_cover - 2025-08-28T145510.515
"ຂົວສູງທີ່ສຸດໃນໂລກ" ໃນປະເທດຈີນ ທົດສອບຮັບນ້ຳໜັກລົດບັນທຸກ 3,000 ກວ່າໂຕນໄດ້ສຳເລັດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 28 August, 2025
ໝວດ: ຂ່າວ

ຈີນທົດສອບການຮັບນ້ຳໜັກຂອງຂົວທີ່ສູງທີ່ສຸດໃນໂລກ ຂົວຫົວຈຽງ ແກຣນແຄນຢອນ (Huajiang Grand Canyon Bridge)

 

ຊຶ່ງຕັ້ງຢູ່ໃນແຂວງກຸ້ຍໂຈວ ທາງຕາເວັນຕົກສ່ຽງໃຕ້ຂອງຈີນ ກ່ອນເປີດໃຊ້ງານໃນຊ່ວງປາຍເດືອນກັນຍານີ້

 

ການທົດສອບຂົວທີ່ສູງທີ່ສຸດໃນໂລກ

 

ຂະບວນການທົດສອບດັ່ງກ່າວໃຊ້ເວລາເຖິງ 5 ວັນ ເພື່ອເບິ່ງຄວາມແຂງແຮງດ້ານໂຄງສ້າງໃຫ້ກົງຕາມມາດຕະຖານຄວາມປອດໄພ

 

ໂດຍມີການທົດສອບຮັບນ້ຳໜັກເປັນຂັ້ນຕອນສຸດທ້າຍ ດ້ວຍການຂັບລົດບັນທຸກຈຳນວນ 96 ຄັນ ຊຶ່ງມີນ້ຳໜັກລວມກັນຫຼາຍກວ່າ 3,000 ໂຕນ

 

ເຂົ້າໄປໃນພື້ນທີ່ທີ່ກຳນົດເທິງຂົວເປັນຊຸດໆ ເພື່ອວັດການເຄື່ອນໄຫວ ແລະ ແຮງກົດໃນສ່ວນຊ່ວງຂົວຫຼັກ, ເສົາ, ສາຍເຄເບີນ ແລະ ສາຍແຂວນ

 

ທີມງານຜູ້ດຳເນີນການທົດສອບ ຢູ່ສະຖານທີ່ກໍ່ສ້າງຂົວຫົວຈຽງເປີດເຜີຍວ່າ ການທົດສອບຮັບນ້ຳໜັກນີ້ ເປັນການຈຳລອງສະພາວະສຸດຂີດທີ່ຂົວຈະຕ້ອງຮັບ ດ້ວຍນ້ຳໜັກລວມແລ້ວ 3,360 ໂຕນ

 

ເພື່ອທົດສອບຂີດຄວາມສາມາດສູງສຸດຂອງໂຄງສ້າງຂົວພາຍໃຕ້ການໃຊ້ງານປົກກະຕິ ໂດຍເນັ້ນການຕິດຕາມການເຄື່ອນໄຫວຂອງເສົາຫຼັກທັງສອງເບື້ອງ ການງໍທີ່ຖານເສົາ ແລະ ແຮງດຶງສູງສຸດໃນສາຍເຄເບີນຂອງຊ່ວງຍຶດຂົວ

 

 

ຂໍ້ມູນຂົວທີ່ສູງທີ່ສຸດໃນໂລກ

 

 

ຂົວ ຫົວຈຽງ ແກຣນແຄນຢອນ (Huajiang Grand Canyon Bridge) ມີຄວາມຍາວລວມ 2,890 ແມັດ

 

ໂດຍມີຊ່ວງຂົວຫຼັກຍາວ 1,420 ແມັດ ໃນສ່ວນໂຄງສ້າງໂຄງເຫຼັກທີ່ຮັບນ້ຳໜັກຫຼັກຂອງຂົວ ຈະປະກອບດ້ວຍຊິ້ນສ່ວນຫຼາຍເຖິງ 93 ສ່ວນ ຊຶ່ງມີນ້ຳໜັກລວມເຖິງ 22,000 ໂຕນ ແລະ ເມື່ອກໍ່ສ້າງສຳເລັດ ຂົວແຫ່ງນີ້ຈະມີຄວາມສູງເຫນືອແມ່ນ້ຳ 625 ແມັດ ຫຼື ທຽບແລ້ວຄືສູງເຖິງ 2 ເທົ່າຂອງຫໍໄອເຟລ

 

ທີ່ມີຄວາມສູງແບບບໍ່ລວມເສົາອາກາດ ຢູ່ທີ່ປະມານ 300 ແມັດ ເຮັດໃຫ້ທຳລາຍສະຖິຕິທັງ “ຂົວທີ່ສູງທີ່ສຸດໃນໂລກ” ແລະ ຍັງເປັນ “ຂົວແຂວນທີ່ໃຫຍ່ທີ່ສຸດໃນໂລກໃນພື້ນທີ່ພູ” ອີກດ້ວຍ

 

ສຳລັບໂຄງການຂົວແຂວນແຫ່ງນີ້ ເປັນໂຄງການຂອງບໍລິສັດກໍ່ສ້າງໃນຈີນ ກຸ້ຍໂຈວ ທຣານສ໌ປອດ ອິນເວສເມັນ ກຣຸບ (Guizhou Transport Investment Group)

 

ຄາດວ່າມີມູນຄ່າການກໍ່ສ້າງໂດຍລວມຢູ່ທີ່ 280 ລ້ານໂດລາສະຫະລັດ ຂົວແຫ່ງນີ້ສ້າງຂຶ້ນເພື່ອຊ່ວຍຫຼຸດເວລາທີ່ຕ້ອງໃຊ້ໃນການເດີນທາງຂ້າມພູຜາ ອີກທັງຍັງຊ່ວຍເພີ່ມການເຊື່ອມຕໍ່ ແລະ ການທ່ອງທ່ຽວໃນລະດັບພູມິພາກ ຍົກລະດັບເສດຖະກິດ ແລະ ເພີ່ມການເຕີບໂຕໃຫ້ເມືອງໃກ້ຄຽງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 16 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,529
21,806
thailand (1)
THB
661.10
673
european-union
EUR
24,196
24,681
china
CNY
2,935
2,993
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
pele - 2025-10-16T145013.841
ເບຍລາວ ມອບທຶນ 7 ຕື້ກີບເພື່ອສົ່ງເສີມງານມະຫາກໍາກິລາແຫ່ງຊາດວຽງຈັນເກມ ຄັ້ງທີ XII
jane - 2025-10-16T145120.719
ຮອງລັດຖະມົນຕີກະຊວງ ຮສສ ຊຸກຍູ້ ວຽກງານ ກວດກູ້ລະເບີດ ຢູ່ແຂວງອັດຕະປື
pele - 2025-10-16T134448.625
ແຈ້ງການມອດໄຟ ວັນທີ 19/10/2025
jane - 2025-10-16T133534.423
ຍທຂ ນະຄອນຫຼວງວຽງຈັນ ເລັ່ງສ້ອມແປງຫຼາຍເສັ້ນທາງທີ່ເປ່ເພ ເພື່ອຄວາມສະດວກໃນການສັນຈອນຂອງປະຊາຊົນ ໂດຍແບ່ງອອກເປັນ 4 ສັນຍາຫຼັກ ຄື:
jane - 2025-10-16T115709.398
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບ ທ່ານ ອະນຸທິນ ຊານວີຣະກຸນ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ດ້ວຍບັນຍາກາດທີ່ອົບອຸ່ນ.
pele - 2025-10-16T113215.445
ຫ້ອງການໄຟຟ້າເມືອງສີໂຄດຕະບອງ ສາຂານະຄອນຫຼວງ1 ສຳເລັດຍົກກຳລັງໝໍ້ແປງໄຟຟ້າ 4 ປ້ອມ ເມືອງ ສີໂຄດຕະບອງ.
jane - 2025-10-16T112654.635
ກາເຟ ແລະ ຊາ ຄືໝາກຜົນທາງດ້ານກະສິກຳ ທີ່ເປັນຂີດໝາຍການພັດທະນາລາຍໄດ້ແບບຍືນຍົງ
jane - 2025-10-16T102127.022
ທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ເດີນທາງເຖິງນະຄອນຫລວງວຽງຈັນ
jane - 2025-10-16T094850.359
ເຫດການເກີດແຜ່ນດິນໄຫວຄັັ້ງວັນທີ 15 ຕຸລາ ຫາ ວັນທີ 16 ຕຸລາ 2025
ຢ່າລື່ມກົດຕິດຕາມ