_cover - 2025-08-28T160506.879
ແຈ້ງປິດການສັນຈອນຊົ່ວຄາວ ຖະໜົນ ໄກສອນພົມວິຫານ (ຈຸດສີ່ແຍກໄຟແດງ 450 ປີ) ແລະ ຖະໜົນ 13 ໃຕ້ (ຈຸດໜ້າສະໜາມກິລາ ຫຼັກ 16) ນະຄອນຫຼວງວຽງຈັນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 28 August, 2025
ໝວດ: ຂ່າວ

ແຈ້ງ ປິດການສັນຈອນຊົ່ວຄາວ.

ພະແນກ ໂຍທາທິການ ແລະ ຂົນສົ່ງ ແຈ້ງ ປິດການສັນຈອນຊົ່ວຄາວ ຖະໜົນ ໄກສອນພົມວິຫານ (ຈຸດສີ່ແຍກໄຟແດງ 450 ປີ) ແລະ ຖະໜົນ 13 ໃຕ້ (ຈຸດໜ້າສະໜາມກິລາ ຫຼັກ 16) ບ້ານໂພຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອກໍ່ສ້າງວາງສາຍໃຍແກ້ວ (Fiber Optic) ທີ່ຄວບຄຸມລະບົບຂອງການຂົນສົ່ງ ລົດເມດ່ວນ ສັນຍາ CW1C ຂອງ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ.

ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດ ແຈ້ງມາຍັງບັນດາທ່ານ ຊາບວ່າ:

 

ປະຈຸບັນ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ ໄດ້ເລີ້ມກໍ່ສ້າງວາງສາຍໃຍແກ້ວ (Fiber Optic) ທີ່ ຄວບຄຸມລະບົບ ການຂົນສົ່ງ ລົດເມດ່ວນ BRT ຢູ່ ເສັ້ນທາງຖະໜົນໄກສອນພົມວິຫານ (ຈຸດສີ່ແຍກໄຟແດງ 450 ປີ ແລະ ຖະໜົນ 13 ໃຕ້ ບ້ານໂພຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນການກໍ່ສ້າງຢູ່ຈຸດດັ່ງກ່າວ ມີຄວາມຈຳເປັນຈະໄດ້ປິດບາງຊ່ອງຈະລາຈອນຊົ່ວຄາວ ໃນລະຫວ່າງວັນທີ 30-31 ສິງຫາ 205 ລາຍລະອຽດດັ່ງນີ້:

 

  • ວັນເສົາ ວັນທີ 30 ສິງຫາ 2025, ຊ່ວງເວລາ 09:00-17:00 ໂມງ ປິດຊົ່ວຄາວຊ່ອງທາງຈະລາຈອນ ບາງຊ່ວງຂອງເສັ້ນທາງ ຖະໜົນໄກສອນພົມວິຫານ (ຈຸດສີ່ແຍກໄຟແດງ 450 ປີ ໄປຫາ ເຂດບ້ານ ສະພັງເມິກ) ປະມານ 50 ແມັດ.

 

  • ວັນອາທິດ ວັນທີ 31 ສິງຫາ 2025, ຊ່ວງເວລາ 09:00-17:00 ໂມງ ປິດຊົ່ວຄາວຊ່ອງທາງຈະລາຈອນ ບາງຊ່ວງຂອງເສັ້ນທາງຖະໜົນ 13 ໃຕ້ ບ້ານໂພຄໍາ (ໜ້າສະໜາມກິລາ ຫຼັກ16) ເມືອງໄຊທານີ ນະຄອນຫຼວງວຽງຈັນ.

 

 

 

ທີ່ມາ: Lao National Radio

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 16 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,529
21,806
thailand (1)
THB
661.10
673
european-union
EUR
24,196
24,681
china
CNY
2,935
2,993
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
pele - 2025-10-16T145013.841
ເບຍລາວ ມອບທຶນ 7 ຕື້ກີບເພື່ອສົ່ງເສີມງານມະຫາກໍາກິລາແຫ່ງຊາດວຽງຈັນເກມ ຄັ້ງທີ XII
jane - 2025-10-16T145120.719
ຮອງລັດຖະມົນຕີກະຊວງ ຮສສ ຊຸກຍູ້ ວຽກງານ ກວດກູ້ລະເບີດ ຢູ່ແຂວງອັດຕະປື
pele - 2025-10-16T134448.625
ແຈ້ງການມອດໄຟ ວັນທີ 19/10/2025
jane - 2025-10-16T133534.423
ຍທຂ ນະຄອນຫຼວງວຽງຈັນ ເລັ່ງສ້ອມແປງຫຼາຍເສັ້ນທາງທີ່ເປ່ເພ ເພື່ອຄວາມສະດວກໃນການສັນຈອນຂອງປະຊາຊົນ ໂດຍແບ່ງອອກເປັນ 4 ສັນຍາຫຼັກ ຄື:
jane - 2025-10-16T115709.398
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບ ທ່ານ ອະນຸທິນ ຊານວີຣະກຸນ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ດ້ວຍບັນຍາກາດທີ່ອົບອຸ່ນ.
pele - 2025-10-16T113215.445
ຫ້ອງການໄຟຟ້າເມືອງສີໂຄດຕະບອງ ສາຂານະຄອນຫຼວງ1 ສຳເລັດຍົກກຳລັງໝໍ້ແປງໄຟຟ້າ 4 ປ້ອມ ເມືອງ ສີໂຄດຕະບອງ.
jane - 2025-10-16T112654.635
ກາເຟ ແລະ ຊາ ຄືໝາກຜົນທາງດ້ານກະສິກຳ ທີ່ເປັນຂີດໝາຍການພັດທະນາລາຍໄດ້ແບບຍືນຍົງ
jane - 2025-10-16T102127.022
ທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ເດີນທາງເຖິງນະຄອນຫລວງວຽງຈັນ
jane - 2025-10-16T094850.359
ເຫດການເກີດແຜ່ນດິນໄຫວຄັັ້ງວັນທີ 15 ຕຸລາ ຫາ ວັນທີ 16 ຕຸລາ 2025
ຢ່າລື່ມກົດຕິດຕາມ