ການງານ ການງານໃນຊ່ວງນີ້ຈະມີຄວາມສຸກຫຼາຍຂຶ້ນ ມີຂ່າວດີເລື່ອງການງານ ມີຄວາມສຸກ (ອາດຈະບໍ່ຫຼາຍປານໃດ) ຫຼັງຈາກທີ່ເຈົ້າປິດທອງຫລັງພະມາດົນຄວາມດີຂອງເຈົ້າຈະປາກົດ
ການເງິນ ມີການເລີ່ມຕົ້ນໃໝ່ເລື່ອງເງິນ ການວາງແຜນດີໆຈະຊ່ວຍການເງິນຂອງເຈົ້າໄດ້ ລາຍໄດ້ອາດຈະເບິ່ງບໍ່ໂດດເດັ່ນ ແຕ່ເຈົ້າຈະມີຄວາມສຸກຂຶ້ນ ເຫັນອະນາຄົດການເງິນທີ່ດີຫຼາຍຂຶ້ນ
ຄວາມຮັກ ໃນຊ່ວງນີ້ຄວາມຮັກຈະດີຂຶ້ນ ຈະເຂົ້າໃຈກັນຫຼາຍຂຶ້ນ ເປີດໃຈລົມກັນ ຮັບປະກັນວ່າດີຂຶ້ນເລື່ອຍໆແນ່ນອນ ຄົນໂສດ ຖ້າມີຄົນກຳລັງເຂົ້າມາກໍ່ຄ່ອຍໆລົມກັນໄປ ຢ່າຮີບຮ້ອນ ຈະມີຄົນເຂົ້າມາ
ສຸຂະພາບ ດີ (ຖ້າຄົນທີ່ເຈັບປ່ວຍຢູ່ຈະດີຂຶ້ນເລື່ອຍໆ)
ການເງິນ ໃນຊ່ວງນີ້ຈະມີເງິນຜ່ານມືມະຫາສານ ເງິນໝູນວຽນໃນລະບົບຫຼາຍ ຄວນເກັບໄວ້ໃຫ້ຢູ່ມື ມີໂອກາດໄດ້ຮັບເງິນຫຼາຍຂຶ້ນ
ການງານ ການເຈລະຈາສຳເລັດດັ່ງຫວັງ ໄດ້ພົບກັບຄວາມສຳເລັດ ກັບຜົນຕອບແທນທີ່ຫຼາຍພໍສົມຄວນໃນລະດັບທີ່ເຈົ້າພໍໃຈ
ຄວາມຮັກ ເປັນຄວາມຮັກທີ່ມີເງິນເຂົ້າມາໃນມືຈາກເລື່ອງຄວາມຮັກ ຄົນໂສດຈະເດັ່ນເລື່ອງເງິນຫຼາຍກວ່າຄວາມຮັກ ສ່ວນເລື່ອງທາງດ້ານຈິດໃຈໃຫ້ເບິ່ງກັນໄປຍາວໆວ່າເຂົາຈະຈິງໃຈແທ້ແນວໃດ
ສຸຂະພາບ ແຂງແຮງດີ
ການງານ ມີເລື່ອງການແຂ່ງຂັນກັນສູງຫຼາຍ ແຂ່ງຂັນກັນຫຼາຍ ລະວັງມີປາກສຽງກັບຄົນທີ່ເຮັດວຽກ ອາດຈະເປັນໝູ່ຮ່ວມງານ ຫຼື ລູກຄ້າ ຫຼື ຫົວໜ້າ
ການເງິນ ວຸ່ນວາຍຫຼາຍໃນຊ່ວງນີ້ ກິນບໍ່ອິ່ມນອນບໍ່ຫຼັບ ແຕ່ກໍຜ່ານພົ້ນໄດ້ ຂໍແຕ່ຢ່າຍອມແພ້ ມີສະຕິ
ຄວາມຮັກ ລົມກັບຄົນຮັກບໍ່ເຂົ້າໃຈກັນ ທັງບັນຫາຂອງຄົນ 2 ຄົນ ແລະ ມີບຸກຄົນອື່ນເຂົ້າມາກ່ຽວຂ້ອງ ໃນການມີປາກສຽງກັບຄົນຮັກ ສ່ວນຄົນໂສດກໍເອົາແນ່ເອົານອນບໍ່ໄດ້ ກັບຄວາມຮັກ ຕ້ອງແຂ່ງຂັນກັບຄົນອື່ນ ຫຼື ຄ່ອນຂ້າງວຸ່ນວາຍ
ສຸຂະພາບ ເປັນເລື່ອງເລັກໆນ້ອຍໆພໍໃຫ້ລຳຄານ (ບໍ່ເປັນຫຍັງຫຼາຍ)
ການງານ ວຽກທີ່ເຮັດຢູ່ອາດຍັງບໍ່ໄດ້ດັ່ງໃຈຄິດ ຄວນຫາວຽກອື່ນໆທີ່ຕົນຮັກເຮັດເພີ່ມເຕີມ ໃນຊ່ວງນີ້ຜົນງານບໍ່ຖືກເປົ້າ
ການເງິນ ການເງິນປານກາງ ຍັງບໍ່ມີເງິນເປັນກ້ອນເຂົ້າ ເງິນທີ່ລໍຖ້າຢູ່ຍັງບໍ່ໄດ້ເຕັມຈຳນວນ
ຄວາມຮັກ ຄົນທີ່ມີຄູ່ແລ້ວຢູ່ໃນຊ່ວງນີ້ມີເລື່ອງໃຫ້ຕ້ອງເບື່ອຄຽດເຊັງ ລໍຄອຍຄວາມຈະແຈ້ງ ຫຼືຶ ມີເລື່ອງທີ່ຕ້ອງແກ້ໄຂ ແກ້ການເງິນ ແກ້ການງານ ແກ້ບັນຫາຫຼາຍຢ່າງ ຄົນໂສດກໍຍັງຫາຄູ່ແທ້ບໍ່ໄດ້ ອາດມີຄົນເຂົ້າມາແຕ່ຍັງບໍ່ໄດ້ດັ່ງໃຈ
ສຸຂະພາບ ລະວັງພະຍາດກ່ຽວກັບຄວາມຄິດ ທ້ອງອືດ ພະຍາດກ່ຽວກັບລະບົບລຳໄສ້ບໍ່ຍ່ອຍ ລະບົບຖ່າຍ (ບໍ່ແຮງ)
ວິທີແກ້ ຄວນອອກໄປທ່ອງທ່ຽວທຳມະຊາດ ແລະ ເຂົ້າວັດທຳບຸນ ອ່ານໜັງສືທຳ ຊອກງານອະດິເລກ ຫາງານເສີມເຮັດ ຫຼື ພັກຜ່ອນຜ່ອນໃຈຕາມໃຈ
ການງານ ວຍກຂອງເຈົ້າເປັນວຽກທີ່ຕ້ອງໃຊ້ສະໝອງຫຼາຍ ວຸ່ນວາຍຫຼາຍຢ່າງ ລະວັງແກ້ງານບໍ່ທັນ ໃຫ້ຟ້າວເຄລຍວຽກໃນຊ່ວງນີ້ ຄວນພັກຜ່ອນສະໝອງແດ່ ບໍ່ສະນັ້ນຈະຖືງຂັ້ນເປັນອັນຕະລາຍໄດ້ເລີຍ
ການເງິນ ຢູ່ໃນຊ່ວງຄິດຫຼາຍເລື່ອງເງິນ ຄວນຄິດວາງແຜນເລື່ອງເງິນໃໝ່ໄດ້ແລ້ວ ຖ້າບໍ່ດັ່ງນັ້ນຈະໄປບໍ່ລອດ
ຄວາມຮັກ ໃນຊ່ວງນີ້ເຄັ່ງຄຽດຫຼາຍເລື່ອງຄວາມຮັກ ກືນບໍ່ເຂົ້າ ຄາຍບໍ່ອອກ ກັບບໍ່ໄດ້ ໄປບໍ່ຮອດ ເປັນຄວາມຮັກທີ່ຕ້ອງໃຊ້ຄວາມຄິດກັບຄວາມຮູ້ສຶກເຂົ້າມາຕໍ່ສູ້ກັນສູງ
ສຸຂະພາບ ເຈັບຫົວ ໄມເກຣນ ພະຍາດວິຕົກກັງວົນ ພະຍາດຊຶມເສົ້າ ໄບໂປລາ ພະຍາດກ່ຽວກັບສະໝອງ
ວິທີແກ້ ແລະ ເສີມດວງ ມີຫຍັງທີ່ຕ້ອງແກ້ໄຂກໍໃຫ້ຮີບແກ້ໄວ້ເລີຍ ຢ່າລໍຖ້າໃຫ້ມັນຊັກຊ້າ ແລະ ເດີນທາງສາຍກາງ ຢ່າຕຶງໄປ ຢ່າຫຍ່ອນໄປ ຢາກພັກກໍພັກບ້າງຖ້າພັກໄດ້ ແລະ ຢືດໝັ້ນໃນຄວາມດີຂອງຕົນໄວ້ ຄິດແບບໃດເຮັດແບບນັ້ນ ຢ່າໂລເລ ແລ້ວຈະສຳເລັດ ຈາກຮ້າຍເປັນດີໄດ້
ການງານ ຈະດີຂຶ້ນເລື່ອຍໆ ນັບຈາກນີ້ຈະມີໂອກາດໃໝ່ໆເຂົ້າມາໃນຊີວິດ ເຈົ້າເປັນຄົນດຸໝັ່ນທຳມາຫາກິນ
ການເງິນ ດີຂຶ້ນຕາມລຳດັບ ເຮັດຕໍ່ໄປ ຢ່າຢຸດ ລວຍແນ່ນອນຄົນແບບເຈົ້າ ການເງິນຈະດີຂຶ້ນກວ່າມື້ນີ້ແນ່ນອນ
ຄວາມຮັກ ຈະສາມາດພັດທະນາຄວາມສໍາພັນໃຫ້ດີຂຶ້ນໄດ້ ຄ່ອຍໆສ້າງຄວາມສໍາພັນທີ່ດີກັນໄປເລື່ອຍໆ ເປັນຄວາມຮັກທີ່ຕ້ອງຊ່ວຍເຫຼືອເກື້ອກູນກັນ ຮ່ວມທຸກຮ່ວມສຸກກັນ ຢ່າຖິ້ມກັນຕອນລຳບາກ ຄົນໂສດ ຖ້າມີຄົນເຂົ້າມາກໍຄ່ອຍໆພັດທະນາຄວາມສໍາພັນກັນໄປເລື່ອຍໆ ເບິ່ງຄວາມຈິງໃຈຂອງເຂົາວ່າເຂົາຈະດີກັບເຮົາຂຶ້ນໄປເລື່ອຍໆບໍ
ສຸຂະພາບ ສຸຂະພາບຢູ່ໃນເກນດີ ບໍ່ມີບັນຫາຫຍັງ ລະວັງເລື່ອງແຕ່ເຮັດວຽກໜັກເກີນໄປຈະເຮັດໃຫ້ເກີດພະຍາດຈາກການພັກຜ່ອນໜ້ອຍໄດ້ (ຖ້າຄົນທີ່ເຈັບປ່ວຍຢູ່ກໍຈະດີຂຶ້ນ)
ການງານ ເໝາະກັບງານອອນໄລນ໌ ຫຼື ໃຫ້ມີຄຳວ່າແດນໄກເຂົ້າມາກ່ຽວຂ້ອງ ແລ້ວຈະດີຫຼາຍ ຫຼື ວຽກທີ່ເຈົ້າຊອບທີ່ເຈົ້າຖະນັດກໍເຮັດໄດ້ ຄວາມສຳເລັດຖ້າເຈົ້າຢູ່ ຂໍແຕ່ເຈົ້າສູ້ຕໍ່ໄປບໍ່ຍອມແພ້
ການເງິນ ຈະດີຂຶ້ນຫຼາຍເລີຍ ຈາກຄົນທີ່ການເງິນມີບັນຫາກໍຈະກັບມາດີຂຶ້ນໄດ້
ຄວາມຮັກ ຄົນທີ່ມີຄູ່ຢູ່ແລ້ວຈະດີຂຶ້ນໄປ ສ່ວນຄົນທີ່ປາກສຽງກັນຈະກັບມາດີກັນ
ສຸຂະພາບ ດີ (ຄົນທີ່ເຈັບປ່ວຍຢູ່ຈະດີຂຶ້ນ)
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,496 | 21,773 |
![]() THB | 658.36 | 668.50 |
![]() EUR | 23,964 | 24,444 |
![]() CNY | 2,917 | 2,975 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |