_cover - 2025-08-28T140646.312
ນັກວິທະຍາສາດຈີນສ້າງພືດເຮືອງແສງ ຊາກໄຟດ້ວຍແສງແດດເປີດທາງສູ່ແສງສະຫວ່າງແບບຍືນຍົງໃນອະນາຄົດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 28 August, 2025
ໝວດ: ຂ່າວ

ທີມນັກວິໄຈຈາກມະຫາວິທະຍາໄລກະເສດສາດເຊົາທ໌ໄຊນ້າ ນຳໂດຍ ທ່ານ ຊູຖິງ ຫລິວ (Shuting Liu)

 

ປະສົບຄວາມສຳເລັດໃນການສ້າງພືດນ້ຳເຮືອງແສງຫຼາກສີໃນບ່ອນມືດເປັນຄັ້ງທຳອິດຂອງໂລກ ເປີດທາງສູ່ແສງສະຫວ່າງແບບຍືນຍົງໃນອະນາຄົດ

Digital Marketing Agency in Laos - Emerging Digital Solutions

 

ໂດຍທີມນັກວິໄຈໃຊ້ວິທີການສີດອະນຸພາກຟອສເຟີ “afterglow” ເຂົ້າໄປໃນໃບພືດ ເຮັດໃຫ້ພືດສາມາດເຮືອງແສງເປັນສີຟ້າ, ຂຽວ, ແດງ ແລະ ສີມ່ວງໄດ້ ຫຼັງຈາກຮັບແສງແດດ ຫຼື ແສງໄຟ LED ພຽງບໍ່ເທົ່າໃດນາທີ

 

ອະນຸພາກຟອສເຟີ “afterglow” ແມ່ນຫຍັງ ?

 

ອະນຸພາກຟອສເຟີ “afterglow” ແມ່ນ ວັດສະດຸເຮືອງແສງທີ່ສາມາດດູດຊັບພະລັງງານຈາກແສງແດດ ຫຼື ແສງໄຟ ແລ້ວຄ່ອຍໆ ປ່ອຍພະລັງງານອອກມາໃນຮູບແບບຂອງແສງທີ່ມະນຸດສາມາດເບິ່ງເຫັນໄດ້ ເຖິງແມ່ນວ່າຢູ່ໃນຄວາມມືດກໍຕາມ

 

ຂະບວນການນີ້ເອີ້ນວ່າ “afterglow effect” ຫຼື ການເຮືອງແສງຕໍ່ເນື່ອງ ຊຶ່ງສາມາດກຳນົດສີຂອງແສງໄດ້ຕາມຊະນິດຂອງສານປະກອບຟອສເຟີ (Phosphor compounds) ເຊັ່ນ: ສີຂຽວ, ຟ້າ, ແດງ ຫຼື ມ່ວງ

 

ສຳລັບສານຟອສເຟີ (Phosphor compounds) ແມ່ນສານເຄມີທີ່ສາມາດດູດຊັບພະລັງງານຈາກແຫຼ່ງກຳເນີດແສງ ເຊັ່ນ: ແສງອາທິດ ແສງ LED ຫຼື ລັງສີອັນຕະລາໄວໂອເລັດ ແລ້ວຄ່ອຍໆ ປ່ອຍພະລັງງານນັ້ນອອກມາໃນຮູບແບບຂອງແສງທີ່ມະນຸດເບິ່ງເຫັນໄດ້ ໂດຍແສງທີ່ປ່ອຍອອກມາຈະຂຶ້ນກັບຊະນິດຂອງທາດ ຫຼື ສານຜະສົມໃນຟອສເຟີນັ້ນໆ

 

ພືດທີ່ປ່ອຍແສງຄືໂຄມໄຟ

 

ຈາກຜົນການທົດລອງ ພືດຊະນິດ Echeveria “Mebina” ສາມາດເລືອງແສງໄດ້ນານສູງສຸດເຖິງ 2 ຊົ່ວໂມງ ໂດຍສະເພາະອະນຸພາກສີຂຽວທີ່ໃຫ້ແສງດົນທີ່ສຸດ

 

ລະດັບຄວາມສະຫວ່າງທີ່ໄດ້ສາມາດປຽບທຽບໄດ້ກັບໂຄມໄຟກາງຄືນຂະໜາດນ້ອຍ ແລະ ພຽງພໍທີ່ຈະເບິ່ງເຫັນສິ່ງຂອງ ຫຼື ອ່ານຂໍ້ຄວາມໃນທີ່ມືດ

 

ນອກຈາກນີ້ນັກວິທະຍາສາດຍັງໄດ້ທົດລອງສ້າງກຳແພງຕົ້ນໄມ້ເຮືອງແສງຈາກພືດຊະນິດນີ້ 56 ຕົ້ນ ຊຶ່ງສາມາດສ່ອງສະຫວ່າງໃຫ້ເຫັນຊັດເຈນເຊັ່ນດຽວກັນ

 

ກ້າວຂ້າມຂໍ້ຈຳກັດເດີມ

 

ກ່ອນຫນ້ານີ້ ນັກວິໄຈເຄີຍໃຊ້ທັງພັນທຸວິສະວະກຳ ແລະ ວິສະວະກຳວັດສະດຸເພື່ອສ້າງພືດເຮືອງແສງ ແຕ່ໄດ້ພຽງແສງສີຂຽວອ່ອນໆ ທີ່ຄົງຢູ່ບໍ່ດົນ

 

ການທົດລອງຄັ້ງໃໝ່ນີ້ແກ້ປັນຫາດ້ວຍການໃຊ້ອະນຸຟອສເຟີຂະໜາດໄມຄອນ ຊຶ່ງໃຫຍ່ພໍທີ່ຈະປ່ອຍແສງສະຫວ່າງຊັດເຈນ ແຕ່ກໍຍັງສາມາດແຜ່ກະຈາຍໄປທົ່ວເນື້ອເຍື່ອພືດໄດ້ຢ່າງເສລີ

 

ການນຳໃຊ້ຕົວຈິງໄດ້ໃນອະນາຄົດ

 

ເຖິງແມ່ນອະນຸພາກດັ່ງກ່າວໃຊ້ໄດ້ສະເພາະກັບພືດຊະນິດນີ້ ເນື່ອງຈາກມີຊ່ອງຫວ່າງລະຫວ່າງເຊລຫຼາຍກວ່າພືດຊະນິດອື່ນ

 

ແຕ່ຜົນລັບຄັ້ງນີ້ຖືເປັນກ້າວສຳຄັນ ນັກວິໄຈເຫັນວ່າເທັກນິກນີ້ສາມາດຕໍ່ຍອດສູ່ການສ້າງລະບົບໄຟສ່ອງສະຫວ່າງທີ່ໃຊ້ພືດເປັນຕົວໃຫ້ແສງ ແທນຫຼອດໄຟແບບດັ້ງເດີມ ເປັນທາງເລືອກທີ່ປະຫຍັດພະລັງງານ ແລະ ຫຼຸດການປ່ອຍຄາບອນ

 

ຊູຖິງ ຫລິວ (Shuting Liu) ກ່າວທິ້ງທ້າຍວ່າ “ລອງຈິນຕະນາການເຖິງຕົ້ນໄມ້ທີ່ເຮືອງແສງແທນໄຟແຄມທາງ ອະນຸພາກນ້ອຍໆ ທີ່ພວກເຮົາສ້າງຂຶ້ນສາມາດປະສານເຂົ້າກັບໂຄງສ້າງທຳມະຊາດຂອງພືດໄດ້ຢ່າງໜ້າອັດສະຈັນແທ້ໆ”

 

ວຽກວິໄຈນີ້ໄດ້ຮັບການເຜີຍແຜ່ໃນວາລະສານ Matter ເມື່ອວັນທີ່ 27 ສິງຫາທີ່ຜ່ານມາ ແລະ ຖືກເຫັນວ່າອາດເປັນຈຸດເລີ່ມຕົ້ນຂອງນະວັດຕະກຳໄຟຈາກທຳມະຊາດທີ່ທັງສວຍງາມ ແລະ ໃຊ້ງານໄດ້ແທ້ໃນຊີວິດປະຈຳວັນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 24 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,489
21,765
thailand (1)
THB
673.42
684.19
european-union
EUR
24,492
24,983
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (86)
ຈຳປາສັກ ດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX
jane (85)
ຮູ້ຈັກ "ຫອຍທາກຄິວບາ" ຫອຍທາກທີ່ງາມທີ່ສຸດໃນໂລກທີ່ກຳລັງຈະສູນພັນ
pele - 2025-09-24T141747.425
ສຕລ ເປີດໂຄງການກິລາບານເຕະໃນໂຮງຮຽນ ທີ່ແຂວງສະຫວັນນະເຂດ
jane (83)
ພາບຄວາມເສຍຫາຍຈາກພາຍຸໄຕ້ຝຸ່ນ ລາກາຊາ ທີ່ພັດເຂົ້າຮົງກົງຕອນເຊົ້າມື້ນີ້ 24 ກັນຍາ 2025
pele - 2025-09-24T132008.973
ປະຊາຊົນບ້ານຫາດຍາ ໄດ້ຮັບການພົ່ນຢາຂ້າຍຸງລາຍ ແລະ ຢາຂ້າໜອນນໍ້າ
jane (82)
ລົງນາມຮ່ວມມື ພັດທະນາລະບົບຄຸ້ມຄອງ ການເກັບຄ່າບໍລິການສະຖານທີ່ຈອດລົດ ຢູ່ ນວ
jane (81)
ຮູບພາບທີ່ກຳລັງເປັນກະເເສ ໃນຮ່ອງກົງຊາວເມືອງກະກຽມຕົວຮັບມືພາຍຸໄຕ້ຝຸ່ນລາກາຊາ
jane (80)
ເຫດການທີ່ໜ້າຕົກໃຈທີ່ກຸງເທບມະຫານະຄອນ ປະເທດໄທ ເກີດເຫດ ຖະໜົນຍຸບ ໜ້າໂຮງໝໍຊິຣະພະຍາບານ 24 ກັນຍາ 2025
pele - 2025-09-24T102853.426
ຈົ່ງມີສະຕິລະມັດລະວັງ ຝົນຕົກເປັນວົງກວ້າງ ອາດຈະເກີດໄພພິບັດ ນ້ຳຖ້ວມຊຸ ດິນເຈື່ອນ ໄລຍະນີ້ 24 ຫາ 27 ກັນຍາ 2025
jane (79)
ອົງການນາຊາຂອງສະຫະລັດອາເມຣິກາ ເປີດເຜີຍແຜນການຄັ້ງສຳຄັນ ກະກຽມສົ່ງມະນຸດເດີນທາງໄປສຳຫຼວດດວງຈັນອີກຄັ້ງໃນພາລະກິດ Artemis II
ຢ່າລື່ມກົດຕິດຕາມ