ກຳແພງພາຍຸຝຸ່ນຂະໜາດໃຫຍ່ພັດຜ່ານເຂດເມືອງຟີນິກສ໌ຂອງສະຫະລັດ ເຮັດໃຫ້ປະຊາຊົນຫຼາຍໝື່ນຄົນບໍ່ມີໄຟຟ້າໃຊ້ ແລະ ຖ້ຽວບິນທີ່ສະໜາມບິນຕ້ອງຊັກຊ້າ
ເມື່ອວັນຈັນທີ່ຜ່ານມາ 25 ສິງຫາ 2025 ກຳແພງຝຸ່ນຂະໜາດໃຫຍ່ໄດ້ພັດຖະລົ່ມເຂດເມືອງຟີນິກສ໌ ລັດແອຣີໂຊນາ
ສົ່ງຜົນໃຫ້ປະຊາຊົນກວ່າ 39,000 ຄົນ ໃນເຂດມາຣິໂຄປາເຄົາທີ ຊຶ່ງລວມເຖິງຕົວເມືອງຟີນິກສ໌ ຕ້ອງປະເຊີນກັບບັນຫາໄຟຟ້າດັບ
ຂະນະດຽວກັນຖ້ຽວບິນທີ່ສະໜາມບິນນາໆຊາດຟີນິກສ໌ ສະກາຍຮາບເບີ ຖືກສັ່ງຢຸດບິນຊົ່ວຄາວເນື່ອງຈາກສະພາບອາກາດຮຸນແຮງ
ພາຍຸຝຸ່ນ ຫຼື “ຮາບູບ” ຊຶ່ງເກີດຈາກການຍຸບຕົວຂອງພາຍຸຝົນຟ້າຄະນອງ ແລະ ລົມແຮງ ເຮັດໃຫ້ທັດສະນະວິໄສການຂັບຂີ່ຫຼຸດລົງເຫຼືອພຽງປະມານ 400 ແມັດ
ລົດຈຳນວນຫຼາຍຕ້ອງຟ້າວຊອກຫາບ່ອນລີ້ໄພທ່າມກາງຝົນຕົກ ແລະ ລົມແຮງ ກ່ອນທີ່ສະພາບອາກາດຈະເລີ່ມຜ່ອນຄາຍລົງໃນຊ່ວງແລງ
ມາກ ໂອມາລລີ ນັກອຸຕຸນິຍົມວິທະຍາຈາກສຳນັກງານອາກາດແຫ່ງຊາດໃນຟີນິກສ໌ ລະບຸວ່າພື້ນທີ່ຟີນິກສ໌ປີນີ້ມີຝົນນ້ອຍກວ່າຄ່າສະເລ່ຍໃນລະດູມໍລະສຸມ
ຂະນະທີ່ບາງພື້ນທີ່ທາງຕາເວັນອອກສ່ຽງໃຕ້ ແລະ ທາງທິດເໜືອຂອງລັດກັບມີຝົນຫຼາຍກວ່າປົກກະຕິ ພ້ອມຄາດການວ່າຟີນິກສ໌ຍັງມີໂອກາດຮ້ອຍລະ 40 ທີ່ຈະມີຝົນໃນວັນອັງຄານ ກ່ອນທີ່ສະພາບອາກາດຈະແຫ້ງກັບມາ
ສຳນັກງານຂົນສົ່ງແອຣີໂຊນາເຕືອນປະຊາຊົນຜ່ານແພລດຟອມ X ວ່າ “ຫ້າມຂັບລົດເຂົ້າໄປໃນພາຍຸຝຸ່ນ ແຕ່ຫາກຖືກພັດມາໃນຂະນະຂັບລົດ ຕ້ອງຢຸດລົດຂ້າງທາງເພື່ອຄວາມປອດໄພ”
ນອກຈາກນີ້ ພາຍຸຍັງເຮັດໃຫ້ໄຟຈະລາຈອນໃນເມືອງກິລເບີດດັບ ແລະ ຕົ້ນໄມ້ຫັກຫຼາຍຈຸດ
ຂະນະທີ່ສະໜາມບິນສະກາຍຮາບເບີ ເຖິງແມ່ນຄຳສັ່ງຢຸດບິນຖືກຍົກເລີກໃນຊ່ວງຄ່ຳ ແຕ່ຖ້ຽວບິນຍັງຊ້າອອກໄປ 15-30 ນາທີ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,517 | 21,794 |
![]() THB | 658.52 | 668.66 |
![]() EUR | 23,871 | 24,349 |
![]() CNY | 2,917 | 2,975 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |