ໂຄງການສ້າງ ຂົວຂ້າມທະເລ ຂອງ ຫວຽດນາມ ເປີດໂຕເມື່ອອາທິດທີ່ຜ່ານມາ ສ້າງຂຶ້ນຕາມມາດຕະຖານ ຂົວຂ້າມທະເລສາກົນ ປະກອບດ້ວຍຖະໜົນ 4 ເລນ ແລະ ອອກແບບມາໃຫ້ແລ່ນດ້ວຍຄວາມໄວ 80 ກິໂລແມັດຕໍ່ຊົ່ວໂມງ ດ້ວຍງົບປະມານ 25.7 ລ້ານລ້ານດົງ ຫຼື ປະມານ 1 ພັນລ້ານໂດລາ
ຂົວແຫ່ງນີ້ ສ້າງຕໍ່ຂະຫຍາຍຈາກທາງດ່ວນກາເມົາ-ດັດມຸຍ (Ca Mau–Dat Mui) ຍາວ ຂ້າມທະເລ ໄປຫາເກາະຮອນຄອຍ (Hon Khoai) ຄາດວ່າຈະສເລັດພາຍໃນປີ 2028
ກອງພົນທະຫານຮາບທີ່ 12 ພາຍໃຕ້ກະຊວງກາງປ້ອງກັນປະເທດຫວຽດນາມຈະດຳເນີນການກໍ່ສ້າງ ໂດຍໃຊ້ເສົາເຂັມເຈາະ ແລະ ວາງຖານຮາກທໍ່ເຫຼັກສຳລັບພື້ນທີ່ນ້ຳເລິກ
ສ່ວນຊ່ວງເດີນເຮືອຂອງຂົວ ຈະໃຊ້ໂຄງສ້າງທີ່ເປັນໂຄງເຫຼັກຍາວ 150 ແມັດ ຖືເປັນຄວາມສຳເລັດທາງວິສະວະກຳ ເຮັດໃຫ້ເສັ້ນທາງນີ້ເປັນໜຶ່ງໃນ ຂົວຂ້າມທະເລທີ່ຍາວທີ່ສຸດ ແລະ ທັນສະໄໝທີ່ສຸດຂອງຫວຽດນາມ
ຕາມລາຍງານສະຖາບັນເຫຼັກ ແລະ ເຫຼັກກ້າແຫ່ງອາຊີຕະເວັນອອກສຽງໃຕ້ລະບຸວ່າ ຂົວຂ້າມທະເລຫວຽດນາມ ແຫ່ງນີ້ ຈະມີຄວາມຍາວທີ່ສຸດເປັນອັນດັບສາມຂອງອາຊີຕະເວັນອອກສຽງໃຕ້ ຮອງຈາກຂົວສຸນຕັນ ຮາຈີ ໂອມາຣ໌ ອາລີ ໄຊຟຸດເດຍ ຂອງບຣູໄນ ມີລະຍະທາງຄວາມຍາວ 30 ກິໂລແມັດ ແລະ ຂົວສຸນຕັນ ອັບດຸນ ຮາລິມ ມູອັດຊັມ ຊາ ຂອງມາເລເຊຍ ມີລະຍະທາງຄວາມຍາວ 24 ກິໂລແມັດ
ສຳລັບ ເກາະຮອນຄອຍ ເປັນເກາະຂະໜາດນ້ອຍແຕ່ໂດດເດັ່ນ ຕັ້ງຢູ່ຫ່າງຊາຍຝັ່ງຂອງຫວຽດນາມ 28 ກິໂລແມັດ ມີຍອດເຂົາສູງສຸດເໜືອລະດັບນ້ຳທະເລ ຢູ່ທີ່ 318 ແມັດ
ເກາະແຫ່ງນີ້ມີພື້ນທີ່ປະມານ 4 ຕາລາງກິໂລແມັດ ບໍ່ໄດ້ເປີດໃຫ້ປະຊາຊົນທົ່ວໄປເຂົ້າມາຢູ່ອາໄສ ເພາະເປັນພື້ນທີ່ເຂດທະຫານ
ທ່ານ ຟາມ ຖັນ ງາຍ ປະທານຄະນະກຳມະການປະຊາຊົນກາເມົາ ກ່າວວ່າ ແຂວງນີ້ເປັນແຂວງດຽວທີ່ມີພື້ນທີ່ຕິດທະເລເຖິງ 3 ດ້ານ ໂດຍສະເພາະຢ່າງຍິ່ງ ເກາະຮອນຄອຍ ຕັ້ງຢູ່ແນວໜ້າສຸດຂອງທະເລທີ່ເປັນເສັ້ນທາງເດີນເຮືອລະຫວ່າງປະເທດ
ທ່ານ ຟາມ ຖັນ ງາຍ ເຊື່ອວ່າ ທີ່ຕັ້ງເຊິງຍຸດທະສາດກາເມົາ ຊຶ່ງຕັ້ງຢູ່ໃຈກາງເສັ້ນທາງເດີນເຮືອຂອງອາຊີຕະເວັນອອກສຽງໃຕ້ ເຮັດໃຫ້ບ່ອນນີ້ເໝາະຢ່າງຍິ່ງສຳລັບເປັນທ່າເຮືອນ້ຳເລິກ ແລະ ປະຕູສູ່ຊາຍແດນທາງໃຕ້ຫວຽດນາມແຫ່ງໃໝ່ທີ່ເປັນສັນຍາລັກຂອງພູມິພາກ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,496 | 21,773 |
![]() THB | 658.36 | 668.50 |
![]() EUR | 23,964 | 24,444 |
![]() CNY | 2,917 | 2,975 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |