີນ ບໍ່ມີລາຍງານຜູ້ລອດຊີວິດ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |